ໂຢບ
20 ໂຊບຟາ+ຄົນນາອາມາເວົ້າວ່າ:
2 “ຂ້ອຍຮູ້ສຶກບໍ່ສະບາຍໃຈແລະຫງຸດຫງິດ
ຂ້ອຍກໍເລີຍຕ້ອງເວົ້າ.
3 ຂ້ອຍໄດ້ຍິນແລ້ວທີ່ເຈົ້າດູຖູກຂ້ອຍ.
ແຕ່ຂ້ອຍເປັນຄົນສະຫຼາດ ຂ້ອຍກໍເລີຍຕ້ອງຕອບເຈົ້າ.
4 ສິ່ງທີ່ຂ້ອຍຈະເວົ້າ ເຈົ້າກໍຮູ້ຢູ່ແລ້ວ
ເພາະມັນເປັນແບບນີ້ມາຕັ້ງແຕ່ມີມະນຸດ*ຢູ່ເທິງໂລກ.+
5 ຄົນຊົ່ວຮ້ອງດີໃຈໄດ້ແຕ່ບຶດດຽວ
ແລະຄົນທີ່ບໍ່ນັບຖື*ພະເຈົ້າກໍມີຄວາມສຸກໄດ້ບໍ່ດົນ.+
6 ເຖິງວ່າຄວາມຍິ່ງໃຫຍ່ຂອງລາວຈະໄປຮອດສະຫວັນ
ແລະລາວຈະສູງສ່ຳຟ້າ
7 ແຕ່ລາວຈະຖືກກຳຈັດຕະຫຼອດໄປຄືກັບຂີ້ຂອງລາວ.
ຄົນທີ່ເຄີຍເຫັນລາວກໍຈະຖາມວ່າ ‘ລາວໄປໃສແລ້ວ?’
8 ລາວຈະຫາຍໄປຄືກັບສິ່ງທີ່ເກີດຂຶ້ນໃນຄວາມຝັນ ແລະຈະບໍ່ມີໃຜເຫັນລາວອີກ.
ລາວຈະຖືກລືມຄືກັບຄວາມຝັນໃນຕອນກາງຄືນ.
9 ຄົນທີ່ເຄີຍເຫັນລາວຈະບໍ່ເຫັນລາວອີກ
ແລະຈະບໍ່ມີຜູ້ໃດເຫັນລາວຢູ່ໃນເຮືອນຂອງລາວອີກ.+
10 ພວກລູກຂອງລາວຈະໄປຂໍໃຫ້ຄົນທຸກຊ່ວຍ
ແລະລາວຕ້ອງສົ່ງຊັບສົມບັດທີ່ລາວເອົາມາຈາກຄົນອື່ນຄືນໃຫ້ເຂົາເຈົ້າ.+
11 ລາວ*ມີເຫື່ອມີແຮງຄືກັບຄົນໜຸ່ມ
ແຕ່ລາວກໍຈະຕາຍທັງໆທີ່ຍັງມີເຫື່ອມີແຮງ.
12 ສຳລັບລາວ ການເຮັດຊົ່ວເປັນຄືກັບອາຫານທີ່ຫວານໆ.
ລາວປ່ອຍໃຫ້ມັນເປື່ອຍຢູ່ກ້ອງລີ້ນ.
13 ລາວອົມມັນໄວ້ໃນປາກ
ແລະລາວມີຄວາມສຸກກັບລົດຊາດນັ້ນ.
14 ແຕ່ເມື່ອມັນລົງໄປໃນທ້ອງຂອງລາວ ອາຫານທີ່ຫວານໆນັ້ນກໍຂົມ.
ມັນເປັນຄືກັບພິດ*ຂອງງູເຫົ່າຢູ່ໃນໂຕຂອງລາວ.
15 ລາວກືນຄວາມຮັ່ງມີລົງໄປ ແຕ່ລາວກໍຈະຮາກອອກມາ.
ພະເຈົ້າຈະລ້າງທ້ອງຂອງລາວ.
16 ລາວຈະດູດພິດຂອງງູເຫົ່າ
ແລະລາວຈະຕາຍຍ້ອນແຂ້ວ*ຂອງງູພິດ.
17 ລາວຈະບໍ່ໄດ້ເຫັນນ້ຳນົມກັບນ້ຳເຜີ້ງ
ທີ່ໄຫຼຄືກັບແມ່ນ້ຳອີກເລີຍ.
18 ລາວຈະຕ້ອງສົ່ງຄືນເຄື່ອງທີ່ລາວເອົາມາທັງໆທີ່ຍັງບໍ່ໄດ້ໃຊ້ຊ້ຳ.*
ລາວຈະບໍ່ໄດ້ໃຊ້ເງິນທີ່ໄດ້ຈາກການຄ້າຂາຍ.+
19 ລາວກົດຂີ່ແລະປະຖິ້ມຄົນທຸກ.
ລາວຍຶດເອົາເຮືອນທີ່ລາວບໍ່ໄດ້ປຸກ.
20 ລາວຈະບໍ່ມີຄວາມສະຫງົບສຸກ.
ຊັບສົມບັດຈະບໍ່ໄດ້ຊ່ວຍໃຫ້ລາວລອດຈາກໄພພິບັດ.
21 ຈະບໍ່ມີຫຍັງເຫຼືອໃຫ້ລາວຍາດເອົາ
ຍ້ອນແນວນີ້ ຄວາມຮັ່ງມີຂອງລາວຈຶ່ງຢູ່ໄດ້ບໍ່ດົນ.
22 ຕອນທີ່ລາວລວຍແທ້ລວຍວ່າ ລາວກໍຈະອຸກໃຈຫຼາຍ.
ລາວຈະເຈິແຕ່ແນວບໍ່ດີ.
23 ຕອນທີ່ລາວກິນຈົນໜຳໃຈ
ພະເຈົ້າຈະໃຈຮ້າຍໃຫ້ລາວ.
ແນວບໍ່ດີຈະເກີດຂຶ້ນກັບລາວຄືກັບຝົນຕົກໃສ່.
24 ຕອນທີ່ລາວໜີຈາກອາວຸດເຫຼັກ
ລູກທະນູທອງແດງກໍຈະສຽບລາວ.
25 ລາວດຶງລູກທະນູອອກຈາກຫຼັງຂອງລາວ.
ລູກທະນູທີ່ເຫຼື້ອມມາບໆນັ້ນແທງຈົນຊອດໄສ້*ຂອງລາວ
ແລະລາວຮູ້ສຶກຢ້ານຫຼາຍ.+
26 ຊັບສົມບັດຂອງລາວຈະຖືກໂຍນເຂົ້າໄປໃນຄວາມມືດທຶບ.
ໄຟທີ່ຍັງບໍ່ທັນຖືກວີໃຫ້ແຮງຂຶ້ນຈະໄໝ້ໂຕລາວ.
ຈະບໍ່ມີຜູ້ໃດໃນເຕັ້ນຂອງລາວລອດຈາກໄພພິບັດຈັກຄົນ.
27 ສະຫວັນຈະເປີດເຜີຍຄວາມຜິດຂອງລາວ.
ແຜ່ນດິນຈະຫັນມາຕໍ່ສູ້ລາວ.
28 ນ້ຳຈະພັດເຮືອນຂອງລາວໄປ.
ມັນຈະເປັນນ້ຳທີ່ໄຫຼແຮງໃນມື້ທີ່ພະເຈົ້າໃຈຮ້າຍ.
29 ນີ້ແມ່ນລາງວັນທີ່ພະເຈົ້າໃຫ້ກັບຄົນຊົ່ວ
ແລະເປັນມູນມໍລະດົກທີ່ເພິ່ນກຽມໄວ້ໃຫ້ລາວ.”