ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເນເຮມີຢາ

      • ແປງ​ກຳແພງ​ຄືນ​ໃໝ່ (1-​32)

ເນເຮມີຢາ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 12:10; 13:4, 28
  • +ຢຮ 5:2
  • +ນຮຢ 12:30
  • +ນຮຢ 12:38, 39
  • +ຢຣມ 31:38; ຊຄຢ 14:10

ເນເຮມີຢາ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 34

ເນເຮມີຢາ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:1, 14; ຊຟຢ 1:10
  • +ນຮຢ 2:7, 8

ເນເຮມີຢາ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:33; ນຮຢ 3:21
  • +ນຮຢ 3:30; 6:17, 18

ເນເຮມີຢາ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:27; ອມ 1:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ

    7/2023, ໜ້າ 7

ເນເຮມີຢາ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 12:38, 39

ເນເຮມີຢາ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 21:2
  • +ຢຊ 18:21, 26; 2ຂຄ 16:6; ຢຣມ 40:6
  • +ປຖກ 15:18

ເນເຮມີຢາ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 12:38

ເນເຮມີຢາ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 32
  • +ອຊຣ 2:1, 6
  • +ນຮຢ 12:38

ເນເຮມີຢາ 3:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2019, ໜ້າ 23

ເນເຮມີຢາ 3:13

ໄຂເງື່ອນ

  • *

    445 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 34; ນຮຢ 11:25, 30
  • +2ຂຄ 26:9
  • +ນຮຢ 2:13

ເນເຮມີຢາ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:1

ເນເຮມີຢາ 3:15

ໄຂເງື່ອນ

  • *

    ແປ​ວ່າ “ຮ່ອງ.” ນ້ຳ​ໃນ​ສະ​ນີ້​ໄຫຼ​ມາ​ຈາກ​ຮ່ອງ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:14; 12:37
  • +ຢຊ 18:21, 26
  • +ອຊຢ 22:9
  • +ຢຣມ 39:4
  • +ນຮຢ 12:37
  • +2ຊມ 5:7

ເນເຮມີຢາ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 58; 2ຂຄ 11:5-7
  • +1ກສ 2:10; 2ຂຄ 16:13, 14
  • +ນຮຢ 2:14

ເນເຮມີຢາ 3:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 44

ເນເຮມີຢາ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 40
  • +2ຂຄ 26:9; ນຮຢ 3:24

ເນເຮມີຢາ 3:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 10:28, 44
  • +ນຮຢ 3:1; 13:4

ເນເຮມີຢາ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:33

ເນເຮມີຢາ 3:22

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ທີ່​ຢູ່​ເຂດ​ໃກ້​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 13:10

ເນເຮມີຢາ 3:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:19

ເນເຮມີຢາ 3:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:11; ນຮຢ 12:37
  • +ຢຣມ 37:21
  • +ອຊຣ 2:1, 3

ເນເຮມີຢາ 3:26

ໄຂເງື່ອນ

  • *

    ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 9:3, 27; 1ຂຄ 9:2; ອຊຣ 2:43-54; 8:17, 20
  • +2ຂຄ 27:1, 3; 33:1, 14; ນຮຢ 11:21
  • +ນຮຢ 8:1; 12:37

ເນເຮມີຢາ 3:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:5

ເນເຮມີຢາ 3:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:40

ເນເຮມີຢາ 3:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 13:13
  • +1ຂຄ 9:17, 18

ເນເຮມີຢາ 3:30

ໄຂເງື່ອນ

  • *

    ຫຼື “ຢູ່​ຕໍ່​ໜ້າ​ຫ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 6:17, 18

ເນເຮມີຢາ 3:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:26

ເນເຮມີຢາ 3:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:1; ຢຮ 5:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຮຢ. 3:1ນຮຢ 12:10; 13:4, 28
ນຮຢ. 3:1ຢຮ 5:2
ນຮຢ. 3:1ນຮຢ 12:30
ນຮຢ. 3:1ນຮຢ 12:38, 39
ນຮຢ. 3:1ຢຣມ 31:38; ຊຄຢ 14:10
ນຮຢ. 3:2ອຊຣ 2:1, 34
ນຮຢ. 3:32ຂຄ 33:1, 14; ຊຟຢ 1:10
ນຮຢ. 3:3ນຮຢ 2:7, 8
ນຮຢ. 3:4ອຊຣ 8:33; ນຮຢ 3:21
ນຮຢ. 3:4ນຮຢ 3:30; 6:17, 18
ນຮຢ. 3:5ນຮຢ 3:27; ອມ 1:1
ນຮຢ. 3:6ນຮຢ 12:38, 39
ນຮຢ. 3:72ຊມ 21:2
ນຮຢ. 3:7ຢຊ 18:21, 26; 2ຂຄ 16:6; ຢຣມ 40:6
ນຮຢ. 3:7ປຖກ 15:18
ນຮຢ. 3:8ນຮຢ 12:38
ນຮຢ. 3:11ອຊຣ 2:1, 32
ນຮຢ. 3:11ອຊຣ 2:1, 6
ນຮຢ. 3:11ນຮຢ 12:38
ນຮຢ. 3:13ຢຊ 15:20, 34; ນຮຢ 11:25, 30
ນຮຢ. 3:132ຂຄ 26:9
ນຮຢ. 3:13ນຮຢ 2:13
ນຮຢ. 3:14ຢຣມ 6:1
ນຮຢ. 3:15ນຮຢ 2:14; 12:37
ນຮຢ. 3:15ຢຊ 18:21, 26
ນຮຢ. 3:15ອຊຢ 22:9
ນຮຢ. 3:15ຢຣມ 39:4
ນຮຢ. 3:15ນຮຢ 12:37
ນຮຢ. 3:152ຊມ 5:7
ນຮຢ. 3:16ຢຊ 15:20, 58; 2ຂຄ 11:5-7
ນຮຢ. 3:161ກສ 2:10; 2ຂຄ 16:13, 14
ນຮຢ. 3:16ນຮຢ 2:14
ນຮຢ. 3:17ຢຊ 15:20, 44
ນຮຢ. 3:19ອຊຣ 2:1, 40
ນຮຢ. 3:192ຂຄ 26:9; ນຮຢ 3:24
ນຮຢ. 3:20ອຊຣ 10:28, 44
ນຮຢ. 3:20ນຮຢ 3:1; 13:4
ນຮຢ. 3:21ອຊຣ 8:33
ນຮຢ. 3:22ປຖກ 13:10
ນຮຢ. 3:24ນຮຢ 3:19
ນຮຢ. 3:252ຊມ 5:11; ນຮຢ 12:37
ນຮຢ. 3:25ຢຣມ 37:21
ນຮຢ. 3:25ອຊຣ 2:1, 3
ນຮຢ. 3:26ຢຊ 9:3, 27; 1ຂຄ 9:2; ອຊຣ 2:43-54; 8:17, 20
ນຮຢ. 3:262ຂຄ 27:1, 3; 33:1, 14; ນຮຢ 11:21
ນຮຢ. 3:26ນຮຢ 8:1; 12:37
ນຮຢ. 3:27ນຮຢ 3:5
ນຮຢ. 3:28ຢຣມ 31:40
ນຮຢ. 3:291ຂຄ 9:17, 18
ນຮຢ. 3:29ນຮຢ 13:13
ນຮຢ. 3:30ນຮຢ 6:17, 18
ນຮຢ. 3:31ນຮຢ 3:26
ນຮຢ. 3:32ນຮຢ 3:1; ຢຮ 5:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເນເຮມີຢາ 3:1-32

ເນເຮມີຢາ

3 ປະໂລຫິດ​ໃຫຍ່​ເອລີຢາຊິບ+​ກັບ​ພວກ​ປະໂລຫິດ​ຄົນ​ອື່ນ​ໆ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ໄດ້​ເຮັດ​ປະຕູ​ແກະ.+ ເຂົາ​ເຈົ້າ​ອຸທິດ​ປະຕູ​ນີ້+​ໃຫ້​ພະເຈົ້າ ແລ້ວ​ກໍ​ເອົາ​ບານ​ປະຕູ​ມາ​ໃສ່. ເຂົາ​ເຈົ້າ​ອຸທິດ​ຕັ້ງ​ແຕ່​ປະຕູ​ແກະ​ຈົນ​ຮອດ​ປ້ອມ​ເມອາ+​ແລະ​ປ້ອມ​ຮານາເນນ.+ 2 ພວກ​ທີ່​ແປງ​ກຳແພງຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຄົນ​ເມືອງ​ເຢຣິໂກ.+ ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຄົນ​ເມືອງ​ເຢຣິໂກ​ແມ່ນ​ຊາກູເຣ​ລູກ​ຊາຍ​ຂອງ​ອິມຣີ.

3 ລູກ​ຫຼານ​ຂອງ​ຮັດ​ເສນາອາ​ໄດ້​ເຮັດ​ປະຕູ​ປາ.+ ເຂົາ​ເຈົ້າ​ຕັ້ງ​ວົງກົບ​ທີ່​ເປັນ​ໄມ້+ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. 4 ພວກ​ທີ່ແປງ​ກຳແພງຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເມເຣໂມດ+​ລູກ​ຊາຍ​ຂອງ​ອຸຣີຢາ​ຫຼານ​ຊາຍ​ຂອງ​ຮັກກົດ. ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເມຊຸນລຳ+​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ເມເຊດຊາເບນ. ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຊາໂດກ​ລູກ​ຊາຍ​ຂອງ​ບາອານາ. 5 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຄົນ​ເຕໂກອາ.+ ແຕ່​ພວກ​ທີ່​ມີ​ຕຳແໜ່ງ​ສູງບໍ່​ຍອມ​ເຮັດ​ວຽກຕາມ​ທີ່​ຜູ້​ເບິ່ງ​ແຍງ​ວຽກ​ສັ່ງ.

6 ໂຢຢາດາ​ລູກ​ຊາຍ​ຂອງ​ປາເສອາ​ແລະ​ເມຊຸນລຳ​ລູກ​ຊາຍ​ຂອງ​ເບໂສເດຢາ​ໄດ້​ແປງ​ປະຕູ​ເມືອງ​ເກົ່າ.+ ເຂົາ​ເຈົ້າ​ຕັ້ງ​ວົງກົບ​ທີ່​ເປັນ​ໄມ້ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. 7 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເມລາຕີຢາ​ທີ່​ມາ​ຈາກ​ກິເບໂອນ+​ແລະ​ຢາໂດນ​ທີ່​ມາ​ຈາກ​ເມໂຣໂນດ. ສອງ​ຄົນ​ນີ້​ເປັນ​ຄົນ​ກິເບໂອນ​ແລະ​ເປັນ​ຄົນ​ມິດຊະປາ+​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ເຈົ້າ​ແຂວງ​ໃນ​ເຂດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ.+ 8 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ອຸດຊີເອນ​ທີ່​ເປັນ​ຊ່າງ​ຕີ​ຄຳ​ແລະ​ເປັນ​ລູກ​ຊາຍ​ຂອງ​ຮາຮາຢາ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຮານານີຢາ​ທີ່​ເປັນ​ຊ່າງ​ປຸງ​ນ້ຳມັນ​ຫອມ. ສອງ​ຄົນ​ນີ້​ກັບ​ພວກ​ຄົນ​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ໄດ້​ເອົາ​ຫີນ​ກ້ອນ​ໃຫຍ່​ໆ​ມາ​ປູພື້ນ​ບ່ອນ​ໜຶ່ງຂອງ​ເມືອງ​ເຢຣູຊາເລັມ​ໄປ​ຈົນ​ຮອດ​ກຳແພງ​ທີ່​ຊື່​ວ່າ​ກຳແພງ​ກວ້າງ.+ 9 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເຣຟາຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ຮູເຣ​ແລະ​ລາວປົກຄອງເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເຢຣູຊາເລັມ. 10 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເຢດາຢາ​ລູກ​ຊາຍ​ຂອງ​ຮາຣຸມັບ. ເຢດາຢາ​ແປງ​ກຳແພງ​ສ່ວນ​ທີ່ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ລາວ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຮັດຕຸຊະ​ລູກ​ຊາຍ​ຂອງ​ຮາຊັບເນຢາ.

11 ມັນກີຢາ​ລູກ​ຊາຍ​ຂອງ​ຮາຣີມ+​ແລະ​ຮັດຊຸບ​ລູກ​ຊາຍ​ຂອງ​ປາຮາດໂມອາບ+​ແປງ​ກຳແພງ​ອີກ​ສ່ວນ​ໜຶ່ງ​ກັບ​ແປງ​ປ້ອມ​ເຕົາອົບ.+ 12 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຊາລຶມ. ລາວ​ເປັນ​ລູກ​ຊາຍ​ຂອງ​ຮັນໂລ​ແລະ​ລາວ​ປົກຄອງອີກ​ເຄິ່ງ​ໜຶ່ງຂອງ​ເຂດ​ທີ່​ຊື່​ເຢຣູຊາເລັມ. ພວກ​ລູກສາວ​ຂອງ​ລາວ​ກໍ​ຊ່ວຍ​ລາວ​ເຮັດ​ວຽກ.

13 ຮານຸນ​ກັບ​ຄົນ​ໃນ​ເມືອງ​ຊາໂນອາ+​ແປງ​ປະຕູ​ຮ່ອມພູ.+ ເຂົາ​ເຈົ້າ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ເຂົາ​ເຈົ້າ​ແປງ​ກຳແພງ​ຈົນ​ຮອດ​ປະຕູ​ກອງ​ຂີ້ເທົ່າ. ກຳແພງ​ສ່ວນ​ທີ່​ເຂົາ​ເຈົ້າ​ແປງ​ນັ້ນ​ຍາວ 1.000 ສອກ.*+ 14 ມັນກີຢາ​ແປງ​ປະຕູ​ກອງ​ຂີ້ເທົ່າ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ລາວ​ເປັນ​ລູກ​ຊາຍ​ຂອງ​ເຣກາບ​ແລະ​ລາວປົກຄອງເຂດ​ເບັດຮັກເຄເຣັມ.+

15 ຊັນລູນ​ແປງ​ປະຕູ​ນ້ຳພຸ.+ ລາວ​ເປັນ​ລູກ​ຊາຍ​ຂອງ​ໂກນໂຮເຊ​ແລະ​ລາວ​ປົກຄອງ​ເຂດ​ມິດຊະປາ.+ ລາວ​ເຮັດ​ຫຼັງ​ຄາ​ໃສ່​ເທິງ​ປະຕູ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ລາວ​ຍັງ​ໄດ້​ແປງ​ກຳແພງ​ທີ່​ຢູ່​ໃກ້​ສະນ້ຳ​ເຊລາ*+​ໄປ​ຈົນ​ຮອດ​ສວນ​ຂອງ​ກະສັດ+ ແລະ​ຈົນ​ຮອດ​ຕີນ​ຂັ້ນໄດ+​ທີ່​ຂຶ້ນ​ໄປ​ເມືອງ​ຂອງ​ດາວິດ.+

16 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເນເຮມີຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ອັດຊະບຸກ​ແລະ​ລາວ​ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເບັດຊູຣາ.+ ເນເຮມີຢາ​ແປງ​ກຳແພງ​ຕັ້ງ​ແຕ່​ບ່ອນ​ຝັງ​ສົບ​ຂອງ​ດາວິດ+​ໄປ​ຈົນ​ຮອດ​ສະນ້ຳ+​ທີ່​ຂຸດ​ເອົາແລະ​ໄປ​ຈົນ​ຮອດ​ເຮືອນ​ພວກ​ນັກຮົບ.

17 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກເລວີ. ເຣຮູມ​ລູກ​ຊາຍ​ຂອງ​ບານີ​ເປັນ​ຜູ້​ເບິ່ງແຍງ​ເຂົາ​ເຈົ້າ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຣຮູມ​ແມ່ນ​ຮາຊາບີຢາ. ລາວ​ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເກອີລາ+ ແລະ​ລາວ​ເປັນ​ຕົວແທນ​ຈາກ​ເຂດ​ນັ້ນ​ເພື່ອ​ມາ​ເຮັດ​ວຽກ​ນີ້. 18 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ. ບາວາຍ​ເປັນ​ຜູ້ເບິ່ງ​ແຍງຄົນ​ເຫຼົ່າ​ນັ້ນ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຮນາດາດ​ແລະ​ລາວ​ປົກຄອງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເກອີລາ.

19 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເອເຊ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຢຊູອາ+​ແລະ​ລາວ​ປົກຄອງ​ເມືອງ​ມິດຊະປາ. ເອເຊ​ແປງ​ກຳແພງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ທາງ​ຂຶ້ນ​ໄປ​ບ່ອນ​ມ້ຽນ​ອາວຸດ​ທີ່​ຢູ່​ແນວ​ຄ້ຳ​ກຳແພງ.+

20 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ບາຣຸກ​ລູກ​ຊາຍ​ຂອງ​ຊັບບາຍ.+ ລາວ​ເຮັດ​ວຽກ​ຢ່າງ​ຫ້າວຫັນ. ບາຣຸກ​ແປງ​ຕັ້ງ​ແຕ່​ສ່ວນ​ທີ່​ເປັນ​ແນວ​ຄ້ຳ​ກຳແພງ​ໄປ​ຈົນ​ຮອດ​ທາງເຂົ້າ​ເຮືອນ​ຂອງ​ປະໂລຫິດ​ໃຫຍ່​ເອລີຢາຊິບ.+

21 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເມເຣໂມດ+​ລູກ​ຊາຍ​ຂອງ​ອຸຣີຢາ​ຫຼານ​ຊາຍ​ຂອງ​ຮັກກົດ. ລາວ​ແປງ​ກຳແພງ​ຕັ້ງ​ແຕ່​ສ່ວນ​ທີ່​ຢູ່​ທາງ​ເຂົ້າ​ເຮືອນ​ຂອງ​ເອລີຢາຊິບ​ໄປ​ຈົນ​ສຸດ​ເຮືອນ.

22 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກ​ປະໂລຫິດ​ທີ່​ຢູ່​ເຂດ​ແມ່​ນ້ຳ​ຈໍແດນ.*+ 23 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເບັນຢາມິນ​ແລະ​ຮັດຊຸບ. ເຂົາ​ເຈົ້າ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ໂຕເອງ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ອາຊາຣີຢາ​ລູກ​ຊາຍ​ຂອງ​ມາອາເສຢາ​ຫຼານ​ຊາຍ​ຂອງ​ອານານີຢາ. ລາວ​ແປງ​ສ່ວນ​ທີ່​ຢູ່​ໃກ້​ເຮືອນ​ຂອງ​ລາວ. 24 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ອາຊາຣີຢາ​ແມ່ນ​ບິນນຸຍ​ລູກ​ຊາຍ​ຂອງ​ເຮນາດາດ. ລາວ​ແປງ​ຕັ້ງ​ແຕ່​ເຮືອນ​ຂອງ​ອາຊາຣີຢາ​ໄປ​ຈົນ​ຮອດແນວ​ຄ້ຳ​ກຳແພງ+​ແລະ​ຈົນ​ຮອດ​ແຈ​ກຳແພງ.

25 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ບິນນຸຍ​ແມ່ນ​ປາລານ​ລູກ​ຊາຍ​ຂອງ​ອູຊາຍ. ລາວ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ແນວ​ຄ້ຳ​ກຳແພງ​ແລະ​ປ້ອມ​ທີ່​ຕິດ​ຢູ່​ກັບ​ວັງ​ກະສັດ+​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ.+ ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ປາລານ​ແມ່ນ​ເປດາຢາ​ລູກ​ຊາຍ​ຂອງ​ປາຣົດ.+

26 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເປດາຢາ​ແມ່ນ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ທີ່​ອາໄສ​ຢູ່​ໂອເຟນ.+ ເຂົາ​ເຈົ້າ​ແປງ​ໄປ​ຈົນ​ຮອດ​ທາງ​ໜ້າ​ຂອງ​ປະຕູ​ນ້ຳ+​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ຈົນ​ຮອດ​ປ້ອມ​ທີ່ກາຍ​ກຳແພງ​ອອກ​ມາ.

27 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ພວກ​ເຕໂກອາ.+ ເຂົາ​ເຈົ້າ​ແປງ​ຕັ້ງ​ແຕ່​ປ້ອມ​ໃຫຍ່​ທີ່​ກາຍ​ກຳແພງ​ອອກ​ມາ​ໄປ​ຈົນ​ຮອດ​ກຳແພງ​ໂອເຟນ.

28 ພວກ​ປະໂລຫິດ​ແປງ​ກຳແພງ​ທີ່​ຢູ່​ເທິງ​ປະຕູ​ມ້າ.+ ແຕ່ລະຄົນ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ໂຕເອງ.

29 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຊາໂດກ+​ລູກ​ຊາຍ​ຂອງ​ອິມເມ. ລາວ​ແປງ​ສ່ວນ​ທີ່​ຢູ່​ໜ້າ​ເຮືອນ​ຂອງ​ໂຕເອງ.

ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຊາໂດກ​ແມ່ນ​ເຊມາຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຊການີອາ​ແລະ​ເປັນ​ຄົນຍາມ​ປະຕູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ.+

30 ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຊມາຢາ​ແມ່ນ​ຮານານີຢາ​ລູກ​ຊາຍ​ຂອງ​ເຊເລມີຢາ ແລະ​ຮານຸນ​ລູກ​ຊາຍ​ຜູ້​ທີ 6 ຂອງ​ຊາ​ລາບ.

ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຮານຸນ​ແມ່ນ​ເມຊຸນລຳ+​ລູກ​ຊາຍ​ຂອງ​ເບເຣກີຢາ. ລາວ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າເຮືອນ*​ຂອງ​ໂຕເອງ.

31 ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເມຊຸນລຳ​ແມ່ນ​ມັນກີຢາ​ທີ່​ເປັນຊ່າງ​ຕີ​ຄຳ. ລາວ​ແປງ​ຈົນ​ຮອດ​ໜ້າ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້​ໃນ​ວິຫານ+ ຮອດ​ໜ້າ​ເຮືອນ​ຂອງ​ພວກ​ພໍ່​ຄ້າ ຮອດ​ໜ້າ​ປະຕູ​ກວດ​ກາ ແລະ​ຈົນ​ຮອດຫ້ອງ​ທີ່​ຢູ່​ເທິງ​ແຈ​ກຳແພງ.

32 ພວກ​ຊ່າງ​ຕີ​ຄຳ​ກັບ​ພວກ​ພໍ່​ຄ້າ​ແປງ​ກຳແພງ​ຕັ້ງ​ແຕ່​ຫ້ອງ​ທີ່​ຢູ່​ເທິງ​ແຈ​ກຳແພງ​ຈົນ​ຮອດ​ປະຕູ​ແກະ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌