ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ມໍເດກາຍ​ທຸກໃຈ​ຫຼາຍ (1-​5)

      • ມໍເດກາຍ​ຂໍ​ໃຫ້​ເອັດສະເທີ​ຊ່ວຍ (6-​17)

ເອັດສະເທີ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5
  • +ອສທ 3:8-11

ເອັດສະເທີ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:1
  • +2ຂຄ 20:3; ອຊຣ 8:21
  • +ດນອ 9:3

ເອັດສະເທີ 4:4

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເອັດສະເທີ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:9
  • +ອສທ 3:8, 13

ເອັດສະເທີ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:14, 15
  • +ອສທ 2:20

ເອັດສະເທີ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5, 7

ເອັດສະເທີ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:1
  • +ອສທ 5:2; 8:4

ເອັດສະເທີ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 12:22; ອຊຢ 54:17
  • +ອສທ 2:17

ເອັດສະເທີ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:3; ອຊຣ 8:21
  • +ອສທ 5:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 4:1ອສທ 2:5
ອສທ. 4:1ອສທ 3:8-11
ອສທ. 4:3ອສທ 1:1
ອສທ. 4:32ຂຄ 20:3; ອຊຣ 8:21
ອສທ. 4:3ດນອ 9:3
ອສທ. 4:7ອສທ 3:9
ອສທ. 4:7ອສທ 3:8, 13
ອສທ. 4:8ອສທ 3:14, 15
ອສທ. 4:8ອສທ 2:20
ອສທ. 4:10ອສທ 2:5, 7
ອສທ. 4:11ອສທ 5:1
ອສທ. 4:11ອສທ 5:2; 8:4
ອສທ. 4:141ຊມ 12:22; ອຊຢ 54:17
ອສທ. 4:14ອສທ 2:17
ອສທ. 4:162ຂຄ 20:3; ອຊຣ 8:21
ອສທ. 4:16ອສທ 5:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 4:1-17

ເອັດສະເທີ

4 ເມື່ອ​ມໍເດກາຍ+​ຮູ້​ເລື່ອງ​ທີ່​ເກີດຂຶ້ນ+ ລາວ​ກໍຈີກ​ເສື້ອ​ຂອງ​ໂຕເອງ ນຸ່ງ​ຜ້າເນື້ອຫຍາບ ແລະ​ເອົາ​ຂີ້ເທົ່າໂຮຍ​ໃສ່​ຫົວ ແລ້ວ​ລາວ​ກໍ​ອອກ​ໄປ​ກາງ​ເມືອງ​ແລະ​ຮ້ອງໄຫ້​ສຽງ​ດັງ​ຍ້ອນ​ເສຍໃຈ​ຫຼາຍ. 2 ລາວ​ໄປ​ຮອດ​ແຕ່​ປະຕູ​ວັງ​ຂອງ​ກະສັດ​ເທົ່ານັ້ນ ຍ້ອນວ່າ​ຜູ້​ທີ່​ໃສ່​ຜ້າເນື້ອຫຍາບ​ຈະ​ເຂົ້າ​ໄປ​ໃນ​ວັງ​ບໍ່​ໄດ້. 3 ເມື່ອ​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ກະສັດ​ໄປ​ຮອດ​ແຂວງ​ຕ່າງ​ໆ​+ ຄົນ​ຢິວ​ໃນ​ແຕ່​ລະ​ແຂວງ​ກໍ​ພາກັນ​ໄວ້ທຸກ. ເຂົາເຈົ້າ​ອົດເຂົ້າ+​ແລະ​ຮ້ອງໄຫ້​ຈົນ​ໃຈ​ຊິ​ຂາດ. ຫຼາຍ​ຄົນ​ນອນ​ຢູ່​ເທິງ​ຜ້າເນື້ອຫຍາບ​ແລະ​ຂີ້ເທົ່າ.+ 4 ເມື່ອ​ພວກ​ສາວໃຊ້​ແລະ​ພວກ​ຂັນທີ*​ຂອງ​ລາຊີນີ​ເອັດສະເທີ​ມາ​ບອກເລື່ອງ​ຂອງ​ມໍເດກາຍໃຫ້​ເອັດສະເທີ​ຮູ້ ເອັດສະເທີ​ກໍ​ທຸກໃຈ​ຫຼາຍ. ຈາກນັ້ນ ລາວ​ກໍ​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດກາຍ​ໃສ່​ແທນ​ຜ້າເນື້ອຫຍາບ ແຕ່​ມໍເດກາຍ​ບໍ່​ເອົາ. 5 ເອັດສະເທີ​ຈຶ່ງ​ເອີ້ນ​ຮາທາກ​ໃຫ້​ມາ​ຫາ. ຮາທາກ​ເປັນ​ຂັນທີ​ຜູ້​ໜຶ່ງ​ຂອງ​ກະສັດ​ທີ່​ກະສັດ​ສັ່ງ​ໃຫ້​ມາ​ຮັບໃຊ້​ເອັດສະເທີ. ເອັດສະເທີໃຫ້ຮາທາກ​ໄປ​ຖາມ​ມໍເດກາຍ​ວ່າເກີດ​ຫຍັງ​ຂຶ້ນ.

6 ຮາທາກ​ຈຶ່ງ​ອອກ​ໄປ​ຫາ​ມໍເດກາຍ​ຢູ່​ເດີ່ນ​ຂອງ​ເມືອງ​ທີ່​ຢູ່​ຕໍ່​ໜ້າ​ປະຕູ​ວັງ​ຂອງ​ກະສັດ. 7 ມໍເດກາຍ​ບອກ​ຮາທາກ​ທຸກຢ່າງ​ກ່ຽວກັບ​ເລື່ອງ​ທີ່​ເກີດຂຶ້ນ ແລະ​ຍັງ​ບອກ​ອີກ​ວ່າ​ຮາມານ​ຈະ​ເອົາ​ເງິນ​ເທົ່າ​ໃດ+​ໃຫ້​ຄັງຊັບສິນ​ຂອງ​ກະສັດ​ເພື່ອ​ຈະ​ກຳຈັດ​ຄົນ​ຢິວ.+ 8 ມໍເດກາຍ​ຍັງ​ໄດ້​ເອົາສຳເນົາ​ກົດໝາຍ​ເລື່ອງ​ການ​ກວາດລ້າງ​ຄົນ​ຢິວ​ທີ່​ອອກ​ຢູ່​ເມືອງ​ຊູຊາ+​ໃຫ້​ຮາທາກ​ນຳ. ຮາທາກ​ຕ້ອງ​ເອົາ​ສຳເນົາ​ນັ້ນ​ໄປ​ໃຫ້​ເອັດສະເທີ​ແລະ​ອະທິບາຍ​ໃຫ້​ລາວ​ຟັງ.+ ມໍເດກາຍ​ບອກ​ໃຫ້​ເອັດສະເທີ​ເຂົ້າ​ໄປ​ຫາ​ກະສັດ​ແລະອ້ອນວອນ​ກັບ​ກະສັດ​ໂດຍ​ກົງເພື່ອ​ຊ່ວຍ​ຄົນ​ຊາດດຽວກັນ​ກັບ​ລາວ.

9 ຮາທາກ​ກັບ​ມາ​ບອກ​ເອັດສະເທີ​ຕາມ​ທີ່​ມໍເດກາຍ​ບອກ. 10 ເອັດສະເທີ​ຈຶ່ງ​ໃຫ້​ຮາທາກ​ໄປ​ບອກ​ມໍເດກາຍ​ວ່າ:+ 11 “ຂ້າ​ລາ​ຊະການ​ທຸກຄົນ​ຂອງ​ກະສັດ​ແລະ​ປະຊາຊົນ​ທຸກ​ແຂວງ​ກໍ​ຮູ້​ດີ​ວ່າ ຖ້າ​ໃຜ​ເຂົ້າ​ໄປ​ເດີ່ນ​ທາງ​ໃນ​ຂອງ​ວັງ+​ໂດຍ​ທີ່​ກະສັດ​ບໍ່​ໄດ້​ເອີ້ນ ລາວ​ຈະ​ມີ​ໂທດ​ເຖິງ​ຕາຍ. ວິທີ​ດຽວ​ທີ່​ຈະ​ລອດ​ຕາຍ​ແມ່ນ ກະສັດ​ຕ້ອງ​ຍື່ນ​ຄ້ອນ​ຄຳ​ຂອງ​ກະສັດ​ໃຫ້​ຜູ້ນັ້ນ.+ ແຕ່​ກະສັດ​ບໍ່​ໄດ້​ເອີ້ນ​ລູກ​ໃຫ້​ໄປ​ຫາ 30 ມື້​ແລ້ວ.”

12 ເມື່ອ​ມໍເດກາຍ​ໄດ້​ຍິນ​ເອັດສະເທີ​ເວົ້າ​ຈັ່ງ​ຊີ້ 13 ລາວ​ກໍ​ບອກ​ເອັດສະເທີ​ວ່າ: “ລູກ​ຢ່າ​ຄິດ​ເດີ້​ວ່າ​ລູກ​ຢູ່​ໃນ​ວັງ​ຂອງ​ກະສັດ​ແລ້ວ​ລູກ​ຈະ​ມີ​ໂອກາດ​ລອດຫຼາຍ​ກວ່າຄົນ​ຢິວ​ຄົນ​ອື່ນ​ໆ​. 14 ເຖິງ​ວ່າ​ລູກ​ຈະ​ບໍ່​ເຮັດ​ຫຍັງ ຄົນ​ຢິວ​ກໍ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ແລະ​ຄວາມ​ລອດ​ດ້ວຍ​ວິທີ​ອື່ນ+ ແຕ່​ລູກ​ກັບພີ່ນ້ອງຂອງ​ລູກ​ຈະ​ຕ້ອງ​ຕາຍ. ລູກ​ລອງ​ຄິດ​ເບິ່ງ​ເດີ້ ການ​ທີ່​ລູກ​ໄດ້​ເປັນ​ລາຊີນີ​ກໍ​ອາດ​ຈະເພື່ອ​ຊ່ວຍ​ຄົນ​ຊາດດຽວກັນ​ກັບ​ລູກໃນ​ຍາມ​ທີ່​ຍາກ​ລຳບາກ​ແບບ​ນີ້​ກໍ​ໄດ້.”+

15 ເອັດສະເທີ​ຕອບ​ມໍເດກາຍ​ວ່າ: 16 “ຂໍ​ໃຫ້​ລວບລວມ​ຄົນ​ຢິວ​ທັງໝົດ​ໃນ​ເມືອງ​ຊູຊາ​ແລະ​ໃຫ້​ເຂົາເຈົ້າ​ອົດເຂົ້າ+​ເພື່ອ​ລູກ. ບໍ່​ໃຫ້​ເຂົາເຈົ້າ​ກິນ​ຫຼື​ດື່ມ​ຫຍັງ 3 ມື້ 3 ຄືນ.+ ລູກ​ກັບ​ພວກ​ສາວໃຊ້​ຂອງ​ລູກ​ກໍ​ຈະ​ເຮັດ​ຄືກັນ. ຫຼັງຈາກນັ້ນ ລູກ​ຈະ​ເຂົ້າ​ໄປ​ຫາ​ກະສັດ. ເຖິງ​ວ່າ​ຈະ​ຂັດ​ກັບ​ກົດໝາຍ​ແລະ​ເຖິງ​ວ່າ​ລູກ​ຈະ​ຕ້ອງ​ຕາຍ ລູກ​ກໍ​ຍອມ.” 17 ມໍເດກາຍ​ຈຶ່ງ​ໄປ​ເຮັດ​ທຸກຢ່າງ​ຕາມ​ທີ່​ເອັດສະເທີ​ບອກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌