ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເຢເຣມີຢາ​ຖືກ​ຂູ່​ວ່າ​ຈະ​ຖືກ​ຂ້າ (1-15)

      • ເຢເຣມີຢາ​ລອດ​ຊີວິດ (16-19)

        • ເອົາ​ຄຳ​ພະຍາກອນ​ຂອງ​ມີກາ​ຂຶ້ນ​ມາ​ເວົ້າ (18)

      • ຜູ້​ພະຍາກອນ​ອຸຣີຢາ (20-24)

ເຢເຣມີຢາ 26:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:34; 2ຂຄ 36:4; ຢຣມ 25:1; 35:1; 36:1

ເຢເຣມີຢາ 26:2

ໄຂເງື່ອນ

  • *

    ຫຼື “ເວົ້າ​ກ່ຽວກັບ”

  • *

    ຫຼື “ກົ້ມ​ກາບ”

ເຢເຣມີຢາ 26:3

ໄຂເງື່ອນ

  • *

    ຫຼື “ຮູ້ສຶກ​ເສຍໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; ຢຣມ 18:7, 8; 36:3; ອຊກ 18:27

ເຢເຣມີຢາ 26:4

ໄຂເງື່ອນ

  • *

    ຫຼື “ຄຳສອນ”

ເຢເຣມີຢາ 26:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ສົ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:13, 14; ຢຣມ 7:12-14; 25:3

ເຢເຣມີຢາ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:60
  • +ຢຣມ 24:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2017, ໜ້າ 7

ເຢເຣມີຢາ 26:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 26:2

ເຢເຣມີຢາ 26:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:10

ເຢເຣມີຢາ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 18:19, 20
  • +ຢຣມ 38:4

ເຢເຣມີຢາ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:17

ເຢເຣມີຢາ 26:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:3; 36:3; ອຊກ 18:32; ຢນ 3:9

ເຢເຣມີຢາ 26:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃນ​ຊື່”

ເຢເຣມີຢາ 26:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 1:1
  • +2ຂຄ 29:1
  • +ພສ 79:1; ຢຣມ 9:11
  • +ມກ 3:12

ເຢເຣມີຢາ 26:19

ໄຂເງື່ອນ

  • *

    ໝາຍເຖິງ​ການ​ຂ້າ​ເຢເຣມີຢາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:26

ເຢເຣມີຢາ 26:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 60; 18:11, 14; 1ຊມ 7:2

ເຢເຣມີຢາ 26:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:34; 2ຂຄ 36:5
  • +2ຂຄ 16:10

ເຢເຣມີຢາ 26:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 36:11, 12

ເຢເຣມີຢາ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:30

ເຢເຣມີຢາ 26:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:12, 13; ຢຣມ 39:13, 14; 40:5
  • +2ກສ 22:10
  • +1ກສ 18:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 26:12ກສ 23:34; 2ຂຄ 36:4; ຢຣມ 25:1; 35:1; 36:1
ຢຣມ. 26:3ອຊຢ 55:7; ຢຣມ 18:7, 8; 36:3; ອຊກ 18:27
ຢຣມ. 26:52ກສ 17:13, 14; ຢຣມ 7:12-14; 25:3
ຢຣມ. 26:6ພສ 78:60
ຢຣມ. 26:6ຢຣມ 24:9
ຢຣມ. 26:7ຢຣມ 26:2
ຢຣມ. 26:10ຢຣມ 36:10
ຢຣມ. 26:11ຢຣມ 18:19, 20
ຢຣມ. 26:11ຢຣມ 38:4
ຢຣມ. 26:12ຢຣມ 1:17
ຢຣມ. 26:13ຢຣມ 7:3; 36:3; ອຊກ 18:32; ຢນ 3:9
ຢຣມ. 26:18ມກ 1:1
ຢຣມ. 26:182ຂຄ 29:1
ຢຣມ. 26:18ພສ 79:1; ຢຣມ 9:11
ຢຣມ. 26:18ມກ 3:12
ຢຣມ. 26:192ຂຄ 32:26
ຢຣມ. 26:20ຢຊ 15:20, 60; 18:11, 14; 1ຊມ 7:2
ຢຣມ. 26:212ກສ 23:34; 2ຂຄ 36:5
ຢຣມ. 26:212ຂຄ 16:10
ຢຣມ. 26:22ຢຣມ 36:11, 12
ຢຣມ. 26:23ຢຣມ 2:30
ຢຣມ. 26:242ກສ 22:12, 13; ຢຣມ 39:13, 14; 40:5
ຢຣມ. 26:242ກສ 22:10
ຢຣມ. 26:241ກສ 18:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 26:1-24

ເຢເຣມີຢາ

26 ຕອນ​ທີ່​ກະສັດ​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢ​ສີ​ຢາ​ເລີ່ມ​ປົກຄອງ​ຢູດາ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢເຣມີຢາ. 2 “ພະ​ເຢໂຫວາ​ບອກ​ວ່າ ‘ໃຫ້​ເຈົ້າ​ໄປ​ຢືນ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ເວົ້າ​ກັບ*​ຄົນ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ທີ່​ມາ​ນະມັດສະການ*​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ໃຫ້​ເຈົ້າ​ບອກ​ເຂົາ​ເຈົ້າ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ ຢ່າ​ໃຫ້​ຂາດ​ແມ່ນ​ແຕ່​ຄຳ​ດຽວ. 3 ບາງ​ເທື່ອ​ເຂົາ​ເຈົ້າ​ຈະ​ຟັງ​ແລະ​ເຊົາ​ເຮັດ​ຊົ່ວ ແລ້ວ​ເຮົາ​ຈະ​ປ່ຽນ​ໃຈ*​ແລະ​ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້​ຍ້ອນ​ເຂົາ​ເຈົ້າ​ເຮັດ​ຊົ່ວ.+ 4 ໃຫ້​ເຈົ້າ​ໄປ​ບອກ​ເຂົາ​ເຈົ້າ​ວ່າ “ພະ​ເຢໂຫວາ​ບອກ​ວ່າ ‘ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ ບໍ່​ເຮັດ​ຕາມ​ກົດໝາຍ*​ທີ່​ເຮົາ​ໃຫ້​ພວກ​ເຈົ້າ 5 ແລະ​ບໍ່​ຟັງ​ຄຳ​ເວົ້າ​ຂອງ​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຊິ່ງ​ເຮົາ​ໄດ້​ສົ່ງ​ມາ​ບອກ​ພວກ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ*+ 6 ເຮົາ​ຈະ​ປະຖິ້ມ​ວິຫານ​ຫຼັງ​ນີ້​ຄື​ກັບ​ທີ່​ເຮົາ​ເຄີຍ​ຖິ້ມ​ຊີໂລ+​ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ຢູ່​ໃນ​ໂລກ​ນີ້​ສາບແຊ່ງ​ເມືອງ​ນີ້.’”’”+

7 ພວກ​ປະໂລຫິດ ພວກ​ຜູ້​ພະຍາກອນ ແລະ​ປະຊາຊົນ​ທັງໝົດ​ກໍ​ໄດ້​ຍິນ​ສິ່ງ​ທີ່​ເຢເຣມີຢາ​ເວົ້າ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 8 ເມື່ອ​ເຢເຣມີຢາ​ເວົ້າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ລາວ​ເວົ້າ​ກັບ​ປະຊາຊົນ​ຈົບ​ແລ້ວ ພວກ​ປະໂລຫິດ ພວກ​ຜູ້​ພະຍາກອນ ແລະ​ປະຊາຊົນ​ທຸກ​ຄົນ​ກໍ​ຈັບ​ເຢເຣມີຢາ​ໄວ້ ແລ້ວ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ຕາຍ​ແທ້! 9 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ພະຍາກອນ​ໂດຍ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ເວົ້າ​ວ່າ ‘ວິຫານ​ນີ້​ຈະ​ເປັນ​ຄື​ກັບ​ຊີໂລ ແລະ​ເມືອງ​ນີ້​ຈະ​ຮ້າງ​ເປົ່າ​ແລະ​ບໍ່​ມີ​ຄົນ​ອາໄສ​ຢູ່’?” ແລ້ວ​ປະຊາຊົນ​ກໍ​ພາກັນ​ມາ​ລ້ອມ​ເຢເຣມີຢາ​ໄວ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.

10 ເມື່ອ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ໄດ້​ຍິນ​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ອອກ​ຈາກ​ວັງ​ຂອງ​ກະສັດ​ແລະ​ມາ​ວິຫານ​ຂອງ​ພະ​ເຢໂຫວາ. ແລ້ວ​ນັ່ງ​ຢູ່​ທາງເຂົ້າ​ປະຕູ​ໃໝ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+ 11 ພວກ​ປະໂລຫິດ​ກັບ​ພວກ​ຜູ້​ພະຍາກອນ​ເວົ້າ​ກັບ​ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທັງໝົດ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ສົມຄວນ​ຕາຍ+​ຍ້ອນ​ລາວ​ພະຍາກອນ​ວ່າ​ເມືອງ​ນີ້​ຈະ​ຈິບຫາຍ. ພວກ​ເຈົ້າ​ກໍ​ໄດ້​ຍິນ​ກັບ​ຫູ​ຂອງ​ໂຕເອງ​ແລ້ວ​ຕົ໋ວ.”+

12 ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທັງໝົດ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ສົ່ງ​ຂ້ອຍ​ມາ​ພະຍາກອນ​ເລື່ອງ​ຄວາມ​ຈິບຫາຍ​ຂອງ​ວິຫານ​ຫຼັງ​ນີ້​ແລະ​ຂອງ​ເມືອງ​ນີ້​ຄື​ກັບ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແລ້ວ.+ 13 ບັດ​ນີ້ ໃຫ້​ພວກ​ເຈົ້າ​ປ່ຽນ​ວິທີ​ໃຊ້​ຊີວິດ​ແລະ​ການ​ກະທຳ​ຂອງ​ໂຕເອງ ແລະ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ແລ້ວ​ພະ​ເຢໂຫວາ​ຈະ​ປ່ຽນ​ໃຈ​ບໍ່​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້.+ 14 ແຕ່​ຕອນນີ້ ຂ້ອຍ​ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ​ແລ້ວ. ພວກ​ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ຂ້ອຍ​ກໍ​ເຮັດ​ໂລດ. 15 ແຕ່​ຂໍ​ໃຫ້​ພວກ​ເຈົ້າ​ຮູ້​ໄວ້​ເດີ້​ວ່າ​ຖ້າ​ພວກ​ເຈົ້າ​ຂ້າ​ຂ້ອຍ​ກໍ​ສ່ຳ​ກັບ​ວ່າ​ພວກ​ເຈົ້າ ຄົນ​ໃນ​ເມືອງ​ນີ້ ແລະ​ເມືອງ​ນີ້​ໄດ້​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ. ຍ້ອນ​ແທ້​ໆ​ແລ້ວ ພະ​ເຢໂຫວາ​ໄດ້​ສົ່ງ​ຂ້ອຍ​ໃຫ້​ມາ​ບອກ​ເລື່ອງ​ເຫຼົ່າ​ນີ້​ກັບ​ພວກ​ເຈົ້າ.”

16 ພວກ​ເຈົ້າ​ນາຍ​ກັບ​ປະຊາຊົນ​ທັງໝົດ​ຈຶ່ງ​ເວົ້າ​ກັບ​ພວກ​ປະໂລຫິດ​ແລະ​ພວກ​ຜູ້​ພະຍາກອນ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ບໍ່​ສົມຄວນ​ຕາຍ ຍ້ອນ​ລາວ​ເວົ້າ​ກັບ​ພວກ​ເຮົາ​ໃນ​ຖານະ​ຕົວແທນ*​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.”

17 ຈາກ​ນັ້ນ ພວກ​ຜູ້​ນຳ​ປະຊາຊົນ​ບາງ​ຄົນ​ໄດ້​ລຸກ​ຂຶ້ນ ແລ້ວ​ເວົ້າ​ກັບ​ປະຊາຊົນ​ທີ່​ຢູ່​ຫັ້ນ​ວ່າ: 18 “ມີກາ+​ຄົນ​ໂມເຣເຊັດກັດ​ເຄີຍ​ພະຍາກອນ​ໄວ້​ໃນ​ສະໄໝ​ທີ່​ກະສັດ​ເຮເຊກີຢາ+​ປົກຄອງ​ຢູດາ. ລາວ​ໄດ້​ເວົ້າ​ກັບ​ຄົນ​ຢູດາ​ທັງໝົດ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ

“ຊີໂອນ​ຈະ​ຖືກ​ໄຖ​ຄື​ກັບ​ທົ່ງ​ນາ

ເຢຣູຊາເລັມ​ຈະ​ກາຍ​ເປັນ​ກອງ​ຊາກຫັກພັງ+

ແລະ​ພູ​ທີ່​ວິຫານ​ຕັ້ງ​ຢູ່​ຈະ​ກາຍ​ເປັນ​ປ່າ​ທີ່​ຮົກ​ໆ​.”’+

19 ຕອນ​ນັ້ນ ເຮເຊກີຢາ​ກະສັດ​ຂອງ​ຢູດາ​ກັບ​ຄົນ​ຢູດາ​ໄດ້​ຂ້າ​ລາວ​ບໍ? ກະສັດ​ໄດ້​ຢ້ານຢຳ​ພະ​ເຢໂຫວາ​ແລະ​ໄດ້​ຂໍຮ້ອງ​ພະ​ເຢໂຫວາ​ເພື່ອ​ທີ່​ພະ​ເຢໂຫວາ​ຈະ​ປ່ຽນ​ໃຈ ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ເວົ້າ​ໄວ້​ບໍ່​ແມ່ນ​ບໍ?+ ຖ້າ​ພວກ​ເຮົາ​ເຮັດ​ແບບ​ນີ້* ພວກ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ໂຕເອງ​ເຈິ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່.

20 ຜູ້​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ອຸຣີຢາ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຊມາຢາ​ຄົນ​ກີຣິອາດເຢອາຣີມ+​ກໍ​ເຄີຍ​ພະຍາກອນ​ໂດຍ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ. ລາວ​ໄດ້​ພະຍາກອນ​ກ່ຽວ​ກັບ​ເມືອງ​ນີ້​ແລະ​ແຜ່ນດິນ​ນີ້​ຄ້າຍຄື​ກັບ​ສິ່ງ​ທີ່​ເຢເຣມີຢາ​ໄດ້​ເວົ້າ. 21 ກະສັດ​ເຢໂຮຢາກີມ+ ພວກ​ທະຫານ​ທີ່​ເກັ່ງ​ໆ​ທັງໝົດ ແລະ​ພວກ​ເຈົ້າ​ນາຍ​ທັງໝົດ​ກໍ​ໄດ້​ຍິນ​ຄຳ​ພະຍາກອນ​ນັ້ນ ກະສັດ​ຈຶ່ງ​ຊອກ​ວິທີ​ຂ້າ​ອຸຣີຢາ.+ ເມື່ອ​ອຸຣີຢາ​ຮູ້​ເລື່ອງ​ນີ້ ລາວ​ກໍ​ຢ້ານ​ຫຼາຍ​ແລະ​ໜີ​ໄປ​ເອຢິບ​ທັນທີ. 22 ຈາກ​ນັ້ນ ກະສັດ​ເຢໂຮຢາກີມ​ຈຶ່ງ​ສົ່ງ​ເອນນາທານ+​ລູກ​ຊາຍ​ຂອງ​ອັກໂບ​ແລະ​ຄົນ​ອື່ນ​ໆ​ໄປ​ເອຢິບ. 23 ເຂົາ​ເຈົ້າ​ຈັບ​ອຸຣີຢາ​ມາ​ຈາກ​ເອຢິບ ແລ້ວ​ກໍ​ເອົາ​ລາວ​ໄປ​ໃຫ້​ກະສັດ​ເຢໂຮຢາກີມ. ກະສັດ​ກໍ​ຂ້າ​ອຸຣີຢາ​ດ້ວຍ​ດາບ+​ແລະ​ໂຍນ​ສົບ​ຂອງ​ລາວ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ຂອງ​ຄົນ​ທຳມະດາ.”

24 ແຕ່​ອາຮີກາມ+​ລູກ​ຊາຍ​ຂອງ​ຊາຟານ+​ໄດ້​ຊ່ວຍ​ເຢເຣມີຢາ​ໄວ້ ເຢເຣມີຢາ​ຈຶ່ງ​ບໍ່​ຖືກ​ສົ່ງ​ໂຕ​ໄປ​ໃຫ້​ປະຊາຊົນ​ຂ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌