ກະສັດສະບັບທີໜຶ່ງ
21 ຕໍ່ມາ ມີເລື່ອງໜຶ່ງເກີດຂຶ້ນກັບນາໂບດຄົນເຢດຊະເຣເອນ. ລາວມີສວນໝາກລະແຊັງຢູ່ເມືອງເຢດຊະເຣເອນ+ເຊິ່ງຢູ່ໃກ້ກັບວັງຂອງອາຮາບກະສັດຊາມາເຣຍ. 2 ອາຮາບຈຶ່ງເວົ້າກັບນາໂບດວ່າ: “ຂ້ອຍຢາກໄດ້ສວນໝາກລະແຊັງຂອງເຈົ້າ ເພາະມັນຢູ່ໃກ້ວັງຂອງຂ້ອຍ. ຂ້ອຍຢາກເຮັດສວນຜັກຢູ່ຫັ້ນ. ຂ້ອຍຈະເອົາສວນໝາກລະແຊັງທີ່ດີກວ່ານີ້ມາປ່ຽນກັບສວນເຈົ້າ ຫຼືຖ້າເຈົ້າຢາກໄດ້ເປັນເງິນຂ້ອຍກໍຈະຈ່າຍໃຫ້.” 3 ນາໂບດຕອບລາວວ່າ: “ພະເຢໂຫວາຈະບໍ່ຍອມໃຫ້ຂ້ອຍເອົາດິນມູນມໍລະດົກທີ່ເປັນຂອງປູ່ຍ່າຕານາຍຂອງຂ້ອຍໃຫ້ທ່ານເດັດຂາດ.”+ 4 ແລ້ວອາຮາບກໍຄຽດແລະເຮັດໜ້າບູດກັບເມືອວັງ ຍ້ອນນາໂບດຄົນເຢດຊະເຣເອນບອກລາວວ່າ: “ຂ້ອຍຈະບໍ່ເອົາດິນມູນມໍລະດົກທີ່ເປັນຂອງປູ່ຍ່າຕານາຍຂອງຂ້ອຍໃຫ້ທ່ານເດັດຂາດ.” ອາຮາບບໍ່ຍອມກິນຫຍັງແລະນອນປິ່ນໜ້າເຂົ້າຝາ.
5 ເຢເຊເບນ+ເມຍຂອງລາວກໍມາຫາແລະຖາມວ່າ: “ເປັນຫຍັງເຈົ້າຄືໜ້າເສົ້າແທ້ແລະບໍ່ຍອມກິນຫຍັງ?” 6 ອາຮາບຕອບວ່າ: “ຂ້ອຍບອກນາໂບດຄົນເຢດຊະເຣເອນວ່າ ‘ຂາຍສວນໝາກລະແຊັງຂອງເຈົ້າໃຫ້ຂ້ອຍ ຫຼືຈະໃຫ້ຂ້ອຍເອົາສວນໝາກລະແຊັງອີກບ່ອນໜຶ່ງມາປ່ຽນເອົາກໍໄດ້.’ ແຕ່ລາວຕອບວ່າ ‘ຂ້ອຍຈະບໍ່ຍອມຂາຍຫຼືບໍ່ຍອມປ່ຽນກັບທ່ານເດັດຂາດ.’” 7 ແລ້ວເຢເຊເບນກໍເວົ້າກັບລາວວ່າ: “ທ່ານເປັນກະສັດຂອງອິດສະຣາເອນ. ລຸກມາກິນເຂົ້າແມ້ ແລະເຮັດໃຈໃຫ້ສະບາຍໆໂລດ. ຂ້ອຍຈະເປັນຄົນໄປເອົາສວນໝາກລະແຊັງຂອງນາໂບດຄົນເຢດຊະເຣເອນມາໃຫ້ທ່ານເອງ.”+ 8 ເຢເຊເບນຈຶ່ງຂຽນຈົດໝາຍໃນນາມຂອງກະສັດອາຮາບແລະຈ້ຳກາຂອງກະສັດໃສ່.+ ລາວສົ່ງຈົດໝາຍນີ້ໄປຫາພວກຜູ້ນຳ+ແລະພວກເຈົ້າເມືອງຢູ່ເມືອງທີ່ນາໂບດຢູ່. 9 ໃນຈົດໝາຍລາວຂຽນວ່າ: “ປະກາດໃຫ້ປະຊາຊົນໃນເມືອງຂອງພວກເຈົ້າອົດເຂົ້າ ແລ້ວໃຫ້ເຂົາເຈົ້າມາລວມກັນ ແລະໃຫ້ນາໂບດນັ່ງຢູ່ບ່ອນທີ່ຈັດໄວ້ພິເສດ. 10 ແລ້ວໃຫ້ຄົນຊົ່ວ 2 ຄົນມານັ່ງຢູ່ຕໍ່ໜ້າລາວແລະເວົ້າໃສ່ຮ້າຍລາວ+ວ່າ: ‘ເຈົ້າໄດ້ສາບແຊ່ງພະເຈົ້າແລະກະສັດ.’+ ຫຼັງຈາກນັ້ນ ໃຫ້ເອົາລາວໄປນອກເມືອງແລ້ວດຶກກ້ອນຫີນໃສ່ລາວຈົນຕາຍ.”+
11 ພວກຜູ້ນຳແລະພວກເຈົ້າເມືອງຂອງເມືອງທີ່ນາໂບດຢູ່ກໍເຮັດຕາມທີ່ເຢເຊເບນສັ່ງໃນຈົດໝາຍ. 12 ເຂົາເຈົ້າປະກາດໃຫ້ຄົນໃນເມືອງອົດເຂົ້າ ແລ້ວໃຫ້ທຸກຄົນມາລວມກັນ ແລະໃຫ້ນາໂບດນັ່ງຢູ່ບ່ອນທີ່ຈັດໄວ້ພິເສດ. 13 ຄົນຊົ່ວ 2 ຄົນກໍມານັ່ງຢູ່ຕໍ່ໜ້ານາໂບດແລະເວົ້າໃສ່ຮ້າຍລາວຕໍ່ໜ້າປະຊາຊົນວ່າ: “ນາໂບດສາບແຊ່ງພະເຈົ້າແລະກະສັດ.”+ ຈາກນັ້ນ ເຂົາເຈົ້າກໍເອົາລາວອອກໄປນອກເມືອງແລະດຶກກ້ອນຫີນໃສ່ລາວຈົນຕາຍ.+ 14 ແລ້ວເຂົາເຈົ້າກໍໃຫ້ຄົນໄປບອກເຢເຊເບນວ່າ: “ນາໂບດຖືກຄົນດຶກກ້ອນຫີນໃສ່ຕາຍແລ້ວ.”+
15 ທັນທີທີ່ເຢເຊເບນໄດ້ຍິນວ່ານາໂບດຖືກດຶກກ້ອນຫີນໃສ່ຕາຍແລ້ວ ລາວກໍບອກອາຮາບວ່າ: “ຕອນນີ້ນາໂບດຄົນເຢດຊະເຣເອນ+ຕາຍແລ້ວ ເຈົ້າໄປເອົາສວນໝາກລະແຊັງທີ່ລາວບໍ່ຍອມຂາຍໃຫ້ເຈົ້າໄດ້ລະເດີ້.” 16 ເມື່ອອາຮາບຮູ້ວ່ານາໂບດຕາຍແລ້ວ ລາວກໍຟ້າວໄປເອົາສວນໝາກລະແຊັງຂອງນາໂບດຄົນເຢດຊະເຣເອນມາເປັນຂອງໂຕເອງ.
17 ພະເຢໂຫວາບອກເອລີຢາ+ຄົນຕີຊະເບວ່າ: 18 “ໃຫ້ເຈົ້າໄປຫາອາຮາບກະສັດອິດສະຣາເອນຢູ່ຊາມາເຣຍ.+ ຕອນນີ້ລາວຢູ່ສວນໝາກລະແຊັງຂອງນາໂບດເພື່ອຈະເອົາສວນນັ້ນ. 19 ເຈົ້າຕ້ອງບອກລາວວ່າ ‘ພະເຢໂຫວາເວົ້າແບບນີ້ “ເຈົ້າຂ້າຄົນ+ແລະຍາດເອົາດິນ*ຂອງລາວແມ່ນບໍ?”’+ ແລ້ວໃຫ້ບອກລາວອີກວ່າ ‘ພະເຢໂຫວາເວົ້າຈັ່ງຊີ້ “ໝາເລຍເລືອດຂອງນາໂບດຢູ່ບ່ອນໃດ ພວກມັນກໍຈະເລຍເລືອດຂອງເຈົ້າຢູ່ບ່ອນນັ້ນ.”’”+
20 ອາຮາບເວົ້າກັບເອລີຢາວ່າ: “ສັດຕູຂອງຂ້ອຍ ໃນທີ່ສຸດເຮົາກໍເຈິກັນເນາະ!”+ ເອລີຢາຕອບວ່າ: “ແມ່ນແລ້ວ. ພະເຈົ້າບອກວ່າ ‘ຍ້ອນເຈົ້າຊອກເຮັດແຕ່ສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ+ 21 ເຮົາຈະໃຫ້ລູກຫຼານຂອງເຈົ້າຈິບຫາຍວາຍວອດ ແລະເຮົາຈະເຮັດໃຫ້ຜູ້ຊາຍ*ທຸກຄົນ+ທີ່ເປັນລູກຫຼານຂອງເຈົ້າດັບສູນ ເຖິງວ່າລາວຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດໃນອິດສະຣາເອນກໍຕາມ.+ 22 ເຮົາຈະເຮັດໃຫ້ຄອບຄົວຂອງເຈົ້າເປັນຄືກັບຄອບຄົວຂອງເຢໂຣໂບອາມ+ລູກຊາຍຂອງເນບັດ ແລະເປັນຄືກັບຄອບຄົວຂອງບາອາຊາ+ລູກຊາຍຂອງອາຮີຢາ ຍ້ອນເຈົ້າເຮັດໃຫ້ເຮົາໃຈຮ້າຍແລະເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.’ 23 ສ່ວນເຢເຊເບນເມຍຂອງເຈົ້າ ພະເຢໂຫວາບອກວ່າ ‘ເຢເຊເບນຈະຖືກຝູງໝາຫຸ້ມກັດກິນຢູ່ດິນຕອນໜຶ່ງໃນເມືອງເຢດຊະເຣເອນ.+ 24 ລູກຫຼານຂອງອາຮາບຜູ້ທີ່ຕາຍຢູ່ໃນເມືອງຈະຖືກຝູງໝາກິນ ແລະຜູ້ທີ່ຕາຍຢູ່ທົ່ງຫຍ້າຈະຖືກນົກສັບກິນ.+ 25 ບໍ່ມີໃຜຊົ່ວສ່ຳກັບອາຮາບ+ ລາວຊອກເຮັດແຕ່ສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ ແລະເຢເຊເບນເມຍຂອງລາວກໍໄດ້ຍົວະລາວໃຫ້ເຮັດຜິດຕະຫຼອດ.+ 26 ອາຮາບເຮັດສິ່ງທີ່ຊົ່ວຫຼາຍ ໂດຍໄປນະມັດສະການຮູບບູຊາຕ່າງໆທີ່ພະເຈົ້າຂີ້ດຽດ*ຄືກັບທີ່ພວກອາໂມໄດ້ເຮັດ. ພະເຢໂຫວາໄດ້ໄລ່ພວກນີ້ອອກຈາກແຜ່ນດິນທີ່ເພິ່ນຈະໃຫ້ພວກອິດສະຣາເອນຢູ່.’”+
27 ເມື່ອອາຮາບໄດ້ຍິນແບບນັ້ນ ລາວກໍຈີກເສື້ອຂອງໂຕເອງແລະນຸ່ງຜ້າເນື້ອຫຍາບ. ລາວອົດເຂົ້າແລະນຸ່ງຜ້າເນື້ອຫຍາບນອນ ແລ້ວກໍຍ່າງໄປຍ່າງມາດ້ວຍຄວາມທຸກໃຈ. 28 ພະເຢໂຫວາເວົ້າກັບເອລີຢາຄົນຕີຊະເບວ່າ: 29 “ເຈົ້າເຫັນບໍ່ວ່າອາຮາບຮູ້ສຶກເສຍໃຈແລະຖ່ອມໂຕເມື່ອໄດ້ຍິນສິ່ງທີ່ເຮົາເວົ້າ?+ ຍ້ອນລາວຮູ້ສຶກເສຍໃຈແລະຖ່ອມໂຕ ເຮົາຈະບໍ່ເຮັດໃຫ້ຄອບຄົວຂອງລາວຈິບຫາຍຕອນທີ່ລາວຍັງມີຊີວິດຢູ່ ແຕ່ເຮົາຈະໃຫ້ຄອບຄົວຂອງລາວຈິບຫາຍໃນສະໄໝຂອງລູກລາວ.”+