ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ກະສັດ​ໃຫ້​ກຽດ​ມໍເດກາຍ (1-​14)

ເອັດສະເທີ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 10:2

ເອັດສະເທີ 6:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:21, 23

ເອັດສະເທີ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 4:11
  • +ອສທ 5:14

ເອັດສະເທີ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:1

ເອັດສະເທີ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:2; 5:11

ເອັດສະເທີ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:15

ເອັດສະເທີ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:42, 43

ເອັດສະເທີ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5, 6

ເອັດສະເທີ 6:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:10, 14

ເອັດສະເທີ 6:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 6:1ອສທ 10:2
ອສທ. 6:2ອສທ 2:21, 23
ອສທ. 6:4ອສທ 4:11
ອສທ. 6:4ອສທ 5:14
ອສທ. 6:5ອສທ 3:1
ອສທ. 6:6ອສທ 3:2; 5:11
ອສທ. 6:8ອສທ 8:15
ອສທ. 6:9ປຖກ 41:42, 43
ອສທ. 6:11ອສທ 2:5, 6
ອສທ. 6:13ອສທ 5:10, 14
ອສທ. 6:14ອສທ 5:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 6:1-14

ເອັດສະເທີ

6 ຄືນ​ມື້​ນັ້ນ​ກະສັດ​ນອນ​ບໍ່​ຫຼັບ ລາວ​ຈຶ່ງ​ບອກ​ໃຫ້​ຄົນ​ໄປ​ເອົາ​ປຶ້ມ​ບັນທຶກ​ເຫດ​ການ​ຕ່າງ​ໆ​+​ມາ​ອ່ານ​ໃຫ້​ຟັງ. 2 ຕອນ​ທີ່​ອ່ານ​ມີ​ບ່ອນ​ໜຶ່ງ​ຂຽນ​ວ່າ ມໍເດກາຍ​ເຄີຍ​ມາ​ບອກ​ວ່າ​ບິກທານ​ກັບ​ເຕເຣັດ​ຂ້າລາຊະການ 2 ຄົນ​ທີ່​ຍາມ​ປະຕູ​ຫ້ອງ​ຂອງ​ກະສັດ​ໄດ້​ວາງ​ແຜນ​ຂ້າ​ກະສັດ​ອາຫະສຸເອຣັດ.+ 3 ກະສັດ​ຖາມ​ວ່າ: “ມໍເດກາຍ​ໄດ້​ຮັບ​ກຽດ​ແລະລາງວັນຫຍັງ?” ຄົນ​ຮັບໃຊ້​ທີ່​ໃກ້ຊິດ​ຂອງ​ກະສັດ​ຕອບ​ວ່າ: “ລາວ​ຍັງ​ບໍ່​ໄດ້​ຫຍັງ​ເທື່ອ.”

4 ແລ້ວ​ກະສັດ​ກໍ​ຖາມ​ວ່າ: “ມີ​ໃຜ​ຢູ່​ເດີ່ນ​ບໍ່?” ຕອນນັ້ນ​ຮາມານ​ຢູ່​ເດີ່ນ​ທາງ​ນອກ+​ຂອງ​ວັງ​ກະສັດ ຍ້ອນ​ລາວ​ຈະ​ມາ​ບອກ​ກະສັດ​ໃຫ້​ເອົາ​ມໍເດກາຍ​ໄປ​ແຂວນ​ໄວ້​ເທິງ​ເສົາ​ທີ່​ລາວ​ກຽມ​ໄວ້.+ 5 ຄົນ​ຮັບໃຊ້​ຂອງ​ກະສັດ​ບອກ​ວ່າ: “ທ່ານ​ຮາມານ+​ຢືນ​ຢູ່​ເດີ່ນ​ທາງ​ນອກ.” ກະສັດ​ຈຶ່ງ​ບອກ​ວ່າ: “ເອີ້ນ​ລາວ​ມາ​ຫາ​ຂ້ອຍ.”

6 ເມື່ອ​ຮາມານ​ເຂົ້າ​ມາ ກະສັດ​ກໍ​ຖາມ​ລາວ​ວ່າ: “ຖ້າ​ຂ້ອຍ​ຢາກ​ໃຫ້​ກຽດ​ຜູ້​ໃດ​ຜູ້​ໜຶ່ງ ຂ້ອຍ​ຄວນ​ເຮັດ​ແນວໃດ?” ຮາມານ​ຄິດ​ໃນ​ໃຈ​ວ່າ: “ກະສັດ​ຈະ​ໃຫ້​ກຽດ​ໃຜ​ຄັນ​ບໍ່​ແມ່ນ​ຂ້ອຍ?”+ 7 ຮາມານ​ຈຶ່ງ​ຕອບ​ວ່າ: “ສຳລັບ​ຜູ້​ທີ່​ກະສັດ​ຢາກ​ໃຫ້​ກຽດ 8 ໃຫ້​ເອົາ​ເຄື່ອງ​ນຸ່ງ​ຊຸດ​ໜຶ່ງ+​ຂອງ​ກະສັດ​ກັບ​ມ້າ​ໂຕ​ໜຶ່ງ​ຂອງ​ກະສັດ​ມາ ແລະ​ເອົາເຄື່ອງ​ເອ້​ພິເສດໃສ່​ຫົວ​ມ້າ​ໂຕ​ນັ້ນ​ນຳ. 9 ແລ້ວ​ໃຫ້​ເຈົ້ານາຍ​ຜູ້​ໜຶ່ງ​ທີ່ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດເປັນ​ຜູ້​ເບິ່ງແຍງ​ເຄື່ອງ​ນຸ່ງ​ກັບ​ມ້າ. ຫຼັງ​ຈາກ​ນັ້ນ ໃຫ້​ຜູ້​ທີ່​ກະສັດ​ຢາກ​ໃຫ້​ກຽດ​ໃສ່​ເຄື່ອງ​ນຸ່ງ​ຊຸດ​ນັ້ນ​ແລະ​ຂີ່​ມ້າ​ໂຕ​ນັ້ນ​ຢູ່​ເດີ່ນ​ຂອງ​ເມືອງ ແລະ​ໃຫ້​ຄົນ​ຮ້ອງ​ອອກ​ໜ້າ​ລາວ​ວ່າ ‘ກະສັດ​ຈະ​ເຮັດ​ແບບ​ນີ້​ກັບ​ຜູ້​ທີ່​ກະສັດ​ຢາກ​ໃຫ້​ກຽດ.’”+ 10 ກະສັດ​ບອກ​ຮາມານ​ທັນ​ທີ​ວ່າ: “ໃຫ້​ຟ້າວ​ໄປ​ເອົາ​ເຄື່ອງ​ນຸ່ງ​ກັບ​ມ້າ​ມາ ແລະ​ເຮັດ​ແບບ​ນັ້ນ​ກັບ​ມໍເດກາຍ​ຄົນ​ຢິວ​ທີ່​ນັ່ງ​ຢູ່​ປະຕູ​ວັງ​ຂອງ​ກະສັດ. ໃຫ້​ເຮັດ​ທຸກຢ່າງ​ຕາມ​ທີ່​ເຈົ້າ​ເວົ້າ.”

11 ຮາມານ​ກໍ​ເອົາ​ເຄື່ອງ​ນຸ່ງ​ມາ​ໃສ່​ໃຫ້​ມໍເດກາຍ+​ແລະ​ເອົາ​ມ້າ​ໃຫ້​ລາວ​ຂີ່​ຢູ່​ເດີ່ນ​ຂອງ​ເມືອງ ແລ້ວ​ຮ້ອງ​ອອກ​ໜ້າ​ລາວ​ວ່າ: “ກະສັດ​ຈະ​ເຮັດ​ແບບ​ນີ້​ກັບ​ຜູ້​ທີ່​ກະສັດ​ຢາກ​ໃຫ້​ກຽດ!” 12 ຈາກນັ້ນ ມໍເດກາຍ​ກໍ​ກັບ​ໄປ​ປະຕູ​ວັງ​ຂອງ​ກະສັດ ສ່ວນ​ຮາມານ​ກໍ​ຟ້າວ​ເມືອ​ເຮືອນ. ລາວເອົາ​ຜ້າ​ປົກ​ຫົວໄວ້​ຍ້ອນວ່າ​ຜິດ​ຫວັງ​ແລະອັບອາຍ​ຫຼາຍ. 13 ເມື່ອ​ຮາມານ​ເລົ່າ​ເລື່ອງ​ທຸກຢ່າງ​ທີ່​ເກີດຂຶ້ນ​ໃຫ້​ເຊເຣັດ​ເມຍ​ຂອງ​ລາວ+​ແລະ​ໝູ່​ທຸກຄົນ​ຟັງ ພວກ​ທີ່​ປຶກສາ​ກັບ​ເຊເຣັດ​ເມຍ​ຂອງ​ລາວ​ກໍ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ມໍເດກາຍ​ທີ່​ເປັນ​ຄົນ​ຢິວໄດ້​ຕຳແໜ່ງ​ສູງກວ່າ​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ທາງ​ຊະນະ​ລາວ​ໄດ້​ດອກ. ເຈົ້າ​ຈະ​ໄດ້​ເຫັນ​ຈຸດ​ຈົບ​ຂອງ​ໂຕເອງ​ບາດ​ນີ້​ແຫຼະ.”

14 ຕອນ​ທີ່​ເຂົາເຈົ້າ​ກຳລັງ​ລົມ​ກັນ ຄົນ​ຂອງ​ກະສັດ​ກໍ​ມາ​ຮອດ​ແລະ​ຟ້າວ​ພາ​ຮາມານ​ໄປ​ງານລ້ຽງ​ທີ່​ເອັດສະເທີ​ຈັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌