ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເນເຮມີຢາ

      • ວຽກ​ແປງ​ກຳແພງ​ຍັງ​ຖືກ​ຕໍ່ຕ້ານ​ຕໍ່​ໄປ (1-​14)

      • ແປງ​ກຳແພງ​ແລ້ວ​ໃນ 52 ມື້ (15-​19)

ເນເຮມີຢາ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:10; 4:3
  • +ນຮຢ 2:19; 4:7
  • +ດນອ 9:25
  • +ນຮຢ 3:1, 3

ເນເຮມີຢາ 6:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 8:12; ນຮຢ 11:31, 35

ເນເຮມີຢາ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:19
  • +ອຊຣ 4:14, 15

ເນເຮມີຢາ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 4:4
  • +ພສ 68:35; 138:3; ອຊຢ 41:10

ເນເຮມີຢາ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 1:51; 18:7; 2ຂຄ 26:18, 19

ເນເຮມີຢາ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:10

ເນເຮມີຢາ 6:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:3, 4

ເນເຮມີຢາ 6:15

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2417, 2500

ເນເຮມີຢາ 6:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 4:7; ພສ 129:5

ເນເຮມີຢາ 6:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 5:7

ເນເຮມີຢາ 6:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 5
  • +ນຮຢ 3:4

ເນເຮມີຢາ 6:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 6:9, 10, 13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຮຢ. 6:1ນຮຢ 2:10; 4:3
ນຮຢ. 6:1ນຮຢ 2:19; 4:7
ນຮຢ. 6:1ດນອ 9:25
ນຮຢ. 6:1ນຮຢ 3:1, 3
ນຮຢ. 6:21ຂຄ 8:12; ນຮຢ 11:31, 35
ນຮຢ. 6:6ນຮຢ 2:19
ນຮຢ. 6:6ອຊຣ 4:14, 15
ນຮຢ. 6:9ອຊຣ 4:4
ນຮຢ. 6:9ພສ 68:35; 138:3; ອຊຢ 41:10
ນຮຢ. 6:11ຈຊບ 1:51; 18:7; 2ຂຄ 26:18, 19
ນຮຢ. 6:12ນຮຢ 2:10
ນຮຢ. 6:14ນຮຢ 4:3, 4
ນຮຢ. 6:16ນຮຢ 4:7; ພສ 129:5
ນຮຢ. 6:17ນຮຢ 5:7
ນຮຢ. 6:18ອຊຣ 2:1, 5
ນຮຢ. 6:18ນຮຢ 3:4
ນຮຢ. 6:19ນຮຢ 6:9, 10, 13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ເນເຮມີຢາ 6:1-19

ເນເຮມີຢາ

6 ເມື່ອ​ສັນບັນລັດ ໂຕເບຍ+ ເກເຊມ​ຄົນ​ອາຣັບ+ ແລະ​ພວກ​ສັດຕູ​ຄົນ​ອື່ນ​ໆ​ຮູ້​ວ່າ​ຂ້ອຍ​ແປງ​ກຳແພງ+​ຈົນ​ບໍ່​ມີ​ບ່ອນ​ໃດ​ເພ​ແລ້ວ (ຕອນ​ນັ້ນ​ຂ້ອຍ​ຍັງ​ບໍ່​ໄດ້​ໃສ່​ປະຕູ​ເທື່ອ)+ 2 ສັນບັນລັດ​ແລະ​ເກເຊມ​ກໍ​ຟ້າວໃຫ້​ຄົນ​ມາ​ບອກຂ້ອຍ​ວ່າ: “ໃຫ້​ເຮົາ​ນັດ​ເຈິ​ກັນ​ຢູ່ບ້ານ​ໜຶ່ງ​ໃນ​ທົ່ງພຽງ​ໂອໂນ.”+ ເຂົາ​ເຈົ້າ​ວາງ​ແຜນ​ແບບ​ນັ້ນ​ຍ້ອນ​ຢາກ​ທຳຮ້າຍ​ຂ້ອຍ. 3 ຂ້ອຍ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ມີ​ວຽກ​ສຳຄັນ​ທີ່​ຕ້ອງ​ເຮັດ ຂ້ອຍ​ໄປ​ບໍ່​ໄດ້​ດອກ. ເປັນ​ຫຍັງ​ຂ້ອຍ​ຕ້ອງ​ປະ​ວຽກ​ນີ້​ແລ້ວ​ໄປ​ຫາ​ພວກ​ເຈົ້າ?” 4 ເຂົາ​ເຈົ້າ​ໃຫ້​ຄົນ​ມາ​ບອກ​ຂ້ອຍ​ແບບ​ນີ້ 4 ເທື່ອ ແລະ​ແຕ່​ລະ​ເທື່ອ​ຂ້ອຍ​ກໍ​ຕອບ​ຄື​ເກົ່າ.

5 ໃນ​ເທື່ອ​ທີ 5 ສັນບັນລັດ​ໄດ້​ໃຫ້​ຄົນ​ເອົາ​ຈົດ​ໝາຍ​ມາ​ໃຫ້​ຂ້ອຍ. ຈົດ​ໝາຍ​ນັ້ນ​ບໍ່​ໄດ້​ຈ້ຳກາ​ປິດ​ໄວ້. 6 ເນື້ອໃນ​ຈົດ​ໝາຍ​ຂຽນ​ວ່າ: “ຊາດ​ຕ່າງ​ໆ​ໄດ້​ຊ່າລື​ກັນ​ແລະ​ເກເຊມ+​ກໍ​ໄດ້​ເວົ້າ​ຄື​ກັນ​ວ່າ ເຈົ້າ​ກັບ​ພວກ​ຢິວ​ກຳລັງ​ວາງ​ແຜນ​ຈະ​ກະບົດ+​ກໍ​ເລີຍ​ພາກັນ​ແປງ​ກຳແພງ ແລະ​ເຂົາ​ເຈົ້າ​ຍັງ​ເວົ້າ​ອີກ​ວ່າ​ເຈົ້າ​ຈະ​ຕັ້ງ​ໂຕເອງ​ເປັນ​ກະສັດ​ຂອງ​ພວກ​ຢິວ. 7 ເຈົ້າຍັງ​ໄດ້​ໃຫ້ພວກ​ຜູ້ພະຍາກອນ​ໄປ​ປະກາດ​ທົ່ວ​ເມືອງ​ເຢຣູຊາເລັມ​ວ່າ ‘ຕອນ​ນີ້​ໃນ​ຢູດາ​ມີ​ກະສັດ​ແລ້ວ!’ ກ່ອນ​ທີ່​ກະສັດ​ຈະຮູ້ ໃຫ້​ພວກ​ເຮົາ​ມາ​ລົມ​ກັນ​ເພື່ອ​ຊ່ວຍ​ກັນ​ແກ້ໄຂ​ບັນຫາ​ນີ້.”

8 ແຕ່​ຂ້ອຍ​ຕອບ​ລາວ​ວ່າ: “ທຸກ​ສິ່ງ​ທີ່​ເຈົ້າ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ ເຈົ້າ​ແຕ່ງ​ເລື່ອງ​ຂຶ້ນ​ມາ​ເອງ.” 9 ເຂົາ​ເຈົ້າ​ພະຍາຍາມ​ຂູ່​ພວກ​ເຮົາ​ໃຫ້​ຢ້ານ​ໂດຍ​ເວົ້າ​ວ່າ: “ຈັກ​ໜ້ອຍ​ພວກ​ມັນ​ກະ​ໝົດ​ແຮງ ຈ້າງ​ພວກ​ມັນ​ກະ​ເຮັດ​ບໍ່​ແລ້ວ.”+ ຂ້ອຍ​ຈຶ່ງ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະເຈົ້າ.+

10 ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ເຮືອນ​ຂອງ​ເຊມາຢາ​ລູກ​ຊາຍ​ຂອງ​ເດລາຢາ​ຫຼານ​ຂອງ​ເມເຮຕາເບນ. ຕອນ​ນັ້ນ​ລາວ​ຢູ່​ແຕ່​ໃນ​ເຮືອນ​ບໍ່​ອອກ​ໄປ​ໃສ. ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ພວກ​ເຮົາ​ນັດ​ເຈິ​ກັນ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້ ແລ້ວ​ເຂົ້າ​ໄປ​ທາງ​ໃນ​ວິຫານ​ແລະ​ປິດ​ປະຕູ​ວິຫານ​ໄວ້. ຄັນ​ບໍ່​ຊັ້ນ ພວກ​ນັ້ນ​ຈະ​ຂ້າເຈົ້າ​ໄດ້. ພວກ​ນັ້ນ​ຊິ​ມາ​ຂ້າ​ເຈົ້າ​ຕອນ​ກາງຄືນ.” 11 ແຕ່​ຂ້ອຍ​ບອກ​ລາວ​ວ່າ: “ຂ້ອຍ​ບໍ່​ແມ່ນຄົນ​ຂີ້​ຢ້ານ ຊິ​ໃຫ້​ຂ້ອຍ​ໜີ​ຫວະ. ຄັນ​ຂ້ອຍ​ເຂົ້າ​ໄປ​ໃນ​ວິຫານ ຂ້ອຍ​ກໍ​ຊິ​ຖືກລົງໂທດ​ເຖິງ​ຕາຍ​ຄື​ກັນ.+ ຂ້ອຍ​ບໍ່​ເຂົ້າ​ໄປ​ດອກ!” 12 ໃນ​ຕອນ​ນັ້ນ ຂ້ອຍ​ກໍ​ຮູ້​ເລີຍ​ວ່າ​ພະເຈົ້າ​ບໍ່​ໄດ້​ສົ່ງ​ຜູ້ພະຍາກອນ​ຄົນ​ນີ້​ມາ​ຫາ​ຂ້ອຍ ແຕ່​ສັນບັນລັດ​ກັບ​ໂຕເບຍ+​ຈ້າງ​ລາວ​ມາຕົວະ​ຂ້ອຍ. 13 ເຂົາ​ເຈົ້າ​ຈ້າງ​ລາວ​ມາ​ຂູ່​ຂ້ອຍ​ໃຫ້​ຢ້ານ​ແລະ​ຫວັງ​ວ່າ​ຂ້ອຍ​ຈະ​ເຮັດ​ຜິດ​ເພື່ອ​ເຂົາ​ເຈົ້າ​ຈະ​ມີ​ແນວ​ເວົ້າ​ໃຫ້​ຂ້ອຍ​ແລະ​ທຳລາຍ​ຊື່ສຽງ​ຂອງ​ຂ້ອຍ.

14 ຂ້ອຍ​ຈຶ່ງ​ອະທິດຖານ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຈື່​ສິ່ງ​ທີ່​ໂຕເບຍ+​ແລະ​ສັນບັນລັດ​ໄດ້​ເຮັດ ແລະ​ຂໍ​ໃຫ້​ພະອົງ​ຈື່​ວ່າ​ໂນອາດີຢາ​ທີ່​ເປັນ​ຜູ້ພະຍາກອນ​ຍິງ​ກັບ​ພວກ​ຜູ້ພະຍາກອນ​ຄົນ​ອື່ນ​ໆ​ໄດ້​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ຢ້ານ​ຕະຫຼອດ.”

15 ໃນ​ທີ່​ສຸດ ພວກ​ເຮົາ​ກໍ​ແປງ​ກຳແພງ​ແລ້ວ​ໃນ​ວັນ​ທີ 25 ເດືອນ​ເອລູນ.* ພວກ​ເຮົາ​ໃຊ້​ເວລາ​ທັງ​ໝົດ 52 ມື້.

16 ເມື່ອ​ພວກ​ສັດຕູ​ຮູ້​ວ່າ​ພວກ​ເຮົາ​ແປງ​ກຳແພງ​ແລ້ວ​ໆ​ແລະ​ຊາດ​ຕ່າງ​ໆ​ກໍ​ເຫັນ ພວກ​ສັດຕູ​ຈຶ່ງ​ຮູ້ສຶກ​ອາຍ​ຫຼາຍ.+ ເຂົາ​ເຈົ້າ​ໄດ້​ເຫັນ​ວ່າ​ພວກ​ເຮົາ​ເຮັດ​ວຽກ​ນີ້​ແລ້ວ​ກໍ​ຍ້ອນ​ພະເຈົ້າ​ຊ່ວຍ. 17 ໃນ​ສະໄໝ​ນັ້ນ ພວກ​ຜູ້​ນຳ+​ຂອງ​ຢູດາ​ມັກ​ຂຽນ​ຈົດໝາຍ​ໄປ​ຫາ​ໂຕເບຍ​ຕະຫຼອດ​ແລະ​ໂຕເບຍ​ກໍ​ຕອບ​ຈົດ​ໝາຍ​ຂອງ​ເຂົາ​ເຈົ້າ. 18 ຫຼາຍ​ຄົນ​ໃນ​ຢູດາ​ໄດ້​ສັນຍາ​ກັບ​ໂຕເບຍ​ວ່າ​ຈະ​ສະໜັບສະໜູນ​ລາວ ຍ້ອນ​ວ່າ​ໂຕເບຍ​ເປັນ​ລູກ​ເຂີຍ​ຂອງ​ເຊການີອາ​ທີ່​ເປັນ​ລູກ​ຊາຍ​ຂອງ​ອາຣາກ+ ແລະ​ເຢໂຮຮານັນ​ລູກ​ຊາຍ​ຂອງ​ໂຕເບຍ​ໄດ້​ແຕ່ງດອງ​ກັບ​ລູກສາວ​ຂອງ​ເມຊຸນລຳ+​ທີ່​ເປັນ​ລູກ​ຊາຍ​ຂອງ​ເບເຣກີຢາ. 19 ເຂົາ​ເຈົ້າ​ມັກ​ເວົ້າ​ແຕ່​ເລື່ອງ​ດີ​ໆ​ຂອງ​ໂຕເບຍ​ໃຫ້​ຂ້ອຍ​ຟັງ ແລ້ວ​ກໍ​ເອົາ​ສິ່ງ​ທີ່​ຂ້ອຍ​ເວົ້າ​ໄປ​ບອກ​ໂຕເບຍ. ຈາກ​ນັ້ນ ໂຕເບຍ​ກໍ​ສົ່ງ​ຈົດ​ໝາຍ​ມາ​ຂູ່​ຂ້ອຍ​ຕະຫຼອດ​ເພື່ອ​ໃຫ້​ຂ້ອຍ​ຢ້ານ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌