ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 39
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (1-10)

        • ເຊເດກີຢາ​ໜີ​ແລະ​ຖືກ​ຈັບ​ໄດ້ (4-7)

      • ເຢເຣມີຢາ​ໄດ້​ຮັບ​ການ​ປົກປ້ອງ (11-14)

      • ເອເບັດເມເລັກ​ຈະ​ລອດ​ຊີວິດ (15-18)

ເຢເຣມີຢາ 39:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:1, 2; ຢຣມ 52:4, 5; ອຊກ 24:1, 2

ເຢເຣມີຢາ 39:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:3, 4; ຢຣມ 52:6, 7; ອຊກ 33:21

ເຢເຣມີຢາ 39:3

ໄຂເງື່ອນ

  • *

    ຫຼື “ເນການຊາເຣັດເຊ ສຳກາເນໂບ ສາເສກີມ ຣັບສາຣິດ” ຕາມ​ວິທີ​ແບ່ງ​ຄຳ​ອີກ​ວິທີ​ໜຶ່ງ​ໃນ​ພາສາ​ເຮັບເຣີ

  • *

    ຫຼື “ຫົວໜ້າ​ໝໍ​ຄາຖາ​ອາຄົມ (ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ)”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:15

ເຢເຣມີຢາ 39:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:25
  • +2ກສ 25:4-7; ຢຣມ 52:7-11

ເຢເຣມີຢາ 39:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:4; 38:18
  • +2ກສ 23:31, 33
  • +2ກສ 17:24

ເຢເຣມີຢາ 39:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:7; 34:18-20

ເຢເຣມີຢາ 39:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 12:13

ເຢເຣມີຢາ 39:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:9; ຢຣມ 38:18
  • +2ກສ 25:9-11; 2ຂຄ 36:17, 19; ນຮຢ 1:3; ຢຣມ 52:13-15

ເຢເຣມີຢາ 39:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:20; ຢຣມ 40:1; 52:12

ເຢເຣມີຢາ 39:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:12; ຢຣມ 52:16

ເຢເຣມີຢາ 39:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:2, 4

ເຢເຣມີຢາ 39:13

ໄຂເງື່ອນ

  • *

    ຫຼື “ຫົວໜ້າ​ຂ້າລາຊະການ”

ເຢເຣມີຢາ 39:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 38:28
  • +2ກສ 25:22; ຢຣມ 40:5; 41:2
  • +2ຂຄ 34:20, 21; ຢຣມ 26:24
  • +2ກສ 22:8

ເຢເຣມີຢາ 39:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:2; 37:21

ເຢເຣມີຢາ 39:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 38:7

ເຢເຣມີຢາ 39:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 45:2, 5
  • +ພສ 37:39, 40; ຢຣມ 17:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 39:12ກສ 25:1, 2; ຢຣມ 52:4, 5; ອຊກ 24:1, 2
ຢຣມ. 39:22ກສ 25:3, 4; ຢຣມ 52:6, 7; ອຊກ 33:21
ຢຣມ. 39:3ຢຣມ 1:15
ຢຣມ. 39:4ພບຍ 28:25
ຢຣມ. 39:42ກສ 25:4-7; ຢຣມ 52:7-11
ຢຣມ. 39:5ຢຣມ 32:4; 38:18
ຢຣມ. 39:52ກສ 23:31, 33
ຢຣມ. 39:52ກສ 17:24
ຢຣມ. 39:6ຢຣມ 21:7; 34:18-20
ຢຣມ. 39:7ອຊກ 12:13
ຢຣມ. 39:8ອຊຢ 5:9; ຢຣມ 38:18
ຢຣມ. 39:82ກສ 25:9-11; 2ຂຄ 36:17, 19; ນຮຢ 1:3; ຢຣມ 52:13-15
ຢຣມ. 39:92ກສ 25:20; ຢຣມ 40:1; 52:12
ຢຣມ. 39:102ກສ 25:12; ຢຣມ 52:16
ຢຣມ. 39:12ຢຣມ 40:2, 4
ຢຣມ. 39:14ຢຣມ 38:28
ຢຣມ. 39:142ກສ 25:22; ຢຣມ 40:5; 41:2
ຢຣມ. 39:142ຂຄ 34:20, 21; ຢຣມ 26:24
ຢຣມ. 39:142ກສ 22:8
ຢຣມ. 39:15ຢຣມ 32:2; 37:21
ຢຣມ. 39:16ຢຣມ 38:7
ຢຣມ. 39:18ຢຣມ 45:2, 5
ຢຣມ. 39:18ພສ 37:39, 40; ຢຣມ 17:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 39:1-18

ເຢເຣມີຢາ

39 ໃນ​ປີ​ທີ 10 ຂອງ​ເດືອນ​ທີ 9 ທີ່​ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ​ແລະ​ລ້ອມ​ເມືອງ​ນີ້​ໄວ້.+

2 ໃນ​ວັນ​ທີ 9 ເດືອນ​ທີ 4 ຂອງ​ປີ​ທີ 11 ທີ່​ເຊເດກີຢາ​ເປັນ​ກະສັດ​ປົກຄອງ ເຂົາ​ເຈົ້າ​ກໍ​ທຳລາຍ​ກຳແພງ​ເມືອງ​ເຂົ້າ​ມາ​ໄດ້.+ 3 ພວກ​ເຈົ້າ​ນາຍ​ຂອງ​ກະສັດ​ບາບີໂລນ​ກໍ​ໄດ້​ເຂົ້າ​ມາ​ໃນ​ເມືອງ​ແລະ​ນັ່ງ​ຢູ່​ປະຕູ​ກາງ.+ ຄົນ​ເຫຼົ່າ​ນັ້ນ​ມີ​ເນການຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ສຳກາ ເນໂບສາເສກີມ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບສາຣິດ* ເນການຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບມັກ* ແລະ​ເຈົ້າ​ນາຍ​ຄົນ​ອື່ນ​ໆ​ທັງໝົດ​ຂອງ​ກະສັດ​ບາບີໂລນ.

4 ເມື່ອ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ແລະ​ທະຫານ​ທັງໝົດ​ເຫັນ​ພວກ​ສັດຕູ ເຂົາ​ເຈົ້າ​ກໍ​ພາກັນ​ໜີ.+ ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ໄປ​ຕອນ​ກາງ​ຄືນ​ທາງ​ປະຕູ​ຂອງ​ກຳແພງ​ສອງ​ຊັ້ນ​ທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ​ແລະ​ໜີ​ໄປ​ທາງ​ອາຣາບາ.+ 5 ແຕ່​ກອງທັບ​ຂອງ​ພວກ​ການເດອາ​ກໍ​ໄລ່​ນຳ​ໄປ. ເຂົາ​ເຈົ້າ​ນຳ​ເຊເດກີຢາ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ.+ ເຂົາ​ເຈົ້າ​ຈັບ​ລາວ​ໄປ​ໃຫ້​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຢູ່​ຣິບລາ+​ໃນ​ແຜ່ນດິນ​ຮາມັດ+ ແລ້ວ​ເຊເດກີຢາ​ກໍ​ຖືກ​ຕັດສິນ​ລົງໂທດ​ຢູ່​ຫັ້ນ. 6 ກະສັດ​ບາບີໂລນ​ໄດ້​ສັ່ງ​ຂ້າ​ລູກ​ຊາຍ​ຂອງ​ເຊເດກີຢາ​ຕໍ່​ໜ້າ​ຕໍ່​ຕາ​ລາວ​ຢູ່​ຣິບລາ​ແລະ​ຍັງ​ໄດ້​ສັ່ງ​ຂ້າ​ພວກ​ເຈົ້າ​ເມືອງ​ຂອງ​ຢູດາ​ທັງໝົດ​ນຳ.+ 7 ຈາກ​ນັ້ນ ກະສັດ​ບາບີໂລນ​ກໍ​ເຮັດ​ໃຫ້​ເຊເດກີຢາ​ຕາບອດ​ແລະ​ຈັບ​ລາວ​ລ່າມ​ໂສ້​ທອງແດງ​ໄປ​ບາບີໂລນ.+

8 ພວກ​ການເດອາ​ຈູດ​ວັງ​ຂອງ​ກະສັດ ຈູດ​ເຮືອນ​ຂອງ​ປະຊາຊົນ​ຖິ້ມ+ ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ​ນຳ.+ 9 ເນບູຊາຣາດານ+​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ ຄົນ​ທີ່​ໜີ​ໄປ​ຫາ​ລາວ ແລະ​ຄົນ​ທັງໝົດ​ທີ່​ເຫຼືອ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ.

10 ແຕ່​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈົ່ງ​ຄົນ​ທີ່​ທຸກ​ທີ່​ສຸດ​ບາງ​ຄົນ​ໄວ້​ໃນ​ແຜ່ນດິນ​ຢູດາ. ເຂົາ​ເຈົ້າ​ແມ່ນ​ຄົນ​ທີ່​ບໍ່​ມີ​ຫຍັງ​ເລີຍ. ໃນ​ມື້​ນັ້ນ ລາວ​ເອົາ​ສວນ​ໝາກ​ລະແຊັງ​ແລະ​ທົ່ງ​ນາ​ໃຫ້​ເຂົາ​ເຈົ້າ​ເບິ່ງແຍງ.+

11 ແລ້ວ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ກໍ​ສັ່ງ​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ເລື່ອງ​ເຢເຣມີຢາ​ວ່າ: 12 “ໃຫ້​ເຈົ້າ​ພາ​ລາວ​ໄປ​ແລະ​ເບິ່ງແຍງ​ລາວ. ຢ່າ​ທຳຮ້າຍ​ລາວ​ແລະ​ຖ້າ​ລາວ​ຂໍ​ຫຍັງ​ກໍ​ເອົາ​ໃຫ້​ລາວ​ໂລດ.”+

13 ແລ້ວ​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ ເນບູຊັດບານ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບສາຣິດ* ເນການ​ຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບມັກ ແລະ​ພວກ​ຜູ້​ຊາຍ​ທັງໝົດ​ທີ່​ເປັນ​ສຳຄັນ​ຂອງ​ກະສັດ​ບາບີໂລນ​ກໍ​ສົ່ງ​ຄົນ​ໄປ 14 ພາ​ເຢເຣມີຢາ​ອອກ​ມາ​ຈາກ​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ+ ແລະ​ພາ​ລາວ​ໄປ​ຫາ​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ+​ຫຼານ​ຊາຍ​ຂອງ​ຊາຟານ+​ເພື່ອ​ໃຫ້​ໄປ​ຢູ່​ເຮືອນ​ຂອງ​ລາວ. ແລ້ວ​ເຢເຣມີຢາ​ກໍ​ຢູ່​ກັບ​ຄົນ​ເຫຼົ່າ​ນັ້ນ.

15 ຕອນ​ທີ່​ເຢເຣມີຢາ​ຖືກ​ກັກ​ໂຕ​ຢູ່​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ+ ພະ​ເຢໂຫວາ​ໄດ້​ມາ​ເວົ້າ​ກັບ​ລາວ​ວ່າ: 16 “ໃຫ້​ເຈົ້າ​ໄປ​ບອກ​ເອເບັດເມເລັກ+​ຄົນ​ເອທິໂອເປຍ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເຈິ​ຄວາມ​ຈິບຫາຍ​ແທນ​ທີ່​ຈະ​ເຈິ​ສິ່ງ​ດີ​ໆ​ຄື​ກັບ​ທີ່​ເຮົາ​ເຄີຍ​ບອກ​ໄວ້ ແລະ​ໃນ​ມື້​ນັ້ນ​ເຈົ້າ​ຈະ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ.”’

17 ພະ​ເຢໂຫວາ​ບອກ​ວ່າ ‘ແຕ່​ໃນ​ມື້​ນັ້ນ​ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ ແລະ​ເຈົ້າ​ຈະ​ບໍ່​ຖືກ​ສົ່ງ​ໂຕ​ໃຫ້​ຄົນ​ທີ່​ເຈົ້າ​ຢ້ານ.’

18 ພະ​ເຢໂຫວາ​ບອກ​ອີກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ທາງ​ໜີ​ໄດ້​ແນ່ນອນ​ແລະ​ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ. ເຈົ້າ​ຈະ​ລອດ​ຊີວິດ+​ຍ້ອນ​ເຈົ້າ​ໄວ້​ໃຈ​ເຮົາ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌