ເຢເຣມີຢາ
11 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 2 “ໃຫ້ທຸກຄົນຟັງເນື້ອໃນຂອງຄຳສັນຍານີ້!
ໃຫ້ເຈົ້າ*ໄປເວົ້າກັບຄົນຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມ 3 ແລະບອກເຂົາເຈົ້າວ່າ ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ຄົນທີ່ບໍ່ເຊື່ອຟັງເນື້ອໃນຂອງຄຳສັນຍານີ້ຈະຖືກສາບແຊ່ງ.+ 4 ເຮົາເຄີຍສັ່ງປູ່ຍ່າຕານາຍຂອງພວກເຈົ້າກ່ຽວກັບເລື່ອງເຫຼົ່ານີ້ໃນມື້ທີ່ເຮົາພາເຂົາເຈົ້າອອກມາຈາກແຜ່ນດິນເອຢິບ+ ເຊິ່ງເປັນບ່ອນທີ່ເຮັດໃຫ້ທຸກລຳບາກຫຼາຍຄືກັບຢູ່ໃນເຕົາຫຼອມເຫຼັກ.+ ເຮົາບອກເຂົາເຈົ້າວ່າ ‘ໃຫ້ເຊື່ອຟັງເຮົາແລະເຮັດທຸກສິ່ງທີ່ເຮົາສັ່ງພວກເຈົ້າ ແລ້ວພວກເຈົ້າຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພະເຈົ້າຂອງພວກເຈົ້າ.+ 5 ຖ້າພວກເຈົ້າເຮັດແນວນີ້ ເຮົາຈະເຮັດຕາມຄຳສັນຍາທີ່ໄດ້ສາບານໄວ້ກັບປູ່ຍ່າຕານາຍຂອງພວກເຈົ້າວ່າເຮົາຈະເອົາແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍໃຫ້ເຂົາເຈົ້າ+ ແມ່ນແຕ່ໃນມື້ນີ້ຄຳສັນຍານັ້ນກໍຍັງໃຊ້ໄດ້ຢູ່.’”’”
ແລ້ວຂ້ອຍກໍຕອບວ່າ: “ອາແມນ* ພະເຢໂຫວາ.”
6 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: “ໃຫ້ປະກາດຢູ່ເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງໃນເມືອງເຢຣູຊາເລັມວ່າ ‘ໃຫ້ທຸກຄົນຟັງເນື້ອໃນຂອງຄຳສັນຍານີ້ແລະເຮັດຕາມ. 7 ເຮົາໄດ້ເຕືອນປູ່ຍ່າຕານາຍຂອງພວກເຈົ້າຢ່າງໜັກແໜ້ນໃນມື້ທີ່ເຮົາພາເຂົາເຈົ້າອອກມາຈາກແຜ່ນດິນເອຢິບໂດຍບອກວ່າ “ໃຫ້ເຊື່ອຟັງເຮົາ”+ ແລະເຮົາກໍເຕືອນແລ້ວເຕືອນອີກ*ຈົນຮອດທຸກມື້ນີ້ ແຕ່ເຂົາເຈົ້າພັດບໍ່ເຊື່ອຟັງເຮົາແລະບໍ່ສົນໃຈເລີຍ. 8 ເຂົາເຈົ້າແຕ່ລະຄົນເປັນຄົນຫົວແຂງແລະເຮັດຕາມໃຈຊົ່ວໆຂອງໂຕເອງຕະຫຼອດ.+ ເຂົາເຈົ້າບໍ່ຍອມເຮັດຕາມສິ່ງທີ່ເຮົາໄດ້ສັ່ງໄວ້. ດັ່ງນັ້ນ ເຮົາຈຶ່ງເຮັດໃຫ້ທຸກສິ່ງໃນຄຳສັນຍານີ້ເກີດຂຶ້ນກັບເຂົາເຈົ້າ.’”
9 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: “ຄົນຢູດາແລະຄົນໃນເມືອງເຢຣູຊາເລັມໄດ້ລວມຫົວກັນກະບົດຕໍ່ເຮົາ. 10 ເຂົາເຈົ້າເຮັດຜິດຄືກັບປູ່ຍ່າຕານາຍຂອງເຂົາເຈົ້າທີ່ບໍ່ຍອມເຊື່ອຟັງເຮົາ+ ແລະເຂົາເຈົ້າກໍໄດ້ໄປນະມັດສະການແລະຮັບໃຊ້ພະເຈົ້າອື່ນຄືກັນ.+ ພວກອິດສະຣາເອນແລະພວກຢູດາບໍ່ໄດ້ເຮັດຕາມຄຳສັນຍາທີ່ເຮົາໄດ້ເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ.+ 11 ຍ້ອນແນວນີ້ ພະເຢໂຫວາຈຶ່ງເວົ້າວ່າ ‘ເຮົາຈະໃຫ້ເຂົາເຈົ້າເຈິຄວາມຈິບຫາຍ+ທີ່ເຂົາເຈົ້າຈະບໍ່ມີທາງໜີລອດໄດ້. ເມື່ອເຂົາເຈົ້າຮ້ອງຂໍໃຫ້ເຮົາຊ່ວຍ ເຮົາກໍຈະບໍ່ຟັງ.+ 12 ແລ້ວຄົນຢູ່ໃນເມືອງຕ່າງໆຂອງຢູດາແລະຄົນຢູ່ໃນເມືອງເຢຣູຊາເລັມຈະໄປຫາພະເຈົ້າຕ່າງໆທີ່ເຂົາເຈົ້າເອົາເຄື່ອງບູຊາ*ໃຫ້ເພື່ອຂໍຄວາມຊ່ວຍເຫຼືອ+ ແຕ່ພະເຈົ້າເຫຼົ່ານັ້ນຈະບໍ່ມີທາງຊ່ວຍເຂົາເຈົ້າໃຫ້ລອດຈາກຄວາມຈິບຫາຍໄດ້. 13 ຢູດາເອີ້ຍ ພະເຈົ້າຂອງເຈົ້າມີຫຼາຍສ່ຳກັບເມືອງຂອງເຈົ້າແລ້ວ ແລະແທ່ນບູຊາທີ່ເປັນຕາອາຍ*ທີ່ເຈົ້າຕັ້ງໄວ້ ເຊິ່ງກໍຄືແທ່ນທີ່ໃຊ້ເພື່ອເອົາເຄື່ອງບູຊາໃຫ້ພະບາອານກໍມີຫຼາຍສ່ຳກັບຫົນທາງໃນເມືອງເຢຣູຊາເລັມແລ້ວ.’+
14 ສ່ວນເຈົ້າ*ກໍຢ່າອະທິດຖານເພື່ອຄົນເຫຼົ່ານີ້. ຢ່າຮ້ອງໄຫ້ເພື່ອເຂົາເຈົ້າຫຼືອະທິດຖານເພື່ອເຂົາເຈົ້າ+ ຍ້ອນຕອນທີ່ເຂົາເຈົ້າເຈິຄວາມຈິບຫາຍແລະຮ້ອງຂໍໃຫ້ເຮົາຊ່ວຍ ເຮົາຈະບໍ່ຟັງເຂົາເຈົ້າ.
15 ເປັນຫຍັງປະຊາຊົນທີ່ເຮົາຮັກຍັງຢູ່ໃນວິຫານຂອງເຮົາ
ທັງໆທີ່ເຂົາເຈົ້າເຮັດຊົ່ວຫຼາຍຢ່າງ?
ເມື່ອເຈົ້າເຈິຄວາມຈິບຫາຍ ເຄື່ອງບູຊາທີ່ເປັນສັດຈະຊ່ວຍເຈົ້າໃຫ້ລອດຈາກຄວາມຈິບຫາຍນັ້ນໄດ້ບໍ?
ເຈົ້າຈະມີຄວາມສຸກໃນຕອນນັ້ນບໍ?
16 ພະເຢໂຫວາເຄີຍເອີ້ນເຈົ້າວ່າຕົ້ນໝາກກອກທີ່ກຳລັງໃຫຍ່
ທັງງາມແລະເປັນໝາກດົກ
ແຕ່ເພິ່ນໄດ້ເອົາໄຟຈູດມັນເຊິ່ງເຮັດໃຫ້ມີສຽງດັງແຮງ
ແລະເຂົາເຈົ້າໄດ້ຫັກງ່າຂອງມັນ.
17 ພະເຢໂຫວາຜູ້ບັນຊາການກອງທັບເຊິ່ງເປັນຜູ້ທີ່ປູກເຈົ້າໄວ້+ໄດ້ບອກວ່າ ເຈົ້າຈະເຈິຄວາມຈິບຫາຍຍ້ອນຄວາມຊົ່ວທີ່ພວກອິດສະຣາເອນແລະພວກຢູດາໄດ້ເຮັດ. ຄົນເຫຼົ່ານັ້ນເຮັດໃຫ້ເພິ່ນໃຈຮ້າຍໂດຍເອົາເຄື່ອງບູຊາໃຫ້ພະບາອານ.”+
18 ພະເຢໂຫວາເອີ້ຍ ພະອົງບອກໃຫ້ລູກຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນ.
ໃນຕອນນັ້ນ ພະອົງເຮັດໃຫ້ລູກເຫັນວ່າເຂົາເຈົ້າກຳລັງເຮັດຫຍັງ.
19 ລູກເປັນຄືກັບແກະນ້ອຍທີ່ຮູ້ຄວາມທີ່ຖືກພາໄປຂ້າ.
ລູກບໍ່ຮູ້ວ່າເຂົາເຈົ້າກຳລັງວາງແຜນຮ້າຍຈັດການລູກແລະເວົ້າກັນວ່າ:+
“ໃຫ້ພວກເຮົາຕັດຕົ້ນໄມ້ ແລ້ວທຳລາຍໝາກຂອງມັນ.
ໃຫ້ພວກເຮົາຂ້າລາວສະ
ຈະໄດ້ບໍ່ມີໃຜຈື່ຊື່ລາວອີກ.”
20 ແຕ່ພະເຢໂຫວາຜູ້ບັນຊາການກອງທັບຕັດສິນຢ່າງຍຸຕິທຳ.
ເພິ່ນກວດເບິ່ງຄວາມຮູ້ສຶກທີ່ເລິກທີ່ສຸດ*ແລະກວດເບິ່ງຫົວໃຈ.+
ຂໍໃຫ້ລູກໄດ້ເຫັນພະອົງແກ້ແຄ້ນສັດຕູຂອງລູກ
ຍ້ອນລູກໄດ້ມອບຄະດີຂອງລູກໃຫ້ພະອົງຈັດການແລ້ວ.
21 ຍ້ອນແນວນີ້ ພະເຢໂຫວາຈຶ່ງເວົ້າກ່ຽວກັບຄົນອານາໂທດ+ທີ່ພະຍາຍາມຂ້າຂ້ອຍແລະເວົ້າໃຫ້ຂ້ອຍວ່າ: “ຫ້າມເຈົ້າພະຍາກອນໂດຍໃຊ້ຊື່ພະເຢໂຫວາ.+ ຄັນບໍ່ຊັ້ນ ພວກເຮົາຈະຂ້າເຈົ້າ.” 22 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ: “ເຮົາຈະລົງໂທດເຂົາເຈົ້າ. ພວກຄົນໜຸ່ມຈະຖືກຂ້າຕາຍດ້ວຍດາບ+ ແລະພວກລູກຊາຍລູກສາວຂອງເຂົາເຈົ້າຈະຕາຍຍ້ອນຄວາມອຶດຢາກ.+ 23 ຈະບໍ່ມີຜູ້ໃດລອດຈັກຄົນຍ້ອນເຮົາຈະເຮັດໃຫ້ຄົນອານາໂທດເຈິຄວາມຈິບຫາຍ+ໃນປີທີ່ເຮົາຈະລົງໂທດເຂົາເຈົ້າ.”