ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ແກະ​ນ້ອຍ​ຂອງ​ພະເຈົ້າ​ແກະ​ກາ​ຈ້ຳ 6 ກາ​ທຳອິດ (1-17)

        • ຜູ້​ຊະນະ​ຂີ່​ມ້າ​ສີ​ຂາວ (1, 2)

        • ຜູ້​ທີ່​ຂີ່​ມ້າ​ສີ​ແດງ​ສົດ​ເອົາ​ຄວາມ​ສະຫງົບສຸກ​ໄປ​ຈາກ​ໂລກ (3, 4)

        • ຜູ້​ທີ່​ຂີ່​ມ້າ​ສີ​ດຳ​ເຮັດ​ໃຫ້​ເກີດ​ຄວາມ​ອຶດຢາກ (5, 6)

        • ຜູ້​ທີ່​ຂີ່​ມ້າ​ສີ​ໝົ່ນ​ຊື່​ວ່າ​ຄວາມ​ຕາຍ (7, 8)

        • ຜູ້​ທີ່​ຖືກ​ຂ້າ​ຢູ່​ກ້ອງ​ແທ່ນ​ບູຊາ (9-11)

        • ແຜ່ນດິນ​ໄຫວ​ໃຫຍ່ (12-17)

ພະນິມິດ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 5:6
  • +ພນມ 5:5
  • +ພນມ 4:7

ພະນິມິດ 6:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 19:11
  • +ພນມ 14:14
  • +ພສ 45:4; 110:1, 2; ພນມ 12:7; 17:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    11/2019, ໜ້າ 6

ພະນິມິດ 6:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:7

ພະນິມິດ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 24:7; ລກ 21:10

ພະນິມິດ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 5:5
  • +ພນມ 4:7

ພະນິມິດ 6:6

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    ແປ​ຕາມ​ໂຕ​ວ່າ “ຄວາດທ໌”

  • *

    1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 20:2
  • +ມຣກ 13:8

ພະນິມິດ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:7

ພະນິມິດ 6:8

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 21:11
  • +ຢຣມ 15:2, 3; ອຊກ 14:21

ພະນິມິດ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:7; ພນມ 8:3
  • +ລລວ 17:11
  • +ມທ 24:9, 14; ຢຮ 18:37; ພນມ 17:6; 20:4

ພະນິມິດ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 5:20
  • +ພບຍ 32:43; ລກ 18:7; ພນມ 19:1, 2

ພະນິມິດ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 3:5
  • +ມທ 24:9; ກຈກ 9:1; 2ກຣ 1:8

ພະນິມິດ 6:12

ໄຂເງື່ອນ

  • *

    ປົກກະຕິ​ແລ້ວ​ຜ້າ​ສີ​ດຳ​ປະເພດ​ນີ້​ເຮັດ​ຈາກ​ຂົນ​ແບ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:31; ມທ 24:29

ພະນິມິດ 6:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 34:4
  • +ພນມ 16:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 12

ພະນິມິດ 6:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:10, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 11

ພະນິມິດ 6:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 10:8; ລກ 23:30
  • +ພນມ 4:2, 3
  • +ພນມ 5:6

ພະນິມິດ 6:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:14, 18; ຣມ 2:5
  • +ຢອ 2:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 6:1ພນມ 5:6
ພນມ. 6:1ພນມ 5:5
ພນມ. 6:1ພນມ 4:7
ພນມ. 6:2ພນມ 19:11
ພນມ. 6:2ພນມ 14:14
ພນມ. 6:2ພສ 45:4; 110:1, 2; ພນມ 12:7; 17:14
ພນມ. 6:3ພນມ 4:7
ພນມ. 6:4ມທ 24:7; ລກ 21:10
ພນມ. 6:5ພນມ 5:5
ພນມ. 6:5ພນມ 4:7
ພນມ. 6:6ມທ 20:2
ພນມ. 6:6ມຣກ 13:8
ພນມ. 6:7ພນມ 4:7
ພນມ. 6:8ລກ 21:11
ພນມ. 6:8ຢຣມ 15:2, 3; ອຊກ 14:21
ພນມ. 6:9ລລວ 4:7; ພນມ 8:3
ພນມ. 6:9ລລວ 17:11
ພນມ. 6:9ມທ 24:9, 14; ຢຮ 18:37; ພນມ 17:6; 20:4
ພນມ. 6:101ຢຮ 5:20
ພນມ. 6:10ພບຍ 32:43; ລກ 18:7; ພນມ 19:1, 2
ພນມ. 6:11ພນມ 3:5
ພນມ. 6:11ມທ 24:9; ກຈກ 9:1; 2ກຣ 1:8
ພນມ. 6:12ຢອ 2:31; ມທ 24:29
ພນມ. 6:14ອຊຢ 34:4
ພນມ. 6:14ພນມ 16:20
ພນມ. 6:15ອຊຢ 2:10, 19
ພນມ. 6:16ຮຊອ 10:8; ລກ 23:30
ພນມ. 6:16ພນມ 4:2, 3
ພນມ. 6:16ພນມ 5:6
ພນມ. 6:17ຊຟຢ 1:14, 18; ຣມ 2:5
ພນມ. 6:17ຢອ 2:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 6:1-17

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

6 ແລ້ວ​ຂ້ອຍ​ກໍ​ເຫັນ​ແກະ​ນ້ອຍ+​ຂອງ​ພະເຈົ້າ​ແກະ​ກາຈ້ຳ​ອັນ​ທຳອິດ​ໃນ 7 ອັນ​ນັ້ນ+ ແລະ​ຂ້ອຍ​ກໍ​ໄດ້​ຍິນ​ສິ່ງ​ທີ່​ມີ​ຊີວິດ​ໂຕ​ທຳອິດ​ໃນ 4 ໂຕ​ນັ້ນ+​ເວົ້າ​ສຽງ​ດັງ​ຄື​ກັບ​ສຽງ​ຟ້າ​ຮ້ອງ​ວ່າ: “ອອກ​ມາ!” 2 ແລ້ວ​ຂ້ອຍ​ກໍ​ເຫັນ​ມ້າ​ສີ​ຂາວ​ໂຕ​ໜຶ່ງ.+ ຜູ້​ທີ່​ຂີ່​ມ້າ​ໂຕ​ນັ້ນ​ມີ​ຄັນ​ທະນູ ແລະ​ພະເຈົ້າ​ເອົາ​ມົງກຸດ​ໃຫ້​ລາວ.+ ລາວ​ຂີ່​ມ້າ​ອອກ​ໄປ​ແບບ​ຜູ້​ຊະນະ​ເພື່ອ​ຈະ​ໄດ້​ໄຊ​ຊະນະ​ຢ່າງ​ເດັດຂາດ.+

3 ຕອນ​ທີ່​ເພິ່ນ​ແກະ​ກາຈ້ຳ​ອັນ​ທີ 2 ຂ້ອຍ​ໄດ້​ຍິນ​ສິ່ງ​ທີ່​ມີ​ຊີວິດ​ໂຕ​ທີ 2+ ເວົ້າ​ວ່າ: “ອອກ​ມາ!” 4 ມ້າ​ອີກ​ໂຕ​ໜຶ່ງ​ກໍ​ອອກ​ມາ ເປັນ​ມ້າ​ສີ​ແດງ​ສົດ. ຜູ້​ທີ່​ຂີ່​ມ້າ​ໂຕ​ນັ້ນ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ​ແລະ​ໄດ້​ຮັບ​ອະນຸຍາດ​ໃຫ້​ເອົາ​ຄວາມ​ສະຫງົບສຸກ​ໄປ​ຈາກ​ໂລກ​ເພື່ອ​ຄົນ​ຈະ​ຂ້າ​ກັນ.+

5 ຕອນ​ທີ່​ເພິ່ນ​ແກະ​ກາຈ້ຳ​ອັນ​ທີ 3+ ຂ້ອຍ​ໄດ້​ຍິນ​ສິ່ງ​ທີ່​ມີ​ຊີວິດ​ໂຕ​ທີ 3+ ເວົ້າ​ວ່າ: “ອອກ​ມາ!” ແລ້ວ​ຂ້ອຍ​ກໍ​ເຫັນ​ມ້າ​ສີ​ດຳ​ໂຕ​ໜຶ່ງ​ອອກ​ມາ. ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ຊິງ​ຢູ່​ໃນ​ມື. 6 ຂ້ອຍ​ໄດ້​ຍິນ​ສຽງ​ທີ່​ມາ​ຈາກ​ສິ່ງ​ທີ່​ມີ​ຊີວິດ​ທັງ​ສີ່. ສຽງ​ນັ້ນ​ເວົ້າ​ວ່າ: “ເຂົ້າ​ວີດ*​ລິດ*​ໜຶ່ງລາຄາ 1 ເດນາຣິອົນ*+ ເຂົ້າ​ບາເລ 3 ລິດ​ລາຄາ 1 ເດນາຣິອົນ ແລະ​ຢ່າ​ໃຊ້​ນ້ຳມັນ​ໝາກກອກ​ແລະ​ເຫຼົ້າແວງ​ແບບ​ສິ້ນ​ເປືອງ.”+

7 ຕອນ​ທີ່​ເພິ່ນ​ແກະ​ກາຈ້ຳ​ອັນ​ທີ 4 ຂ້ອຍ​ໄດ້​ຍິນ​ສຽງ​ສິ່ງ​ທີ່​ມີ​ຊີວິດ​ໂຕ​ທີ 4+ ເວົ້າ​ວ່າ: “ອອກ​ມາ!” 8 ແລ້ວ​ຂ້ອຍ​ກໍ​ເຫັນ​ມ້າສີ​ໝົ່ນ​ໂຕ​ໜຶ່ງ. ຜູ້​ທີ່​ຂີ່​ມ້າ​ໂຕ​ນັ້ນ​ຊື່​ຄວາມ​ຕາຍ ແລະ​ບ່ອນ​ຝັງ​ສົບ*​ກໍ​ນຳ​ຫຼັງ​ລາວ​ມາ​ຕິດ​ໆ​. ຄວາມ​ຕາຍ​ແລະ​ບ່ອນ​ຝັງ​ສົບ​ໄດ້​ຮັບ​ອຳນາດ​ໃຫ້​ຂ້າ​ຄົນ 1 ໃນ 4 ສ່ວນ​ຂອງ​ໂລກ​ດ້ວຍ​ດາບ​ຍາວ ດ້ວຍ​ຄວາມ​ອຶດຢາກ+ ດ້ວຍ​ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ ແລະ​ດ້ວຍ​ສັດ​ຮ້າຍ​ຕ່າງ​ໆ​.+

9 ຕອນ​ທີ່​ເພິ່ນ​ແກະ​ກາຈ້ຳ​ອັນ​ທີ 5 ຂ້ອຍ​ເຫັນ​ຢູ່​ກ້ອງ​ແທ່ນ​ບູຊາ+​ມີ​ເລືອດ+​ຂອງ​ຄົນ​ທີ່​ຖືກ​ຂ້າ​ຍ້ອນ​ເຮັດ​ຕາມ​ຖ້ອຍຄຳ​ຂອງ​ພະເຈົ້າ​ແລະ​ຍ້ອນ​ເຮັດ​ວຽກ​ປະກາດ.+ 10 ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ວ່າ: “ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ພະເຈົ້າ​ອົງ​ບໍລິສຸດ​ແລະ​ທ່ຽງແທ້+ ຕອນ​ໃດ​ພະອົງ​ຈະ​ມາ​ຕັດສິນແລະແກ້ແຄ້ນ​ຄົນ​ໃນ​ໂລກທີ່​ຂ້າ​ພວກ​ເຮົາ?”+ 11 ພະເຈົ້າ​ເອົາ​ເສື້ອ​ຄຸມ​ສີ​ຂາວ​ໃຫ້​ເຂົາເຈົ້າ​ແຕ່​ລະ​ຄົນ+​ແລະ​ບອກ​ໃຫ້​ເຂົາເຈົ້າ​ຖ້າ​ຕໍ່​ໄປ​ອີກ​ໜ້ອຍ​ໜຶ່ງ​ຈົນ​ກວ່າ​ພວກ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ທີ່​ເປັນ​ທາດ​ນຳ​ກັນ​ຈະ​ຖືກ​ຂ້າ​ຄື​ກັບ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ກໍ​ຈະ​ຄົບ​ຕາມ​ຈຳນວນ.+

12 ຂ້ອຍ​ເຫັນ​ເພິ່ນ​ແກະ​ກາຈ້ຳ​ອັນ​ທີ 6. ຈາກນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່ ຕາເວັນ​ກໍ​ມືດ​ຄື​ກັບ​ຜ້າ​ສີ​ດຳ* ເດືອນ​ໝົດ​ດວງກໍ​ແດງ​ຄື​ກັບ​ເລືອດ+ 13 ແລະ​ດາວ​ທີ່​ຢູ່​ເທິງ​ຟ້າ​ກໍ​ຕົກ​ລົງ​ມາ​ໃສ່​ໂລກ ຄື​ກັບ​ໝາກ​ເດື່ອ​ທີ່​ຍັງ​ບໍ່​ສຸກ​ຖືກ​ລົມ​ແຮງ​ໆ​ພັດ​ຈົນ​ຫຼົ່ນ​ຈາກ​ຕົ້ນ 14 ສະຫວັນ​ກໍ​ຫາຍ​ໄປ​ຄື​ມ້ວນ​ໜັງສື​ທີ່​ຖືກ​ມ້ວນ​ໄວ້+ ແລ້ວ​ພູ​ທຸກ​ໜ່ວຍ​ແລະ​ເກາະ​ທຸກ​ເກາະ​ກໍ​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ມັນ.+ 15 ພວກ​ກະສັດ​ໃນ​ໂລກ ຄົນ​ທີ່​ມີ​ຕຳແໜ່ງ​ສູງ ພວກ​ນາຍ​ພັນ ຄົນ​ຮັ່ງ ຄົນ​ທີ່​ມີ​ອຳນາດ ລວມ​ທັງ​ທຸກ​ຄົນ​ທີ່​ເປັນ​ທາດ​ແລະ​ເປັນ​ອິດສະຫຼະ​ກໍ​ລີ້​ຢູ່​ໃນ​ຖ້ຳ​ແລະ​ຢູ່​ໂງ່ນ​ຫີນ​ຕາມ​ພູ.+ 16 ເຂົາເຈົ້າ​ເວົ້າ​ກັບ​ພູ​ແລະ​ໂງ່ນ​ຫີນ​ວ່າ: “ບັງ​ພວກ​ເຮົາ​ໄວ້​ແດ່+ ເຊື່ອງພວກ​ເຮົາ​ໄວ້​ແດ່ ໃຫ້​ລອດ​ຈາກ​ສາຍ​ຕາ​ຂອງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ+​ແລະ​ຈາກ​ຄວາມ​ໃຈຮ້າຍ​ຂອງ​ແກະ​ນ້ອຍ​ຂອງ​ເພິ່ນ+ 17 ຍ້ອນ​ວັນ​ໃຫຍ່​ທີ່​ພະເຈົ້າ​ແລະ​ແກະ​ນ້ອຍ​ຂອງ​ເພິ່ນ​ຈະ​ສະແດງ​ຄວາມ​ໃຈຮ້າຍມາ​ຮອດ​ແລ້ວ+ ແລະ​ຜູ້​ໃດ​ຈະ​ລອດ​ໄດ້?”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌