ເຢເຣມີຢາ
8 ພະເຢໂຫວາບອກວ່າ: “ໃນຕອນນັ້ນ ກະດູກຂອງພວກກະສັດຢູດາ ກະດູກຂອງພວກເຈົ້ານາຍ ກະດູກຂອງພວກປະໂລຫິດ ກະດູກຂອງພວກຜູ້ພະຍາກອນ ແລະກະດູກຂອງຄົນທີ່ຢູ່ໃນເມືອງເຢຣູຊາເລັມຈະຖືກເອົາອອກມາຈາກບ່ອນຝັງສົບ. 2 ກະດູກເຫຼົ່ານີ້ຈະຖືກເອົາມາຢາຍໄວ້ຢູ່ໃຕ້ດວງຕາເວັນ ດວງເດືອນ ແລະດວງດາວທີ່ເຂົາເຈົ້າຮັກ ຮັບໃຊ້ ຕິດຕາມ ຊອກຫາ ແລະຂາບໄຫວ້.+ ຈະບໍ່ມີໃຜເອົາກະດູກເຫຼົ່ານີ້ມາລວມກັນຫຼືເອົາໄປຝັງ. ພວກມັນຈະກາຍເປັນຄືກັບຂີ້ສັດຢູ່ດິນ.”+
3 ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ: “ຄົນໃນຊາດທີ່ຊົ່ວນີ້ ເຊິ່ງລອດຊີວິດຢູ່ຕາມບ່ອນຕ່າງໆທີ່ເຮົາໄດ້ເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຈະຢາກຕາຍຫຼາຍກວ່າຢາກມີຊີວິດຢູ່.
4 ເຈົ້າຕ້ອງບອກເຂົາເຈົ້າວ່າ ‘ພະເຢໂຫວາເວົ້າວ່າ
“ຖ້າຄົນໜຶ່ງລົ້ມ ລາວຈະບໍ່ລຸກຂຶ້ນບໍ?
ຖ້າຄົນໜຶ່ງກັບຄືນຈາກທາງທີ່ລາວໄປ ອີກຄົນໜຶ່ງຈະບໍ່ກັບມານຳກັນບໍ?
5 ເປັນຫຍັງຄົນໃນເມືອງເຢຣູຊາເລັມບໍ່ສັດຊື່ຕໍ່ເຮົາຕະຫຼອດ?
ເຂົາເຈົ້າບໍ່ເຊົາຫຼອກລວງຈັກເທື່ອ.
ເຂົາເຈົ້າບໍ່ຍອມປ່ຽນແປງໂຕເອງ.+
6 ເຮົາຕັ້ງໃຈຟັງຕະຫຼອດ ແຕ່ເຂົາເຈົ້າບໍ່ໄດ້ເວົ້າສິ່ງທີ່ຖືກຕ້ອງເລີຍ.
ບໍ່ມີໃຜກັບໃຈຈາກຄວາມຊົ່ວຫຼືຖາມວ່າ ‘ຂ້ອຍໄດ້ເຮັດຫຍັງລົງໄປນໍ້?’+
ແຕ່ລະຄົນມັກກັບໄປເຮັດຕາມຄົນສ່ວນຫຼາຍຄືກັບມ້າທີ່ຟ້າວແລ່ນໄປສະໜາມຮົບ.
7 ຂະໜາດນົກກະສາກໍຍັງຮູ້ເວລາ*ກຳນົດຂອງມັນ
ນົກເຂົາແລະນົກອື່ນໆກໍຍັງອົບພະຍົບກັບມາກົງເວລາ
ແຕ່ປະຊາຊົນຂອງເຮົາບໍ່ເຂົ້າໃຈເວລາທີ່ເຮົາເຢໂຫວາຈະຕັດສິນເຂົາເຈົ້າ.”+
8 ພວກເຈົ້າເວົ້າໄດ້ແນວໃດວ່າ “ພວກເຮົາສະຫຼາດແລະພວກເຮົາມີກົດໝາຍ*ຂອງພະເຢໂຫວາ”?
ທັງໆທີ່ພວກຜູ້ຄັດລອກ*ໃຊ້ບິກ+ຂຽນແຕ່ເລື່ອງຕົວະເທົ່ານັ້ນ.
9 ຄົນສະຫຼາດຈະຕ້ອງຖືກເຮັດໃຫ້ອັບອາຍ.+
ເຂົາເຈົ້າຈະຢ້ານຫຼາຍແລະຕິດກັບດັກ.
ເຂົາເຈົ້າບໍ່ເຮັດຕາມຄຳເວົ້າຂອງພະເຢໂຫວາ
ແລ້ວເຂົາເຈົ້າຈະມີສະຕິປັນຍາໄດ້ແນວໃດ?
10 ດັ່ງນັ້ນ ເຮົາຈະເອົາເມຍຂອງເຂົາເຈົ້າໃຫ້ຜູ້ຊາຍຄົນອື່ນ
ແລະເອົາທົ່ງນາຂອງເຂົາເຈົ້າໃຫ້ຄົນອື່ນ+
ຍ້ອນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ເຮັດສິ່ງທີ່ບໍ່ສັດຊື່ເພື່ອຈະໄດ້ຜົນປະໂຫຍດ.+
ພວກຜູ້ພະຍາກອນແລະພວກປະໂລຫິດກໍສໍ້ໂກງໝົດທຸກຄົນ.+
11 ເຂົາເຈົ້າພະຍາຍາມປິ່ນປົວບາດ*ໃຫ້ລູກສາວຂອງເຮົາແລະປະຊາຊົນຂອງເຮົາແບບພໍເປັນພິທີ*ຊື່ໆໂດຍເວົ້າວ່າ
“ມີຄວາມສະຫງົບສຸກແລ້ວ! ມີຄວາມສະຫງົບສຸກແລ້ວ!”
ທັງໆທີ່ບໍ່ໄດ້ມີຄວາມສະຫງົບສຸກເລີຍ.+
12 ເຂົາເຈົ້າຮູ້ສຶກອາຍຍ້ອນສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າໄດ້ເຮັດບໍ?
ເຂົາເຈົ້າບໍ່ຮູ້ສຶກອາຍເລີຍ.
ເຂົາເຈົ້າບໍ່ຮູ້ຊ້ຳວ່າການຮູ້ສຶກອາຍເປັນແນວໃດ.+
ຍ້ອນແນວນີ້ ເຂົາເຈົ້າຈະຕາຍໄປກັບຄົນທີ່ຖືກຂ້າແລ້ວ.
ເມື່ອເຮົາລົງໂທດເຂົາເຈົ້າ ເຂົາເຈົ້າຈະສະດຸດລົ້ມ.’+ ພະເຢໂຫວາເວົ້າໄວ້ແນວນີ້.
13 ພະເຢໂຫວາເວົ້າວ່າ ‘ເມື່ອເຮົາລວບລວມເຂົາເຈົ້າແລ້ວ ເຮົາຈະເຮັດໃຫ້ເຂົາເຈົ້າເຈິຈຸດຈົບ.
ຈະບໍ່ມີໝາກລະແຊັງເຫຼືອຢູ່ເຄືອ ຈະບໍ່ມີໝາກເດື່ອເຫຼືອຢູ່ຕົ້ນ ແລະໃບກໍຈະຫ່ຽວແຫ້ງ.
ເຂົາເຈົ້າຈະສູນເສຍສິ່ງທີ່ເຮົາເອົາໃຫ້ເຂົາເຈົ້າໄປໝົດ.’”
14 “ເປັນຫຍັງພວກເຮົາມານັ່ງຢູ່ນີ້?
ໃຫ້ພວກເຮົາມາລວມໂຕກັນແລະເຂົ້າໄປຕາຍໃນເມືອງຕ່າງໆທີ່ມີກຳແພງອ້ອມ+ດີກວ່າ
ເພາະຈັ່ງໃດພະເຢໂຫວາພະເຈົ້າຂອງພວກເຮົາກໍຈະກຳຈັດພວກເຮົາ
ແລະເອົານ້ຳທີ່ມີພິດໃຫ້ພວກເຮົາກິນຢູ່ແລ້ວ+
ຍ້ອນພວກເຮົາເຮັດຜິດຕໍ່ພະເຢໂຫວາ.
15 ພວກເຮົາລໍຖ້າຄວາມສະຫງົບສຸກ ແຕ່ກໍບໍ່ມີສິ່ງດີໆມາເລີຍ.
ພວກເຮົາລໍຖ້າເວລາທີ່ຈະຖືກປິ່ນປົວ ແຕ່ພັດມີແຕ່ຄວາມຢ້ານ.+
16 ຕັ້ງແຕ່ເມືອງດານ ມີສຽງຮ້ອງຂອງມ້າ
ແລະສຽງມ້າແລ່ນ
ເຊິ່ງເຮັດໃຫ້ແຜ່ນດິນສັ່ນສະເທືອນ.
ພວກສັດຕູເຂົ້າມາໃນແຜ່ນດິນນີ້ແລະທຳລາຍທຸກສິ່ງທຸກຢ່າງ.
ເຂົາເຈົ້າທຳລາຍເມືອງແລະຄົນທີ່ຢູ່ໃນເມືອງ.”
17 ພະເຢໂຫວາເວົ້າວ່າ: “ເຮົາກຳລັງຈະສົ່ງງູມາຫາພວກເຈົ້າ.
ພວກມັນເປັນງູພິດທີ່ຄວບຄຸມບໍ່ໄດ້*
ແລະພວກມັນຈະຕອດພວກເຈົ້າແນ່ນອນ.”
18 ຂ້ອຍຮູ້ສຶກໂສກເສົ້າບໍ່ເຊົາ
ແລະຫົວໃຈຂອງຂ້ອຍກໍແຕກສະຫຼາຍ.
19 ມີສຽງຮ້ອງຂໍຄວາມຊ່ວຍເຫຼືອ
ຂອງຄົນຊາດດຽວກັນກັບຂ້ອຍຈາກແຜ່ນດິນທີ່ຢູ່ໄກໆວ່າ:
“ພະເຢໂຫວາບໍ່ໄດ້ຢູ່ຊີໂອນແລ້ວບໍ?
ເມືອງນີ້ບໍ່ມີກະສັດແລ້ວບໍ?”
“ເປັນຫຍັງເຂົາເຈົ້າຈຶ່ງເຮັດໃຫ້ເຮົາໃຈຮ້າຍຍ້ອນຮູບບູຊາຕ່າງໆ
ແລະຍ້ອນພະເຈົ້າທີ່ບໍ່ມີຄ່າຂອງຄົນຕ່າງຊາດ?”
20 “ລະດູເກັບກ່ຽວກໍຜ່ານໄປແລ້ວແລະລະດູຮ້ອນກໍຫວິດແລ້ວ
ແຕ່ຍັງບໍ່ມີໃຜຊ່ວຍພວກເຮົາໃຫ້ລອດ!”
21 ຂ້ອຍຮູ້ສຶກເຈັບປວດຍ້ອນບາດແຜຂອງຄົນຊາດດຽວກັນກັບຂ້ອຍ+
ຂ້ອຍຮູ້ສຶກເສົ້າ
ແລະຢ້ານຫຼາຍ.
22 ຢູ່ກິລຽດບໍ່ມີນ້ຳມັນຫອມ*ບໍ?+
ຢູ່ຫັ້ນບໍ່ມີຄົນປິ່ນປົວ*ບໍ?+
ເປັນຫຍັງຄົນຊາດດຽວກັນກັບຂ້ອຍຈຶ່ງຍັງບໍ່ໄດ້ຮັບການປິ່ນປົວ?+