ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເນເຮມີຢາ

      • ວຽກ​ໄປ​ໄດ້​ດີ​ເຖິງ​ວ່າ​ຖືກ​ຕໍ່ຕ້ານ (1-​14)

      • ເຮັດ​ວຽກ​ຕໍ່​ໄປ​ແລະ​ຖື​ອາວຸດ​ພ້ອມ (15-​23)

ເນເຮມີຢາ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:10; 6:1, 2; 13:28

ເນເຮມີຢາ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:10

ເນເຮມີຢາ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:19
  • +ນຮຢ 13:1, 2

ເນເຮມີຢາ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 123:3
  • +ພສ 79:12

ເນເຮມີຢາ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 18:23

ເນເຮມີຢາ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:3
  • +ນຮຢ 2:19
  • +ຢຊ 13:2, 3; ນຮຢ 13:23

ເນເຮມີຢາ 4:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “10 ເທື່ອ”

ເນເຮມີຢາ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 13:17
  • +ຈຊບ 14:9; ພບຍ 20:3; ຢຊ 1:9
  • +ພບຍ 7:21; 10:17

ເນເຮມີຢາ 4:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຢູ່​ທາງ​ຫຼັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 5:16
  • +ນຮຢ 11:1

ເນເຮມີຢາ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 10:9; 2ຂຄ 13:12

ເນເຮມີຢາ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:30; ຢຊ 23:10

ເນເຮມີຢາ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 13:19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຮຢ. 4:1ນຮຢ 2:10; 6:1, 2; 13:28
ນຮຢ. 4:2ນຮຢ 4:10
ນຮຢ. 4:3ນຮຢ 2:19
ນຮຢ. 4:3ນຮຢ 13:1, 2
ນຮຢ. 4:4ພສ 123:3
ນຮຢ. 4:4ພສ 79:12
ນຮຢ. 4:5ຢຣມ 18:23
ນຮຢ. 4:7ນຮຢ 4:3
ນຮຢ. 4:7ນຮຢ 2:19
ນຮຢ. 4:7ຢຊ 13:2, 3; ນຮຢ 13:23
ນຮຢ. 4:14ນຮຢ 13:17
ນຮຢ. 4:14ຈຊບ 14:9; ພບຍ 20:3; ຢຊ 1:9
ນຮຢ. 4:14ພບຍ 7:21; 10:17
ນຮຢ. 4:16ນຮຢ 5:16
ນຮຢ. 4:16ນຮຢ 11:1
ນຮຢ. 4:18ຈຊບ 10:9; 2ຂຄ 13:12
ນຮຢ. 4:20ພບຍ 1:30; ຢຊ 23:10
ນຮຢ. 4:23ນຮຢ 13:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເນເຮມີຢາ 4:1-23

ເນເຮມີຢາ

4 ເມື່ອ​ສັນບັນລັດ+​ຮູ້​ວ່າ​ພວກ​ເຮົາ​ກຳລັງ​ແປງ​ກຳແພງ​ຄືນ​ໃໝ່ ລາວ​ກໍໃຈ​ຮ້າຍ​ຫຼາຍ​ແລະ​ເວົ້າ​ເຍາະເຍີ້ຍ​ພວກ​ເຮົາ​ທີ່​ເປັນຄົນ​ຢິວ. 2 ລາວ​ເວົ້າ​ຕໍ່​ໜ້າ​ຄົນ​ທີ່​ຢູ່​ຝ່າຍ​ລາວ​ແລະ​ຕໍ່​ໜ້າ​ກອງ​ທັບ​ຊາມາເຣຍ​ວ່າ: “ພວກ​ຢິວ​ຂີ້ກາກ​ກຳລັງ​ເຮັດ​ຫຍັງ? ເຂົາ​ເຈົ້າ​ຊິ​ເຮັດ​ວຽກ​ນີ້​ເອງ​ຫວະ? ເຂົາ​ເຈົ້າ​ຄິດ​ວ່າ​ຈະເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ແລະຊິ​ແປງ​ໃຫ້​ມັນ​ແລ້ວ​ໃນ​ມື້​ດຽວ​ເລີຍ​ຫວະ? ເຂົາ​ເຈົ້າ​ຈະ​ເອົາ​ຫີນ​ທີ່​ຖືກ​ໄຟ​ໄໝ້​ແລ້ວ​ຢູ່​ກອງ​ຂີ້ເທົ່າ​ມາ​ສ້າງ​ຫວະ?”+

3 ໂຕເບຍ+​ຄົນ​ອຳໂມນ+​ທີ່​ຢືນ​ຢູ່​ທາງ​ຂ້າງ​ລາວ​ກໍ​ເວົ້າ​ວ່າ: “ໝາ​ໄນ​ໂຕ​ດຽວໂດດ​ຂຶ້ນ​ໄປ ກຳແພງ​ທີ່​ເຂົາ​ເຈົ້າ​ແປງ​ກະ​ເພ​ແລ້ວ.”

4 ຂ້ອຍ​ຈຶ່ງ​ອະທິດຖານວ່າ: “ພະເຈົ້າ​ເອີ້ຍ ພວກ​ນັ້ນ​ເວົ້າ​ດູຖູກ​ພວກ​ເຮົາ+ ຂໍ​ໃຫ້​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ນັ້ນ​ກັບ​ຄືນ​ໄປ​ຫາ​ເຂົາ​ເຈົ້າ.+ ຂໍ​ໃຫ້​ເຂົາ​ເຈົ້າຖືກ​ພວກ​ສັດຕູ​ຈັບໄປ​ເປັນ​ຊະເລີຍ​ຢູ່​ປະເທດ​ອື່ນ. 5 ຂໍ​ພະອົງ​ຢ່າ​ເບິ່ງ​ຂ້າມ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ແລະ​ຂໍ​ພະອົງ​ຢ່າ​ຍົກ​ໂທດໃຫ້​ເຂົາ​ເຈົ້າ+ ຍ້ອນ​ເຂົາ​ເຈົ້າ​ເວົ້າ​ດູຖູກ​ຄົນ​ທີ່​ເຮັດ​ວຽກ​ແປງ​ກຳແພງ.”

6 ພວກ​ເຮົາ​ແປງ​ກຳແພງ​ຈົນ​ມາ​ຈຸ​ກັນ​ແລະ​ສູງ​ຮອດ​ເຄິ່ງ​ໜຶ່ງ​ແລ້ວ ແລະ​ປະຊາຊົນ​ກໍຍັງ​ຕັ້ງໃຈ​ເຮັດ​ວຽກ​ເອົາ​ແທ້​ເອົາ​ວ່າ.

7 ເມື່ອ​ສັນບັນລັດ ໂຕເບຍ+ ພວກ​ອາຣັບ+ ພວກ​ອຳໂມນ ແລະ​ພວກ​ອາຊະໂດດ+​ໄດ້​ຍິນ​ວ່າ​ວຽກ​ແປງ​ກຳແພງ​ເມືອງ​ເຢຣູຊາເລັມ​ກຳລັງ​ໄປ​ໄດ້​ດີ​ແລະ​ພວກ​ເຮົາ​ແປງ​ກຳແພງ​ຈົນ​ບໍ່​ມີ​ບ່ອນ​ໃດ​ເພແລ້ວ ເຂົາ​ເຈົ້າ​ກໍ​ໃຈ​ຮ້າຍ​ຫຼາຍ. 8 ເຂົາ​ເຈົ້າ​ຈຶ່ງ​ວາງ​ແຜນ​ວ່າ​ຈະ​ມາ​ຕໍ່ສູ້​ກັບ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ແລະ​ສ້າງ​ຄວາມ​ວຸ່ນວາຍໃນ​ເມືອງ. 9 ພວກ​ເຮົາ​ຈຶ່ງອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ​ຊ່ວຍ ແລະ​ພວກ​ເຮົາ​ໄດ້​ໃຫ້​ມີ​ຄົນຍາມ​ທັງ​ກາງເວັນ​ແລະ​ກາງຄືນ.

10 ແຕ່​ປະຊາຊົນ​ໃນ​ຢູດາ​ພາກັນ​ເວົ້າ​ວ່າ: “ພວກ​ທີ່​ເຮັດ​ວຽກ​ແປງ​ກຳແພງ​ບໍ່​ມີ​ແຮງ​ເຫຼືອ​ແລ້ວ ແລະ​ຫີນ​ທີ່​ຕ້ອງເອົາ​ໄປ​ຖິ້ມກໍ​ມີ​ບັກ​ຫຼາຍ​ໆ​. ຈັ່ງ​ໃດ​ພວກ​ເຮົາ​ກໍແປງ​ກຳແພງ​ນີ້​ບໍ່​ແລ້ວດອກ.”

11 ພວກ​ສັດຕູ​ໄດ້​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ລັກ​ເຂົ້າ​ໄປ​ປົນ​ຢູ່​ນຳ​ເຂົາ​ເຈົ້າ. ຊົ່ວ​ເຂົາ​ເຈົ້າ​ຊິ​ຮູ້ ເຂົາ​ເຈົ້າ​ກໍ​ຊິ​ຖືກ​ພວກ​ເຮົາ​ຂ້າ​ຕາຍ​ແລະ​ເຮັດ​ວຽກ​ຕໍ່​ບໍ່​ໄດ້​ແລ້ວ.”

12 ຄົນ​ຢິວ​ບາງຄົນ​ອາໄສ​ຢູ່​ໃກ້​ກັບ​ພວກ​ສັດຕູ ແລະ​ທຸກ​ເທື່ອ​ທີ່​ເຂົ້າ​ມາ​ເຮັດ​ວຽກ ເຂົາ​ເຈົ້າ​ມັກ​ເວົ້າ​ໃຫ້​ພວກ​ເຮົາ​ຟັງ​ຕະຫຼອດ*​ວ່າ: “ພວກ​ສັດຕູ​ຈະ​ມາ​ໂຈມຕີ​ພວກ​ເຮົາ​ຈາກ​ທຸກຈອກ​ທຸກແຈ.”

13 ຂ້ອຍ​ຈຶ່ງ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ໄປ​ຍາມ​ຢູ່​ທາງ​ຫຼັງ​ກຳແພງ​ໃນບ່ອນ​ທີ່​ຕ່ຳ​ໆ​ແລະ​ເປັນ​ບ່ອນ​ໂລ່ງ. ຂ້ອຍ​ໃຫ້​ເຂົາ​ເຈົ້າ​ຍາມ​ຢູ່ໃກ້​ໆ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ໃຫ້​ຖື​ດາບ ຖື​ຫອກ ແລະ​ຖື​ທະນູ​ນຳ. 14 ເມື່ອ​ຂ້ອຍ​ເຫັນ​ເຂົາ​ເຈົ້າ​ຢ້ານ ຂ້ອຍ​ກໍ​ຟ້າວ​ໄປ​ເວົ້າ​ກັບ​ພວກ​ຜູ້​ນຳ+ ພວກ​ຜູ້ປົກຄອງ ແລະ​ປະຊາຊົນ​ວ່າ: “ບໍ່​ຕ້ອງ​ຢ້ານ​ເຂົາ​ເຈົ້າ.+ ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍິ່ງ​ໃຫຍ່​ແລະ​ມີ​ລິດເດດ​ຫຼາຍ.+ ໃຫ້​ພວກ​ເຈົ້າ​ຕໍ່ສູ້​ເພື່ອ​ລູກ​ເພື່ອ​ເມຍ ເພື່ອພີ່ນ້ອງ ແລະ​ເພື່ອ​ເຮືອນຊານ​ຂອງ​ພວກ​ເຈົ້າ.”

15 ພວກ​ສັດຕູ​ໄດ້​ຮູ້​ວ່າ​ພວກ​ເຮົາ​ຮູ້​ແຜນການ​ຂອງ​ເຂົາ​ເຈົ້າ​ແລ້ວ ແລະ​ພະເຈົ້າ​ທ່ຽງແທ້​ໄດ້​ຂັດ​ຂວາງ​ແຜນການ​ນັ້ນ. ສ່ວນ​ພວກ​ເຮົາ​ກໍ​ໄປ​ແປງ​ກຳແພງ​ຕໍ່. 16 ນັບ​ຕັ້ງ​ແຕ່​ມື້​ນັ້ນ ຂ້ອຍ​ກໍ​ໃຫ້​ຄົນ​ຂອງ​ຂ້ອຍ​ເຄິ່ງ​ໜຶ່ງ​ເຮັດ​ວຽກ+ ແລະ​ໃຫ້​ອີກ​ເຄິ່ງ​ໜຶ່ງ​ຖື​ຫອກ ຖື​ໂລ້ ຖື​ທະນູ ແລະ​ໃສ່​ເສື້ອ​ເກາະ. ພວກ​ເຈົ້າ​ນາຍ+​ກໍສະໜັບສະໜູນ*​ພວກ​ຢິວ​ທຸກ​ຄົນ 17 ທີ່​ກຳລັງ​ເຮັດ​ວຽກ​ແປງ​ກຳແພງ. ຄົນ​ທີ່​ເຮັດ​ວຽກ​ແບກ​ຫາມ ມື​ໜຶ່ງ​ກໍ​ເຮັດ​ວຽກ​ແລະ​ອີກ​ມື​ໜຶ່ງ​ກໍ​ຖື​ອາວຸດ. 18 ພວກ​ຊ່າງ​ກໍ່​ທຸກ​ຄົນ​ໄດ້​ເອົາ​ດາບ​ເໜັບ​ໃສ່​ແອວ​ໄວ້​ຕອນ​ທີ່​ເຮັດ​ວຽກ ແລະ​ຄົນ​ເປົ່າ​ແກ​ເຂົາ​ສັດ+​ກໍ​ຢືນ​ຢູ່​ທາງ​ຂ້າງ​ຂ້ອຍ.

19 ຂ້ອຍ​ເວົ້າ​ກັບ​ພວກ​ຜູ້​ນຳ ພວກຜູ້ປົກຄອງ ແລະ​ປະຊາຊົນ​ວ່າ: “ຍ້ອນ​ວ່າ​ໂຄງການ​ນີ້​ໃຫຍ່​ແລະ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ໃຫ້​ພວກ​ເຮົາ​ແຍກ​ກັນ​ໄປ​ເຮັດ​ວຽກ​ຕາມ​ສ່ວນ​ຕ່າງ​ໆ​ຂອງ​ກຳແພງ. 20 ຖ້າ​ໄດ້​ຍິນ​ສຽງ​ແກ ໃຫ້​ພວກ​ເຈົ້າ​ມາ​ລວມ​ກັນ​ຢູ່​ນີ້. ພະເຈົ້າ​ຈະ​ຕໍ່ສູ້​ແທນ​ພວກ​ເຮົາ.”+

21 ພວກ​ເຮົາ​ເຄິ່ງ​ໜຶ່ງ​ເຮັດ​ວຽກ​ຕໍ່​ໄປ​ແລະ​ອີກ​ເຄິ່ງ​ໜຶ່ງ​ກໍ​ຖື​ຫອກ. ພວກ​ເຮົາ​ເຮັດ​ແບບ​ນີ້​ຕັ້ງ​ແຕ່​ຕາເວັນ​ຂຶ້ນ​ຈົນ​ຮອດ​ຄ່ຳ. 22 ຂ້ອຍ​ເວົ້າ​ກັບ​ປະຊາຊົນ​ວ່າ: “ໃຫ້​ພວກ​ຜູ້​ຊາຍ​ແຕ່​ລະ​ຄົນ​ກັບ​ຄົນ​ຂອງ​ເຂົາ​ເຈົ້າ​ນອນ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ໃນ​ຕອນ​ກາງເວັນ​ແລະ​ປ່ຽນ​ກັນ​ຍາມ​ໃນ​ຕອນ​ກາງຄືນ.” 23 ຂ້ອຍ​ກັບ​ພວກ​ພີ່ນ້ອງ​ຂອງ​ຂ້ອຍ ລວມທັງ​ຄົນ​ຂອງ​ຂ້ອຍ+​ແລະ​ພວກ​ທີ່​ຍາມ​ບໍ່​ໄດ້​ປ່ຽນ​ເຄື່ອງນຸ່ງ​ເລີຍ ແລະ​ພວກ​ເຮົາ​ກໍ​ຖື​ອາວຸດ​ໄວ້​ໃນ​ມື​ເບື້ອງ​ຂວາ​ຕະຫຼອດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌