ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສຸພາສິດ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມສຸພາສິດ

    • ສຸພາສິດ​ຂອງ​ໂຊໂລໂມນ​ທີ່​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄດ້​ລວບລວມ​ແລະ​ຄັດລອກ​ໄວ້ (25:1–29:27)

ສຸພາສິດ 26:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 30:21, 22; ປຍຈ 10:7

ສຸພາສິດ 26:3

ໄຂເງື່ອນ

  • *

    ເຊືອກ​ນີ້​ມັດ​ຢູ່​ສອງ​ສົ້ນ​ຂອງ​ເຫຼັກ​ສຳລັບ​ໃສ່​ປາກ​ລາ​ເພື່ອ​ຈະ​ຄວບຄຸມ​ມັນ​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 32:9
  • +ສພສ 27:22

ສຸພາສິດ 26:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:23-25

ສຸພາສິດ 26:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດື່ມ​ຄວາມ​ຮຸນແຮງ”

ສຸພາສິດ 26:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:7

ສຸພາສິດ 26:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 19:10; 26:1

ສຸພາສິດ 26:10

ໄຂເງື່ອນ

  • *

    ຫຼື “ເຮັດ​ໃຫ້​ທຸກ​ຄົນ​ບາດເຈັບ”

ສຸພາສິດ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 2:22

ສຸພາສິດ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 12:15; 1ກຣ 3:18; 8:2

ສຸພາສິດ 26:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 22:13

ສຸພາສິດ 26:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 6:9; 19:15; 24:33, 34

ສຸພາສິດ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 19:24

ສຸພາສິດ 26:17

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ແລ້ວ​ເຂົ້າ​ໄປ​ຫຍຸ້ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 4:11; 1ປຕ 4:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຮຽນຈາກຄູ ໜ້າ 105-106

ສຸພາສິດ 26:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:21

ສຸພາສິດ 26:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 22:10; ຢກບ 3:6

ສຸພາສິດ 26:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:30; 16:28; 17:14

ສຸພາສິດ 26:22

ໄຂເງື່ອນ

  • *

    ຫຼື “ອາຫານ​ທີ່​ຕ້ອງ​ຟ້າວ​ກືນ​ແບບ​ໂລບມາກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 18:8

ສຸພາສິດ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:9, 10

ສຸພາສິດ 26:25

ໄຂເງື່ອນ

  • *

    ຫຼື “ຍ້ອນ​ໃຈ​ຂອງ​ລາວ​ເປັນ​ຕາ​ຂີ້ດຽດ​ແທ້​ໆ​”

ສຸພາສິດ 26:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 7:10; ພສ 9:15; ສພສ 28:10; ປຍຈ 10:8

ສຸພາສິດ 26:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 29:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສພສ. 26:1ສພສ 30:21, 22; ປຍຈ 10:7
ສພສ. 26:3ພສ 32:9
ສພສ. 26:3ສພສ 27:22
ສພສ. 26:5ມທ 21:23-25
ສພສ. 26:7ສພສ 17:7
ສພສ. 26:8ສພສ 19:10; 26:1
ສພສ. 26:112ປຕ 2:22
ສພສ. 26:12ສພສ 12:15; 1ກຣ 3:18; 8:2
ສພສ. 26:13ສພສ 22:13
ສພສ. 26:14ສພສ 6:9; 19:15; 24:33, 34
ສພສ. 26:15ສພສ 19:24
ສພສ. 26:171ທຊ 4:11; 1ປຕ 4:15
ສພສ. 26:19ສພສ 15:21
ສພສ. 26:20ສພສ 22:10; ຢກບ 3:6
ສພສ. 26:21ສພສ 3:30; 16:28; 17:14
ສພສ. 26:22ສພສ 18:8
ສພສ. 26:232ຊມ 20:9, 10
ສພສ. 26:27ອສທ 7:10; ພສ 9:15; ສພສ 28:10; ປຍຈ 10:8
ສພສ. 26:28ສພສ 29:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ສຸພາສິດ 26:1-28

ສຸພາສິດ

26 ກຽດຕິຍົດ​ບໍ່​ເໝາະສົມ​ກັບ​ຄົນໂງ່+

ຄືກັບ​ຫິມະ​ທີ່​ຕົກ​ໃນ​ລະດູ​ຮ້ອນ​ແລະ​ຝົນ​ທີ່​ຕົກ​ໃນ​ລະດູ​ເກັບກ່ຽວ.

 2 ນົກ​ບໍ່​ໄດ້​ບິນ​ໜີ​ໂດຍ​ບໍ່​ມີ​ເຫດຜົນ​ແລະ​ນົກແອ່ນ​ບໍ່​ໄດ້​ບິນ​ໄປ​ໂດຍ​ບໍ່​ມີ​ສາເຫດ

ຖ້າ​ມີ​ຄົນ​ສາບແຊ່ງ​ກໍ​ຕ້ອງ​ມີ​ເຫດຜົນ​ຄືກັນ.

 3 ແສ້​ມີ​ໄວ້​ສຳລັບ​ມ້າ​ແລະ​ເຊືອກ*​ຄາດ​ໃສ່​ປາກ​ມີ​ໄວ້​ສຳລັບ​ລາ+

ແຕ່​ໄມ້​ແສ້​ມີ​ໄວ້​ສຳລັບ​ຫຼັງ​ຂອງ​ຄົນ​ໂງ່.+

 4 ຢ່າ​ຕອບ​ຄົນ​ໂງ່​ຄື​ກັບ​ຄົນ​ໂງ່

ເພື່ອ​ທີ່​ເຈົ້າ​ຈະ​ບໍ່​ໄດ້​ລົດ​ໂຕ​ລົງ​ໄປ​ຢູ່​ລະດັບ​ດຽວ​ກັບ​ລາວ.

 5 ໃຫ້​ຕອບ​ຄົນ​ໂງ່​ຄື​ກັບ​ຄົນ​ໂງ່

ເພື່ອ​ລາວ​ຈະ​ບໍ່​ໄດ້​ຄິດ​ວ່າ​ໂຕເອງ​ສະຫຼາດ.+

 6 ຄົນ​ທີ່​ຝາ​ກ​ເລື່ອງ​ຕ່າງ​ໆ​ໄວ້​ກັບ​ຄົນ​ໂງ່

ກໍ​ເປັນ​ຄືກັບ​ຄົນ​ທີ່​ເຮັດ​ໃຫ້​ຕີນ​ໂຕເອງ​ພິການ​ແລະ​ທຳຮ້າຍ​ໂຕເອງ.*

 7 ສຸພາສິດ​ທີ່​ອອກ​ຈາກ​ປາກ​ຄົນ​ໂງ່+

ກໍ​ເປັນ​ຄືກັບ​ຂາ​ລ່ອຍ​ໆ​ຂອງ​ຄົນ​ພິການ.

 8 ການ​ໃຫ້​ກຽດ​ຄົນ​ໂງ່+

ກໍ​ເປັນ​ຄືກັບ​ການ​ເອົາ​ກ້ອນ​ຫີນ​ມັດ​ຕິດ​ກັບ​ເຊືອກ​ທີ່​ໃຊ້​ແກວ່ງ​ກ້ອນ​ຫີນ.

 9 ສຸພາສິດ​ທີ່​ອອກ​ຈາກ​ປາກ​ຄົນ​ໂງ່

ກໍ​ເປັນ​ຄືກັບ​ຕົ້ນ​ໜາມ​ທີ່​ຢູ່​ໃນ​ມື​ຂອງ​ຄົນ​ຂີ້ເຫຼົ້າ.

10 ຄົນ​ທີ່​ຈ້າງ​ຄົນ​ໂງ່​ຫຼື​ຈ້າງ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ

ກໍ​ເປັນ​ຄື​ກັບ​ທະຫານ​ທີ່​ຍິງ​ທະນູ​ອອກ​ໄປ​ທົ່ວ​ທີບ.*

11 ຄົນ​ໂງ່​ເຮັດ​ແນວ​ໂງ່​ໆ​ຊ້ຳ​ແລ້ວ​ຊ້ຳ​ອີກ

ຄື​ກັບ​ໝາ​ທີ່​ກັບ​ໄປ​ກິນ​ຮາກ​ຂອງ​ມັນ​ເອງ.+

12 ເຈົ້າ​ເຄີຍ​ເຫັນ​ຄົນ​ທີ່​ຄິດ​ວ່າ​ໂຕເອງ​ສະຫຼາດ​ບໍ?+

ການ​ຊ່ວຍ​ຄົນ​ໂງ່​ກໍ​ຍັງ​ງ່າຍ​ກວ່າ​ຊ່ວຍ​ລາວ​ອີກ.

13 ຄົນ​ຂີ້ຄ້ານ​ຈະ​ເວົ້າ​ວ່າ: “ມີ​ໂຕສິງ​ຢູ່​ຫົນທາງ!

ມີ​ໂຕສິງ​ຢູ່​ເດີ່ນ​ຂອງ​ເມືອງ.”+

14 ຄົນ​ຂີ້ຄ້ານ​ນອນ​ພິກ​ໄປ​ພິກ​ມາ+

ຄື​ກັບ​ປະຕູ​ທີ່​ເປີດ​ເຂົ້າ​ເປີດ​ອອກ.

15 ຄົນ​ຂີ້ຄ້ານ​ຈຸ່ມ​ມື​ລົງ​ໃນ​ຖ້ວຍ

ແຕ່​ລາວ​ເມື່ອຍ​ຫຼາຍ​ຈົນ​ບໍ່​ຢາກ​ຈັບ​ເອົາ​ອາຫານ​ມາ​ໃສ່​ປາກ​ໂຕເອງ.+

16 ຄົນ​ຂີ້ຄ້ານ​ຄິດ​ວ່າ​ໂຕເອງ​ສະຫຼາດ​ກວ່າ

ອີກ 7 ຄົນ​ທີ່​ໃຫ້​ຄວາມຄິດ​ເຫັນ​ທີ່​ມີ​ເຫດຜົນ.

17 ຄົນ​ທີ່​ໄປ​ເຫັນ​ຄົນອື່ນ​ຜິດ​ຖຽງກັນ ແລ້ວ​ພັດ​ໃຈຮ້າຍ*+

ກໍ​ເປັນ​ຄືກັບ​ຄົນ​ທີ່​ຈັບ​ຫູໝາ​ບໍ່​ປ່ອຍ.

18 ຄືກັບ​ຄົນ​ບ້າ​ທີ່​ຍິງ​ທະນູ​ໄຟ​ແລະ​ຊັດ​ຫອກ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ

19 ຄົນ​ທີ່​ມັກ​ຢອກ​ເພື່ອນ​ບ້ານ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢອກ​ຊື່​ໆ​” ກໍ​ເປັນ​ແນວນັ້ນ​ແຫຼະ.+

20 ຖ້າ​ບ່ອນໃດ​ບໍ່​ມີ​ຟືນ ໄຟ​ກໍ​ມອດ

ແລະ​ຖ້າ​ບ່ອນໃດ​ບໍ່​ມີ​ຄົນ​ທີ່​ມັກ​ໃສ່ຮ້າຍ ການ​ຜິດ​ຖຽງກັນ​ກໍ​ໝົດ​ໄປ.+

21 ຄົນ​ທີ່​ມັກ​ໂຕ້ຖຽງ​ຍົວະ​ໃຫ້​ມີການ​ຜິດ​ຖຽງກັນ+

ຄືກັບ​ຖ່ານ​ແລະ​ຟືນ​ທີ່​ເຮັດ​ໃຫ້​ໄຟ​ລຸກ​ແຮງ​ຂຶ້ນ.

22 ຄຳເວົ້າ​ຂອງ​ຄົນ​ທີ່​ມັກ​ໃສ່ຮ້າຍ​ເປັນ​ຄື​ກັບ​ອາຫານ​ທີ່​ແຊບ​ໆ​.*

ພວກ​ມັນ​ຖືກ​ກືນ​ລົງ​ທ້ອງ​ໄປ​ທັນທີ.+

23 ຄຳເວົ້າ​ດີ​ໆ​ຈາກ​ຄົນ​ທີ່​ມີ​ເຈຕະນາ​ຮ້າຍ+

ກໍ​ເປັນ​ຄື​ກັບ​ເງິນ​ທີ່​ໂອບ​ຢູ່​ເສດ​ໝໍ້​ດິນ.

24 ຄົນ​ທີ່​ຊັງ​ຄົນອື່ນ​ໃຊ້​ຄຳເວົ້າ​ເພື່ອ​ປິດບັງ​ຄວາມ​ກຽດຊັງ​ໄວ້

ແຕ່​ໃນ​ໃຈ​ຂອງ​ລາວ​ຄິດ​ຈະ​ຫຼອກລວງ.

25 ເຖິງ​ວ່າ​ລາວ​ຈະ​ເວົ້າ​ດີ​ໆ​ມ່ວນ​ໆ​ກໍ​ຢ່າ​ໄປ​ໄວ້ໃຈ​ລາວ

ຍ້ອນ​ໃນ​ໃຈ​ຂອງ​ລາວ​ມີ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ 7 ຢ່າງ.*

26 ເຖິງ​ວ່າ​ຄວາມ​ກຽດຊັງ​ຂອງ​ລາວ​ຈະ​ຖືກ​ປິດບັງ​ໄວ້​ດ້ວຍ​ການ​ຫຼອກລວງ

ແຕ່​ຄວາມ​ຊົ່ວ​ຂອງ​ລາວ​ຈະ​ຖືກ​ເປີດໂປງ​ຕໍ່​ໜ້າ​ທຸກ​ຄົນ.

27 ຄົນ​ທີ່​ຂຸດ​ຂຸມ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ

ແລະ​ຄົນ​ທີ່​ກິ້ງ​ຫີນ​ໄປ​ຈະ​ຖືກ​ຫີນ​ກິ້ງ​ກັບມາ​ທັບ.+

28 ຄົນ​ທີ່​ເວົ້າ​ຕົວະ​ຊັງ​ຄົນ​ທີ່​ລາວ​ຕົວະ

ແລະ​ຄົນ​ທີ່​ມັກ​ຍ້ອງ​ເຮັດ​ໃຫ້​ຄົນອື່ນ​ຈິບຫາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌