ມີກາ
3 ຂ້ອຍເວົ້າວ່າ: “ຂໍໃຫ້ຟັງເດີ້ ພວກຫົວໜ້າຂອງລູກຫຼານຢາໂຄບ
ແລະພວກຜູ້ນຳຂອງອິດສະຣາເອນ.+
ພວກເຈົ້າຄວນຮູ້ວ່າຄວາມຍຸຕິທຳແມ່ນຫຍັງບໍ່ແມ່ນບໍ?
2 ແຕ່ພວກເຈົ້າພັດຊັງສິ່ງທີ່ດີ+ແລະຮັກສິ່ງທີ່ຊົ່ວ.+
ພວກເຈົ້າລອກໜັງຄົນຊາດດຽວກັນກັບຂ້ອຍແລະລືບຊີ້ນຂອງເຂົາເຈົ້າອອກຈາກກະດູກ.+
3 ພວກເຈົ້າກິນຊີ້ນຂອງຄົນຊາດດຽວກັນກັບຂ້ອຍ.+
ພວກເຈົ້າລອກໜັງຂອງເຂົາເຈົ້າອອກ
ແລະທຸບກະດູກຂອງເຂົາເຈົ້າແຕກເປັນປ່ຽງ+
ຈົນເຂົາເຈົ້າເປັນຄືກັບກະດູກແລະຊີ້ນທີ່ຕົ້ມຢູ່ໃນໝໍ້.
4 ເມື່ອພວກເຈົ້າຮ້ອງຂໍໃຫ້ພະເຢໂຫວາຊ່ວຍ
ເພິ່ນຈະບໍ່ຊ່ວຍ.
5 ພະເຢໂຫວາເວົ້າໃຫ້ພວກຜູ້ພະຍາກອນທີ່ພາຄົນຊາດດຽວກັນກັບຂ້ອຍໄປຜິດທາງ.+
ຕອນທີ່ມີແນວກິນ* ພວກນີ້ກໍປະກາດວ່າ ‘ສະຫງົບສຸກແລ້ວ’+
ແຕ່ຖ້າໃຜບໍ່ເອົາຫຍັງໃຫ້ເຂົາເຈົ້າກິນ+ ເຂົາເຈົ້າກໍປະກາດສົງຄາມນຳຜູ້ນັ້ນ.
6 ເພິ່ນເວົ້າໃຫ້ເຂົາເຈົ້າວ່າ ‘ພວກເຈົ້າຈະຢູ່ໃນຄວາມມືດ+ແລະຈະບໍ່ໄດ້ເຫັນນິມິດ.+
ພວກເຈົ້າຈະເຈິແຕ່ຄວາມມືດເທົ່ານັ້ນແລະຈະບໍ່ມີການຊີ້ນຳຈາກພະເຈົ້າເລີຍ.
ສຳລັບຜູ້ພະຍາກອນພວກນີ້ ຕາເວັນຈະຕົກດິນທັງໆທີ່ຍັງບໍ່ຮອດເວລາ
ແລະກາງເວັນກໍຈະມືດຄືກັບກາງຄືນ.+
7 ພວກຜູ້ເຫັນນິມິດຈະອັບອາຍຂາຍໜ້າ+
ແລະພວກໝໍມໍຈະຜິດຫວັງ.
ເຂົາເຈົ້າທຸກຄົນຈະຕ້ອງເອົາມືອັດປາກ*ໄວ້ດ້ວຍຄວາມອັບອາຍ
ຍ້ອນພະເຈົ້າຈະບໍ່ຕອບເຂົາເຈົ້າ.’”
8 ແຕ່ພະເຢໂຫວາໄດ້ເອົາພະລັງຂອງເພິ່ນໃຫ້ຂ້ອຍ.
ພະລັງນີ້ຊ່ວຍຂ້ອຍໃຫ້ເປັນຄົນຍຸຕິທຳແລະກ້າຫານ
ຂ້ອຍຈຶ່ງກ້າບອກຢາໂຄບເລື່ອງທີ່ລາວກະບົດ ແລະກ້າບອກອິດສະຣາເອນເລື່ອງທີ່ລາວເຮັດຜິດ.
9 ຂໍໃຫ້ຟັງເດີ້ ພວກຫົວໜ້າຂອງລູກຫຼານຢາໂຄບ
ແລະພວກຜູ້ນຳຂອງອິດສະຣາເອນ.+
ພວກເຈົ້າຊັງຄວາມຍຸຕິທຳແລະປ່ຽນສິ່ງທີ່ຖືກໃຫ້ເປັນສິ່ງທີ່ຜິດ.+
10 ພວກເຈົ້າສ້າງຊີໂອນດ້ວຍການນອງເລືອດແລະສ້າງເຢຣູຊາເລັມດ້ວຍຄວາມຊົ່ວ.+
11 ພວກຜູ້ນຳຂອງເມືອງນີ້ຈະຕັດສິນ+ຄະດີໃຫ້ເມື່ອໄດ້ສິນບົນເທົ່ານັ້ນ
ພວກປະໂລຫິດຈະສອນເມື່ອມີຄົນຈ້າງເທົ່ານັ້ນ+
ແລະພວກຜູ້ພະຍາກອນຈະພະຍາກອນເມື່ອມີຄົນເອົາເງິນໃຫ້ເທົ່ານັ້ນ.+
ແຕ່ເຂົາເຈົ້າກໍຍັງເພິ່ງໃຫ້ພະເຢໂຫວາຊ່ວຍ*ໂດຍເວົ້າວ່າ:
“ພະເຢໂຫວາຢູ່ກັບພວກເຮົາ+
ພວກເຮົາຈະບໍ່ເຈິຄວາມຈິບຫາຍດອກ!”+