ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ. ເພງສັນລະເສີນ.
68 ຂໍໃຫ້ພະເຈົ້າລຸກຂຶ້ນແລະເຮັດໃຫ້ສັດຕູຂອງເພິ່ນກະຈັດກະຈາຍໄປ.
ຂໍໃຫ້ຄົນທີ່ກຽດຊັງເພິ່ນໜີໄປຈາກເພິ່ນ.+
2 ຂໍໃຫ້ສັດຕູຖືກໄລ່ໜີຄືກັບຄວັນທີ່ຖືກລົມພັດໄປ.
ຂໍໃຫ້ຄົນຊົ່ວດັບສູນໄປຕໍ່ໜ້າພະອົງ
ຄືກັບຂີ້ເຜີ້ງທີ່ຖືກໄຟລົນຈົນເປື່ອຍ.+
3 ແຕ່ຂໍໃຫ້ຄົນດີມີຄວາມສຸກ.+
ຂໍໃຫ້ເຂົາເຈົ້າມີຄວາມຍິນດີຫຼາຍຕໍ່ໜ້າພະເຈົ້າ
ແລະຂໍໃຫ້ເຂົາເຈົ້າໂຫ່ຮ້ອງດີໃຈ.
4 ໃຫ້ຮ້ອງເພງ*ສັນລະເສີນພະເຈົ້າ. ໃຫ້ຮ້ອງເພງສັນລະເສີນຊື່ຂອງເພິ່ນ.+
ໃຫ້ຮ້ອງເພງສັນລະເສີນຜູ້ທີ່ຜ່ານບ່ອນກັນດານ.*
ຊື່ຂອງເພິ່ນແມ່ນເຢໂຫວາ.*+ ໃຫ້ໂຫ່ຮ້ອງດີໃຈຕໍ່ໜ້າເພິ່ນ.
5 ພະເຈົ້າເປັນພໍ່ໃຫ້ຜູ້ທີ່ບໍ່ມີພໍ່ແລະເປັນຜູ້ປົກປ້ອງແມ່ໝ້າຍ*+ຈາກບ່ອນຢູ່ທີ່ບໍລິສຸດຂອງເພິ່ນ.+
6 ພະເຈົ້າຈະໃຫ້ຄົນທີ່ບໍ່ມີໃຜຊ່ວຍເຫຼືອມີເຮືອນຢູ່.+
ເພິ່ນຈະປ່ອຍພວກນັກໂທດແລະຊ່ວຍໃຫ້ເຂົາເຈົ້າຈະເລີນກ້າວໜ້າ+
ແຕ່ຄົນຫົວແຂງຈະຕ້ອງຢູ່ໃນແຜ່ນດິນທີ່ແຫ້ງແລ້ງ.+
8 ແຜ່ນດິນກໍໄຫວ.+
ທ້ອງຟ້າກໍເທຝົນລົງມາຍ້ອນພະເຈົ້າ.
ພູຊີນາຍກໍສັ່ນສະເທືອນຍ້ອນພະເຈົ້າ ພະເຈົ້າຂອງອິດສະຣາເອນ.+
9 ພະເຈົ້າເອີ້ຍ ພະອົງໃຫ້ມີຝົນຕົກເລື້ອຍໆ.
ພະອົງເຮັດໃຫ້ປະຊາຊົນ*ຂອງພະອົງທີ່ເມື່ອຍກັບມາມີແຮງອີກເທື່ອໜຶ່ງ.
10 ເຂົາເຈົ້າໄດ້ຢູ່ໃນຄ້າຍຂອງພະອົງ.+
ພະເຈົ້າເອີ້ຍ ພະອົງໄດ້ເບິ່ງແຍງຄົນທີ່ທຸກຍາກຍ້ອນພະອົງດີແທ້ໆ.
12 ພວກກະສັດກັບກອງທັບຂອງພະເຈົ້າໄດ້ພາກັນແລ່ນໜີ.+
ພວກຜູ້ຍິງທີ່ລໍຖ້າຢູ່ເຮືອນກໍໄດ້ສ່ວນແບ່ງຈາກເຄື່ອງທີ່ຍຶດມາໄດ້.+
13 ເຖິງວ່າພວກເຈົ້າຈະນອນຢູ່ໃກ້ໆກອງໄຟ*
ແຕ່ພວກເຈົ້າຈະໄດ້ນົກເຂົາທີ່ມີປີກທີ່ໂອບດ້ວຍເງິນ
ແລະມີຂົນທີ່ເປັນຄຳຢ່າງດີ.
16 ຈອມພູຕ່າງໆເອີ້ຍ!
ເປັນຫຍັງພວກເຈົ້າຕ້ອງອິດສາພູທີ່ພະເຈົ້າເລືອກໄວ້*ໃຫ້ເປັນບ່ອນຢູ່ຂອງເພິ່ນ?+
ພະເຢໂຫວາຈະຢູ່ຫັ້ນຕະຫຼອດໄປ.+
17 ລົດຮົບຂອງພະເຈົ້າມີເປັນໝື່ນເປັນແສນ.+
ພະເຢໂຫວາມາຈາກພູຊີນາຍແລະເຂົ້າໄປໃນບ່ອນບໍລິສຸດ.+
18 ພະເຢໂຫວາ*ພະເຈົ້າເອີ້ຍ ພະອົງຂຶ້ນໄປບ່ອນທີ່ສູງໆ.+
ພະອົງພາຊະເລີຍໄປນຳ.
ພະອົງຮັບເອົາຂອງຂວັນທີ່ເປັນມະນຸດ.+
ແມ່ນແຕ່ຄົນທີ່ຫົວແຂງ+ ພະອົງກໍຮັບເອົາຄືກັນເພື່ອຈະຢູ່ນຳເຂົາເຈົ້າ.
19 ຂໍໃຫ້ພະເຢໂຫວາຜູ້ແບກພາລະຂອງພວກເຮົາທຸກມື້ໄດ້ຮັບການສັນລະເສີນ.+
ເພິ່ນເປັນພະເຈົ້າທ່ຽງແທ້ທີ່ຊ່ວຍພວກເຮົາໃຫ້ລອດ. (ເຊລາ)
20 ພະເຈົ້າທ່ຽງແທ້ເປັນພະເຈົ້າທີ່ຊ່ວຍພວກເຮົາໃຫ້ລອດ.+
ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດເປັນຜູ້ຊ່ວຍພວກເຮົາໃຫ້ລອດຈາກຄວາມຕາຍ.+
21 ພະເຈົ້າຈະທຸບຫົວສັດຕູຂອງເພິ່ນ.
ເພິ່ນຈະທຸບຫົວຄົນທີ່ບໍ່ເຊົາເຮັດຜິດ.+
22 ພະເຢໂຫວາບອກວ່າ: “ເຮົາຈະພາເຂົາເຈົ້າກັບມາຈາກພູບາຊານ.+
ເຮົາຈະພາເຂົາເຈົ້າກັບມາຈາກທະເລທີ່ເລິກໆ
23 ເພື່ອຕີນຂອງເຈົ້າຈະປຽກດ້ວຍເລືອດຂອງສັດຕູ+
ແລະໝາຂອງເຈົ້າຈະໄດ້ເລຍເລືອດຂອງເຂົາເຈົ້າ.”
24 ພະເຈົ້າເອີ້ຍ ເຂົາເຈົ້າເຫັນຂະບວນແຫ່ຂອງພະອົງ
ເປັນຂະບວນແຫ່ຂອງພະເຈົ້າຜູ້ເປັນກະສັດຂອງລູກທີ່ເຂົ້າໄປໃນບ່ອນບໍລິສຸດ.+
25 ມີພວກນັກຮ້ອງຢູ່ທາງໜ້າຂະບວນແຫ່ ນັກຫຼິ້ນເຄື່ອງດົນຕີທີ່ມີສາຍຢູ່ທາງຫຼັງ+
ແລະພວກຜູ້ຍິງທີ່ຕີກອງແທມບູຣິນ*ກໍຢູ່ທາງກາງເຂົາເຈົ້າ.+
26 ຄົນທີ່ຢູ່ບ່ອນປະຊຸມໃຫຍ່ ຂໍໃຫ້ສັນລະເສີນພະເຈົ້າ.
ພວກເຈົ້າທີ່ມາຈາກພໍ່ຂອງອິດສະຣາເອນ ຂໍໃຫ້ສັນລະເສີນພະເຢໂຫວາ.+
27 ເບັນຢາມິນ+ລູກຫຼ້າ
ພວກເຈົ້ານາຍຂອງຢູດາພ້ອມກັບຄົນທີ່ຮ້ອງສຽງບັກດັງໆ
ພວກເຈົ້ານາຍຂອງເຊບູລູນ ແລະພວກເຈົ້ານາຍຂອງນັບທາລີກຳລັງປົກຄອງເຂົາເຈົ້າຢູ່ຫັ້ນ.
28 ພະເຈົ້າຂອງພວກເຈົ້າໄດ້ຕັດສິນໃຈໄວ້ແລ້ວວ່າຈະເຮັດໃຫ້ພວກເຈົ້າເຂັ້ມແຂງ.
ພະເຈົ້າເອີ້ຍ ຂໍພະອົງສະແດງລິດເດດຂອງພະອົງຄືກັບທີ່ເຄີຍເຮັດເພື່ອພວກເຮົາ.+
30 ຂໍພະອົງຄວບຄຸມສັດປ່າທີ່ຢູ່ປ່າໄມ້ອໍ້
ຄວບຄຸມງົວ+ແລະງົວນ້ອຍ
ຈົນກວ່າຊາດຕ່າງໆຈະໝູບໜ້າລົງແລະເອົາເງິນມາໃຫ້.
ແຕ່ຂໍພະອົງເຮັດໃຫ້ຄົນທີ່ມັກເຮັດສົງຄາມກະຈັດກະຈາຍໄປ.
31 ເຄື່ອງໃຊ້ທີ່ເຮັດຈາກທອງແດງຈະຖືກເອົາມາຈາກເອຢິບ.*+
ພວກກູເຊ*ຈະຟ້າວເອົາຂອງຂວັນມາໃຫ້ເຂົາເຈົ້າ.
32 ຊາດຕ່າງໆໃນໂລກນີ້ເອີ້ຍ ໃຫ້ຮ້ອງເພງສັນລະເສີນພະເຈົ້າ.+
ໃຫ້ຮ້ອງເພງສັນລະເສີນພະເຢໂຫວາ. (ເຊລາ)
33 ໃຫ້ສັນລະເສີນເພິ່ນຜູ້ທີ່ຂີ່ລົດຮົບຜ່ານໄປເທິງສະຫວັນທີ່ມີມາຕັ້ງແຕ່ບູຮານ.+
ສຽງຂອງເພິ່ນດັງຄືກັບສຽງຂອງຟ້າຮ້ອງ.
34 ໃຫ້ຍົກຍ້ອງພະເຈົ້າຍ້ອນເພິ່ນມີລິດເດດຫຼາຍ.+
ເພິ່ນປົກຄອງທົ່ວອິດສະຣາເອນ.
ເພິ່ນສະແດງລິດເດດຂອງເພິ່ນຈາກສະຫວັນ.*
35 ຜູ້ຄົນຄວນຢ້ານແລະນັບຖືພະເຈົ້າຜູ້ທີ່ຢູ່ບ່ອນສັກສິດ.+
ເພິ່ນເປັນພະເຈົ້າຂອງອິດສະຣາເອນ
ແລະເປັນຜູ້ໃຫ້ເຫື່ອແຮງກັບມະນຸດ.+
ໃຫ້ສັນລະເສີນພະເຈົ້າເດີ້.