ຂ່າວດີທີ່ຂຽນໂດຍມາຣະໂກ
13 ຕອນທີ່ພະເຢຊູກຳລັງອອກຈາກວິຫານ ລູກສິດຄົນໜຶ່ງເວົ້າກັບເພິ່ນວ່າ: “ເບິ່ງແມ້ອາຈານ! ຕຶກແລະຫີນເຫຼົ່ານີ້ງາມແທ້ໆ!”+ 2 ແຕ່ພະເຢຊູບອກລາວວ່າ: “ພວກເຈົ້າເຫັນຕຶກທີ່ໃຫຍ່ໆນີ້ແມ່ນບໍ? ຫີນເຫຼົ່ານີ້ທີ່ຢອງກັນຂຶ້ນຈະພັງລົງແນ່ນອນ ແລະຈະບໍ່ເຫຼືອແມ່ນແຕ່ກ້ອນດຽວທີ່ຢອງກັນຢູ່.”+
3 ເມື່ອພະເຢຊູນັ່ງຢູ່ເທິງພູໝາກກອກບ່ອນທີ່ແນມເຫັນວິຫານໄດ້ ເປໂຕ ຢາໂກໂບ ໂຢຮັນ ແລະອັນເດອາກໍມາຖາມເພິ່ນເປັນສ່ວນໂຕວ່າ: 4 “ຂໍທ່ານບອກພວກເຮົາໄດ້ບໍວ່າ ເລື່ອງນີ້ຈະເກີດຂຶ້ນຕອນໃດ? ແລະຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າສິ່ງເຫຼົ່ານີ້ໃກ້ຈະຮອດຈຸດຈົບ?”+ 5 ພະເຢຊູຕອບເຂົາເຈົ້າວ່າ: “ລະວັງໃຫ້ດີ ຢ່າໃຫ້ຜູ້ໃດຕົວະພວກເຈົ້າ.+ 6 ຍ້ອນຫຼາຍຄົນຈະແອບອ້າງຊື່ຂ້ອຍແລະບອກວ່າ ‘ຂ້ອຍເປັນພະຄລິດ’ ແລະຈະເຮັດໃຫ້ຄົນບັກຫຼາຍໆເຂົ້າໃຈຜິດ. 7 ພວກເຈົ້າຈະໄດ້ຍິນສຽງການສູ້ຮົບແລະຂ່າວເລື່ອງສົງຄາມໃນບ່ອນຕ່າງໆ. ແຕ່ຢ່າຊູ່ຢ້ານຫຼາຍໂພດ ຍ້ອນເລື່ອງທັງໝົດຈະຕ້ອງເກີດຂຶ້ນແນ່ນອນ ແຕ່ຈຸດຈົບຍັງບໍ່ມາຮອດ.+
8 ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກ+ ຈະມີແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະມີຄວາມອຶດຢາກຢູ່ຫຼາຍບ່ອນ.+ ທັງໝົດນີ້ເປັນພຽງຕອນເລີ່ມຕົ້ນຂອງຄວາມທຸກ.*+
9 ລະວັງໃຫ້ດີ ຍ້ອນຈະມີຄົນຈັບພວກເຈົ້າໄປຂຶ້ນສານ.+ ເຂົາເຈົ້າຈະເອົາໄມ້ແສ້ຟາດພວກເຈົ້າຢູ່ບ່ອນປະຊຸມຂອງເຂົາເຈົ້າ+ ແລະພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. ແລ້ວພວກເຈົ້າຈະໄດ້ບອກເຂົາເຈົ້າກ່ຽວກັບຄວາມເຊື່ອຂອງພວກເຈົ້າ.+ 10 ແຕ່ກ່ອນທີ່ຈຸດຈົບຈະມາຮອດ ຈະຕ້ອງມີການປະກາດຂ່າວດີກັບຄົນທຸກຊາດກ່ອນ.+ 11 ຕອນທີ່ເຂົາເຈົ້າຈັບພວກເຈົ້າໄປ ບໍ່ຕ້ອງອຸກໃຈວ່າຈະເວົ້າຫຍັງ ແຕ່ໃຫ້ເວົ້າຕາມທີ່ພະລັງບໍລິສຸດຈະບອກພວກເຈົ້າໃນຕອນນັ້ນ. ທີ່ຈິງແລ້ວ ບໍ່ແມ່ນພວກເຈົ້າເອງທີ່ເວົ້າ ແຕ່ແມ່ນພະລັງຂອງພະເຈົ້າທີ່ເວົ້າ.+ 12 ນອກຈາກນັ້ນ ອ້າຍຈະເຮັດໃຫ້ນ້ອງຖືກຂ້າ ແລະນ້ອງກໍຈະເຮັດຕໍ່ອ້າຍແບບດຽວກັນ. ພໍ່ຈະເຮັດໃຫ້ລູກຖືກຂ້າ ແລະລູກຈະຕໍ່ຕ້ານພໍ່ແມ່ແລະຈະເຮັດໃຫ້ພໍ່ແມ່ຖືກຂ້າ.+ 13 ທຸກຄົນຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ+ ແຕ່ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດ+ຜູ້ນັ້ນຈະລອດ.+
14 ເມື່ອພວກເຈົ້າເຫັນສິ່ງທີ່ເປັນຕາຂີ້ດຽດທີ່ເຮັດໃຫ້ເກີດຄວາມຮ້າງເປົ່າ+ມາຢູ່ໃນບ່ອນທີ່ບໍ່ຄວນຢູ່ (ເພື່ອຈະເຂົ້າໃຈເລື່ອງນີ້ຜູ້ອ່ານຕ້ອງຄິດໃຫ້ເລິກເຊິ່ງ) ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປຢູ່ພູ.+ 15 ຜູ້ທີ່ຢູ່ເທິງດາດຟ້າຢ່າເຂົ້າໄປເກັບເຄື່ອງຂອງໃນເຮືອນ 16 ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບໄປເອົາເສື້ອຄຸມທີ່ຢູ່ໃນເຮືອນ. 17 ຕອນນັ້ນຈະເປັນເວລາທີ່ເປັນຕາຢ້ານຫຼາຍສຳລັບຜູ້ຍິງຖືພາແລະແມ່ລູກອ່ອນທີ່ລູກຍັງບໍ່ເຊົານົມ.+ 18 ໃຫ້ອະທິດຖານເລື້ອຍໆ ເພື່ອຕອນທີ່ພວກເຈົ້າໜີຈະບໍ່ຖືກຍາມໜາວ* 19 ຍ້ອນໃນຕອນນັ້ນຈະມີຄວາມທຸກລຳບາກ+ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນນັບຕັ້ງແຕ່ພະເຈົ້າສ້າງໂລກ ແລະຈະບໍ່ເກີດຂຶ້ນອີກເລີຍ.+ 20 ທີ່ຈິງ ຖ້າພະເຢໂຫວາ*ບໍ່ເຮັດໃຫ້ໄລຍະທີ່ມີຄວາມທຸກລຳບາກນັ້ນສັ້ນລົງກໍຈະບໍ່ມີຜູ້ໃດລອດເລີຍ ແຕ່ເພື່ອເຫັນແກ່ຜູ້ທີ່ເພິ່ນເລືອກໄວ້ ເພິ່ນຈະເຮັດໃຫ້ໄລຍະເວລານັ້ນສັ້ນລົງ.+
21 ໃນຕອນນັ້ນ ຖ້າມີຜູ້ໃດບອກພວກເຈົ້າວ່າ ‘ເບິ່ງແມ້! ພະຄລິດຢູ່ນີ້’ ຫຼື ‘ເບິ່ງແມ້! ພະຄລິດຢູ່ຫັ້ນ’ ຢ່າເຊື່ອເຂົາເຈົ້າ+ 22 ຍ້ອນຈະມີພະຄລິດປອມແລະຜູ້ພະຍາກອນປອມ+ມາເຮັດການອັດສະຈັນແລະສະແດງປາຕິຫານ. ເຂົາເຈົ້າຈະພະຍາຍາມຫຼອກລວງແມ່ນແຕ່ຜູ້ທີ່ພະເຈົ້າເລືອກໄວ້ແລ້ວ. 23 ລະວັງໃຫ້ດີ+ ຂ້ອຍເຕືອນພວກເຈົ້າທຸກສິ່ງທຸກຢ່າງໄວ້ລ່ວງໜ້າແລ້ວ.
24 ຫຼັງຈາກທີ່ມີຄວາມທຸກລຳບາກ ຕາເວັນຈະມືດ ເດືອນຈະບໍ່ສ່ອງແສງ+ 25 ດາວຈະຕົກຈາກຟ້າ ແລະສິ່ງຕ່າງໆທີ່ຢູ່ເທິງຟ້າຈະສັ່ນສະເທືອນ. 26 ແລ້ວຄົນຈະເຫັນລູກມະນຸດ+ມາເທິງຂີ້ເຝື້ອດ້ວຍລິດເດດຍິ່ງໃຫຍ່ແລະແສງລັດສະໝີທີ່ເຈີດຈ້າ.+ 27 ເພິ່ນຈະສົ່ງພວກທູດສະຫວັນຂອງເພິ່ນອອກໄປລວບລວມຄົນທີ່ພະເຈົ້າເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ຈົນຮອດສຸດຂອບຟ້າເບື້ອງນັ້ນ.+
28 ໃຫ້ເບິ່ງຕົ້ນໝາກເດື່ອເປັນຕົວຢ່າງ ເມື່ອກິ່ງອ່ອນແຕກອອກແລະປົ່ງໃບ ພວກເຈົ້າກໍຮູ້ວ່າໃກ້ຊິຮອດຍາມຮ້ອນແລ້ວ.+ 29 ຄ້າຍຄືກັນ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ ພວກເຈົ້າກໍຮູ້ວ່າລູກມະນຸດໃກ້ຊິມາຮອດແລ້ວ. ທີ່ຈິງ ເພິ່ນຢູ່ປະຕູແລ້ວ.+ 30 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະບໍ່ຕາຍກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ.+ 31 ຟ້າກັບໂລກຈະດັບສູນໄປ+ ແຕ່ຄຳເວົ້າຂອງຂ້ອຍຈະບໍ່ມີວັນສູນຫາຍເລີຍ.+
32 ວັນຫຼືເວລານັ້ນບໍ່ມີຜູ້ໃດຮູ້ຈັກ ແມ່ນແຕ່ທູດສະຫວັນຫຼືລູກຂອງພະເຈົ້າກໍບໍ່ຮູ້ຈັກ ມີແຕ່ພະເຈົ້າຜູ້ເປັນພໍ່ເທົ່ານັ້ນທີ່ຮູ້ຈັກ.+ 33 ໃຫ້ເຝົ້າສັງເກດແລະຕື່ນໂຕຢູ່ສະເໝີ+ ຍ້ອນພວກເຈົ້າບໍ່ຮູ້ວ່າເວລາທີ່ພະເຈົ້າກຳນົດໄວ້ຈະມາຮອດຕອນໃດ.+ 34 ເລື່ອງນີ້ປຽບຄືກັບຜູ້ຊາຍຄົນໜຶ່ງທີ່ກຳລັງຈະໄປຕ່າງປະເທດ. ລາວຝາກເຮືອນໃຫ້ພວກທາດເບິ່ງແຍງ+ ມອບໝາຍວຽກໃຫ້ແຕ່ລະຄົນເຮັດ ແລະສັ່ງຄົນຍາມໃຫ້ເຝົ້າປະຕູເຮືອນໄວ້ດີໆ.+ 35 ດັ່ງນັ້ນ ໃຫ້ເຝົ້າລະວັງຢູ່ສະເໝີ ຍ້ອນພວກເຈົ້າບໍ່ຮູ້ວ່າເຈົ້າຂອງເຮືອນຈະມາຕອນໃດ.+ ລາວອາດຈະມາຕອນແລງ ຕອນທ່ຽງຄືນ ກ່ອນຕາເວັນຂຶ້ນ* ຫຼືຕອນເຊົ້າໆກໍໄດ້.+ 36 ຖ້າບໍ່ເຝົ້າລະວັງ ຕອນທີ່ລາວກັບມາແບບກະທັນຫັນ ລາວຈະເຫັນພວກເຈົ້ານອນຫຼັບຢູ່.+ 37 ສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້ ຂ້ອຍກໍສັ່ງທຸກໆຄົນຄືກັນວ່າ ໃຫ້ເຝົ້າລະວັງຢູ່ສະເໝີ.”+