ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ
17 ທູດສະຫວັນອົງໜຶ່ງໃນ 7 ອົງທີ່ມີຂັນ 7 ໜ່ວຍ+ມາເວົ້ານຳຂ້ອຍວ່າ: “ມານີ້ ຂ້ອຍຈະໃຫ້ເຈົ້າເບິ່ງການຕັດສິນລົງໂທດແມ່ຈ້າງທີ່ນັ່ງເທິງແມ່ນ້ຳຕ່າງໆ.+ 2 ກະສັດໃນໂລກເຮັດຜິດສິນລະທຳທາງເພດ*ກັບລາວ ແລະ+ຄົນໃນໂລກກໍເມົາເຫຼົ້າແວງຂອງການເຮັດຜິດສິນລະທຳທາງເພດ*ຂອງລາວ.”+
3 ແລ້ວທູດສະຫວັນກໍພາຂ້ອຍໄປໃນບ່ອນກັນດານດ້ວຍພະລັງຂອງພະເຈົ້າ ແລະຂ້ອຍເຫັນຜູ້ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງສົດໂຕໜຶ່ງ. ສັດຮ້າຍນັ້ນມີຊື່ຕ່າງໆທີ່ເປັນຄຳໝິ່ນປະໝາດພະເຈົ້າຢູ່ເຕັມໂຕ. ມັນມີຫົວ 7 ຫົວ ແລະມີເຂົາ 10 ເຂົາ. 4 ຜູ້ຍິງຄົນນັ້ນນຸ່ງເຄື່ອງສີມ່ວງ+ກັບສີແດງສົດ. ລາວໃສ່ເຄື່ອງປະດັບທີ່ເປັນຄຳ ເພັດພອຍ ແລະໄຂ່ມຸກ.+ ລາວຖືຈອກຄຳທີ່ມີແຕ່ສິ່ງທີ່ເປັນຕາຂີ້ດຽດແລະເປື້ອນຍ້ອນການເຮັດຜິດສິນລະທຳທາງເພດຂອງລາວ. 5 ຢູ່ໜ້າຜາກຂອງລາວມີຊື່ເລິກລັບຂຽນໄວ້ວ່າ: “ບາບີໂລນໃຫຍ່ ແມ່ຂອງພວກແມ່ຈ້າງ+ແລະຂອງສິ່ງທີ່ເປັນຕາຂີ້ດຽດໃນໂລກ.”+ 6 ຂ້ອຍເຫັນຜູ້ຍິງຄົນນັ້ນເມົາເລືອດຂອງພວກຜູ້ບໍລິສຸດແລະເລືອດຂອງຜູ້ທີ່ເປັນພະຍານຂອງພະເຢຊູ.+
ເມື່ອເຫັນລາວ ຂ້ອຍກໍແປກໃຈຫຼາຍ. 7 ທູດສະຫວັນອົງນັ້ນຈຶ່ງຖາມຂ້ອຍວ່າ: “ເຈົ້າຊິແປກໃຈເຮັດຫຍັງ? ຂ້ອຍຈະບອກໃຫ້ເຈົ້າຮູ້ເລື່ອງຄວາມເລິກລັບຂອງຜູ້ຍິງຄົນນັ້ນ+ແລະຂອງສັດຮ້າຍທີ່ລາວນັ່ງຢູ່ເຊິ່ງມີຫົວ 7 ຫົວ ແລະມີເຂົາ 10 ເຂົາ.+ 8 ສັດຮ້າຍທີ່ເຈົ້າເຫັນນັ້ນ ແຕ່ກີ້ເຄີຍມີຊີວິດຢູ່ ແຕ່ຕອນນີ້ບໍ່ມີຊີວິດແລ້ວ. ມັນກຳລັງຈະຂຶ້ນມາຈາກເຫວເລິກ+ ແລ້ວຈະຖືກທຳລາຍ. ຄົນໃນໂລກຈະຮູ້ສຶກງຶດເມື່ອເຫັນວ່າແຕ່ກີ້ສັດຮ້າຍໂຕນັ້ນເຄີຍມີຊີວິດຢູ່ ແຕ່ຕອນນີ້ບໍ່ມີຊີວິດແລ້ວ ແລະມັນຈະກັບມາມີຊີວິດອີກ. ຄົນເຫຼົ່ານີ້ບໍ່ມີຊື່ຂຽນໄວ້ໃນມ້ວນໜັງສືຄົນທີ່ຈະໄດ້ຊີວິດ+ຕັ້ງແຕ່ເລີ່ມມີໂລກນີ້.*
9 ເລື່ອງນີ້ຕ້ອງໃຊ້ຄວາມເຂົ້າໃຈແລະສະຕິປັນຍາຈຶ່ງຈະຮູ້ວ່າຫົວ 7 ຫົວ+ໝາຍເຖິງພູ 7 ໜ່ວຍທີ່ຜູ້ຍິງຄົນນັ້ນນັ່ງຢູ່ເທິງຈອມ. 10 ມີກະສັດ 7 ອົງ ແຕ່ກະສັດ 5 ອົງໝົດອຳນາດໄປແລ້ວ. ອົງໜຶ່ງມີອຳນາດຢູ່ຕອນນີ້ ແລະອີກອົງໜຶ່ງຍັງບໍ່ມາ. ແຕ່ເມື່ອມາແລ້ວລາວກໍຈະຢູ່ໄດ້ບໍ່ດົນ. 11 ສັດຮ້າຍທີ່ແຕ່ກີ້ເຄີຍມີຊີວິດຢູ່ ແຕ່ຕອນນີ້ບໍ່ມີຊີວິດແລ້ວ+ກໍເປັນກະສັດຄືກັນ. ມັນເປັນກະສັດອົງທີ 8 ແຕ່ມັນເກີດມາຈາກກະສັດ 7 ອົງນັ້ນ ແລະໃນທີ່ສຸດມັນກໍຈະຖືກທຳລາຍ.
12 ເຂົາ 10 ເຂົາທີ່ເຈົ້າເຫັນໝາຍເຖິງກະສັດ 10 ອົງທີ່ຍັງບໍ່ໄດ້ຮັບອຳນາດປົກຄອງ ແຕ່ເຂົາເຈົ້າຈະໄດ້ຮັບອຳນາດເປັນກະສັດຮ່ວມກັບສັດຮ້າຍນັ້ນຊົ່ວໂມງໜຶ່ງ. 13 ກະສັດເຫຼົ່ານີ້ຄິດແບບດຽວກັນ ເຂົາເຈົ້າຈຶ່ງມອບກຳລັງແລະອຳນາດຂອງໂຕເອງໃຫ້ສັດຮ້າຍນັ້ນ. 14 ກະສັດເຫຼົ່ານີ້ຈະຕໍ່ສູ້ກັບແກະນ້ອຍຂອງພະເຈົ້າ+ ແຕ່ແກະນ້ອຍຈະຊະນະເຂົາເຈົ້າ + ຍ້ອນເພິ່ນເປັນເຈົ້ານາຍເໜືອເຈົ້ານາຍທັງໝົດແລະເປັນກະສັດເໜືອກະສັດທຸກອົງ.+ ຄົນທີ່ຢູ່ກັບເພິ່ນເປັນຜູ້ທີ່ພະເຈົ້າໄດ້ເອີ້ນແລະເລືອກໄວ້ ແລະເປັນຄົນທີ່ສັດຊື່ຕໍ່ພະເຈົ້າ ເຂົາເຈົ້າກໍຈະຊະນະຄືກັນ.”+
15 ທູດສະຫວັນອົງນັ້ນບອກຂ້ອຍວ່າ: “ແມ່ນ້ຳຕ່າງໆທີ່ເຈົ້າເຫັນແມ່ຈ້າງນັ່ງຢູ່ນັ້ນໝາຍເຖິງຊົນຊາດ ປະຊາຊົນ ປະເທດ ແລະພາສາຕ່າງໆ.+ 16 ເຂົາ 10 ເຂົາ+ກັບສັດຮ້າຍ+ທີ່ເຈົ້າເຫັນຈະພາກັນຊັງແມ່ຈ້າງຄົນນັ້ນ+ແລະທຳຮ້າຍລາວ ເຮັດໃຫ້ລາວປະໂປ້ ກັດກິນຊີ້ນຂອງລາວ ແລະເອົາໄຟຈູດລາວຈົນບໍ່ເຫຼືອຫຍັງ.+ 17 ພະເຈົ້າໃຫ້ເຂົາເຈົ້າ*ເຮັດຕາມຄວາມຄິດຂອງເພິ່ນ+ ໂດຍດົນໃຈເຂົາເຈົ້າໃຫ້ເຮັດຕາມຄວາມຄິດແບບດຽວກັນ ແລະໃຫ້ເຂົາເຈົ້າມອບອຳນາດການປົກຄອງຂອງໂຕເອງໃຫ້ສັດຮ້າຍນັ້ນ+ຈົນກວ່າສິ່ງທີ່ພະເຈົ້າເວົ້າໄວ້ຈະສຳເລັດ. 18 ສ່ວນຜູ້ຍິງ+ທີ່ເຈົ້າເຫັນນັ້ນໝາຍເຖິງເມືອງໃຫຍ່ທີ່ມີອຳນາດປົກຄອງພວກກະສັດຂອງໂລກ.”