ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 36
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເຢເຣມີຢາ​ບອກ​ໃຫ້​ຂຽນ​ໃສ່​ມ້ວນ​ໜັງສື​ຕາມ​ຄຳ​ເວົ້າ​ຂອງ​ລາວ (1-7)

      • ບາຣຸກ​ອ່ານ​ມ້ວນ​ໜັງສື​ໃຫ້​ປະຊາຊົນ​ຟັງ (8-19)

      • ເຢໂຮຢາກີມ​ຈູດ​ມ້ວນ​ໜັງສື (20-26)

      • ຂຽນ​ເລື່ອງ​ເກົ່າ​ໃສ່​ມ້ວນ​ໜັງສື​ໃໝ່ (27-32)

ເຢເຣມີຢາ 36:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:36; ຢຣມ 25:1

ເຢເຣມີຢາ 36:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:16; 32:30
  • +ຢຣມ 1:5; 25:9
  • +ຢຣມ 1:1, 2; 25:3

ເຢເຣມີຢາ 36:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; ອຊກ 33:11; ມກ 7:18

ເຢເຣມີຢາ 36:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:12; 45:2-5
  • +ຢຣມ 45:1

ເຢເຣມີຢາ 36:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:1, 2

ເຢເຣມີຢາ 36:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:36
  • +2ຂຄ 20:2, 3; ອສທ 4:15, 16

ເຢເຣມີຢາ 36:10

ໄຂເງື່ອນ

  • *

    ຫຼື “ຫ້ອງ​ກິນ​ເຂົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:25
  • +2ກສ 22:8; 2ຂຄ 34:20, 21; ຢຣມ 26:24; 39:13, 14; ອຊກ 8:11
  • +ຢຣມ 26:10

ເຢເຣມີຢາ 36:12

ໄຂເງື່ອນ

  • *

    ຫຼື “ພວກ​ຂ້າລາຊະການ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:20
  • +ຢຣມ 36:25
  • +2ກສ 22:14; ຢຣມ 26:22

ເຢເຣມີຢາ 36:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:26

ເຢເຣມີຢາ 36:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:14

ເຢເຣມີຢາ 36:22

ໄຂເງື່ອນ

  • *

    ກົງ​ກັບ​ກາງ​ເດືອນ​ພະຈິກ​ຫາ​ກາງ​ເດືອນ​ທັນວາ. ເບິ່ງ​ພາກ​ຜະໜວກ ຂ15.

ເຢເຣມີຢາ 36:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:8
  • +ຢຣມ 36:12
  • +ຢຣມ 36:10

ເຢເຣມີຢາ 36:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:19

ເຢເຣມີຢາ 36:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:2

ເຢເຣມີຢາ 36:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:23

ເຢເຣມີຢາ 36:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:8, 9

ເຢເຣມີຢາ 36:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:6, 8, 15; 2ຂຄ 36:9, 10; ຢຣມ 22:24, 30
  • +ຢຣມ 22:18, 19

ເຢເຣມີຢາ 36:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15; ຢຣມ 19:15
  • +2ຂຄ 36:15, 16

ເຢເຣມີຢາ 36:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:2, 4
  • +ຢຣມ 36:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 36:12ກສ 23:36; ຢຣມ 25:1
ຢຣມ. 36:2ຢຣມ 4:16; 32:30
ຢຣມ. 36:2ຢຣມ 1:5; 25:9
ຢຣມ. 36:2ຢຣມ 1:1, 2; 25:3
ຢຣມ. 36:3ອຊຢ 55:7; ອຊກ 33:11; ມກ 7:18
ຢຣມ. 36:4ຢຣມ 32:12; 45:2-5
ຢຣມ. 36:4ຢຣມ 45:1
ຢຣມ. 36:8ຢຣມ 7:1, 2
ຢຣມ. 36:92ກສ 23:36
ຢຣມ. 36:92ຂຄ 20:2, 3; ອສທ 4:15, 16
ຢຣມ. 36:10ຢຣມ 36:25
ຢຣມ. 36:102ກສ 22:8; 2ຂຄ 34:20, 21; ຢຣມ 26:24; 39:13, 14; ອຊກ 8:11
ຢຣມ. 36:10ຢຣມ 26:10
ຢຣມ. 36:12ຢຣມ 36:20
ຢຣມ. 36:12ຢຣມ 36:25
ຢຣມ. 36:122ກສ 22:14; ຢຣມ 26:22
ຢຣມ. 36:19ຢຣມ 36:26
ຢຣມ. 36:21ຢຣມ 36:14
ຢຣມ. 36:252ກສ 24:8
ຢຣມ. 36:25ຢຣມ 36:12
ຢຣມ. 36:25ຢຣມ 36:10
ຢຣມ. 36:26ຢຣມ 1:19
ຢຣມ. 36:27ຢຣມ 36:2
ຢຣມ. 36:28ຢຣມ 36:23
ຢຣມ. 36:29ຢຣມ 25:8, 9
ຢຣມ. 36:302ກສ 24:6, 8, 15; 2ຂຄ 36:9, 10; ຢຣມ 22:24, 30
ຢຣມ. 36:30ຢຣມ 22:18, 19
ຢຣມ. 36:31ພບຍ 28:15; ຢຣມ 19:15
ຢຣມ. 36:312ຂຄ 36:15, 16
ຢຣມ. 36:32ຢຣມ 36:2, 4
ຢຣມ. 36:32ຢຣມ 36:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 36:1-32

ເຢເຣມີຢາ

36 ໃນ​ປີ​ທີ 4 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢເຣມີຢາ​ວ່າ: 2 “ໃຫ້​ເຈົ້າ​ເອົາ​ມ້ວນ​ໜັງສື​ມາ​ມ້ວນ​ໜຶ່ງ​ແລະ​ຂຽນ​ຄຳ​ເວົ້າ​ທັງໝົດ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ກ່ຽວ​ກັບ​ອິດສະຣາເອນ ຢູດາ+ ແລະ​ຊາດ​ທັງໝົດ.+ ໃຫ້​ເຈົ້າ​ຂຽນ​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ​ຕັ້ງແຕ່​ສະໄໝ​ທີ່​ໂຢສີຢາ​ເປັນ​ກະສັດ​ຈົນ​ຮອດ​ຕອນນີ້.+ 3 ເມື່ອ​ຄົນ​ຢູດາ​ໄດ້​ຍິນ​ເລື່ອງ​ຄວາມ​ຈິບຫາຍ​ທີ່​ເຮົາ​ຕັ້ງໃຈ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ບາງ​ເທື່ອ​ເຂົາ​ເຈົ້າ​ອາດຈະ​ກັບໃຈ​ແລະ​ເຊົາ​ເຮັດ​ຊົ່ວ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຍົກ​ໂທດ​ຄວາມ​ຜິດ​ແລະ​ບາບ​ຂອງ​ເຂົາ​ເຈົ້າ.”+

4 ເຢເຣມີຢາ​ຈຶ່ງ​ເອີ້ນ​ບາຣຸກ+​ລູກ​ຊາຍ​ຂອງ​ເນຣີຢາ​ໃຫ້​ມາ​ຫາ. ເຢເຣມີຢາ​ບອກ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ໃຫ້​ບາຣຸກ​ຟັງ​ແລະ​ບາຣຸກ​ກໍ​ຂຽນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ໃສ່​ມ້ວນ​ໜັງສື.+ 5 ຈາກ​ນັ້ນ ເຢເຣມີຢາ​ກໍ​ສັ່ງ​ບາຣຸກ​ວ່າ: “ຂ້ອຍ​ຖືກ​ກັກ​ໂຕ​ແລະ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້. 6 ຄັນຊັ້ນ ໃຫ້​ເຈົ້າ​ເປັນ​ຄົນ​ໄປ​ແລະ​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ທີ່​ເຈົ້າ​ຂຽນ​ຕາມ​ທີ່​ຂ້ອຍ​ບອກ​ເຈົ້າ​ໃຫ້​ທຸກ​ຄົນ​ຟັງ. ເຈົ້າ​ຕ້ອງ​ອ່ານ​ມ້ວນ​ໜັງສື​ນີ້​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຟັງ ລວມ​ທັງ​ຄົນ​ຢູດາ​ທີ່​ມາ​ຈາກ​ເມືອງ​ອື່ນ​ໆ​ນຳ​ໃນ​ມື້​ທີ່​ມີ​ການ​ອົດ​ອາຫານ. 7 ພະ​ເຢໂຫວາ​ໄດ້​ປະກາດ​ໄວ້​ແລ້ວ​ວ່າ​ເພິ່ນ​ຈະ​ລົງໂທດ​ຄົນ​ຊາດ​ນີ້​ດ້ວຍ​ຄວາມ​ໃຈ​ຮ້າຍ​ຫຼາຍ ແຕ່​ບາງ​ເທື່ອ​ເຂົາ​ເຈົ້າ​ອາດ​ຈະ​ອ້ອນວອນ​ພະ​ເຢໂຫວາ ກັບ​ໃຈ ແລະ​ເຊົາ​ເຮັດ​ຊົ່ວ.”

8 ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ສັ່ງ. ລາວ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ໃຫ້​ທຸກ​ຄົນ​ຟັງ.+

9 ໃນ​ເດືອນ​ທີ 9 ຂອງ​ປີ​ທີ 5 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ແລະ​ທຸກ​ຄົນ​ຈາກ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ທີ່​ມາ​ເມືອງ​ເຢຣູຊາເລັມ​ໄດ້​ເລີ່ມ​ອົດ​ອາຫານ​ຕໍ່​ໜ້າ​ພະ​ເຢໂຫວາ.+ 10 ແລ້ວ​ບາຣຸກ​ກໍ​ອ່ານ​ມ້ວນ​ໜັງສື​ທີ່​ເຢເຣມີຢາ​ບອກ​ໃຫ້​ລາວ​ຂຽນ​ນັ້ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ຫ້ອງ*​ຂອງ​ເກມາຣີຢາ+​ລູກ​ຊາຍ​ຂອງ​ຊາຟານ+​ທີ່​ເປັນ​ຜູ້​ຄັດລອກ ເຊິ່ງ​ຢູ່​ເດີ່ນ​ທາງ​ເທິງ​ໃກ້​ກັບ​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ.+ ລາວ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ທຸກ​ຄົນ​ຟັງ.

11 ເມື່ອ​ມີກາຢາ​ລູກ​ຊາຍ​ຂອງ​ເກມາຣີຢາ​ຫຼານ​ຊາຍ​ຂອງ​ຊາຟານ​ໄດ້​ຍິນ​ຄຳ​ເວົ້າ​ທັງໝົດ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ນັ້ນ 12 ລາວ​ກໍ​ໄປ​ຫ້ອງ​ຂອງ​ເລຂາ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ. ພວກ​ເຈົ້າ​ນາຍ*​ທີ່​ຢູ່​ຫັ້ນ​ມີ ເອລີຊາມາ+​ທີ່​ເປັນ​ເລຂາ ເດລາຢາ​ລູກ​ຊາຍ​ຂອງ​ເຊມາຢາ ເອນນາທານ+​ລູກ​ຊາຍ​ຂອງ​ອັກໂບ+ ເກມາຣີຢາ​ລູກ​ຊາຍ​ຂອງ​ຊາຟານ ເຊເດກີຢາ​ລູກ​ຊາຍ​ຂອງ​ຮານານີຢາ ແລະ​ພວກ​ເຈົ້າ​ນາຍ​ຄົນ​ອື່ນ​ໆ​ທັງໝົດ. 13 ມີກາຢາ​ກໍ​ບອກ​ເຂົາ​ເຈົ້າ​ທຸກ​ຢ່າງ​ທີ່​ລາວ​ໄດ້​ຍິນ​ຕອນ​ທີ່​ບາຣຸກ​ອ່ານ​ຈາກ​ມ້ວນ​ໜັງສື​ນັ້ນ​ໃຫ້​ປະຊາຊົນ​ຟັງ.

14 ຈາກ​ນັ້ນ ພວກ​ເຈົ້າ​ນາຍ​ກໍ​ສົ່ງ​ເຢຮູດີ​ລູກ​ຊາຍ​ຂອງ​ເນທານີອາ​ຫຼານ​ຂອງ​ເຊເລມີຢາ​ເຫຼນ​ຂອງ​ກູຊີ​ໄປ​ຫາ​ບາຣຸກ​ແລະ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ມາ​ຫາ​ພວກ​ເຮົາ​ແລະ​ເອົາ​ມ້ວນ​ໜັງສື​ທີ່​ເຈົ້າ​ອ່ານ​ໃຫ້​ປະຊາຊົນ​ຟັງ​ມາ​ນຳ.” ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ກໍ​ເອົາ​ມ້ວນ​ໜັງສື​ນັ້ນ​ໄປ​ຫາ​ເຂົາ​ເຈົ້າ. 15 ເຂົາ​ເຈົ້າ​ເວົ້າ​ກັບ​ບາຣຸກ​ວ່າ: “ເຊີນ​ນັ່ງ​ລົງ​ແລະ​ອ່ານ​ໃຫ້​ພວກ​ເຮົາ​ຟັງ​ແດ່.” ແລ້ວ​ບາຣຸກ​ກໍ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ເຂົາ​ເຈົ້າ​ຟັງ.

16 ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ຄຳ​ເວົ້າ​ທັງໝົດ ເຂົາ​ເຈົ້າ​ກໍ​ເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານ​ແລະ​ເວົ້າ​ກັບ​ບາຣຸກ​ວ່າ: “ພວກ​ເຮົາ​ຕ້ອງ​ເອົາ​ເລື່ອງ​ທັງໝົດ​ນີ້​ໄປ​ບອກ​ກະສັດ.” 17 ເຂົາ​ເຈົ້າ​ຖາມ​ບາຣຸກ​ອີກ​ວ່າ: “ບອກ​ພວກ​ເຮົາ​ແດ່ ເຈົ້າ​ຂຽນ​ຄຳ​ເວົ້າ​ທັງໝົດ​ນີ້​ແນວ​ໃດ? ເຈົ້າ​ຂຽນ​ຕາມ​ທີ່​ເຢເຣມີຢາ​ບອກ​ແມ່ນ​ບໍ?” 18 ບາຣຸກ​ຕອບ​ເຂົາ​ເຈົ້າ​ວ່າ: “ລາວ​ເປັນ​ຜູ້​ເວົ້າ​ໃຫ້​ຂ້ອຍ​ຟັງ ແລ້ວ​ຂ້ອຍ​ກໍ​ໃຊ້​ນ້ຳມຶກ​ຂຽນ​ຄຳ​ເວົ້າ​ທັງໝົດ​ນີ້​ໃນ​ມ້ວນ​ໜັງສື.” 19 ພວກ​ເຈົ້າ​ນາຍ​ບອກ​ບາຣຸກ​ວ່າ: “ໃຫ້​ເຈົ້າ​ໜີ​ໄປ​ລີ້​ເດີ້ ທັງ​ເຈົ້າ​ກັບ​ເຢເຣມີຢາ ແລະ​ຢ່າ​ໃຫ້​ໃຜ​ຮູ້​ວ່າ​ພວກ​ເຈົ້າ​ຢູ່​ໃສ.”+

20 ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເອົາ​ມ້ວນ​ໜັງສື​ໄວ້​ຢູ່​ຫ້ອງ​ຂອງ​ເອລີຊາມາ​ທີ່​ເປັນ​ເລຂາ. ແລ້ວ​ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ຫາ​ກະສັດ​ຢູ່​ເດີ່ນ​ຂອງ​ວັງ​ແລະ​ບອກ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ໃຫ້​ກະສັດ​ຟັງ.

21 ກະສັດ​ຈຶ່ງ​ສົ່ງ​ເຢຮູດີ+​ໄປ​ເອົາ​ມ້ວນ​ໜັງສື​ນັ້ນ​ມາ. ເຢຮູດີ​ກໍ​ໄປ​ເອົາ​ມ້ວນ​ໜັງສື​ນັ້ນ​ຢູ່​ຫ້ອງ​ຂອງ​ເອລີຊາມາ​ທີ່​ເປັນ​ເລຂາ. ແລ້ວ​ເຢຮູດີ​ກໍ​ເລີ່ມ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ກະສັດ​ກັບ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ທີ່​ຢືນ​ຢູ່​ຂ້າງ​ກະສັດ​ຟັງ. 22 ຕອນ​ນັ້ນ​ເປັນ​ເດືອນ​ທີ 9* ກະສັດ​ນັ່ງ​ຝີງ​ໄຟ​ຢູ່​ໜ້າ​ເຕົາ​ໄຟ​ໃນ​ວັງ​ລະດູ​ໜາວ​ຂອງ​ລາວ. 23 ທຸກ​ເທື່ອ​ທີ່​ເຢຮູດີ​ອ່ານ​ຜ່ານ​ໄປ​ສາມ​ຫາ​ສີ່​ຫຍໍ້​ໜ້າ ກະສັດ​ກໍ​ເອົາ​ມີດ​ຂອງ​ເລຂາ​ມາ​ຕັດ​ມ້ວນ​ໜັງສື​ສ່ວນ​ທີ່​ລາວ​ອ່ານ​ໄປ​ແລ້ວ​ນັ້ນ​ແລະ​ໂຍນ​ເຂົ້າ​ເຕົາ​ໄຟ. ໃນ​ທີ່​ສຸດ ມ້ວນ​ໜັງສື​ນັ້ນ​ກໍ​ຖືກ​ຈູດ​ຖິ້ມ​ໝົດ​ໃນ​ເຕົາ​ໄຟ. 24 ກະສັດ​ແລະ​ຄົນ​ຮັບ​ໃຊ້​ທັງໝົດ​ຂອງ​ລາວ​ທີ່​ໄດ້​ຍິນ​ຄຳ​ເວົ້າ​ໃນ​ມ້ວນ​ໜັງສື​ນັ້ນ ບໍ່​ມີ​ໃຜ​ຈັກ​ຄົນ​ຈີກ​ເຄື່ອງ​ນຸ່ງ​ຂອງ​ໂຕເອງ ເຂົາ​ເຈົ້າ​ບໍ່​ໄດ້​ຮູ້ສຶກ​ຢ້ານ​ຫຍັງ​ເລີຍ. 25 ເຖິງ​ວ່າ​ເອນນາທານ+ ເດລາຢາ+ ແລະ​ເກມາຣີຢາ+​ຈະ​ຂໍຮ້ອງ​ກະສັດ​ບໍ່​ໃຫ້​ຈູດ​ມ້ວນ​ໜັງສື​ນັ້ນ ແຕ່​ກະສັດ​ກໍ​ບໍ່​ຟັງ. 26 ນອກ​ຈາກ​ນັ້ນ ກະສັດ​ຍັງ​ສັ່ງ​ໃຫ້​ເຢຣາເມເອນ​ລູກ​ຊາຍ​ຂອງ​ກະສັດ​ກັບ​ເສຣາຢາ​ລູກ​ຊາຍ​ຂອງ​ອັດຊະຣີເອນ ແລະ​ເຊເລມີຢາ​ລູກ​ຊາຍ​ຂອງ​ອັບ​ເດ​ເອນ​ໄປ​ຈັບ​ໂຕ​ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ບາຣຸກ​ທີ່​ເປັນ​ເລຂາ​ຂອງ​ລາວ ແຕ່​ພະ​ເຢໂຫວາ​ໄດ້​ເຊື່ອງ​ເຂົາ​ເຈົ້າ​ໄວ້.+

27 ຫຼັງ​ຈາກ​ກະສັດ​ຈູດ​ມ້ວນ​ໜັງສື​ທີ່​ບາຣຸກ​ຂຽນ​ຕາມ​ຄຳ​ທີ່​ເຢເຣມີຢາ​ບອກ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ເຢເຣມີຢາ​ອີກ+​ວ່າ: 28 “ໃຫ້​ເອົາ​ມ້ວນ​ໜັງສື​ມາ​ອີກ​ມ້ວນ​ໜຶ່ງ ແລ້ວ​ຂຽນ​ຄຳ​ເວົ້າ​ທັງໝົດ​ໃຫ້​ຄື​ກັບ​ມ້ວນ​ທຳອິດ​ທີ່​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ໄດ້​ຈູດ​ຖິ້ມ​ໄປ​ແລ້ວ.+ 29 ເຈົ້າ​ຕ້ອງ​ບອກ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ວ່າ ‘ພະ​ເຢໂຫວາ​ໄດ້​ເວົ້າ​ແນວ​ນີ້ “ຍ້ອນ​ເຈົ້າ​ໄດ້​ຈູດ​ມ້ວນ​ໜັງສື​ແລະ​ເວົ້າ​ວ່າ ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂຽນ​ໃນ​ມ້ວນ​ໜັງສື​ວ່າ​ກະສັດ​ບາບີໂລນ​ຈະ​ມາ​ທຳລາຍ​ແຜ່ນດິນ​ນີ້ ແລະ​ເຮັດ​ໃຫ້​ບໍ່​ມີ​ຄົນ​ແລະ​ສັດ​ອາໄສ​ຢູ່?’+ 30 ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວ​ກັບ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ວ່າ ‘ຈະ​ບໍ່​ມີ​ລູກ​ຫຼານ​ຂອງ​ລາວ​ຄົນ​ໃດ​ໄດ້​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ອີກ​ເລີຍ.+ ສົບ​ຂອງ​ລາວ​ຈະ​ຖືກ​ຖິ້ມ​ຢູ່​ທາງ​ນອກ​ໃຫ້​ຕາກ​ຄວາມ​ຮ້ອນ​ໃນ​ຕອນ​ກາງ​ເວັນ​ແລະ​ຕາກ​ຄວາມ​ເຢັນ​ໃນ​ຕອນ​ກາງ​ຄືນ.+ 31 ເຮົາ​ຈະ​ໃຫ້​ລາວ​ກັບ​ລູກ​ຫຼານ​ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ໃຫ້​ຄວາມ​ຈິບຫາຍ​ທີ່​ເຮົາ​ເຄີຍ​ໄດ້​ເວົ້າ​ໄວ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ແລະ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ຢູດາ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ຟັງ​ເຮົາ.’”’”+

32 ແລ້ວ​ເຢເຣມີຢາ​ກໍ​ເອົາ​ມ້ວນ​ໜັງສື​ອີກ​ມ້ວນ​ໜຶ່ງ​ມາ​ໃຫ້​ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ທີ່​ເປັນ​ເລຂາ​ຂອງ​ລາວ.+ ບາຣຸກ​ກໍ​ຂຽນ​ຕາມ​ທີ່​ເຢເຣມີຢາ​ບອກ​ທຸກ​ຄຳ​ໃຫ້​ຄື​ກັບ​ມ້ວນ​ໜັງສື​ທີ່​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ໄດ້​ຈູດ​ຖິ້ມ+ ແລະ​ລາວ​ຍັງ​ໄດ້​ຂຽນ​ຄຳ​ເວົ້າ​ອື່ນ​ໆ​ຈາກ​ພະເຈົ້າ​ໃສ່​ໃນ​ມ້ວນ​ໜັງສື​ໃໝ່​ນີ້​ນຳ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌