ອົບພະຍົບ
9 ພະເຢໂຫວາບອກໂມເຊວ່າ: “ໃຫ້ໄປຫາຟາໂຣ*ແລະເວົ້າກັບລາວວ່າ ‘ພະເຢໂຫວາພະເຈົ້າຂອງຄົນເຮັບເຣີເວົ້າແນວນີ້. “ໃຫ້ປ່ອຍຄົນຂອງເຮົາໄປເພື່ອເຂົາເຈົ້າຊິໄດ້ໄປນະມັດສະການເຮົາ.+ 2 ແຕ່ຖ້າເຈົ້າຍັງບໍ່ຍອມປ່ອຍເຂົາເຈົ້າໄປ 3 ພະເຢໂຫວາຊິເຮັດໃຫ້ສັດລ້ຽງຂອງເຈົ້າທີ່ຢູ່ໃນທົ່ງຫຍ້າເປັນພະຍາດຮ້າຍແຮງ ທັງມ້າ ລາ ອູດ ງົວ ແລະແກະ.+ 4 ພະເຢໂຫວາຈະແຍກສັດລ້ຽງຂອງຄົນອິດສະຣາເອນອອກຈາກສັດລ້ຽງຂອງຄົນເອຢິບ. ສັດລ້ຽງຂອງຄົນອິດສະຣາເອນຈະບໍ່ຕາຍຈັກໂຕ.”’”+ 5 ພະເຢໂຫວາກຳນົດເວລາໄວ້ແລ້ວແລະເວົ້າວ່າ: “ມື້ອື່ນ ເຮົາເຢໂຫວາຊິເຮັດໃຫ້ເລື່ອງນີ້ເກີດຂຶ້ນໃນແຜ່ນດິນເອຢິບ.”
6 ໃນມື້ຕໍ່ມາ ພະເຢໂຫວາກໍເຮັດໃຫ້ເລື່ອງນີ້ເກີດຂຶ້ນແທ້ໆ. ສັດລ້ຽງທຸກຊະນິດຂອງຄົນເອຢິບເລີ່ມຕາຍ+ ແຕ່ສັດລ້ຽງຂອງຄົນອິດສະຣາເອນບໍ່ຕາຍຈັກໂຕ. 7 ຟາໂຣເຫັນວ່າສັດລ້ຽງຂອງຄົນອິດສະຣາເອນບໍ່ຕາຍເລີຍ. ແຕ່ເຖິງຊິເປັນແນວນັ້ນ ລາວກໍຍັງເປັນຄົນຫົວແຂງຕໍ່ໄປແລະບໍ່ຍອມປ່ອຍຄົນອິດສະຣາເອນໄປ.+
8 ພະເຢໂຫວາເລີຍບອກໂມເຊກັບອາໂຣນວ່າ: “ເອົາມືທັງສອງເບື້ອງຂອງເຈົ້າກອບຂີ້ເທົ່າຂຶ້ນມາຈາກເຕົາເຜົາ ແລ້ວໃຫ້ໂມເຊສາດຂີ້ເທົ່າໃສ່ອາກາດໃຫ້ຟາໂຣເຫັນ. 9 ຂີ້ເທົ່ານັ້ນຈະກາຍເປັນຝຸ່ນນ້ອຍໆປິວໄປທົ່ວແຜ່ນດິນເອຢິບ. ຖ້າຝຸ່ນນັ້ນຖືກບ່ອນໃດຂອງຄົນຫຼືສັດ ບ່ອນນັ້ນກໍຈະເປັນຝີທີ່ມີໜອງ.”
10 ເຂົາເຈົ້າໄປເອົາຂີ້ເທົ່າຢູ່ເຕົາເຜົາແລະໄປຫາຟາໂຣ ແລ້ວໂມເຊກໍສາດຂີ້ເທົ່າໃສ່ອາກາດ. ເມື່ອຝຸ່ນຈາກຂີ້ເທົ່ານັ້ນຖືກບ່ອນໃດຂອງຄົນຫຼືສັດ ບ່ອນນັ້ນກໍເປັນຝີທີ່ມີໜອງ. 11 ພວກໝໍຄາຖາອາຄົມຂອງຟາໂຣອອກມາຫາໂມເຊບໍ່ໄດ້ ຍ້ອນເຂົາເຈົ້າແລະຄົນເອຢິບທຸກຄົນເປັນຝີຄືກັນໝົດ.+ 12 ແຕ່ພະເຢໂຫວາປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ. ລາວບໍ່ຍອມຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາໄດ້ບອກໂມເຊ.+
13 ພະເຢໂຫວາເລີຍບອກໂມເຊວ່າ: “ໃຫ້ຕື່ນແຕ່ເຊົ້າໄປຫາຟາໂຣແລະເວົ້າກັບລາວວ່າພະເຢໂຫວາບອກແນວນີ້. ‘ປ່ອຍຄົນຂອງເຮົາໄປເພື່ອເຂົາເຈົ້າຈະໄດ້ໄປນະມັດສະການເຮົາ. 14 ຄັນບໍ່ຊັ້ນເຮົາຊິລົງໂທດເຈົ້າ ຄົນຮັບໃຊ້ຂອງເຈົ້າ ແລະຄົນເອຢິບທຸກຄົນຫຼາຍກວ່າເກົ່າ ເພື່ອເຈົ້າຊິໄດ້ຮູ້ວ່າບໍ່ມີໃຜໃນໂລກນີ້ຍິ່ງໃຫຍ່ກວ່າເຮົາ.+ 15 ຖ້າຊິໃຫ້ເຮົາໃຊ້ລິດເດດຂອງເຮົາຂ້າເຈົ້າກັບຄົນຂອງເຈົ້າ ເຮົາກະເຮັດໄດ້ ແລະພວກເຈົ້າຄືຊິຕາຍໄປໝົດແລ້ວ. 16 ແຕ່ທີ່ເຮົາຍັງບໍ່ທັນຂ້າເຈົ້າເທື່ອກໍຍ້ອນວ່າ ເຮົາຢາກໃຫ້ເຈົ້າເຫັນລິດເດດຂອງເຮົາແລະຢາກໃຫ້ຄົນທົ່ວໂລກຮູ້ຈັກຊື່ຂອງເຮົາ.+ 17 ເຈົ້າຍັງຊິຍິ່ງແລະບໍ່ຍອມປ່ອຍຄົນຂອງເຮົາໄປອີກຊັ້ນເບາະ? 18 ມື້ອື່ນເວລານີ້ ເຮົາຊິເຮັດໃຫ້ໝາກເຫັບໃຫຍ່ຕົກລົງມາຈາກຟ້າ. ມັນຊິຕົກໜັກຫຼາຍ. ຕັ້ງແຕ່ມີແຜ່ນດິນເອຢິບມາກໍຍັງບໍ່ເຄີຍຕົກໜັກປານນີ້. 19 ດັ່ງນັ້ນ ໃຫ້ບອກຜູ້ຄົນໄປລີ້ຢູ່ໃນເຮືອນແລະເອົາສັດລ້ຽງໄປໄວ້ໃນບ່ອນທີ່ຈະບໍ່ຖືກໝາກເຫັບຕົກໃສ່. ຖ້າຜູ້ໃດຫຼືສັດໂຕໃດໄປຢູ່ໃນທົ່ງແລະບໍ່ໄດ້ຢູ່ໃນເຮືອນກໍຈະຖືກໝາກເຫັບຕົກໃສ່ຈົນຕາຍ.’”
20 ຄົນຮັບໃຊ້ຂອງຟາໂຣທີ່ເຊື່ອຄຳເຕືອນຂອງພະເຢໂຫວາກໍຟ້າວເອົາຄົນຮັບໃຊ້ແລະສັດລ້ຽງຂອງເຂົາເຈົ້າໄປລີ້ຢູ່ໃນເຮືອນ. 21 ແຕ່ຄົນທີ່ບໍ່ຟັງຄຳເຕືອນຂອງພະເຢໂຫວາກໍຍັງໃຫ້ຄົນຮັບໃຊ້ແລະຝູງສັດຂອງໂຕເອງຢູ່ຕາມທົ່ງຕໍ່ໄປ.
22 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າ ແລ້ວໝາກເຫັບຈະຕົກລົງມາທົ່ວແຜ່ນດິນເອຢິບ.+ ໝາກເຫັບຈະຕົກໃສ່ຄົນ ສັດ ແລະພືດຜັກຕ່າງໆໃນທົ່ງນາທີ່ຢູ່ໃນແຜ່ນດິນນີ້.”+ 23 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າ ແລ້ວພະເຢໂຫວາກໍເຮັດໃຫ້ເກີດຟ້າຮ້ອງ ໝາກເຫັບຕົກ ແລະມີໄຟ*ຕົກລົງມາໃສ່ດິນ. ພະເຢໂຫວາເຮັດໃຫ້ໝາກເຫັບຕົກໃສ່ແຜ່ນດິນເອຢິບບໍ່ຢຸດບໍ່ເຊົາ. 24 ຕອນທີ່ໝາກເຫັບຕົກນັ້ນມີໄຟເຫຼື້ອມມາບໆຢູ່ເທິງທ້ອງຟ້າ. ໝາກເຫັບຕົກໜັກແທ້ໜັກວ່າ. ບໍ່ເຄີຍຕົກແນວນີ້ເລີຍຕັ້ງແຕ່ມີແຜ່ນດິນເອຢິບ.+ 25 ໝາກເຫັບຕົກໃສ່ທຸກຢ່າງທົ່ວແຜ່ນດິນເອຢິບ. ມັນຕົກໃສ່ທັງຄົນທັງສັດ ແລະທຳລາຍພືດຜັກທຸກຊະນິດ ລວມທັງຕົ້ນໄມ້ທຸກຕົ້ນທີ່ຢູ່ທົ່ງຫຍ້າ.+ 26 ແຕ່ໃນໂກເຊັນທີ່ຄົນອິດສະຣາເອນອາໄສຢູ່ພັດບໍ່ມີໝາກເຫັບຕົກຈັກໜ່ວຍເລີຍ.+
27 ຟາໂຣກໍເລີຍໃຫ້ຄົນໄປເອີ້ນໂມເຊກັບອາໂຣນມາຫາແລະບອກວ່າ: “ຂ້ອຍເຮັດຜິດແລ້ວ ພະເຢໂຫວາເຮັດຖືກຕ້ອງ. ຂ້ອຍແລະຄົນຂອງຂ້ອຍພີ້ທີ່ເຮັດຜິດ. 28 ໃຫ້ເຈົ້າໄປອ້ອນວອນພະເຢໂຫວາໃຫ້ເພິ່ນເຮັດໃຫ້ຟ້າເຊົາຮ້ອງແລະໃຫ້ໝາກເຫັບເຊົາຕົກ ແລ້ວຂ້ອຍຊິຍອມປ່ອຍພວກເຈົ້າອອກໄປ. ພວກເຈົ້າຊິໄດ້ໄປຈາກບ່ອນນີ້.” 29 ໂມເຊບອກຟາໂຣວ່າ: “ເມື່ອຂ້ອຍອອກຈາກເມືອງແລ້ວ ຂ້ອຍຈະອະທິດຖານເຖິງພະເຢໂຫວາໃຫ້ ແລ້ວຟ້າຊິເຊົາຮ້ອງແລະໝາກເຫັບກະຊິເຊົາຕົກ. ທ່ານຈະໄດ້ຮູ້ວ່າພະເຢໂຫວາເປັນເຈົ້າຂອງໂລກນີ້.+ 30 ແຕ່ເຖິງຊິເປັນແນວນັ້ນ ຂ້ອຍກໍຮູ້ວ່າທ່ານກັບຄົນຮັບໃຊ້ຂອງທ່ານຄືຊິບໍ່ນັບຖື*ພະເຢໂຫວາດອກ.”
31 ຕອນນັ້ນ ຕົ້ນປ່ານແລະຕົ້ນເຂົ້າບາເລໄດ້ຮັບຜົນເສຍຫາຍຫຼາຍ ຍ້ອນຕົ້ນເຂົ້າບາເລອອກຮວງແລ້ວແລະຕົ້ນປ່ານກໍອອກດອກແລ້ວ. 32 ແຕ່ເຂົ້າວີດ*ແລະເຂົ້າສະເປວ*ບໍ່ໄດ້ຮັບຜົນເສຍຫາຍ ຍ້ອນມັນຍັງບໍ່ທັນໄດ້ອອກຮວງເທື່ອ. 33 ໂມເຊອອກຈາກວັງຂອງຟາໂຣແລະອອກຈາກເມືອງ ແລ້ວອະທິດຖານເຖິງພະເຢໂຫວາ. ຟ້າກໍເຊົາຮ້ອງ ໝາກເຫັບແລະຝົນກໍເຊົາຕົກ.+ 34 ເມື່ອຟາໂຣເຫັນວ່າຟ້າເຊົາຮ້ອງ ໝາກເຫັບແລະຝົນເຊົາຕົກແລ້ວ ລາວກໍເຮັດຜິດອີກແລະກັບໄປເປັນຄົນຫົວແຂງຄືເກົ່າ.+ ຄົນຮັບໃຊ້ຂອງລາວກໍເປັນແບບນັ້ນຄືກັນ. 35 ຟາໂຣເປັນຄົນຫົວແຂງຕໍ່ໄປ ແລະລາວບໍ່ຍອມປ່ອຍພວກອິດສະຣາເອນໄປຄືກັບທີ່ພະເຢໂຫວາໄດ້ບອກໂມເຊ.+