ໂຢບ
10 “ຂ້ອຍຊັງຊີວິດຂອງໂຕເອງ.+
ຂ້ອຍຈະຈົ່ມບໍ່ເຊົາ.
ຂ້ອຍຢາກໃຫ້ທຸກຄົນຮູ້ວ່າ ຂ້ອຍທຸກຂ້ອຍຍາກສ່ຳໃດ!
2 ຂ້ອຍຈະບອກພະເຈົ້າວ່າ ‘ຢ່າຕັດສິນລູກວ່າລູກຜິດ.
ບອກລູກແດ່ວ່າເປັນຫຍັງພະອົງຢາກໃຫ້ລູກສູ້ຄະດີກັບພະອົງ.
3 ຖ້າພະອົງກົດຂີ່ແລະຊັງສິ່ງທີ່ພະອົງສ້າງຂຶ້ນມາກັບມື+
ແລ້ວໄປເຫັນດີນຳແຜນການຂອງຄົນຊົ່ວ
ພະອົງຈະໄດ້ປະໂຫຍດຫຍັງ?
4 ພະອົງມີຕາຄືມະນຸດບໍ?
ຫຼືພະອົງເຫັນຄືກັບມະນຸດເຫັນບໍ?
5 ຊີວິດຂອງພະອົງສັ້ນຄືກັບມະນຸດທີ່ຕາຍໄດ້ບໍ?
ພະອົງມີຊີວິດຢູ່ບໍ່ເທົ່າໃດປີຄືກັບມະນຸດບໍ?+
6 ເປັນຫຍັງພະອົງຊອກຫາສິ່ງທີ່ຈະກ່າວຫາລູກ
ແລະບໍ່ເຊົາຊອກຫາຄວາມຜິດຂອງລູກ?+
8 ພະອົງປັ້ນແລະສ້າງລູກກັບມື+
ແຕ່ຕອນນີ້ ພະອົງພັດຢາກທຳລາຍລູກ.
9 ຂໍພະອົງຢ່າລືມວ່າພະອົງສ້າງລູກຈາກດິນດາກ+
ແຕ່ຕອນນີ້ ພະອົງພັດເຮັດໃຫ້ລູກກັບໄປເປັນດິນອີກ.+
10 ພະອົງເທລູກອອກມາຄືກັບເທນົມ
ແລະພະອົງເຮັດໃຫ້ລູກເປັນຮູບເປັນຮ່າງຄືກັບເຮັດຊີດສ໌*ບໍ່ແມ່ນບໍ?
11 ພະອົງເອົາໜັງກັບຊີ້ນມາຫຸ້ມລູກໄວ້
ແລະເອົາກະດູກກັບເສັ້ນເອັນຂອງລູກມາຖັກເຂົ້າກັນ.+
13 ແຕ່ພະອົງເຮັດໃຫ້ສິ່ງບໍ່ດີເກີດຂຶ້ນກັບລູກແບບລັບຫຼັງລູກ.*
ລູກຮູ້ວ່າສິ່ງເຫຼົ່ານີ້ມາຈາກພະອົງ.
14 ພະອົງຈອບເບິ່ງລູກເພື່ອເບິ່ງວ່າລູກຈະເຮັດຜິດບໍ່+
ແລະພະອົງຈະບໍ່ຍົກໂທດໃຫ້ລູກ.
15 ຖ້າລູກເຮັດຜິດແທ້ໆ ລູກກໍສົມຄວນໄດ້ຮັບໂທດແລ້ວ!
16 ຖ້າລູກໂງຫົວຂຶ້ນມາ ພະອົງກໍໄລ່ລ່າລູກຄືກັບໂຕສິງ+
ແລະໃຊ້ລິດເດດຂອງພະອົງທຳຮ້າຍລູກອີກ.
17 ລູກເຈິຄວາມລຳບາກຢູ່ເລື້ອຍໆ
ເພາະພະອົງໃຫ້ພະຍານໃໝ່ໆມາເວົ້າໃຫ້ລູກ
ແລະພະອົງກໍໃຈຮ້າຍໃຫ້ລູກຫຼາຍຂຶ້ນ.
18 ເປັນຫຍັງພະອົງໃຫ້ລູກອອກມາຈາກທ້ອງແມ່?+
ລູກຄວນຈະຕາຍໄປກ່ອນທີ່ຈະມີຜູ້ໃດມາເຫັນລູກຊ້ຳ.
19 ຈະໄດ້ເປັນຄືກັບວ່າລູກບໍ່ເຄີຍມີຕົວຕົນເລີຍ
ລູກຈະໄດ້ອອກຈາກທ້ອງແມ່ ແລ້ວລົງໄປຂຸມຝັງສົບທັນທີ.’
20 ອີກບໍ່ດົນ ຂ້ອຍກໍຈະຕາຍແລ້ວ.+ ຂໍເພິ່ນປະຂ້ອຍໃຫ້ຢູ່ຜູ້ດຽວ.
ຂໍເພິ່ນປິ່ນໜ້າໄປຈາກຂ້ອຍ ຂ້ອຍຈະໄດ້ຮູ້ສຶກດີຂຶ້ນແດ່*+
21 ກ່ອນທີ່ຂ້ອຍຈະໄປແລະບໍ່ກັບຄືນມາ+
ໄປຢູ່ໃນບ່ອນທີ່ມືດທີ່ສຸດ*+
22 ໄປແຜ່ນດິນທີ່ມືດທຶບ
ແຜ່ນດິນທີ່ມີແຕ່ເງົາດຳແລະຄວາມວຸ່ນວາຍ
ບ່ອນທີ່ແມ່ນແຕ່ແສງກໍເປັນຄືກັບຄວາມມືດ.”