ສຸພາສິດ
2 ເມື່ອຄົນສະຫຼາດເວົ້າ ເຂົາເຈົ້າກໍໃຊ້ຄວາມຮູ້ຂອງເຂົາເຈົ້າໃຫ້ເປັນປະໂຫຍດ+
ແຕ່ຄົນໂງ່ເວົ້າເລື່ອງທີ່ບໍ່ເປັນປະໂຫຍດແບບບໍ່ຄິດ.
3 ພະເຢໂຫວາເຫັນສິ່ງທີ່ເກີດຂຶ້ນທຸກບ່ອນ.
ເພິ່ນເບິ່ງທັງຄົນດີແລະຄົນຊົ່ວ.+
6 ໃນເຮືອນຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງມີຊັບສົມບັດຫຼາຍ
11 ຂະໜາດສົບທີ່ເນົ່າເປື່ອຍ*ຢູ່ໃນຂຸມຝັງສົບ* ພະເຢໂຫວາກໍຍັງເຫັນໄດ້ຢ່າງຈະແຈ້ງ+
ສິ່ງທີ່ຢູ່ໃນຫົວໃຈຂອງມະນຸດ ເພິ່ນກໍແຮ່ງເຫັນແຈ້ງກວ່ານັ້ນອີກ.+
12 ຄົນຍິ່ງ*ບໍ່ມັກຄົນທີ່ມາຕັກເຕືອນ*ລາວ.+
ລາວຈະບໍ່ປຶກສາຄົນສະຫຼາດ.+
13 ໃຈທີ່ຍິນດີເຮັດໃຫ້ໜ້າຕາສົດໃສ
ແຕ່ໃຈທີ່ເຈັບປວດເຮັດໃຫ້ຊຶມເສົ້າ.+
15 ຄົນທີ່ມີຄວາມທຸກຄິດວ່າທຸກມື້ເປັນມື້ທີ່ບໍ່ດີ+
ແຕ່ຄົນທີ່ມີຄວາມສຸກໃນໃຈ*ກໍຄືກັບວ່າລາວຢູ່ໃນງານລ້ຽງຕະຫຼອດເວລາ.+
16 ເປັນຄົນທີ່ຢ້ານຢຳພະເຢໂຫວາແລະບໍ່ມີຫຍັງຫຼາຍ+
17 ກິນຜັກຈານດຽວໃນບ່ອນທີ່ມີຄວາມຮັກ+
ກໍດີກວ່າກິນຊີ້ນງົວໂຕຕຸ້ຍໆ*ໃນບ່ອນທີ່ມີຄວາມກຽດຊັງ.+
21 ຄົນທີ່ບໍ່ຮູ້ຈັກຄິດມັກເຮັດແນວໂງ່ໆ+
ແຕ່ຄົນທີ່ມີຄວາມເຂົ້າໃຈຍ່າງຢູ່ໃນທາງທີ່ຖືກຕ້ອງ.+
22 ຖ້າບໍ່ມີການປຶກສາກັນແຜນການກໍບໍ່ສຳເລັດ
ແຕ່ຖ້າມີທີ່ປຶກສາຫຼາຍຄົນກໍຈະປະສົບຄວາມສຳເລັດ.+
24 ຄົນທີ່ມີຄວາມເຂົ້າໃຈຍ່າງຂຶ້ນໄປທາງເທິງເຊິ່ງເປັນທາງທີ່ໃຫ້ຊີວິດ.+
ລາວຫຼີກລ່ຽງທີ່ຈະບໍ່ໄປທາງລຸ່ມເຊິ່ງເປັນທາງໄປບ່ອນຝັງສົບ.*+
27 ຄົນທີ່ຫາຜົນປະໂຫຍດແບບບໍ່ສັດຊື່ເຮັດໃຫ້ຄອບຄົວຂອງໂຕເອງເດືອດຮ້ອນ*+
ແຕ່ຄົນທີ່ຊັງການຮັບສິນບົນຈະມີອາຍຸຍືນຍາວ.+
28 ໃຈຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງຄິດຕຶກຕອງກ່ອນຈະຕອບ*+
ແຕ່ປາກຂອງຄົນຊົ່ວເວົ້າສິ່ງທີ່ບໍ່ດີອອກມາໂລດ.
29 ພະເຢໂຫວາຢູ່ໄກຈາກຄົນຊົ່ວ
ແຕ່ເພິ່ນຟັງຄຳອະທິດຖານຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງ.+
31 ຄົນທີ່ຟັງຄຳຕັກເຕືອນທີ່ເຮັດໃຫ້ໄດ້ຊີວິດ
ກໍອາໄສຢູ່ນຳຄົນສະຫຼາດ.+