ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 44
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຈອກ​ເງິນ​ຂອງ​ໂຢເຊັບ​ຢູ່​ໃນ​ເປົາ​ຂອງ​ເບັນຢາມິນ (1-17)

      • ຢູດາ​ຂໍຮ້ອງ​ເລື່ອງ​ເບັນຢາມິນ (18-34)

ປະຖົມມະການ 44:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:25

ປະຖົມມະການ 44:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:12

ປະຖົມມະການ 44:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 44:2

ປະຖົມມະການ 44:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:8; 44:32
  • +ປຖກ 37:7, 9

ປະຖົມມະການ 44:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 44:5

ປະຖົມມະການ 44:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:18, 28; 42:21, 22

ປະຖົມມະການ 44:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 44:9

ປະຖົມມະການ 44:18

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:44; 45:8

ປະຖົມມະການ 44:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:13; 43:7
  • +ປຖກ 35:18, 19
  • +ປຖກ 37:31-34

ປະຖົມມະການ 44:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:15; 43:29

ປະຖົມມະການ 44:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:38

ປະຖົມມະການ 44:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:20

ປະຖົມມະການ 44:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:2

ປະຖົມມະການ 44:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:5

ປະຖົມມະການ 44:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 29:18; 30:22-24; 35:18, 19; 46:19

ປະຖົມມະການ 44:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:33

ປະຖົມມະການ 44:29

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 16:10; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13
  • +ປຖກ 37:34, 35; 42:38; ພສ 88:3

ປະຖົມມະການ 44:31

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ປະຖົມມະການ 44:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 44:1ປຖກ 42:25
ປຖກ. 44:8ປຖກ 43:12
ປຖກ. 44:12ປຖກ 44:2
ປຖກ. 44:14ປຖກ 43:8; 44:32
ປຖກ. 44:14ປຖກ 37:7, 9
ປຖກ. 44:15ປຖກ 44:5
ປຖກ. 44:16ປຖກ 37:18, 28; 42:21, 22
ປຖກ. 44:17ປຖກ 44:9
ປຖກ. 44:18ປຖກ 41:44; 45:8
ປຖກ. 44:20ປຖກ 42:13; 43:7
ປຖກ. 44:20ປຖກ 35:18, 19
ປຖກ. 44:20ປຖກ 37:31-34
ປຖກ. 44:21ປຖກ 42:15; 43:29
ປຖກ. 44:22ປຖກ 42:38
ປຖກ. 44:23ປຖກ 42:20
ປຖກ. 44:25ປຖກ 43:2
ປຖກ. 44:26ປຖກ 43:5
ປຖກ. 44:27ປຖກ 29:18; 30:22-24; 35:18, 19; 46:19
ປຖກ. 44:28ປຖກ 37:33
ປຖກ. 44:29ພສ 16:10; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13
ປຖກ. 44:29ປຖກ 37:34, 35; 42:38; ພສ 88:3
ປຖກ. 44:32ປຖກ 43:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 44:1-34

ປະຖົມມະການ

44 ຕໍ່ມາ ໂຢເຊັບ​ບອກ​ຄົນ​ທີ່​ເບິ່ງ​ແຍງ​ເຮືອນ​ຂອງ​ລາວ​ວ່າ: “ເອົາ​ອາຫານ​ໃສ່​ໃນເປົາຂອງ​ທຸກ​ຄົນ​ໃຫ້​ເຕັມ​ໆ​ ແລະ​ເອົາ​ເງິນ​ໃສ່​ແຕ່​ລະ​ເປົາ​ໄປ​ນຳ.+ 2 ແຕ່​ໃນ​ເປົາ​ຂອງ​ຜູ້​ຫຼ້າ ໃຫ້​ເອົາ​ຈອກ​ເງິນ​ຂອງ​ຂ້ອຍ​ໃສ່​ນຳ.” ແລ້ວ​ຜູ້​ເບິ່ງ​ແຍງ​ເຮືອນ​ກໍ​ເຮັດ​ຕາມ​ທີ່​ໂຢເຊັບ​ສັ່ງ.

3 ເມື່ອ​ຮອດ​ຕອນ​ເຊົ້າ ເຂົາ​ເຈົ້າ​ໄດ້​ອອກ​ເດີນ​ທາງ​ໄປ​ພ້ອມ​ກັບ​ລາ​ຂອງ​ເຂົາ​ເຈົ້າ. 4 ເມື່ອ​ເຂົາ​ເຈົ້າ​ອອກ​ໄປ​ໄດ້​ບໍ່​ໄກ ໂຢເຊັບ​ເວົ້າ​ກັບ​ຜູ້​ເບິ່ງ​ແຍງ​ເຮືອນ​ຂອງ​ລາວ​ວ່າ: “ນຳ​ຫຼັງ​ພວກ​ນັ້ນ​ໄປ. ໄປ​ໃຫ້​ທັນ​ແລະ​ເວົ້າ​ນຳ​ເຂົາ​ເຈົ້າ​ວ່າ ‘ເປັນ​ຫຍັງ​ພວກ​ເຈົ້າ​ຄື​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ດີ​ຂອງ​ນາຍ​ຂ້ອຍ? 5 ເປັນ​ຫຍັງ​ພວກ​ເຈົ້າລັກ​ເອົາ​ຈອກທີ່​ນາຍ​ຂອງ​ຂ້ອຍ​ເອົາ​ໄວ້​ໃສ່​ເຄື່ອງ​ດື່ມ​ແລະ​ໃຊ້​ທຳນາຍ​ອະນາຄົດ​ໄປ? ພວກ​ເຈົ້າ​ຄື​ຊົ່ວ​ແທ້.’”

6 ແລ້ວ​ຄົນ​ເບິ່ງ​ແຍງ​ເຮືອນ​ກໍ​ນຳ​ເຂົາ​ເຈົ້າ​ທັນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ຕາມ​ທີ່​ໂຢເຊັບ​ບອກ. 7 ເຂົາ​ເຈົ້າ​ຕອບ​ວ່າ: “ເປັນ​ຫຍັງ​ນາຍ​ທ່ານ​ຄື​ເວົ້າ​ຈັ່ງ​ຊີ້? ຜູ້​ຮັບໃຊ້​ຂອງ​ທ່ານ​ບໍ່​ກ້າ​ເຮັດ​ແນວ​ນັ້ນ​ດອກ. 8 ຂະໜາດ​ວ່າ​ເງິນ​ທີ່​ພວກ​ເຮົາ​ເຫັນ​ຢູ່​ໃນ​ເປົາ ພວກ​ເຮົາ​ກໍ​ຍັງ​ເດີນ​ທາງ​ມາ​ແຕ່​ການາອານ​ເພື່ອ​ເອົາ​ມາ​ສົ່ງ​ຄືນ.+ ພວກ​ເຮົາ​ຊິ​ໄປ​ກ້າ​ລັກ​ເອົາ​ເງິນ​ເອົາ​ຄຳ​ໃນ​ເຮືອນ​ຂອງ​ນາຍ​ທ່ານ​ໄດ້​ຈັ່ງ​ໃດ? 9 ຖ້າ​ເຫັນ​ຈອກ​ຢູ່​ໃນ​ເປົາ​ຂອງ​ຜູ້​ໃດ ກໍ​ໃຫ້​ຂ້າ​ຜູ້​ນັ້ນ​ໂລດ ສ່ວນ​ຄົນ​ອື່ນ​ໆ​ກໍ​ໃຫ້​ເປັນ​ທາດ​ຂອງ​ນາຍ​ທ່ານ.” 10 ຄົນ​ເບິ່ງ​ແຍງ​ເຮືອນ​ຂອງ​ໂຢເຊັບ​ຈຶ່ງ​ເວົ້າ​ວ່າ: “ເອົາ​ຈັ່ງ​ຊີ້​ສະ. ຖ້າ​ຂ້ອຍ​ເຫັນ​ຈອກ​ນັ້ນ​ຢູ່​ນຳ​ຜູ້​ໃດ ກໍ​ໃຫ້​ຜູ້​ນັ້ນ​ເປັນ​ທາດ​ຂອງ​ຂ້ອຍ ສ່ວນ​ຄົນ​ອື່ນ​ໆ​ຈະ​ບໍ່​ມີ​ຄວາມ​ຜິດ.” 11 ເຂົາ​ເຈົ້າ​ແຕ່​ລະ​ຄົນ​ກໍ​ຟ້າວ​ເອົາ​ເປົາ​ຂອງ​ໂຕ​ເອງ​ລົງ​ຈາກ​ຫຼັງ​ລາ​ແລະເປີດໄວ້. 12 ຄົນ​ເບິ່ງ​ແຍງ​ເຮືອນ​ຂອງ​ໂຢເຊັບ​ກໍ​ຄົ້ນ​ຢ່າງ​ລະອຽດ ເລີ່ມ​ຈາກ​ເປົາ​ຂອງ​ອ້າຍ​ກົກ​ໄປ​ຈົນ​ຮອດ​ເປົາ​ຂອງ​ນ້ອງ​ຫຼ້າ. ໃນ​ທີ່​ສຸດ ກໍ​ເຫັນ​ຈອກ​ຢູ່​ໃນ​ເປົາ​ຂອງ​ເບັນຢາມິນ.+

13 ເຂົາ​ເຈົ້າ​ພາ​ກັນຈີກ​ເສື້ອດ້ວຍ​ຄວາມ​ເສຍໃຈ ແລ້ວ​ເອົາ​ເປົາ​ຂຶ້ນ​ເທິງ​ຫຼັງ​ລາ​ແລະ​ກັບ​ຄືນ​ໄປ​ໃນ​ເມືອງ. 14 ເມື່ອ​ຢູດາ+ແລະ​ພວກ​ອ້າຍ​ນ້ອງ​ໄປ​ຮອດ​ເຮືອນ​ຂອງ​ໂຢເຊັບ ລາວ​ກໍ​ຍັງ​ຢູ່​ຫັ້ນ. ເຂົາ​ເຈົ້າ​ກໍ​ໝູບ​ລົງພື້ນຕໍ່​ໜ້າ​ລາວ.+ 15 ໂຢເຊັບ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າເຮັດ​ຊົ່ວໃສ່​ຂ້ອຍ? ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ​ຂ້ອຍ​ເບິ່ງ​ອະນາຄົດ​ໄດ້?”+ 16 ຢູດາ​ຕອບ​ວ່າ: “ນາຍ​ເອີ້ຍ ພວກ​ເຮົາ​ບໍ່​ຮູ້​ຊິ​ເວົ້າ​ກັບ​ທ່ານ​ຈັ່ງ​ໃດ. ພວກ​ເຮົາ​ບໍ່​ມີ​ຂໍ້​ແກ້​ໂຕ​ແລ້ວ​. ພວກ​ເຮົາ​ບໍ່​ມີ​ຫຍັງ​ຈະ​ຢືນຢັນ​ໄດ້​ວ່າ​ພວກ​ເຮົາ​ບໍ່​ໄດ້​ລັກ. ພະເຈົ້າ​ອົງ​ທ່ຽງ​ແທ້​ລົງໂທດ​ທາດ​ຂອງ​ທ່ານ​ແລ້ວ.+ ພວກ​ເຮົາ​ທັງ​ໝົດ​ເປັນ​ທາດ​ຂອງ​ນາຍ​ທ່ານ​ແລ້ວ ລວມ​ທັງ​ຄົນ​ທີ່​ມີ​ຈອກ​ນັ້ນ​ໃນ​ເປົາ​!” 17 ໂຢເຊັບ​ຕອບ​ວ່າ: “ຂ້ອຍ​ບໍ່​ເຮັດ​ແບບ​ນັ້ນ​ດອກ! ຂ້ອຍ​ຊິ​ເອົາ​ແຕ່​ຜູ້​ທີ່​ມີ​ຈອກ​ນັ້ນ​ໄວ້​ເປັນ​ທາດ​ຂອງ​ຂ້ອຍ+ ສ່ວນ​ຄົນ​ອື່ນ​ໆ​ກໍ​ມີ​ອິດ​ສະຫຼະ​ທີ່​ຈະ​ກັບ​ເມືອ​ຫາ​ພໍ່​ໄດ້.”

18 ຢູດາ​ຫຍັບ​ເຂົ້າ​ໄປ​ໃກ້​ໂຢເຊັບ​ແລະ​ເວົ້າ​ວ່າ: “ນາຍ​ເອີ້ຍ ຂໍ​ໃຫ້​ທາດ​ຂອງ​ທ່ານ​ໄດ້​ເວົ້າ​ກ່ອນ. ຢ່າ​ຟ້າວ​ໃຈ​ຮ້າຍ​ໃຫ້​ທາດ​ຂອງ​ທ່ານ​ເລີຍ ທ່ານ​ກໍ​ເປັນ​ຄື​ກັບ​ຟາໂຣ*ຄົນ​ໜຶ່ງ.+ 19 ນາຍ​ເຄີຍ​ຖາມ​ທາດ​ຂອງ​ທ່ານ​ວ່າ ‘ພໍ່​ຂອງ​ພວກ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກ​ເຈົ້າ​ຍັງ​ມີ​ນ້ອງ​ຊາຍ​ອີ​ກ​ບໍ?’ 20 ພວກ​ເຮົາ​ຕອບ​ນາຍ​ວ່າ ‘ພໍ່​ຂອງ​ພວກ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ແຕ່​ມີ​ອາຍຸ​ຫຼາຍ​ແລ້ວ ແລະ​ເພິ່ນ​ກໍ​ໄດ້​ລູກ​ຫຼ້າ​ຕອນ​ທີ່​ເຖົ້າ​ແລ້ວ.+ ແຕ່​ອ້າຍ​ຂອງ​ນ້ອງ​ຫຼ້າ​ທີ່​ເກີດ​ຈາກ​ແມ່​ດຽວ​ກັນ+​ຕາຍ​ແລ້ວ+ ພໍ່​ກໍ​ເລີຍ​ຮັກ​ລູກ​ຫຼ້າ​ຄົນ​ນີ້​ຫຼາຍ.’ 21 ຫຼັງ​ຈາກ​ນັ້ນ​ທ່ານ​ກໍ​ບອກ​ວ່າ ‘ພາ​ນ້ອງ​ຫຼ້າ​ມາ​ໃຫ້​ເບິ່ງ​ແດ່.’+ 22 ແຕ່​ພວກ​ເຮົາ​ບອກ​ທ່ານ​ວ່າ ‘ນ້ອງ​ຫຼ້າ​ປະ​ພໍ່​ບໍ່​ໄດ້​ດອກ. ຄັນ​ນ້ອງ​ຫຼ້າ​ໄປ​ຈາກ​ພໍ່ ພໍ່​ຊິ​ຕາຍ​ແນ່ນອນ.’+ 23 ແລ້ວ​ທ່ານ​ກໍ​ບອກ​ທາດ​ຂອງ​ທ່ານ​ວ່າ ‘ຖ້າ​ບໍ່​ພາ​ນ້ອງ​ຫຼ້າ​ມາ​ນຳ ກໍ​ຢ່າ​ຊູ່​ມາ​ນີ້​ອີກ.’+

24 ເມື່ອ​ພວກ​ເຮົາ​ກັບ​ໄປ​ຫາ​ພໍ່ ພວກ​ເຮົາ​ກໍ​ເລົ່າ​ໃຫ້​ພໍ່​ຟັງ​ວ່າ​ທ່ານ​ບອກຫຍັງ​ແດ່. 25 ຕໍ່ມາ ພໍ່​ບອກ​ວ່າ ‘ກັບ​ໄປ​ຊື້​ອາຫານ​ໃຫ້​ທຸກ​ຄົນ​ອີ​ກ​ແດ່.’+ 26 ແຕ່​ພວກ​ເຮົາ​ບອກ​ພໍ່​ວ່າ ‘ພວກ​ເຮົາ​ກັບ​ໄປ​ຫັ້ນ​ອີ​ກ​ບໍ່​ໄດ້​ດອກ ຖ້າ​ນ້ອງ​ຫຼ້າ​ບໍ່​ໄປ​ນຳ​ພວກ​ເຮົາ. ຍ້ອນ​ຜູ້​ຊາຍ​ຄົນ​ນັ້ນ​ບອກ​ວ່າ ຄັນ​ບໍ່​ພາ​ນ້ອງ​ຫຼ້າ​ມາ​ນຳ ກໍ​ບໍ່​ຕ້ອງ​ມາ​ໃຫ້​ລາວ​ເຫັນ​ໜ້າ​ອີກ.’+ 27 ພໍ່​ກໍ​ເລີຍ​ເວົ້າ​ກັບ​ພວກ​ເຮົາ​ວ່າ ‘ພວກ​ເຈົ້າ​ກໍ​ຮູ້​ວ່າ​ເມຍ​ຂອງ​ພໍ່​ເກີດ​ລູກ​ຊາຍ​ໃຫ້​ພໍ່ 2 ຄົນ.+ 28 ແຕ່​ຄົນ​ໜຶ່ງ​ຈາກ​ພໍ່​ໄປ​ແລ້ວ ລາວ​ຄື​ຊິ​ຖືກ​ສັດ​ຈີກ​ເປັນ​ຕ່ອນ​ໆ​+ ແລະ​ພໍ່​ກໍ​ບໍ່​ໄດ້​ເຫັນ​ໜ້າ​ລາວ​ຈົນ​ຮອດ​ຕອນ​ນີ້. 29 ຖ້າ​ພວກ​ລູກ​ພາ​ຜູ້​ນີ້​ໄປ​ຈາກ​ພໍ່​ອີ​ກ ແລະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ລາວ​ເຮັດ​ໃຫ້​ລາວ​ຕາຍ ພວກ​ລູກ​ກໍ​ຊິ​ເຮັດ​ໃຫ້​ຜູ້​ເຖົ້າ​ຫົວ​ຫງອກ​ຄື​ພໍ່​ລົງ​ໄປ​ບ່ອນ​ຝັງ​ສົບ*+ດ້ວຍ​ຄວາມ​ໂສກ​ເສົ້າ.’+

30 ພໍ່​ຮັກ​ນ້ອງ​ຫຼ້າ​ເທົ່າ​ກັບ​ຊີວິດ​ຂອງ​ເພິ່ນ. ຖ້າ​ຂ້ອຍ​ບໍ່​ໄດ້​ພາ​ນ້ອງ​ຫຼ້າ​ກັບ​ໄປ​ຫາ​ພໍ່ 31 ພໍ່​ຊິ​ຕາຍ​ແທ້​ໆ​ ເພາະ​ບໍ່​ເຫັນ​ໜ້າ​ລາວ. ຂ້ອຍ​ກໍ​ຈະ​ເປັນ​ຄົນ​ເຮັດ​ໃຫ້​ພໍ່​ທີ່​ຫົວ​ຫງອກ​ລົງ​ໄປ​ບ່ອນ​ຝັງ​ສົບ*ດ້ວຍ​ຄວາມ​ໂສກ​ເສົ້າ. 32 ຂ້ອຍ​ເປັນ​ຄົນ​ຮັບຮອງ​ກັບ​ພໍ່​ເອງ​ວ່າ ‘ຊິ​ບໍ່​ໃຫ້​ມີ​ຫຍັງ​ເກີດຂຶ້ນ​ກັບ​ນ້ອງ​ຫຼ້າ. ຖ້າ​ຂ້ອຍ​ບໍ່​ໄດ້​ພາ​ນ້ອງ​ກັບ​ເມືອ ຂ້ອຍ​ກໍ​ຈະ​ເຮັດ​ຜິດ​ຕໍ່​ພໍ່​ໄປ​ຕະຫຼອດ​ຊີວິດ.’+ 33 ຄັນ​ຊັ້ນ ຂ້ອຍ​ຂໍ​ເປັນ​ທາດ​ຂອງ​ທ່ານ​ແທນ​ນ້ອງ​ຫຼ້າ​ເອງ ແລະ​ຂໍ​ໃຫ້​ລາວ​ກັບ​ເມືອ​ພ້ອມ​ກັບ​ພວກ​ອ້າຍ. 34 ຂ້ອຍ​ບໍ່​ກ້າ​ກັບ​ເມືອ​ໃຫ້​ພໍ່​ເຫັນ​ໜ້າ​ດອກ ຖ້າ​ບໍ່​ມີ​ນ້ອງ​ຫຼ້າ​ເມືອ​ນຳ. ຂ້ອຍ​ທົນ​ບໍ່​ໄດ້​ດອກ​ທີ່​ຕ້ອງ​ເຫັນ​ພໍ່​ໂສກ​ເສົ້າ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌