ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຊຟານີຢາ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຊຟານີຢາ

      • ໃຫ້​ມາ​ຫາ​ພະ​ເຢໂຫວາ​ກ່ອນ​ວັນ​ທີ່​ເພິ່ນ​ໃຈ​ຮ້າຍ​ຈະ​ມາ​ຮອດ (1-​3)

        • ໃຫ້​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສະແດງ​ຄວາມ​ຖ່ອມ (3)

        • “ບາງ​ເທື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກປ້ອງ” (3)

      • ຄຳ​ຕັດສິນ​ຕໍ່​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ (4-​15)

ເຊຟານີຢາ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:4; ຢຣມ 6:15
  • +ຢອ 1:14; 2:15, 16

ເຊຟານີຢາ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:26; 2ຂຄ 36:16, 17; ຢຣມ 23:20; ສສ 4:11

ເຊຟານີຢາ 2:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ການ​ຕັດສິນ”

  • *

    ຫຼື “ອາດ​ເປັນ​ໄປ​ໄດ້​ວ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:6; ອມ 5:6
  • +ປຖກ 7:13, 16; ອຊຢ 26:20; ຢອ 2:12, 14; ອມ 5:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2019, ໜ້າ 13

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2017, ໜ້າ 2

ເຊຟານີຢາ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 47:5
  • +ຢຣມ 25:17, 20; ອມ 1:6-8; ຊຄຢ 9:5, 6

ເຊຟານີຢາ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:16, 17

ເຊຟານີຢາ 2:7

ໄຂເງື່ອນ

  • *

    ຫຼື “ເບິ່ງແຍງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:11; ຢຣມ 31:7; ຮກ 1:12
  • +ພສ 126:1; ຢຣມ 23:3; ອຊກ 39:25; ອມ 9:14; ມກ 2:12; 4:10; ຊຟຢ 3:20

ເຊຟານີຢາ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 48:26, 27; ອຊກ 25:8, 9
  • +ຢຣມ 49:1; ອຊກ 25:3
  • +ພສ 83:2, 4

ເຊຟານີຢາ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:11; ອມ 2:1, 2
  • +ປຖກ 19:24, 25
  • +ອມ 1:13-15; ຢດ 7

ເຊຟານີຢາ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 16:6; ຢຣມ 48:29

ເຊຟານີຢາ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:27; ມລກ 1:11

ເຊຟານີຢາ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:3; ອຊກ 30:4, 5

ເຊຟານີຢາ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮ 3:7

ເຊຟານີຢາ 2:14

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດ​ໜຶ່ງ

ເຊຟານີຢາ 2:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ແລະ​ແກວ່ງ​ກຳ​ປັ້ນ​ໃສ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮ 3:1, 19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຊຟຢ. 2:1ອຊຢ 1:4; ຢຣມ 6:15
ຊຟຢ. 2:1ຢອ 1:14; 2:15, 16
ຊຟຢ. 2:22ກສ 23:26; 2ຂຄ 36:16, 17; ຢຣມ 23:20; ສສ 4:11
ຊຟຢ. 2:3ອຊຢ 55:6; ອມ 5:6
ຊຟຢ. 2:3ປຖກ 7:13, 16; ອຊຢ 26:20; ຢອ 2:12, 14; ອມ 5:15
ຊຟຢ. 2:4ຢຣມ 47:5
ຊຟຢ. 2:4ຢຣມ 25:17, 20; ອມ 1:6-8; ຊຄຢ 9:5, 6
ຊຟຢ. 2:5ອຊກ 25:16, 17
ຊຟຢ. 2:7ອຊຢ 11:11; ຢຣມ 31:7; ຮກ 1:12
ຊຟຢ. 2:7ພສ 126:1; ຢຣມ 23:3; ອຊກ 39:25; ອມ 9:14; ມກ 2:12; 4:10; ຊຟຢ 3:20
ຊຟຢ. 2:8ຢຣມ 48:26, 27; ອຊກ 25:8, 9
ຊຟຢ. 2:8ຢຣມ 49:1; ອຊກ 25:3
ຊຟຢ. 2:8ພສ 83:2, 4
ຊຟຢ. 2:9ອຊກ 25:11; ອມ 2:1, 2
ຊຟຢ. 2:9ປຖກ 19:24, 25
ຊຟຢ. 2:9ອມ 1:13-15; ຢດ 7
ຊຟຢ. 2:10ອຊຢ 16:6; ຢຣມ 48:29
ຊຟຢ. 2:11ພສ 22:27; ມລກ 1:11
ຊຟຢ. 2:12ອຊຢ 43:3; ອຊກ 30:4, 5
ຊຟຢ. 2:13ນຮ 3:7
ຊຟຢ. 2:15ນຮ 3:1, 19
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
ເຊຟານີຢາ 2:1-15

ເຊຟານີຢາ

2 ຊາດ​ທີ່​ໜ້າ​ບໍ່​ອາຍ​ເອີ້ຍ+ ໃຫ້​ພວກເຈົ້າ​ລວມ​ໂຕ​ກັນ.

ໃຫ້​ພວກເຈົ້າ​ລວມ​ໂຕ​ກັນ​ເດີ້!+

 2 ກ່ອນ​ທີ່​ເຫດ​ການ​ທີ່​ພະເຈົ້າ​ບອກ​ຈະ​ເກີດ​ຂຶ້ນ

ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ ເພາະ​ເວລາ​ຈະ​ຜ່ານ​ໄປ​ໄວ​ຫຼາຍ​ຄື​ກັບ​ເຟືອງ​ທີ່​ຖືກ​ລົມ​ພັດ​ໄປ

ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ໃຈຮ້າຍ​ໃຫ້​ພວກເຈົ້າ​ແຮງ+

ແລະ​ກ່ອນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ​ຈະ​ມາ​ຮອດ​ພວກເຈົ້າ.

 3 ທຸກ​ຄົນ​ໃນ​ໂລກທີ່​ເປັນ​ຄົນ​ຖ່ອມ​ແລະ​ເຮັດ​ຕາມ​ກົດໝາຍ​ທີ່​ຍຸຕິທຳ*​ຂອງ​ພະ​ເຢໂຫວາ

ໃຫ້​ພວກເຈົ້າ​ມາ​ຫາ​ເພິ່ນ.+

ໃຫ້​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ​ແລະ​ສະແດງ​ຄວາມ​ຖ່ອມ.

ບາງເທື່ອ*​ພວກເຈົ້າ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ໃນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ.+

 4 ຄາຊາ​ຈະ​ເປັນ​ເມືອງ​ຮ້າງ

ແລະ​ອາຊະກາໂລນ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ.+

ຄົນ​ອາຊະໂດດ​ຈະ​ຖືກ​ໄລ່​ໜີ​ໃນ​ຕອນ​ກາງເວັນ

ແລະ​ເອັກໂຣນ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ.+

 5 ຄົນ​ເກເຣັດ​ທີ່​ອາ​ໄສ​ຢູ່​ແຄມ​ທະເລ ພວກເຈົ້າ​ຈະ​ຕ້ອງ​ຈິບຫາຍ.+

ພະ​ເຢໂຫວາ​ໄດ້​ຕັດສິນ​ພວກເຈົ້າ​ແລ້ວ.

“ການາອານ​ແຜ່ນດິນ​ຂອງ​ພວກ​ຟີລິດສະຕີນ​ເອີ້ຍ ເຮົາ​ຈະ​ທຳລາຍ​ເຈົ້າ

ແລະ​ຈະ​ບໍ່​ໃຫ້​ມີ​ໃຜ​ອາ​ໄສ​ຢູ່​ອີກ​ຕໍ່ໄປ.”

 6 ແຄມ​ທະເລ​ຈະ​ກາຍ​ເປັນ​ທົ່ງ​ຫຍ້າ

ແລະ​ມີ​ນ້ຳ​ສ້າງ​ສຳລັບ​ຄົນ​ລ້ຽງ​ແກະ​ກັບ​ມີ​ຄອກ​ແກະ​ທີ່​ອ້ອມ​ດ້ວຍ​ກຳແພງ​ຫີນ.

 7 ບ່ອນ​ນັ້ນ​ຈະ​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ຄົນ​ຢູດາ​ທີ່​ຍັງ​ເຫຼືອ​ຢູ່.+

ເຂົາ​ເຈົ້າ​ຈະ​ໄດ້​ກິນ​ອາຫານ.

ຕອນ​ຄ່ຳ ເຂົາ​ເຈົ້າ​ຈະ​ນອນ​ຫຼັບ​ສະບາຍ​ຢູ່​ເຮືອນ​ໃນ​ອາຊະກາໂລນ.

ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຈະ​ກັບມາ​ສົນໃຈ*​ເຂົາ​ເຈົ້າ

ແລະ​ເພິ່ນ​ຈະ​ລວບລວມ​ເຂົາ​ເຈົ້າ​ທີ່​ເປັນ​ຊະເລີຍ​ໃຫ້​ກັບຄືນມາ.+

 8 “ເຮົາ​ໄດ້​ຍິນ​ຄຳເວົ້າ​ບໍ່​ດີ​ຂອງ​ພວກ​ໂມອາບ+​ແລະ​ໄດ້​ຍິນ​ຄຳເວົ້າ​ດູຖູກ​ຂອງ​ພວກ​ອຳໂມນ.+

ເຂົາ​ເຈົ້າ​ໄດ້​ເຍາະເຍີ້ຍ​ປະຊາຊົນ​ຂອງ​ເຮົາ​ແລະ​ຂູ່​ແບບ​ຈອງຫອງ​ວ່າ​ຈະ​ມາ​ຍຶດ​ເອົາ​ແຜ່ນດິນ​ໄປ.”+

 9 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຂອງ​ອິດສະຣາ​ເອນ​ບອກ​ວ່າ: “ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່

ໂມອາບ​ຈະ​ກາຍ​ເປັນ​ຄື​ກັບ​ໂຊໂດມ+

ແລະ​ອຳໂມນ​ຈະ​ກາຍ​ເປັນ​ຄື​ກັບ​ໂກໂມຣາ.+

ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຫຍ້າ​ຂຶ້ນ​ເຕັມ ເປັນ​ດິນ​ເຄັມ ແລະ​ຈະ​ຮ້າງ​ເປົ່າ​ຕະຫຼອດໄປ.+

ປະຊາຊົນ​ຂອງ​ເຮົາ​ທີ່​ລອດ​ຊີວິດ​ຈະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ.

ຄົນ​ໃນ​ຊາດ​ຂອງ​ເຮົາ​ທີ່​ເຫຼືອ​ລອດ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.”

10 ນີ້​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ ຍ້ອນ​ເຂົາ​ເຈົ້າ​ຍິ່ງ​ຈອງຫອງ.+

ເຂົາ​ເຈົ້າ​ບໍ່​ໃຫ້​ກຽດ​ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ.

11 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ແລະ​ນັບຖື​ເພິ່ນ.

ເພິ່ນ​ຈະ​ທຳລາຍ​ພະເຈົ້າ​ທັງໝົດ​ຂອງ​ໂລກ​ນີ້​ບໍ່​ໃຫ້​ເຫຼືອ.

ຄົນ​ໃນ​ຊາດ​ຕ່າງ​ໆ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ຈະ​ນະ​ມັດ​ສະການ​ເພິ່ນ+

ຈາກ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່.

12 “ພວກ​ເອທິໂອເປຍ​ເອີ້ຍ ເຮົາ​ຈະ​ເອົາ​ດາບ​ຂ້າ​ພວກເຈົ້າ.”+

13 ເພິ່ນ​ຈະ​ເດ່​ມື​ໄປ​ທາງ​ເໜືອ​ແລະ​ທຳລາຍ​ອັດຊີເຣຍ.

ເພິ່ນ​ຈະ​ເຮັດ​ໃຫ້​ນີເນເວ​ຮ້າງ​ເປົ່າ+​ແລະ​ແຫ້ງ​ແລ້ງ​ຄື​ກັບ​ທະເລ​ຊາຍ.

14 ຝູງ​ສັດ​ກັບ​ສັດ​ປ່າ​ທຸກ​ຊະນິດ​ຈະ​ນອນ​ຢູ່​ເມືອງ​ນັ້ນ.

ໃນ​ຕອນ​ກາງຄືນ ນົກ​ກະທຸງ​ແລະ​ໂຕ​ເໝັ້ນ​ຈະ​ນອນ​ຢູ່​ຕາມ​ຫົວ​ເສົາ​ທີ່​ຫັກ​ລົງ​ມາ​ຢູ່​ພື້ນ

ຈະ​ມີ​ສຽງ​ນົກ​ຮ້ອງ​ຢູ່​ປ່ອງ​ຢ້ຽມ

ຈະ​ມີ​ກອງ​ຊາກຫັກພັງ​ຢູ່​ປະຕູ

ແລະ​ຝາ​ໄມ້​ຊີດ້າ*​ຈະ​ຖືກ​ປະ​ໄວ້​ໃຫ້​ຕາກ​ແດດ​ຕາກ​ຝົນ.

15 ເມືອງ​ນີ້​ເປັນ​ເມືອງ​ທີ່​ຍິ່ງ​ຈອງຫອງ​ແລະ​ບໍ່​ຢ້ານ​ອັນຕະລາຍ​ຫຍັງ.

ເມືອງ​ນີ້​ຄິດ​ໃນ​ໃຈ​ວ່າ: “ຂ້ອຍ​ໃຫຍ່​ສຸດ ບໍ່​ມີ​ໃຜ​ທຽບ​ຂ້ອຍ​ໄດ້.”

ຍ້ອນ​ແນວ​ນີ້​ແຫຼະ ເມືອງ​ນີ້​ຈະ​ເຈິ​ສິ່ງ​ທີ່​ເປັນ​ຕາ​ຢ້ານ

ແລະ​ເປັນ​ບ່ອນ​ນອນ​ຂອງ​ສັດ​ປ່າ.

ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ກໍ​ຈະ​ເຍາະເຍີ້ຍ​ແລະ​ແກວ່ງ​ຫົວ​ໃສ່*​ເມືອງ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌