ຂ່າວຄາວສະບັບທີໜຶ່ງ
21 ຕໍ່ມາ ຊາຕານ*ໄດ້ໂຈມຕີອິດສະຣາເອນແລະກະຕຸ້ນດາວິດໃຫ້ນັບຈຳນວນພວກອິດສະຣາເອນ.+ 2 ດາວິດຈຶ່ງບອກໂຢອາບ+ກັບພວກຫົວໜ້າວ່າ: “ໃຫ້ໄປນັບຈຳນວນພວກອິດສະຣາເອນຕັ້ງແຕ່ເມືອງເບເອເຊບາຈົນຮອດເມືອງດານ+ແລ້ວມາບອກຂ້ອຍ ເພາະຂ້ອຍຢາກຮູ້ວ່າມີຈັກຄົນ.”* 3 ແຕ່ໂຢອາບຕອບວ່າ: “ຂໍໃຫ້ພະເຢໂຫວາເພີ່ມຈຳນວນຄົນຂຶ້ນອີກ 100 ເທົ່າ. ກະສັດຜູ້ເປັນນາຍຂອງຂ້ອຍ ປະຊາຊົນທຸກຄົນກໍຮັບໃຊ້ທ່ານຢູ່ແລ້ວ ທ່ານຊິນັບເຮັດຫຍັງ? ທ່ານເຮັດແບບນີ້ ພວກອິດສະຣາເອນຈະເດືອດຮ້ອນໄດ໋.”
4 ແຕ່ກະສັດດາວິດບໍ່ຍອມຟັງໂຢອາບ. ໂຢອາບຈຶ່ງໄປນັບຈຳນວນຄົນຢູ່ທົ່ວອິດສະຣາເອນ ແລ້ວລາວກໍກັບມາເມືອງເຢຣູຊາເລັມ.+ 5 ໂຢອາບລາຍງານຈຳນວນຄົນທີ່ລາວນັບໃຫ້ດາວິດຮູ້. ພວກອິດສະຣາເອນຈາກຕະກູນຕ່າງໆທີ່ເປັນທະຫານໄດ້ມີ 1.100.000 ຄົນແລະພວກຢູດາມີ 470.000 ຄົນ.+ 6 ແຕ່ໂຢອາບບໍ່ໄດ້ນັບຄົນໃນຕະກູນເລວີກັບຕະກູນເບັນຢາມິນ+ ຍ້ອນລາວບໍ່ພໍໃຈທີ່ກະສັດສັ່ງໃຫ້ເຮັດແບບນັ້ນ.+
7 ພະເຈົ້າທ່ຽງແທ້ໃຈຮ້າຍໃຫ້ດາວິດຫຼາຍ ເພິ່ນຈຶ່ງລົງໂທດອິດສະຣາເອນ. 8 ດາວິດເວົ້າກັບພະເຈົ້າທ່ຽງແທ້ວ່າ: “ລູກເຮັດຜິດ+ຫຼາຍແທ້ໆ. ຂໍຍົກໂທດໃຫ້ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ.+ ລູກໄດ້ເຮັດສິ່ງທີ່ໂງ່ຫຼາຍ.”+ 9 ແລ້ວພະເຢໂຫວາກໍບອກຜູ້ພະຍາກອນຄາດ+ທາງນິມິດວ່າ: 10 “ໃຫ້ໄປບອກດາວິດວ່າ ‘ພະເຢໂຫວາເວົ້າແບບນີ້ “ຂ້ອຍຈະລົງໂທດເຈົ້າ. ແຕ່ຂ້ອຍມີ 3 ທາງໃຫ້ເຈົ້າເລືອກ ໃຫ້ເຈົ້າເລືອກເອົາອັນໃດອັນໜຶ່ງ.”’” 11 ຜູ້ພະຍາກອນຄາດກໍໄປຫາດາວິດແລະບອກລາວວ່າ: “ພະເຢໂຫວາເວົ້າຈັ່ງຊີ້ ‘ໃຫ້ເຈົ້າເລືອກເອົາວ່າ 12 ຈະໃຫ້ມີຄວາມອຶດຢາກ 3 ປີ+ ຫຼືຈະໃຫ້ພວກສັດຕູຊະນະແລະຂ້າຄົນຂອງພວກເຈົ້າດ້ວຍດາບ 3 ເດືອນ+ ຫຼືຈະໃຫ້ພະເຢໂຫວາລົງໂທດດ້ວຍດາບ 3 ມື້ ເຊິ່ງໝາຍຄວາມວ່າໃນ 3 ມື້ນັ້ນທູດສະຫວັນຂອງພະເຢໂຫວາ+ຈະເຮັດໃຫ້ເກີດໂລກລະບາດທົ່ວອິດສະຣາເອນ.’+ ຕອນນີ້ ຂໍໃຫ້ທ່ານຄິດດີໆວ່າທ່ານຢາກໃຫ້ຂ້ອຍຕອບພະເຈົ້າແນວໃດ.” 13 ດາວິດຕອບລາວວ່າ: “ຂ້ອຍຮູ້ສຶກເສຍໃຈຫຼາຍ. ຂໍໃຫ້ພະເຢໂຫວາລົງໂທດຂ້ອຍຕາມທີ່ເພິ່ນເລືອກເພາະເພິ່ນຈະອີ່ຕົນຂ້ອຍ+ ແຕ່ຂໍຢ່າໃຫ້ມະນຸດລົງໂທດຂ້ອຍເລີຍ.”+
14 ພະເຢໂຫວາຈຶ່ງເຮັດໃຫ້ເກີດໂລກລະບາດ+ທົ່ວອິດສະຣາເອນ ເຊິ່ງເຮັດໃຫ້ປະຊາຊົນຕາຍ 70.000 ຄົນ.+ 15 ພະເຈົ້າທ່ຽງແທ້ຍັງໄດ້ສົ່ງທູດສະຫວັນອົງໜຶ່ງໄປທຳລາຍເມືອງເຢຣູຊາເລັມ. ແຕ່ຕອນທີ່ທູດສະຫວັນກຳລັງຈະທຳລາຍເມືອງນັ້ນ ພະເຢໂຫວາເຫັນສິ່ງທີ່ເກີດຂຶ້ນແລ້ວກໍຮູ້ສຶກເສຍໃຈ.+ ເພິ່ນຈຶ່ງເວົ້າກັບທູດສະຫວັນອົງນັ້ນວ່າ: “ພໍແລ້ວ!+ ບໍ່ຕ້ອງເຮັດແລ້ວ.” ຕອນນັ້ນ ທູດສະຫວັນຂອງພະເຢໂຫວາຢູ່ໃກ້ລານຟາດເຂົ້າຂອງໂອເຣນານ*+ຄົນເຢບຸດ.+
16 ເມື່ອດາວິດແນມຂຶ້ນໄປເທິງຟ້າ ລາວກໍເຫັນທູດສະຫວັນຂອງພະເຢໂຫວາ*ຈັບດາບ+ຊີ້ໃສ່ເມືອງເຢຣູຊາເລັມ. ດາວິດກັບພວກຜູ້ນຳທີ່ນຸ່ງຜ້າເນື້ອຫຍາບ+ກໍຟ້າວໝູບໜ້າລົງພື້ນ.+ 17 ດາວິດເວົ້າກັບພະເຈົ້າທ່ຽງແທ້ວ່າ: “ລູກເປັນຜູ້ສັ່ງໃຫ້ນັບຈຳນວນຄົນ. ຄົນທີ່ເຮັດຜິດແມ່ນລູກ.+ ຄົນ*ເຫຼົ່ານີ້ບໍ່ໄດ້ເຮັດຫຍັງຜິດ. ພະເຢໂຫວາພະເຈົ້າຂອງລູກ ຂໍພະອົງລົງໂທດລູກແລະຄົນໃນຄອບຄົວຂອງພໍ່ລູກກໍພໍແລ້ວ ແຕ່ຢ່າລົງໂທດປະຊາຊົນຂອງພະອົງດ້ວຍໂລກລະບາດນີ້ເລີຍ.”+
18 ທູດສະຫວັນຂອງພະເຢໂຫວາຈຶ່ງບອກຜູ້ພະຍາກອນຄາດ+ໃຫ້ໄປບອກດາວິດໄປລານຟາດເຂົ້າຂອງໂອເຣນານຄົນເຢບຸດແລະສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ຫັ້ນ.+ 19 ດາວິດຈຶ່ງເຮັດຕາມທີ່ພະເຢໂຫວາສັ່ງລາວຜ່ານທາງຜູ້ພະຍາກອນຄາດ. 20 ຕອນທີ່ໂອເຣນານກຳລັງຟາດເຂົ້າວີດ*ຢູ່ ລາວກໍຫຼຽວເຫັນທູດສະຫວັນ ສ່ວນລູກຊາຍ 4 ຄົນທີ່ຢູ່ນຳລາວກໍແລ່ນໄປລີ້. 21 ດາວິດໄດ້ໄປຫາໂອເຣນານ. ເມື່ອໂອເຣນານເຫັນດາວິດ ລາວກໍຟ້າວແລ່ນອອກຈາກລານຟາດເຂົ້າມາຫາດາວິດແລະໝູບໜ້າລົງເພື່ອສະແດງຄວາມນັບຖື. 22 ດາວິດເວົ້າກັບໂອເຣນານວ່າ: “ຂາຍ*ລານຟາດເຂົ້ານີ້ໃຫ້ຂ້ອຍສະ. ບໍ່ຕ້ອງຫຼຸດລາຄາໃຫ້ຂ້ອຍ ຂາຍລາຄາເຕັມໂລດ. ຂ້ອຍຈະສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ນີ້ເພື່ອເພິ່ນຈະເຊົາລົງໂທດປະຊາຊົນ.”+ 23 ແຕ່ໂອເຣນານບອກດາວິດວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ຂໍໃຫ້ທ່ານເອົາດິນຕອນນີ້ໄປໂລດ. ໃຫ້ທ່ານເຮັດໃນສິ່ງທີ່ທ່ານຢາກເຮັດ. ຂ້ອຍຈະເອົາງົວໃຫ້ທ່ານໃຊ້ເປັນເປັນເຄື່ອງບູຊາເຜົາ ເອົາໄມ້ແປ້ນ*+ໃຫ້ທ່ານໃຊ້ເປັນຟືນ ແລະເອົາເຂົ້າວີດໃຫ້ທ່ານໃຊ້ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ. ທັງໝົດນີ້ຂ້ອຍຈະເອົາໃຫ້ທ່ານ.”
24 ແຕ່ກະສັດດາວິດບອກໂອເຣນານວ່າ: “ບໍ່ໄດ້ ຂ້ອຍຈະຊື້ເອົາໃນລາຄາເຕັມ. ຂ້ອຍຈະເອົາເຄື່ອງຂອງເຈົ້າລ້າໆແລ້ວເອົາໄປໃຫ້ພະເຢໂຫວາຫຼືໄປເຜົາເປັນເຄື່ອງບູຊາບໍ່ໄດ້ດອກ.”+ 25 ດາວິດຈຶ່ງຈ່າຍຄ່າດິນຕອນນັ້ນໃຫ້ໂອເຣນານເປັນຄຳໜັກ 600 ເຊເກນ.* 26 ດາວິດໄດ້ສ້າງແທ່ນບູຊາ+ໃຫ້ພະເຢໂຫວາຢູ່ຫັ້ນແລະເຜົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກໃຫ້ເພິ່ນ. ແລ້ວດາວິດກໍອະທິດຖານຫາພະເຢໂຫວາແລະເພິ່ນໄດ້ຕອບລາວໂດຍໃຫ້ໄຟ+ຕົກລົງມາຈາກຟ້າເພື່ອເຜົາເຄື່ອງບູຊາທີ່ຢູ່ເທິງແທ່ນນັ້ນ. 27 ຈາກນັ້ນ ພະເຢໂຫວາໄດ້ສັ່ງທູດສະຫວັນ+ໃຫ້ເອົາດາບໃສ່ຝັກໄວ້. 28 ເມື່ອດາວິດເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງລາວຢູ່ລານຟາດເຂົ້າຂອງໂອເຣນານຄົນເຢບຸດ ລາວກໍເຜົາເຄື່ອງບູຊາໃຫ້ເພິ່ນຢູ່ຫັ້ນຕໍ່ໆໄປ. 29 ຕອນນັ້ນ ເຕັ້ນສັກສິດຂອງພະເຢໂຫວາທີ່ໂມເຊໄດ້ສ້າງຢູ່ບ່ອນກັນດານແລະແທ່ນສຳລັບເຄື່ອງບູຊາເຜົາກໍຢູ່ບ່ອນນະມັດສະການໃນເມືອງກິເບໂອນ+ 30 ແຕ່ດາວິດບໍ່ກ້າໄປປຶກສາພະເຈົ້າຢູ່ບ່ອນນັ້ນ ຍ້ອນລາວຢ້ານດາບຂອງທູດສະຫວັນຂອງພະເຢໂຫວາ.