ໂຢບ
19 ໂຢບຕອບວ່າ:
3 ພວກເຈົ້າດູຖູກຂ້ອຍສິບເທື່ອແລ້ວ.
ພວກເຈົ້າບໍ່ອາຍແດ່ບໍທີ່ເວົ້າໃຫ້ຂ້ອຍແນວນີ້?+
4 ເຖິງວ່າຂ້ອຍເຮັດຜິດແທ້ໆ
ມັນກໍບໍ່ກ່ຽວກັບພວກເຈົ້າ.
5 ຖ້າພວກເຈົ້າຍັງຍົກໂຕເອງໃຫ້ສູງກວ່າຂ້ອຍ
ແລະເວົ້າວ່າຂ້ອຍສົມຄວນໄດ້ຮັບຄວາມອັບອາຍຍ້ອນບັນຫາຂອງຂ້ອຍ
6 ກໍໃຫ້ພວກເຈົ້າຮູ້ໄວ້ເລີຍວ່າ ພະເຈົ້າເປັນຜູ້ເຮັດກັບຂ້ອຍແບບບໍ່ຍຸຕິທຳ
ແລະເພິ່ນໄດ້ເອົາດາງມາຈັບຂ້ອຍ.
7 ຂ້ອຍຮ້ອງບໍ່ຢຸດບໍ່ເຊົາວ່າ ‘ຂ້ອຍຖືກທຳຮ້າຍ’ ແຕ່ບໍ່ມີຜູ້ໃດຕອບຂ້ອຍ.+
ຂ້ອຍຮ້ອງຂໍໃຫ້ຄົນຊ່ວຍ ແຕ່ກໍບໍ່ມີຜູ້ໃດມາຊ່ວຍ.+
8 ເພິ່ນເອົາກຳແພງຫີນມາຕັນທາງ ຂ້ອຍຈຶ່ງຜ່ານໄປບໍ່ໄດ້.
ເພິ່ນເອົາຄວາມມືດມາປົກຄຸມທາງຂ້ອຍໄວ້.+
9 ເພິ່ນເຮັດໃຫ້ຂ້ອຍເສຍກຽດ
ແລະເອົາມົງກຸດອອກຈາກຫົວຂອງຂ້ອຍ.
10 ເພິ່ນທຳລາຍຂ້ອຍຈົນຂ້ອຍສາບສູນໄປ
ແລະຄວາມຫວັງຂອງຂ້ອຍກໍເປັນຄືກັບຕົ້ນໄມ້ທີ່ຖືກເພິ່ນຖອນ.
11 ເພິ່ນໃຈຮ້າຍໃຫ້ຂ້ອຍຫຼາຍ
ແລະເຫັນຂ້ອຍເປັນສັດຕູຂອງເພິ່ນ.+
12 ກອງທະຫານຂອງເພິ່ນມາລວມໂຕກັນແລະລ້ອມຂ້ອຍໄວ້.
ເຂົາເຈົ້າຕັ້ງຄ້າຍອ້ອມເຕັ້ນຂອງຂ້ອຍ.
13 ເພິ່ນໄລ່ພວກພີ່ນ້ອງຂອງຂ້ອຍໄປຈາກຂ້ອຍ
ແລະຄົນທີ່ຮູ້ຈັກຂ້ອຍກໍໜີໄປຈາກຂ້ອຍ.+
15 ແຂກໃນເຮືອນຂອງຂ້ອຍ+ກັບທາດຜູ້ຍິງຂອງຂ້ອຍເຮັດກັບຂ້ອຍຄືກັບຄົນແປກໜ້າ.
ເຂົາເຈົ້າເຮັດຄືກັບວ່າຂ້ອຍເປັນຄົນຕ່າງຊາດ.
16 ຂ້ອຍຮ້ອງຫາຄົນຮັບໃຊ້ຂອງຂ້ອຍ ແຕ່ລາວບໍ່ຕອບ.
ເຖິງວ່າຂ້ອຍຈະຮ້ອງຂໍຄວາມເຫັນໃຈ ແຕ່ລາວກໍບໍ່ສົນ.
17 ເມຍຂອງຂ້ອຍຊັງແມ່ນແຕ່ລົມຫາຍໃຈຂອງຂ້ອຍ.+
ອ້າຍນ້ອງຂອງຂ້ອຍກໍບໍ່ຢາກມາໃກ້ຂ້ອຍ ຍ້ອນຂ້ອຍໂຕເໝັນ.
18 ແມ່ນແຕ່ພວກເດັກນ້ອຍກໍດູຖູກຂ້ອຍ
ຕອນຂ້ອຍລຸກຂຶ້ນເຂົາເຈົ້າກໍເຍາະເຍີ້ຍຂ້ອຍ.
23 ຂ້ອຍຫວັງວ່າຄຳເວົ້າຂອງຂ້ອຍຈະຖືກຂຽນໄວ້
ແລະຂ້ອຍຫວັງວ່າສິ່ງທີ່ຂ້ອຍເວົ້າຈະຖືກຂຽນໄວ້ໃນປຶ້ມ.
24 ຂ້ອຍຢາກໃຫ້ພວກມັນຖືກສະຫຼັກໄວ້ຢູ່ຫີນດ້ວຍສິ່ວແລະຝັງກົ່ວໃສ່
ເພື່ອໃຫ້ພວກມັນຢູ່ຕະຫຼອດໄປ.
26 ຫຼັງຈາກທີ່ເນື້ອໜັງຂອງຂ້ອຍຂີ້ຮ້າຍແນວນີ້ຍ້ອນເປັນພະຍາດ
ຕອນທີ່ຂ້ອຍຍັງມີຊີວິດຢູ່ ຂ້ອຍຈະໄດ້ເຫັນພະເຈົ້າ.
27 ຂ້ອຍຈະໄດ້ເຫັນເພິ່ນ.
ຂ້ອຍຈະໄດ້ເຫັນເພິ່ນດ້ວຍຕາຂອງຂ້ອຍເອງ ແຕ່ຄົນອື່ນຈະບໍ່ເຫັນ.+
ແຕ່ຕອນນີ້ ຂ້ອຍຮູ້ສຶກບໍ່ໄຫວແລ້ວ*
28 ເພາະພວກເຈົ້າເວົ້ານຳກັນວ່າ ‘ພວກເຮົາໄປຂົ່ມເຫງລາວຕອນໃດ?’+
ຍ້ອນບັນຫາທັງໝົດມັນເກີດມາຈາກຂ້ອຍ.