ເນເຮມີຢາ
12 ນີ້ແມ່ນລາຍຊື່ຂອງພວກປະໂລຫິດແລະພວກເລວີທີ່ກັບມາຈາກບາບີໂລນພ້ອມກັບເຊຣູບາເບນ+ລູກຊາຍຂອງເຊອານຕີເອນ+ແລະເຢຊູອາ.+ ພວກປະໂລຫິດມີ: ເສຣາຢາ ເຢເຣມີຢາ ເອັດຊະຣາ 2 ອາມາຣີຢາ ມັນລຸກ ຮັດຕຸຊະ 3 ເຊການີອາ ເຣຮູມ ເມເຣໂມດ 4 ອິດໂດ ກິນເນທອຍ ອາບີຢາ 5 ມິຢາມິນ ມາອາດີຢາ ບິນກາ 6 ເຊມາຢາ ໂຢຢາຣິບ ເຢດາຢາ 7 ສັນລູ ອາໂມກ ຮິນກີຢາ ແລະເຢດາຢາ. ທັງໝົດນີ້ເປັນຫົວໜ້າຂອງພວກປະໂລຫິດແລະເປັນຫົວໜ້າພວກພີ່ນ້ອງຂອງເຂົາເຈົ້າໃນສະໄໝຂອງເຢຊູອາ.
8 ພວກເລວີມີ: ເຢຊູອາ ບິນນຸຍ ກັດມີເອນ+ ເຊເຣບີຢາ ຢູດາ ມັດຕານີຢາ+ທີ່ເປັນຜູ້ນຳໃນການຮ້ອງເພງຂອບໃຈພະເຈົ້ານຳກັນກັບພວກພີ່ນ້ອງຂອງລາວ 9 ແລະບັກບຸກີຢາກັບອຸນນີທີ່ເປັນພີ່ນ້ອງຂອງເຂົາເຈົ້າແລະຢືນຢູ່ກົງກັນຂ້າມກັບເຂົາເຈົ້າເພື່ອຍາມວິຫານ.* 10 ເຢຊູອາເປັນພໍ່ຂອງໂຢຢາກີມ ໂຢຢາກີມເປັນພໍ່ຂອງເອລີຢາຊິບ+ ເອລີຢາຊິບເປັນພໍ່ຂອງໂຢຢາດາ+ 11 ໂຢຢາດາເປັນພໍ່ຂອງໂຢນາທານ ໂຢນາທານເປັນພໍ່ຂອງຢັດດູອາ.
12 ພວກປະໂລຫິດແລະພວກຫົວໜ້າໃນຈຸ້ມເຈື້ອຕ່າງໆໃນສະໄໝຂອງໂຢຢາກີມມີ: ເມຣາຢາຈາກຄອບຄົວເສຣາຢາ+ ຮານານີຢາຈາກຄອບຄົວເຢເຣມີຢາ 13 ເມຊຸນລຳຈາກຄອບຄົວເອັດຊະຣາ+ ເຢໂຮຮານັນຈາກຄອບຄົວອາມາຣີຢາ 14 ໂຢນາທານຈາກຄອບຄົວມັນລຸກີ ໂຢເຊັບຈາກຄອບຄົວເຊບານີຢາ 15 ອັດນາຈາກຄອບຄົວຮາຣີມ+ ເຮນກາຍຈາກຄອບຄົວເມຣາໂຢດ 16 ເຊຄາຣີຢາຈາກຄອບຄົວອິດໂດ ເມຊຸນລຳຈາກຄອບຄົວກິນເນໂທນ 17 ຊິກຣີຈາກຄອບຄົວອາບີຢາ+ . . .*ຈາກຄອບຄົວມິນຢາມິນ ປິນຕາຍຈາກຄອບຄົວໂມອາດີຢາ 18 ຊາມມູອາຈາກຄອບຄົວບິນກາ+ ເຢໂຮນາທານຈາກຄອບຄົວເຊມາຢາ 19 ມັດເຕນາຍຈາກຄອບຄົວໂຢຢາຣິບ ອຸດຊີຈາກຄອບຄົວເຢດາຢາ+ 20 ການລາຍຈາກຄອບຄົວຊັນລາຍ ເຮເບຈາກຄອບຄົວອາໂມກ 21 ຮາຊາບີຢາຈາກຄອບຄົວຮິນກີຢາ ເນທາເນນຈາກຄອບຄົວເຢດາຢາ.
22 ລາຍຊື່ຂອງພວກເລວີກັບພວກປະໂລຫິດທີ່ເປັນຫົວໜ້າໃນຈຸ້ມເຈື້ອຕ່າງໆໃນສະໄໝຂອງເອລີຢາຊິບ ໂຢຢາດາ ໂຢຮານານ ແລະຢັດດູອາ+ໄດ້ຂຽນໄວ້ຮອດແຕ່ສະໄໝຂອງດາຣິອຸດ*ກະສັດຂອງເປີເຊຍ.
23 ລາຍຊື່ຂອງພວກເລວີທີ່ເປັນຫົວໜ້າໃນຈຸ້ມເຈື້ອຕ່າງໆຖືກຂຽນໄວ້ໃນປຶ້ມປະຫວັດສາດຮອດແຕ່ສະໄໝຂອງໂຢຮານານລູກຊາຍຂອງເອລີຢາຊິບ. 24 ຫົວໜ້າພວກເລວີມີ: ຮາຊາບີຢາ ເຊເຣບີຢາ ເຢຊູອາ+ລູກຊາຍຂອງກັດມີເອນ+ ແລະພວກພີ່ນ້ອງຂອງເຂົາເຈົ້າທີ່ເປັນຄົນຍາມເຊິ່ງຢືນເປັນກຸ່ມຢູ່ກົງກັນຂ້າມກັບເຂົາເຈົ້າເພື່ອສັນລະເສີນແລະຂອບໃຈພະເຈົ້າຕາມທີ່ດາວິດຜູ້ຮັບໃຊ້ຂອງພະເຈົ້າທ່ຽງແທ້ໄດ້ສັ່ງໄວ້.+ 25 ນອກຈາກນັ້ນກໍຍັງມີມັດຕານີຢາ+ ບັກບຸກີຢາ ໂອບາດີຢາ ເມຊຸນລຳ ຕັນໂມນ ແລະອັກກຸບ.+ ເຂົາເຈົ້າຍາມຢູ່ໜ້າຫ້ອງມ້ຽນເຄື່ອງໃກ້ກັບປະຕູວິຫານ.+ 26 ຄົນເຫຼົ່ານີ້ຮັບໃຊ້ໃນສະໄໝຂອງໂຢຢາກີມລູກຊາຍຂອງເຢຊູອາ+ຫຼານຂອງໂຢດຊາດັກ ແລະໃນສະໄໝທີ່ເນເຮມີຢາເປັນເຈົ້າແຂວງແລະໃນສະໄໝຂອງປະໂລຫິດເອັດຊະຣາເຊິ່ງເປັນ+ຜູ້ທີ່ຊຳນານໃນການຄັດລອກພະຄຳພີ.
27 ເມື່ອໃກ້ຊິຮອດມື້ອຸທິດກຳແພງເມືອງເຢຣູຊາເລັມ ເຂົາເຈົ້າກໍໄປຊອກພວກເລວີຈາກທຸກບ່ອນໃຫ້ມາເມືອງເຢຣູຊາເລັມເພື່ອສະຫຼອງການອຸທິດກຳແພງ ມາມ່ວນຊື່ນນຳກັນ ມາຮ້ອງເພງຂອບໃຈພະເຈົ້າ+ ມາຕີແສ່ງ ມາຫຼິ້ນເຄື່ອງດົນຕີທີ່ມີສາຍແລະດີດພິນ. 28 ລູກຫຼານຂອງພວກນັກຮ້ອງ*ໄດ້ມາລວມກັນ. ເຂົາເຈົ້າມາຈາກເຂດທີ່ຢູ່ໃກ້ໆ* ຈາກແຖວທີ່ຢູ່ອ້ອມແອ້ມເມືອງເຢຣູຊາເລັມ ຈາກເມືອງນ້ອຍໆທີ່ພວກເນໂຕຟາຢູ່+ 29 ຈາກເມືອງເບັດກິນການ+ ຈາກເຂດເມືອງເຄບາ+ ແລະເຂດເມືອງອາຊະມາເວດ.+ ພວກນັກຮ້ອງເຫຼົ່ານີ້ອາໄສຢູ່ອ້ອມແອ້ມເມືອງເຢຣູຊາເລັມ. 30 ພວກປະໂລຫິດແລະພວກເລວີໄດ້ເຮັດໃຫ້ໂຕເອງບໍລິສຸດ ແລະເຂົາເຈົ້າໄດ້ເຮັດໃຫ້ປະຊາຊົນ+ ປະຕູເມືອງ+ ແລະກຳແພງເມືອງ+ບໍລິສຸດ.
31 ຈາກນັ້ນ ຂ້ອຍກໍພາພວກເຈົ້ານາຍຂອງຢູດາຂຶ້ນໄປເທິງກຳແພງ. ຂ້ອຍຍັງໄດ້ແບ່ງພວກນັກຮ້ອງທີ່ຮ້ອງເພງຂອບໃຈພະເຈົ້າອອກເປັນ 2 ກຸ່ມໃຫຍ່ ແລະແຕ່ລະກຸ່ມມີຄົນແຫ່ນຳຫຼັງເຂົາເຈົ້າໄປ. ກຸ່ມທີ 1 ຍ່າງໄປເບື້ອງຂວາຂອງກຳແພງໄປທາງປະຕູກອງຂີ້ເທົ່າ.+ 32 ພວກທີ່ຍ່າງນຳຫຼັງເຂົາເຈົ້າແມ່ນໂຮຊາອີຢາ ພວກເຈົ້ານາຍຂອງຢູດາເຄິ່ງໜຶ່ງ 33 ອາຊາຣີຢາ ເອັດຊະຣາ ເມຊຸນລຳ 34 ຢູດາ ເບັນຢາມິນ ເຊມາຢາ ແລະເຢເຣມີຢາ. 35 ມີປະໂລຫິດບາງຄົນຖືແກ+ແລະຍ່າງນຳຫຼັງເຂົາເຈົ້າ. ຜູ້ໜຶ່ງໃນນັ້ນແມ່ນເຊຄາຣີຢາລູກຊາຍຂອງໂຢນາທານ. ໂຢນາທານເປັນລູກຊາຍຂອງເຊມາຢາ ເຊມາຢາເປັນລູກຊາຍຂອງມັດຕານີຢາ ມັດຕານີຢາເປັນລູກຊາຍຂອງມີກາຢາ ມີກາຢາເປັນລູກຊາຍຂອງຊາກູເຣ ຊາກູເຣເປັນລູກຊາຍຂອງອາສັບ.+ 36 ນອກຈາກນັ້ນຍັງມີພວກພີ່ນ້ອງຂອງລາວທີ່ຊື່ເຊມາຢາ ອັດຊາເຣນ ມິລາລາຍ ກິລາລາຍ ມາອາຍ ເນທາເນນ ຢູດາ ແລະຮານານີ. ເຂົາເຈົ້າຖືເຄື່ອງດົນຕີທີ່ຄ້າຍຄືກັບເຄື່ອງດົນຕີທີ່ດາວິດ+ຜູ້ຮັບໃຊ້ຂອງພະເຈົ້າທ່ຽງແທ້ໄດ້ເຮັດ. ເອັດຊະຣາ+ຜູ້ທີ່ຊຳນານໃນການຄັດລອກພະຄຳພີເປັນຜູ້ຍ່າງອອກໜ້າເຂົາເຈົ້າ. 37 ເມື່ອມາຮອດປະຕູນ້ຳພຸ+ ເຂົາເຈົ້າຍ່າງໄປທາງຂັ້ນໄດ+ທີ່ຂຶ້ນໄປເມືອງຂອງດາວິດ.+ ແລ້ວເຂົາເຈົ້າກໍຍ່າງຢູ່ເທິງກຳແພງແລະກາຍວັງຂອງດາວິດໄປທາງປະຕູນ້ຳ+ທີ່ຢູ່ທາງທິດຕາເວັນອອກ.
38 ກຸ່ມນັກຮ້ອງທີ່ຮ້ອງເພງຂອບໃຈພະເຈົ້າອີກກຸ່ມໜຶ່ງກໍຍ່າງໄປອີກທາງໜຶ່ງ. ຂ້ອຍກັບຄົນອີກເຄິ່ງໜຶ່ງຍ່າງນຳຫຼັງເຂົາເຈົ້າ. ພວກເຮົາຍ່າງຢູ່ເທິງກຳແພງກາຍປ້ອມເຕົາອົບ+ໄປຫາກຳແພງທີ່ຊື່ວ່າກຳແພງກວ້າງ.+ 39 ແລ້ວພວກເຮົາກໍຍ່າງໄປທາງປະຕູເອຟຣາຢິມ+ ປະຕູເມືອງເກົ່າ+ ປະຕູປາ+ ປ້ອມຮານາເນນ+ ປ້ອມເມອາ ປະຕູແກະ+ ແລະພວກເຮົາຢຸດຢູ່ປະຕູທີ່ຊື່ວ່າປະຕູຄົນຍາມ.
40 ໃນທີ່ສຸດ ກຸ່ມນັກຮ້ອງທີ່ຮ້ອງເພງຂອບໃຈພະເຈົ້າທັງ 2 ກຸ່ມກໍມາຮອດໜ້າວິຫານຂອງພະເຈົ້າທ່ຽງແທ້. ຂ້ອຍກັບພວກຜູ້ປົກຄອງເຄິ່ງໜຶ່ງທີ່ຢູ່ນຳຂ້ອຍກໍຢືນຢູ່ຫັ້ນນຳເຂົາເຈົ້າຄືກັນ 41 ແລະຍັງມີພວກປະໂລຫິດທີ່ຖືແກທີ່ຊື່ເອລີຢາກີມ ມາອາເສຢາ ມິນຢາມິນ ມີກາຢາ ເອລີໂອນາຍ ເຊຄາຣີຢາ ແລະຮານານີຢາ. 42 ນອກຈາກນັ້ນ ຄົນທີ່ຢູ່ນຳຂ້ອຍຍັງມີ: ມາອາເສຢາ ເຊມາຢາ ເອເລອາຊາ ອຸດຊີ ເຢໂຮຮານັນ ມັນກີຢາ ເອລາມ ແລະເອເຊ. ພວກນັກຮ້ອງໄດ້ຮ້ອງເພງສຽງດັງ ແລະອິດຊະຣາຢາເປັນຜູ້ນຳເຂົາເຈົ້າ.
43 ໃນມື້ນັ້ນ ເຂົາເຈົ້າເຜົາເຄື່ອງບູຊາຫຼາຍແທ້ຫຼາຍວ່າຢ່າງມີຄວາມສຸກ+ ຍ້ອນພະເຈົ້າທ່ຽງແທ້ໄດ້ເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍ. ພວກຜູ້ຍິງກັບເດັກນ້ອຍກໍມີຄວາມສຸກຄືກັນ.+ ໃນເມືອງເຢຣູຊາເລັມມີຄວາມມ່ວນຊື່ນຫຼາຍ ຂະໜາດຄົນທີ່ຢູ່ບັກໄກໆກໍຍັງໄດ້ຍິນສຽງເຂົາເຈົ້າ.+
44 ໃນມື້ນັ້ນມີບາງຄົນຖືກແຕ່ງຕັ້ງໃຫ້ເບິ່ງແຍງຫ້ອງຕ່າງໆ+ທີ່ໃຊ້ສຳລັບມ້ຽນເຄື່ອງບໍລິຈາກ+ ຜົນລະປູກຊຸດທຳອິດ+ ແລະເຄື່ອງທີ່ເປັນ 1 ສ່ວນ 10.+ ເຂົາເຈົ້າຕ້ອງໄປລວບລວມເອົາຜົນລະປູກຈາກໄຮ່ຈາກສວນຂອງເມືອງຕ່າງໆມາໄວ້ຢູ່ຫ້ອງເຫຼົ່ານີ້ຕາມທີ່ກົດໝາຍກຳນົດໄວ້+ ເພື່ອເປັນສ່ວນແບ່ງສຳລັບພວກປະໂລຫິດແລະພວກເລວີ.+ ປະຊາຊົນໃນຢູດາບໍລິຈາກໃຫ້ແບບນີ້ຍ້ອນເຂົາເຈົ້າດີໃຈຫຼາຍທີ່ມີພວກປະໂລຫິດແລະພວກເລວີເຮັດວຽກຮັບໃຊ້ຢູ່ວິຫານ. 45 ພວກປະໂລຫິດແລະພວກເລວີເລີ່ມເຮັດໜ້າທີ່ຂອງໂຕເອງຕາມທີ່ພະເຈົ້າມອບໝາຍໃຫ້ແລະເຮັດໃຫ້ທຸກສິ່ງບໍລິສຸດ. ພວກນັກຮ້ອງແລະພວກຄົນຍາມປະຕູກໍເຮັດໜ້າທີ່ຂອງໂຕເອງຕາມທີ່ດາວິດແລະໂຊໂລໂມນລູກຊາຍຂອງລາວໄດ້ສັ່ງໄວ້. 46 ໃນສະໄໝຂອງດາວິດແລະອາສັບມີພວກຫົວໜ້າທີ່ເບິ່ງແຍງພວກນັກຮ້ອງແລະເບິ່ງແຍງເລື່ອງເພງສຳລັບສັນລະເສີນແລະຂອບໃຈພະເຈົ້າ.+ 47 ໃນສະໄໝຂອງເຊຣູບາເບນ+ແລະໃນສະໄໝຂອງເນເຮມີຢາ ພວກອິດສະຣາເອນທຸກຄົນຕ້ອງໄດ້ແບ່ງບາງສ່ວນໃຫ້ພວກນັກຮ້ອງ+ແລະພວກຄົນຍາມປະຕູ+ຕາມທີ່ເຂົາເຈົ້າຈຳເປັນຕ້ອງໄດ້ຮັບໃນແຕ່ລະມື້. ນອກຈາກນັ້ນ ພວກອິດສະຣາເອນຍັງຕ້ອງເອົາ 1 ສ່ວນ 10 ໃຫ້ພວກເລວີ+ ແລະພວກເລວີຕ້ອງເອົາ 1 ສ່ວນ 10 ຈາກສິ່ງທີ່ເຂົາເຈົ້າໄດ້ຮັບໃຫ້ພວກລູກຫຼານຂອງອາໂຣນ.