ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເນເຮມີຢາ

      • ເນເຮມີຢາ​ຖືກ​ສົ່ງ​ໄປ​ເມືອງ​ເຢຣູຊາເລັມ (1-​10)

      • ເນເຮມີຢາ​ກວດ​ເບິ່ງ​ກຳແພງ​ເມືອງ (11-​20)

ເນເຮມີຢາ 2:1

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

  • *

    ອາຕາເຊເຊັດ​ທີ 1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:1
  • +ອຊຣ 7:1; ນຮຢ 13:6
  • +ນຮຢ 1:11

ເນເຮມີຢາ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:2, 3

ເນເຮມີຢາ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:13

ເນເຮມີຢາ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 9:25

ເນເຮມີຢາ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:11
  • +ນຮຢ 5:14; 13:6

ເນເຮມີຢາ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 1:4; ອຊຣ 5:3

ເນເຮມີຢາ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 7:2
  • +ນຮຢ 1:3
  • +ອຊຣ 7:6
  • +ອຊຣ 7:21

ເນເຮມີຢາ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:1; 6:2
  • +ນຮຢ 2:19; 4:3; 6:14; 13:7
  • +ນຮຢ 13:1

ເນເຮມີຢາ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 26:9
  • +ນຮຢ 3:13
  • +ນຮຢ 1:3; ສສ 1:4; 2:9

ເນເຮມີຢາ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:15; 12:37

ເນເຮມີຢາ 2:15

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:23; ຢຮ 18:1

ເນເຮມີຢາ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:14

ເນເຮມີຢາ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:6, 28; ນຮຢ 2:7, 8
  • +ດນອ 9:25
  • +ຮກ 1:14

ເນເຮມີຢາ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 6:14
  • +ນຮຢ 13:1, 2
  • +ນຮຢ 4:7; 6:1, 2
  • +ພສ 79:4
  • +ນຮຢ 6:6

ເນເຮມີຢາ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 127:1
  • +ອຊຣ 4:1-3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຮຢ. 2:1ນຮຢ 1:1
ນຮຢ. 2:1ອຊຣ 7:1; ນຮຢ 13:6
ນຮຢ. 2:1ນຮຢ 1:11
ນຮຢ. 2:3ນຮຢ 1:2, 3
ນຮຢ. 2:41ຊມ 1:13
ນຮຢ. 2:5ດນອ 9:25
ນຮຢ. 2:6ນຮຢ 1:11
ນຮຢ. 2:6ນຮຢ 5:14; 13:6
ນຮຢ. 2:7ຢຊ 1:4; ອຊຣ 5:3
ນຮຢ. 2:8ນຮຢ 7:2
ນຮຢ. 2:8ນຮຢ 1:3
ນຮຢ. 2:8ອຊຣ 7:6
ນຮຢ. 2:8ອຊຣ 7:21
ນຮຢ. 2:10ນຮຢ 4:1; 6:2
ນຮຢ. 2:10ນຮຢ 2:19; 4:3; 6:14; 13:7
ນຮຢ. 2:10ນຮຢ 13:1
ນຮຢ. 2:132ຂຄ 26:9
ນຮຢ. 2:13ນຮຢ 3:13
ນຮຢ. 2:13ນຮຢ 1:3; ສສ 1:4; 2:9
ນຮຢ. 2:14ນຮຢ 3:15; 12:37
ນຮຢ. 2:152ຊມ 15:23; ຢຮ 18:1
ນຮຢ. 2:16ນຮຢ 4:14
ນຮຢ. 2:18ອຊຣ 7:6, 28; ນຮຢ 2:7, 8
ນຮຢ. 2:18ດນອ 9:25
ນຮຢ. 2:18ຮກ 1:14
ນຮຢ. 2:19ນຮຢ 6:14
ນຮຢ. 2:19ນຮຢ 13:1, 2
ນຮຢ. 2:19ນຮຢ 4:7; 6:1, 2
ນຮຢ. 2:19ພສ 79:4
ນຮຢ. 2:19ນຮຢ 6:6
ນຮຢ. 2:20ພສ 127:1
ນຮຢ. 2:20ອຊຣ 4:1-3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ເນເຮມີຢາ 2:1-20

ເນເຮມີຢາ

2 ມີມື້ໜຶ່ງ​ໃນ​ເດືອນ​ນີຊານ*​ຂອງ​ປີ​ທີ 20+ ທີ່​ກະສັດອາຕາເຊເຊັດ*+​ປົກຄອງ ກະສັດ​ຢາກກິນເຫຼົ້າແວງ​ແລະ​ຂ້ອຍ​ກໍ​ເຫຍັ້ນ​ໃຫ້​ລາວ​ກິນ+​ຕາມ​ປົກກະຕິ. ຕອນ​ນັ້ນ ຂ້ອຍ​ໜ້າ​ຕາ​ເສົ້າ​ຫຼາຍ ແລະ​ກະສັດ​ບໍ່​ເຄີຍ​ເຫັນ​ຂ້ອຍ​ເປັນ​ແບບ​ນີ້​ຈັກ​ເທື່ອ 2 ກະສັດ​ຈຶ່ງ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ສະບາຍບໍ​ຄື​ໜ້າ​ເສົ້າ​ແທ້ ຫຼື​ວ່າ​ເຈົ້າ​ອຸກໃຈ​ເລື່ອງ​ຫຍັງ​ບໍ?” ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ຂ້ອຍ​ກໍ​ຢ້ານ​ຫຼາຍ.

3 ຂ້ອຍ​ຕອບ​ກະສັດ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນຍາວ. ຂ້ອຍ​ໂສກເສົ້າ​ກໍ​ຍ້ອນ​ວ່າ​ເມືອງ​ທີ່​ເປັນ​ບ່ອນ​ຝັງ​ສົບ​ຂອງ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເປ່ເພ​ແລະ​ປະຕູ​ເມືອງ​ກໍ​ຖືກ​ຈູດ.”+ 4 ກະສັດ​ຈຶ່ງ​ຖາມ​ຂ້ອຍ​ວ່າ: “ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ?” ຂ້ອຍ​ກໍ​ຟ້າວ​ອະທິດຖານ​ຫາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ທັນທີ.+ 5 ຂ້ອຍ​ບອກ​ກະສັດ​ວ່າ:“ຖ້າ​ທ່ານເຫັນ​ດີ​ແລະ​ຖ້າ​ຂ້ອຍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ທ່ານ​ພໍ​ໃຈ ຂໍ​ທ່ານ​ສົ່ງ​ຂ້ອຍ​ໄປ​ຢູດາ​ເຊິ່ງ​ເປັນ​ບ່ອນ​ຝັງ​ສົບ​ຂອງ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເພື່ອ​ໄປ​ແປງ​ເມືອງ​ນັ້ນ​ຄືນ​ໃໝ່.”+ 6 ແລ້ວ​ກະສັດ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຊິ​ໄປ​ດົນ​ປານ​ໃດ ແລະ​ຊິ​ກັບ​ມາ​ມື້​ໃດ?” (ຕອນ​ນັ້ນ​ລາຊີນີ​ນັ່ງ​ຢູ່​ທາງ​ຂ້າງ​ລາວ.) ກະສັດເຫັນດີ​ທີ່​ຈະ​ໃຫ້​ຂ້ອຍ​ໄປ+ ແລະ​ຂ້ອຍ​ໄດ້​ບອກ​ກະສັດ​ວ່າ​ຈະ​ກັບ​ມາ​ມື້​ໃດ.+

7 ຂ້ອຍ​ຍັງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ: “ຖ້າ​ທ່ານ​ເຫັນ​ດີ ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ແລະ​ໃຫ້​ຂ້ອຍ​ຖື​ຈົດ​ໝາຍ​ໄປ+ ເພື່ອ​ເຂົາ​ເຈົ້າ​ຈະ​ໃຫ້​ຂ້ອຍ​ຜ່ານ​ເຂດ​ຂອງ​ເຂົາ​ເຈົ້າ​ແລະ​ຂ້ອຍ​ຈະ​ໄດ້​ໄປ​ຮອດ​ຢູດາ​ຢ່າງ​ປອດໄພ. 8 ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ອາສັບ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ປ່າ​ໄມ້​ຂອງ​ທ່ານ ເພື່ອ​ລາວ​ຈະ​ເອົາ​ໄມ້​ໃຫ້​ຂ້ອຍ​ໄປ​ເຮັດ​ປະຕູ​ປ້ອມ+​ທີ່​ຢູ່​ໃກ້ກັບ​ວິຫານ ເຮັດ​ກຳແພງ​ເມືອງ+ ແລະ​ປຸກ​ເຮືອນ​ທີ່​ຂ້ອຍ​ຈະ​ຢູ່.” ຍ້ອນພະເຈົ້າ​ຊ່ວຍ​ຂ້ອຍ+ ກະສັດ​ຈຶ່ງ​ຂຽນ​ຈົດ​ໝາຍ​ໃຫ້​ຂ້ອຍ.+

9 ຈາກ​ນັ້ນ ຂ້ອຍ​ກໍ​ອອກ​ເດີນ​ທາງ. ເມື່ອ​ເຈິ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ ຂ້ອຍ​ກໍ​ເອົາ​ຈົດ​ໝາຍ​ຂອງ​ກະສັດ​ໃຫ້​ເຂົາ​ເຈົ້າ. ກະສັດ​ໄດ້​ໃຫ້​ພວກ​ຫົວ​ໜ້າ​ກອງ​ທັບ​ກັບ​ພວກ​ທະຫານ​ມ້າ​ມາ​ນຳ​ຂ້ອຍ. 10 ເມື່ອ​ສັນບັນລັດ+​ຄົນ​ເບັດໂຮໂຣນ​ແລະ​ໂຕເບຍ+​ຄົນ​ອຳໂມນ+​ທີ່​ເປັນ​ຂ້າລາຊະການ​ຮູ້​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ບໍ່​ພໍ​ໃຈ​ຫຼາຍ​ທີ່​ມີ​ຄົນ​ມາ​ເຮັດ​ສິ່ງ​ທີ່​ດີ​ໃຫ້​ພວກ​ອິດສະຣາເອນ.

11 ເມື່ອ​ຂ້ອຍ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ໄດ້ 3 ມື້ 12 ຂ້ອຍ​ກໍ​ພາສອງສາມ​ຄົນ​ອອກ​ໄປ​ຕອນ​ກາງຄືນ ແຕ່​ຂ້ອຍ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ພະເຈົ້າ​ໄດ້ກະຕຸ້ນ​ໃຈ​ຂ້ອຍ​ໃຫ້​ເຮັດ​ຫຍັງ​ເພື່ອ​ເມືອງ​ເຢຣູຊາເລັມ. ພວກ​ເຮົາ​ບໍ່​ໄດ້​ເອົາ​ສັດ​ແນວ​ອື່ນ​ໄປ​ນຳ​ນອກ​ຈາກໂຕລາ​ທີ່​ຂ້ອຍ​ຂີ່. 13 ໃນ​ຄືນ​ມື້​ນັ້ນ ຂ້ອຍ​ອອກ​ຈາກ​ເມືອງ​ໄປ​ທາງ​ປະຕູ​ຮ່ອມພູ+ ຜ່ານ​ນ້ຳ​ພຸ​ງູ​ໃຫຍ່​ແລ້ວ​ໄປ​ທາງ​ປະຕູ​ກອງ​ຂີ້ເທົ່າ.+ ຂ້ອຍ​ໄດ້ກວດ​ເບິ່ງກຳແພງ​ເມືອງ​ເຢຣູຊາເລັມ​ທີ່​ເພ​ແລະ​ປະຕູ​ເມືອງ​ທີ່​ຖືກ​ຈູດ.+ 14 ຂ້ອຍ​ໄປ​ຮອດ​ປະຕູ​ນ້ຳ​ພຸ+​ແລະ​ໜອງ​ນ້ຳ​ຂອງ​ກະສັດ ແຕ່​ທາງ​ນັ້ນ​ແຄບ​ໂພດ​ຈົນ​ໂຕ​ລາ​ທີ່​ຂ້ອຍ​ຂີ່​ຍ່າງ​ຜ່ານ​ໄປ​ບໍ່​ໄດ້. 15 ຂ້ອຍ​ຈຶ່ງ​ຍ່າງ​ຂຶ້ນ​ໄປ​ຕາມ​ຮ່ອມພູ*+​ແລະ​ກວດ​ເບິ່ງ​ກຳແພງ. ຈາກ​ນັ້ນ ຂ້ອຍ​ກໍ​ກັບ​ມາ​ທາງ​ປະຕູ​ຮ່ອມພູ​ຄື​ເກົ່າ.

16 ພວກ​ຂ້າລາຊະການ+​ຄົນ​ອື່ນ​ໆ​ຍັງ​ບໍ່​ຮູ້​ວ່າ​ຂ້ອຍ​ໄປ​ໃສ​ແລະ​ໄປ​ເຮັດ​ຫຍັງ​ມາ​ແດ່ ເພາະ​ຂ້ອຍ​ຍັງ​ບໍ່​ໄດ້​ບອກ​ພວກ​ຢິວ ພວກ​ປະໂລຫິດ ພວກ​ຜູ້​ນຳ ພວກ​ຂ້າລາຊະການ ແລະ​ຄົນ​ອື່ນ​ໆ​ທີ່​ຈະເຮັດວຽກ​ໃຫ້​ຮູ້​ເລື່ອງ​ນີ້. 17 ສຸດທ້າຍ​ຂ້ອຍ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ພວກ​ເຮົາ​ຢູ່​ໃນ​ສະພາບ​ທີ່​ເປັນ​ຕາ​ອີ່ຕົນ​ຫຼາຍ​ສ່ຳ​ໃດ. ເມືອງ​ເຢຣູຊາເລັມ​ເປ່ເພ​ແລະ​ປະຕູ​ເມືອງ​ກໍ​ຖືກ​ຈູດ. ໃຫ້​ເຮົາ​ມາ​ຊ່ວຍ​ກັນ​ແປງ​ກຳແພງ​ເມືອງ​ເຢຣູຊາເລັມ​ຄືນ​ໃໝ່ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.” 18 ຈາກ​ນັ້ນ ຂ້ອຍ​ກໍ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ພະເຈົ້າ​ເຄີຍ​ຊ່ວຍ​ຂ້ອຍ​ແນວ​ໃດ+ ແລະ​ກະສັດ​ເຄີຍ​ເວົ້າ​ຫຍັງ​ນຳ​ຂ້ອຍ​ແດ່.+ ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ໄປ໋ ພວກ​ເຮົາ​ພາກັນ​ໄປ​ແປງ.” ເຂົາ​ເຈົ້າ​ໄດ້​ໃຫ້​ກຳລັງໃຈ​ກັນ​ເພື່ອ​ຈະ​ເຮັດ​ວຽກ​ນີ້.+

19 ເມື່ອ​ສັນບັນລັດ​ຄົນ​ເບັດໂຮໂຣນ ໂຕເບຍ+​ຄົນ​ອຳໂມນ+​ທີ່​ເປັນ​ຂ້າລາຊະການ ແລະ​ເກເຊມ​ຄົນ​ອາຣັບ+​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ມາ​ເຍາະເຍີ້ຍ ດູຖູກ+ ແລະ​ເວົ້າ​ໃຫ້​ວ່າ: “ພວກ​ເຈົ້າ​ກຳລັງ​ເຮັດ​ຫຍັງ​ນິ? ຊິ​ກະບົດ​ຕໍ່​ກະສັດ​ຫວາ?”+ 20 ແຕ່​ຂ້ອຍ​ຕອບ​ເຂົາ​ເຈົ້າ​ວ່າ: “ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ເຮັດ​ວຽກ​ນີ້​ສຳເລັດ+ ແລະ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ຈະ​ເຮັດ​ວຽກ​ນີ້. ແຕ່​ພວກ​ເຈົ້າບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ເມືອງ​ເຢຣູຊາເລັມ ບໍ່​ມີສິດຫຍັງ​ແລະ​ບໍ່​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ຫຍັງ​ຢູ່​ນີ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌