ເຢເຣມີຢາ
38 ເຊຟາຕີຢາລູກຊາຍຂອງມັດຕານ ເກດາລີຢາລູກຊາຍຂອງປັດຊູ ຢູການ+ລູກຊາຍຂອງເຊເລມີຢາ ແລະປັດຊູ+ລູກຊາຍຂອງມັນກີຢາໄດ້ຍິນສິ່ງທີ່ເຢເຣມີຢາເວົ້າກັບປະຊາຊົນທັງໝົດ. ເຢເຣມີຢາເວົ້າວ່າ: 2 “ພະເຢໂຫວາບອກວ່າ ‘ຄົນທີ່ຍັງເຫຼືອຢູ່ໃນເມືອງນີ້ຈະຕ້ອງຕາຍດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ.*+ ແຕ່ຄົນທີ່ຍອມແພ້*ພວກການເດອາຈະບໍ່ຕາຍ. ເຂົາເຈົ້າຈະລອດຊີວິດແລະມີຊີວິດຢູ່ຕໍ່ໄປ.’+ 3 ພະເຢໂຫວາບອກວ່າ ‘ເມືອງນີ້ຈະຖືກມອບໃຫ້ກອງທັບຂອງກະສັດບາບີໂລນແລະລາວຈະຍຶດເມືອງນີ້ໄດ້ແນ່ນອນ.’”+
4 ພວກເຈົ້ານາຍເຫຼົ່ານັ້ນເວົ້າກັບກະສັດວ່າ: “ຂໍກະສັດສັ່ງຂ້າຜູ້ຊາຍຄົນນີ້ສະ+ ຍ້ອນສິ່ງທີ່ລາວເວົ້າເຮັດໃຫ້ທະຫານທີ່ເຫຼືອຢູ່ໃນເມືອງນີ້ແລະປະຊາຊົນທຸກຄົນໝົດກຳລັງໃຈ.* ຜູ້ຊາຍຄົນນີ້ບໍ່ໄດ້ຢາກໃຫ້ຄົນຊາດນີ້ມີຄວາມສະຫງົບສຸກ ແຕ່ຢາກໃຫ້ເຈິຄວາມຈິບຫາຍ.” 5 ກະສັດເຊເດກີຢາຈຶ່ງຕອບວ່າ: “ພວກເຈົ້າຢາກເຮັດຫຍັງກັບລາວກໍເຮັດໂລດ. ຈັ່ງໃດຂ້ອຍກໍຫ້າມພວກເຈົ້າບໍ່ໄດ້ດອກ.”
6 ເຂົາເຈົ້າກໍເລີຍຈັບເຢເຣມີຢາຖິ້ມຢູ່ນ້ຳສ້າງ*ຂອງມັນກີຢາລູກຊາຍຂອງກະສັດເຊິ່ງຢູ່ເດີ່ນທະຫານປ້ອງກັນໂຕກະສັດ.+ ເຂົາເຈົ້າໃຊ້ເຊືອກຢ່ອນເຢເຣມີຢາລົງໄປ. ນ້ຳສ້າງນັ້ນບໍ່ມີນ້ຳເລີຍ ມີແຕ່ຂີ້ຕົມ. ແລ້ວເຢເຣມີຢາກໍເລີ່ມຈົມລົງໄປໃນຂີ້ຕົມ.
7 ເອເບັດເມເລັກ+ຄົນເອທິໂອເປຍທີ່ເປັນຂັນທີ*ໃນວັງຂອງກະສັດໄດ້ຍິນວ່າເຢເຣມີຢາຖືກຈັບລົງນ້ຳສ້າງ. ຕອນນັ້ນກະສັດນັ່ງຢູ່ປະຕູເບັນຢາມິນ+ 8 ເອເບັດເມເລັກຈຶ່ງອອກຈາກວັງຂອງກະສັດແລະໄປເວົ້າກັບກະສັດວ່າ: 9 “ກະສັດຜູ້ເປັນນາຍຂອງຂ້ອຍເອີ້ຍ ສິ່ງທີ່ຄົນພວກນັ້ນເຮັດກັບຜູ້ພະຍາກອນເຢເຣມີຢາເປັນສິ່ງທີ່ຊົ່ວຫຼາຍ! ເຂົາເຈົ້າເອົາລາວໄປຖິ້ມຢູ່ນ້ຳສ້າງ. ລາວຈະຕ້ອງຕາຍຢູ່ຫັ້ນແທ້ ຍ້ອນຕອນນີ້ມີຄວາມອຶດຢາກແລະເຂົ້າຈີ່ໃນເມືອງນີ້ກໍບໍ່ເຫຼືອແລ້ວ.”+
10 ກະສັດຈຶ່ງສັ່ງເອເບັດເມເລັກຄົນເອທິໂອເປຍວ່າ: “ໃຫ້ເຈົ້າພາຄົນຢູ່ນີ້ໄປ 30 ຄົນ ແລະດຶງຜູ້ພະຍາກອນເຢເຣມີຢາຂຶ້ນມາຈາກນ້ຳສ້າງກ່ອນທີ່ລາວຈະຕາຍ.” 11 ເອເບັດເມເລັກຈຶ່ງພາຄົນໄປນຳລາວແລະໄປຫ້ອງທີ່ຢູ່ທາງລຸ່ມຂອງຄັງຊັບສິນໃນວັງຂອງກະສັດ.+ ລາວເອົາຜ້າເກົ່າໆມາຈາກຫ້ອງນັ້ນແລະໃຊ້ເຊືອກຢ່ອນຜ້າເຫຼົ່ານັ້ນລົງໄປໃຫ້ເຢເຣມີຢາໃນນ້ຳສ້າງ. 12 ແລ້ວເອເບັດເມເລັກຄົນເອທິໂອເປຍກໍບອກເຢເຣມີຢາວ່າ: “ໃຫ້ເຈົ້າເອົາເຊືອກຄ້ອງໂຕແລະເອົາຜ້າຮອງຂີ້ແຮ້ໄວ້ເພື່ອເຊືອກຈະບໍ່ບາດເຈົ້າ.” ເຢເຣມີຢາກໍເຮັດຕາມນັ້ນ. 13 ເຂົາເຈົ້າໃຊ້ເຊືອກດຶງເຢເຣມີຢາອອກມາຈາກນ້ຳສ້າງນັ້ນ. ແລ້ວເຢເຣມີຢາກໍຢູ່ເດີ່ນທະຫານປ້ອງກັນໂຕກະສັດຕໍ່ໄປ.+
14 ກະສັດເຊເດກີຢາໃຫ້ຄົນພາຜູ້ພະຍາກອນເຢເຣມີຢາມາຫາລາວຢູ່ທາງເຂົ້າທີ 3 ໃນວິຫານຂອງພະເຢໂຫວາ ແລ້ວກະສັດກໍເວົ້າກັບເຢເຣມີຢາວ່າ: “ຂ້ອຍມີຫຍັງຢາກຖາມເຈົ້າ. ເຈົ້າຢ່າປິດບັງຂ້ອຍເດີ້.” 15 ເຢເຣມີຢາບອກກະສັດເຊເດກີຢາວ່າ: “ຖ້າຂ້ອຍບອກທ່ານ ທ່ານກໍຄືຊິສັ່ງຂ້າຂ້ອຍ ແລະຖ້າຂ້ອຍໃຫ້ຄຳແນະນຳທ່ານ ທ່ານກໍຄືຊິບໍ່ຟັງດອກ.” 16 ກະສັດເຊເດກີຢາຈຶ່ງລັກສາບານກັບເຢເຣມີຢາວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ໃຫ້ຊີວິດກັບພວກເຮົາວ່າຂ້ອຍຈະບໍ່ຂ້າເຈົ້າ ແລະຂ້ອຍກໍຈະບໍ່ສົ່ງໂຕເຈົ້າໃຫ້ຄົນທີ່ຢາກຂ້າເຈົ້າ.”
17 ເຢເຣມີຢາເວົ້າກັບກະສັດເຊເດກີຢາອີກວ່າ: “ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ຖ້າທ່ານຍອມແພ້ພວກເຈົ້ານາຍຂອງກະສັດບາບີໂລນ ທ່ານຈະບໍ່ຕາຍແລະເມືອງນີ້ກໍຈະບໍ່ຖືກຈູດ. ທັງທ່ານແລະຄົນໃນຄອບຄົວຂອງທ່ານ*ຈະລອດຊີວິດ.+ 18 ແຕ່ຖ້າທ່ານບໍ່ຍອມແພ້ພວກເຈົ້ານາຍຂອງກະສັດບາບີໂລນ ເມືອງນີ້ກໍຈະຖືກມອບໃຫ້ພວກການເດອາ. ເຂົາເຈົ້າຈະຈູດມັນຖິ້ມ+ແລະທ່ານກໍຈະໜີບໍ່ລອດ.’”+
19 ກະສັດເຊເດກີຢາກໍເວົ້າກັບເຢເຣມີຢາວ່າ: “ຂ້ອຍຢ້ານພວກຄົນຢິວທີ່ໄປຢູ່ຝ່າຍພວກການເດອາ. ຄັນຂ້ອຍຖືກສົ່ງໂຕໃຫ້ເຂົາເຈົ້າ ເຂົາເຈົ້າຈະທຳຮ້າຍຂ້ອຍແນ່ນອນ.” 20 ແຕ່ເຢເຣມີຢາບອກວ່າ: “ທ່ານຈະບໍ່ຖືກສົ່ງໂຕໄປໃຫ້ຄົນພວກນັ້ນດອກ. ຂໍໃຫ້ທ່ານເຊື່ອຟັງສິ່ງທີ່ພະເຢໂຫວາບອກທ່ານຜ່ານທາງຂ້ອຍ ແລ້ວແນວບໍ່ດີຈະບໍ່ເກີດຂຶ້ນກັບທ່ານແລະທ່ານຈະມີຊີວິດຢູ່ຕໍ່ໄປ. 21 ແຕ່ຖ້າທ່ານບໍ່ຍອມແພ້ ສິ່ງທີ່ພະເຢໂຫວາໃຫ້ຂ້ອຍເຫັນໃນນິມິດກໍຈະເກີດຂຶ້ນ. 22 ຜູ້ຍິງທຸກຄົນທີ່ເຫຼືອຢູ່ໃນວັງຂອງກະສັດຢູດາຈະຖືກພາໄປຫາພວກເຈົ້ານາຍຂອງກະສັດບາບີໂລນ+ແລະຜູ້ຍິງເຫຼົ່ານັ້ນຈະເວົ້າວ່າ
‘ຄົນທີ່ທ່ານໄວ້ໃຈໄດ້ຕົວະທ່ານແລະເອົາຊະນະທ່ານແລ້ວ.+
ເຂົາເຈົ້າເຮັດໃຫ້ທ່ານຈົມລົງຂີ້ຕົມ.
ຕອນນີ້ ເຂົາເຈົ້າໄດ້ຖິ້ມທ່ານໄປໝົດແລ້ວ.’
23 ພວກເມຍແລະພວກລູກຊາຍທຸກຄົນຂອງທ່ານຈະຖືກຈັບໄປໃຫ້ພວກການເດອາແລະທ່ານຈະບໍ່ລອດຈາກມືຂອງເຂົາເຈົ້າ. ທ່ານຈະຖືກກະສັດບາບີໂລນຈັບໄປ+ແລະເມືອງນີ້ຈະຖືກຈູດຍ້ອນທ່ານ.”+
24 ແລ້ວກະສັດເຊເດກີຢາກໍບອກເຢເຣມີຢາວ່າ: “ຢ່າໄປເລົ່າເລື່ອງນີ້ໃຫ້ໃຜຟັງເພື່ອເຈົ້າຈະບໍ່ຕາຍ. 25 ຖ້າພວກເຈົ້ານາຍຮູ້ວ່າຂ້ອຍມາລົມນຳເຈົ້າ ແລ້ວເຂົາເຈົ້າມາເວົ້າກັບເຈົ້າວ່າ ‘ບອກພວກເຮົາແດ່ວ່າເຈົ້າເວົ້າຫຍັງກັບກະສັດ. ຢ່າປິດບັງພວກເຮົາເລີຍ. ພວກເຮົາຈະບໍ່ຂ້າເຈົ້າດອກ.+ ກະສັດເວົ້າຫຍັງກັບເຈົ້າແດ່?’ 26 ເຈົ້າກໍຕ້ອງຕອບເຂົາເຈົ້າວ່າ ‘ຂ້ອຍມີແຕ່ຂໍກະສັດບໍ່ໃຫ້ສົ່ງຂ້ອຍກັບໄປເຮືອນຂອງເຢໂຮນາທານ ຍ້ອນຂ້ອຍບໍ່ຢາກຕາຍຢູ່ຫັ້ນ.’”+
27 ຕໍ່ມາ ພວກເຈົ້ານາຍກໍພາກັນມາຫາເຢເຣມີຢາແລະຖາມລາວ. ລາວກໍບອກເຂົາເຈົ້າຕາມທີ່ກະສັດສັ່ງໃຫ້ເວົ້າທຸກຢ່າງ ເຂົາເຈົ້າຈຶ່ງບໍ່ຖາມຫຍັງອີກຍ້ອນບໍ່ມີໃຜຮູ້ວ່າກະສັດກັບເຢເຣມີຢາລົມຫຍັງກັນ. 28 ເຢເຣມີຢາຢູ່ເດີ່ນທະຫານປ້ອງກັນໂຕກະສັດ+ຈົນຮອດມື້ທີ່ເມືອງເຢຣູຊາເລັມຖືກຍຶດ. ຕອນທີ່ເມືອງເຢຣູຊາເລັມຖືກຍຶດ ລາວກໍຍັງຢູ່ຫັ້ນ.+