ຂ່າວດີທີ່ຂຽນໂດຍມາຣະໂກ
2 ບໍ່ເທົ່າໃດມື້ຕໍ່ມາ ພະເຢຊູເຂົ້າໄປໃນເມືອງກາເປນາອູມແລະມີຄົນໄດ້ຍິນວ່າເພິ່ນກັບມາຢູ່ເຮືອນແລ້ວ+ 2 ຄົນບັກຫຼາຍໆຈຶ່ງພາກັນມາເຕັມເຮືອນຈົນລົ້ນອອກໄປອັ່ງຢູ່ປະຕູ ແລ້ວພະເຢຊູກໍສອນເລື່ອງພະເຈົ້າໃຫ້ເຂົາເຈົ້າຮູ້.+ 3 ມີຜູ້ຊາຍ 4 ຄົນຫາມຄົນເປັນອຳມະພາດມາ.+ 4 ແຕ່ເຂົາເຈົ້າເຂົ້າໄປຫາພະເຢຊູບໍ່ໄດ້ຍ້ອນມີຄົນຫຼາຍໂພດ ເຂົາເຈົ້າຈຶ່ງຮື້ຫຼັງຄາທີ່ຢູ່ຊື່ກັບບ່ອນທີ່ເພິ່ນຢູ່ອອກ ແລະເມື່ອຮື້ເປັນປ່ອງແລ້ວ ເຂົາເຈົ້າກໍຢ່ອນເປທີ່ຄົນເປັນອຳມະພາດນອນຢູ່ນັ້ນລົງມາ. 5 ເມື່ອພະເຢຊູເຫັນຄວາມເຊື່ອຂອງເຂົາເຈົ້າ+ ເພິ່ນບອກຄົນທີ່ເປັນອຳມະພາດວ່າ: “ລູກເອີ້ຍ ຂ້ອຍຍົກໂທດບາບໃຫ້ເຈົ້າແລ້ວ.”+ 6 ມີຄູສອນສາສະໜາບາງຄົນນັ່ງຢູ່ຫັ້ນ ແລະເຂົາເຈົ້າຄິດໃນໃຈວ່າ:+ 7 “ລາວເວົ້າແບບນີ້ໄດ້ຈັ່ງໃດ? ລາວໝິ່ນປະໝາດພະເຈົ້າແທ້ໆ. ມີແຕ່ພະເຈົ້າເທົ່ານັ້ນທີ່ຍົກໂທດບາບໄດ້.”+ 8 ແຕ່ພະເຢຊູຮູ້ທັນທີວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງຖາມເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຄືຄິດແບບນັ້ນ?+ 9 ມັນງ່າຍທີ່ຈະເວົ້າວ່າ ‘ບາບຂອງເຈົ້າໄດ້ຮັບການຍົກໂທດແລ້ວ.’ ແຕ່ຈະມີໃຜບອກຜູ້ຊາຍຄົນນີ້ໄດ້ບໍວ່າ ‘ລຸກຂຶ້ນແລະແບກເປຂອງເຈົ້າຍ່າງໄປໂລດ’? 10 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າລູກມະນຸດ+ມີອຳນາດຈະຍົກໂທດບາບໃນໂລກນີ້ໄດ້ແທ້.”+ ແລ້ວພະເຢຊູກໍເວົ້າກັບຄົນທີ່ເປັນອຳມະພາດວ່າ: 11 “ລຸກຂຶ້ນ ແລ້ວແບກເປເມືອເຮືອນ.” 12 ລາວກໍລຸກຂຶ້ນ ແລ້ວແບກເປຍ່າງອອກໄປຕໍ່ໜ້າທຸກຄົນທັນທີ ເຂົາເຈົ້າຈຶ່ງແປກໃຈຫຼາຍແລະພາກັນສັນລະເສີນພະເຈົ້າ. ເຂົາເຈົ້າເວົ້າວ່າ: “ພວກເຮົາບໍ່ເຄີຍເຫັນແບບນີ້ຈັກເທື່ອ.”+
13 ພະເຢຊູໄປແຄມທະເລອີກ. ມີຄົນຫຼາຍແທ້ຫຼາຍວ່າມາຫາເພິ່ນ ແລ້ວເພິ່ນກໍສອນເຂົາເຈົ້າ. 14 ຕອນທີ່ພະເຢຊູຍ່າງມາຕາມທາງ ເພິ່ນເຫັນເລວີລູກຊາຍຂອງອາລະຟາຍນັ່ງຢູ່ດ່ານເກັບພາສີ ເພິ່ນຈຶ່ງເວົ້າກັບລາວວ່າ: “ມາເປັນລູກສິດຂ້ອຍແມ້.” ເລວີກໍລຸກຂຶ້ນແລະໄປນຳເພິ່ນ.+ 15 ຕໍ່ມາ ພະເຢຊູໄປກິນເຂົ້າຢູ່ເຮືອນຂອງເລວີ. ມີຄົນເກັບພາສີແລະຄົນທີ່ມັກເຮັດຜິດກິນເຂົ້າຢູ່ໂຕະດຽວກັບພະເຢຊູແລະພວກລູກສິດຂອງເພິ່ນ. ຫຼາຍຄົນໃນກຸ່ມນັ້ນໄດ້ເປັນຜູ້ຕິດຕາມພະເຢຊູແລ້ວ.+ 16 ເມື່ອພວກຄູສອນສາສະໜາທີ່ເປັນຟາຣີຊາຍເຫັນພະເຢຊູກິນເຂົ້ານຳຄົນທີ່ມັກເຮັດຜິດແລະຄົນເກັບພາສີ ເຂົາເຈົ້າຈຶ່ງເວົ້າກັບພວກລູກສິດຂອງເພິ່ນວ່າ: “ເປັນຫຍັງລາວຈຶ່ງກິນເຂົ້ານຳຄົນເກັບພາສີແລະຄົນບາບ?” 17 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າວ່າ: “ຄົນທີ່ແຂງແຮງບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍຕ້ອງໃຫ້ໝໍປົວ. ຂ້ອຍບໍ່ໄດ້ມາເພື່ອຊ່ວຍຄົນດີ* ແຕ່ມາເພື່ອຊ່ວຍຄົນທີ່ເຮັດຜິດ.”+
18 ລູກສິດຂອງໂຢຮັນແລະພວກຟາຣີຊາຍອົດເຂົ້າເປັນປະຈຳ ເຂົາເຈົ້າບາງຄົນຈຶ່ງເຂົ້າມາຖາມພະເຢຊູວ່າ: “ລູກສິດຂອງໂຢຮັນແລະລູກສິດຂອງພວກຟາຣີຊາຍອົດເຂົ້າ ແຕ່ເປັນຫຍັງພວກລູກສິດຂອງທ່ານຈຶ່ງບໍ່ອົດເຂົ້າ?”+ 19 ພະເຢຊູຕອບເຂົາເຈົ້າວ່າ: “ຕອນທີ່ເຈົ້າບ່າວຍັງຢູ່+ ໝູ່ເຈົ້າບ່າວກໍບໍ່ຕ້ອງອົດເຂົ້າແມ່ນບໍ? ໝູ່ເຈົ້າບ່າວຈະບໍ່ອົດເຂົ້າ ຖ້າເຈົ້າບ່າວຍັງຢູ່ນຳ. 20 ແຕ່ມີມື້ໜຶ່ງຊິມີຄົນເອົາເຈົ້າບ່າວໄປຈາກເຂົາເຈົ້າ ຕອນນັ້ນແຫຼະທີ່ເຂົາເຈົ້າຈະໂສກເສົ້າ+ແລະອົດເຂົ້າ. 21 ບໍ່ມີໃຜເອົາຜ້າໃໝ່ມາຕາບເສື້ອເກົ່າ. ຖ້າເຮັດແບບນັ້ນ ເມື່ອຜ້າໃໝ່ຫົດ ມັນຈະດຶງຜ້າເກົ່າໃຫ້ຂາດ ແລ້ວຮອຍຂາດຈະໃຫຍ່ກວ່າເກົ່າ.+ 22 ບໍ່ມີຜູ້ໃດເອົາເຫຼົ້າແວງໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດແບບນັ້ນ ເຫຼົ້າແວງຈະເຮັດໃຫ້ຖົງໜັງແຕກ ແລ້ວທັງສອງຢ່າງຈະເສຍຖິ້ມໄປລ້າໆ. ເຫຼົ້າແວງໃໝ່ກໍຕ້ອງໃສ່ຖົງໜັງໃໝ່.”
23 ຕອນທີ່ພະເຢຊູກັບພວກລູກສິດຍ່າງຜ່ານທົ່ງນາໃນວັນຊະບາໂຕ ລູກສິດຂອງເພິ່ນເດັດຮວງເຂົ້າມາກິນຕອນທີ່ຍ່າງໄປ.+ 24 ພວກຟາຣີຊາຍຈຶ່ງເວົ້າກັບເພິ່ນວ່າ: “ເບິ່ງແມະ! ເປັນຫຍັງເຂົາເຈົ້າເຮັດຜິດກົດວັນຊະບາໂຕ?” 25 ພະເຢຊູຈຶ່ງຕອບເຂົາເຈົ້າວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າດາວິດເຮັດຫຍັງຕອນທີ່ລາວກັບຄົນຂອງລາວຫິວເຂົ້າແລະບໍ່ມີຫຍັງກິນ?+ 26 ຕອນທີ່ລາວຢູ່ກັບຫົວໜ້າປະໂລຫິດອາບີອາທາ+ ລາວເຂົ້າໄປເອົາເຂົ້າຈີ່ທີ່ຕັ້ງໄວ້*ໃນວິຫານຂອງພະເຈົ້າ*ອອກມາກິນກັບຄົນຂອງລາວ. ທີ່ຈິງ ເຂົາເຈົ້າບໍ່ມີສິດກິນເຂົ້າຈີ່ນັ້ນ ຍ້ອນມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນໄດ້.”+ 27 ແລ້ວພະເຢຊູກໍເວົ້າກັບເຂົາເຈົ້າວ່າ: “ພະເຈົ້າຕັ້ງວັນຊະບາໂຕເພື່ອປະໂຫຍດຂອງມະນຸດ+ ບໍ່ແມ່ນສ້າງມະນຸດເພື່ອໃຫ້ຖືວັນຊະບາໂຕ. 28 ດັ່ງນັ້ນ ລູກມະນຸດເປັນນາຍເໜືອວັນຊະບາໂຕ.”+