ໂຢບ
11 ໂຊບຟາ+ຄົນນາອາມາເວົ້າວ່າ:
2 “ເຈົ້າຄິດວ່າເຈົ້າເວົ້າແນວນີ້ ຈະບໍ່ມີໃຜຕອບເຈົ້າບໍ?
ຫຼືຄົນທີ່ເວົ້າຫຼາຍໆກໍຈະເປັນຝ່າຍຖືກບໍ?*
3 ເຈົ້າຄິດວ່າຖ້າເຈົ້າເວົ້າໄປເລື້ອຍໆ ຈະບໍ່ມີຄົນຂັດເຈົ້າບໍ?
ຫຼືຖ້າເຈົ້າເວົ້າເຍາະເຍີ້ຍກໍຈະບໍ່ມີຄົນເຕືອນເຈົ້າບໍ?+
4 ເຈົ້າເຄີຍເວົ້າວ່າ ‘ສິ່ງທີ່ຂ້ອຍສອນເປັນສິ່ງທີ່ຖືກຕ້ອງ.+
ແລະພະເຈົ້າກໍຮູ້ວ່າຂ້ອຍບໍ່ໄດ້ເປັນຄົນຜິດ.’+
5 ແຕ່ຖ້າພະເຈົ້າຢາກຈະເວົ້າກັບເຈົ້າແທ້ໆ
ແລະຢາກຈະບອກເຈົ້າ+
6 ເພິ່ນກໍຈະບອກເຈົ້າວ່າຕ້ອງເຮັດແນວໃດຈຶ່ງຈະເປັນຄົນສະຫຼາດ
ຍ້ອນສະຕິປັນຍາທີ່ແທ້ຈິງເປັນເລື່ອງຊັບຊ້ອນ
ແລ້ວເຈົ້າຈະໄດ້ຮູ້ວ່າພະເຈົ້າບໍ່ຢາກຈື່ຄວາມຜິດທັງໝົດຂອງເຈົ້າ.
7 ເຈົ້າຈະຊອກຫາສະຕິປັນຍາທີ່ຍິ່ງໃຫຍ່ຂອງພະເຈົ້າໄດ້ບໍ?
ຫຼືເຈົ້າຈະຮູ້ທຸກຢ່າງກ່ຽວກັບຜູ້ມີລິດເດດສູງສຸດໄດ້ບໍ?
8 ສະຕິປັນຍາຂອງເພິ່ນສູງກວ່າສະຫວັນ ເຈົ້າຈະເຮັດຫຍັງໄດ້?
ສະຕິປັນຍາຂອງເພິ່ນເລິກກວ່າຂຸມຝັງສົບ* ເຈົ້າຈະຮູ້ຫຍັງໄດ້?
9 ສະຕິປັນຍານັ້ນໃຫຍ່ກວ່າໂລກ
ແລະກວ້າງກວ່າທະເລ.
10 ຖ້າເພິ່ນຈັບຜູ້ໜຶ່ງໄປຂຶ້ນສານ
ໃຜຈະຂັດຂວາງເພິ່ນໄດ້?
11 ເພາະເພິ່ນຮູ້ວ່າໃຜເປັນຄົນຂີ້ຕົວະ
ແລະເມື່ອເພິ່ນເຫັນສິ່ງຊົ່ວຮ້າຍ ເພິ່ນກໍຮູ້ແນ່ນອນ.
12 ແຕ່ຄົນທີ່ບໍ່ມີສະໝອງຈະເຂົ້າໃຈໄດ້
ກໍຕໍ່ເມື່ອໂຕລາປ່າເກີດລູກເປັນຄົນ.
13 ໃຫ້ເຈົ້າກຽມຫົວໃຈຂອງເຈົ້າ
ແລະອະທິດຖານ*ເຖິງພະເຈົ້າ.
14 ຖ້າເຈົ້າເຮັດຜິດຢູ່ ກໍໃຫ້ເຊົາສະ
ແລະຢ່າໃຫ້ມີສິ່ງທີ່ບໍ່ຖືກຕ້ອງໃນເຕັ້ນຂອງເຈົ້າ.
15 ຖ້າເຮັດແນວນີ້ ເຈົ້າຈະເງີຍໜ້າໄດ້ໂດຍບໍ່ຕ້ອງອາຍ.
ເຈົ້າຈະຢືນໄດ້ຢ່າງໝັ້ນຄົງແລະບໍ່ຢ້ານ.
16 ເຈົ້າຈະລືມບັນຫາຂອງເຈົ້າ.
ເຈົ້າຈະຈື່ບັນຫາບໍ່ໄດ້ອີກເລີຍ ຄືກັບບໍ່ຈື່ນ້ຳທີ່ໄຫຼຜ່ານເຈົ້າໄປ.
17 ຊີວິດຂອງເຈົ້າຈະສົດໃສແລະແຈ້ງກວ່າແສງຕາເວັນໃນຕອນສວາຍ.
ແມ່ນແຕ່ຄວາມມືດກໍຈະເປັນຄືກັບແສງໃນຍາມເຊົ້າ.
18 ເຈົ້າຈະໝັ້ນໃຈຍ້ອນມີຄວາມຫວັງ
ແລະເມື່ອເຈົ້າເບິ່ງໄປອ້ອມຮອບແລະນອນລົງ ເຈົ້າກໍຈະຮູ້ສຶກປອດໄພ.
19 ເຈົ້າຈະນອນລົງແລະຈະບໍ່ມີຜູ້ໃດມາເຮັດໃຫ້ເຈົ້າຢ້ານ
ແລະຫຼາຍຄົນຈະພະຍາຍາມເຮັດໃຫ້ເຈົ້າພໍໃຈ.
20 ແຕ່ຕາຂອງຄົນຊົ່ວຈະບອດໄປ
ແລະບໍ່ມີບ່ອນໃດທີ່ເຂົາເຈົ້າຈະໜີໄປໄດ້.
ເຂົາເຈົ້າມີແຕ່ຢາກຈະຕາຍຢ່າງດຽວ.”+