ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 49
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄຳ​ພະຍາກອນ​ກ່ຽວ​ກັບ​ອຳໂມນ (1-6)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ເອໂດມ (7-22)

        • ເອໂດມ​ຈະ​ບໍ່​ມີ​ອີກ​ແລ້ວ (17, 18)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ເມືອງ​ດາມາເຊ (23-27)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ເກດາ​ແລະ​ຮາໂສ (28-33)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ເອລາມ (34-39)

ເຢເຣມີຢາ 49:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 38; ພບຍ 2:19; 2ຂຄ 20:1
  • +1ກສ 11:5; ຊຟຢ 1:4, 5
  • +ອມ 1:13

ເຢເຣມີຢາ 49:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ສຽງ​ໂຫ່​ຮ້ອງ​ຂອງ​ທະຫານ​ຕອນ​ອອກ​ໄປ​ສູ້ຮົບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:11; ຢຊ 13:24, 25; ອຊກ 25:5; ອມ 1:14
  • +ອຊກ 21:19, 20
  • +ອຊຢ 14:2; ຢຣມ 50:19; ຊຟຢ 2:9

ເຢເຣມີຢາ 49:3

ໄຂເງື່ອນ

  • *

    ໝາຍເຖິງ​ຄອກ​ທີ່​ມີ​ກຳແພງ​ເປັນ​ຫີນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 1:13, 15

ເຢເຣມີຢາ 49:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:10, 11; ອຊກ 25:13; ອມ 1:12; ອບດ 8

ເຢເຣມີຢາ 49:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 21:13; ຢຣມ 25:17, 23

ເຢເຣມີຢາ 49:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອບດ 5

ເຢເຣມີຢາ 49:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອບດ 6, 9
  • +ມລກ 1:3, 4

ເຢເຣມີຢາ 49:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:27, 28; ສສ 4:21; ອບດ 16

ເຢເຣມີຢາ 49:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 34:6; 63:1; ຢຣມ 49:22; ອມ 1:12
  • +ອບດ 18; ມລກ 1:3

ເຢເຣມີຢາ 49:14

ໄຂເງື່ອນ

  • *

    ໝາຍເຖິງ​ເອໂດມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອບດ 1

ເຢເຣມີຢາ 49:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອບດ 2-4

ເຢເຣມີຢາ 49:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ໃສ່.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:13

ເຢເຣມີຢາ 49:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:24, 25
  • +ອຊຢ 34:6, 10

ເຢເຣມີຢາ 49:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:7
  • +ພສ 76:7; ຢຣມ 50:44-46; ນຮ 1:6

ເຢເຣມີຢາ 49:20

ໄຂເງື່ອນ

  • *

    ຫຼື “ແນະນຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອບດ 9
  • +ມລກ 1:4

ເຢເຣມີຢາ 49:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:26

ເຢເຣມີຢາ 49:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:13
  • +ຢຣມ 48:40; 49:13

ເຢເຣມີຢາ 49:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 17:1; ອມ 1:3
  • +ຈຊບ 13:21; 2ກສ 17:24; ຊຄຢ 9:1, 2

ເຢເຣມີຢາ 49:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 1:4

ເຢເຣມີຢາ 49:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:13; ອຊຢ 42:11; 60:7; ອຊກ 27:21

ເຢເຣມີຢາ 49:32

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໄປ​ທຸກ​ລົມ.” ໝາຍເຖິງ​ທຸກ​ທິດ​ທຸກ​ທາງ​ທີ່​ລົມ​ພັດ​ໄປ. ນີ້​ແມ່ນ​ສຳນວນ​ພາສາ​ເຮັບເຣີ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:25, 26; 25:17, 23

ເຢເຣມີຢາ 49:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:18
  • +ປຖກ 10:22; ອຊຢ 21:2; ຢຣມ 25:17, 25; ອຊກ 32:24; ດນອ 8:2; ກຈກ 2:8, 9

ເຢເຣມີຢາ 49:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 22:6

ເຢເຣມີຢາ 49:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:17, 25

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 49:1ປຖກ 19:36, 38; ພບຍ 2:19; 2ຂຄ 20:1
ຢຣມ. 49:11ກສ 11:5; ຊຟຢ 1:4, 5
ຢຣມ. 49:1ອມ 1:13
ຢຣມ. 49:2ພບຍ 3:11; ຢຊ 13:24, 25; ອຊກ 25:5; ອມ 1:14
ຢຣມ. 49:2ອຊກ 21:19, 20
ຢຣມ. 49:2ອຊຢ 14:2; ຢຣມ 50:19; ຊຟຢ 2:9
ຢຣມ. 49:3ອມ 1:13, 15
ຢຣມ. 49:7ປຖກ 36:10, 11; ອຊກ 25:13; ອມ 1:12; ອບດ 8
ຢຣມ. 49:8ອຊຢ 21:13; ຢຣມ 25:17, 23
ຢຣມ. 49:9ອບດ 5
ຢຣມ. 49:10ອບດ 6, 9
ຢຣມ. 49:10ມລກ 1:3, 4
ຢຣມ. 49:12ຢຣມ 25:27, 28; ສສ 4:21; ອບດ 16
ຢຣມ. 49:13ອຊຢ 34:6; 63:1; ຢຣມ 49:22; ອມ 1:12
ຢຣມ. 49:13ອບດ 18; ມລກ 1:3
ຢຣມ. 49:14ອບດ 1
ຢຣມ. 49:15ອບດ 2-4
ຢຣມ. 49:17ຢຣມ 49:13
ຢຣມ. 49:18ປຖກ 19:24, 25
ຢຣມ. 49:18ອຊຢ 34:6, 10
ຢຣມ. 49:19ຢຣມ 4:7
ຢຣມ. 49:19ພສ 76:7; ຢຣມ 50:44-46; ນຮ 1:6
ຢຣມ. 49:20ອບດ 9
ຢຣມ. 49:20ມລກ 1:4
ຢຣມ. 49:211ກສ 9:26
ຢຣມ. 49:22ຢຣມ 4:13
ຢຣມ. 49:22ຢຣມ 48:40; 49:13
ຢຣມ. 49:23ອຊຢ 17:1; ອມ 1:3
ຢຣມ. 49:23ຈຊບ 13:21; 2ກສ 17:24; ຊຄຢ 9:1, 2
ຢຣມ. 49:27ອມ 1:4
ຢຣມ. 49:28ປຖກ 25:13; ອຊຢ 42:11; 60:7; ອຊກ 27:21
ຢຣມ. 49:32ຢຣມ 9:25, 26; 25:17, 23
ຢຣມ. 49:342ກສ 24:18
ຢຣມ. 49:34ປຖກ 10:22; ອຊຢ 21:2; ຢຣມ 25:17, 25; ອຊກ 32:24; ດນອ 8:2; ກຈກ 2:8, 9
ຢຣມ. 49:35ອຊຢ 22:6
ຢຣມ. 49:38ຢຣມ 25:17, 25
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 49:1-39

ເຢເຣມີຢາ

49 ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ອຳໂມນ​ວ່າ:+

“ອິດສະຣາເອນ​ບໍ່​ມີ​ລູກ​ຊາຍ​ບໍ?

ລາວ​ບໍ່​ມີ​ຜູ້​ສືບ​ເຊື້ອສາຍ​ບໍ?

ເປັນ​ຫຍັງ​ພະ​ມັນກາມ+​ຈຶ່ງ​ຍຶດ​ເອົາ​ເຂດ​ຂອງ​ຕະກູນ​ຄາດ​ໄປ?+

ເປັນ​ຫຍັງ​ຄົນ​ຂອງ​ລາວ​ຈຶ່ງ​ມາ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ?

 2 ພະ​ເຢໂຫວາ​ບອກ​ວ່າ ‘ເບິ່ງ​ແມ້! ອີກ​ຈັກ​ໜ້ອຍ

ເຮົາ​ຈະ​ເຮັດ​ໃຫ້​ມີ​ສຽງ​ສັນຍານ​ຂອງ​ການ​ສູ້ຮົບ*​ເກີດ​ຂຶ້ນ​ຢູ່​ເມືອງ​ຣັບບາ+​ຂອງ​ພວກ​ອຳໂມນ.+

ເມືອງ​ນີ້​ຈະ​ກາຍ​ເປັນ​ໂນນ​ທີ່​ມີ​ແຕ່​ຊາກ​ຫັກ​ພັງ

ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນີ້​ຈະ​ຖືກ​ຈູດ.

ອິດສະຣາເອນ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ທີ່​ເຄີຍ​ຖືກ​ຄົນ​ອື່ນ​ຍຶດ​ໄປ​ກັບຄືນມາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

 3 ‘ເມືອງ​ເຮັດຊະໂບນ​ເອີ້ຍ ໃຫ້​ຮ້ອງ​ໄຫ້​ແມ້ ຍ້ອນ​ເມືອງ​ອາອີ​ຖືກ​ທຳລາຍ​ແລ້ວ!

ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ຣັບບາ​ເອີ້ຍ ໃຫ້​ຮ້ອງ​ອອກ​ມາ​ດັງ​ໆ​ໂລດ

ແລະ​ໃຫ້​ນຸ່ງ​ຜ້າ​ເນື້ອ​ຫຍາບ.

ໃຫ້​ຮ້ອງໄຫ້​ແລະ​ແລ່ນ​ໄປ​ຕາມ​ຄອກ*​ແກະ

ຍ້ອນ​ພະ​ມັນກາມ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ

ພ້ອມ​ກັບ​ພວກ​ປະໂລຫິດ​ແລະ​ພວກ​ເຈົ້າ​ນາຍ​ທີ່​ຮັບ​ໃຊ້​ລາວ.+

 4 ລູກ​ສາວ​ທີ່​ບໍ່​ສັດຊື່​ເອີ້ຍ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເວົ້າ​ອວດ​ກ່ຽວ​ກັບ​ຮ່ອມພູ

ແລະ​ເວົ້າ​ອວດ​ກ່ຽວ​ກັບ​ທົ່ງ​ພຽງ​ທີ່​ອຸດົມ​ສົມບູນ​ຂອງ​ພວກ​ເຈົ້າ?

ພວກ​ເຈົ້າ​ໄວ້ໃຈ​ຊັບ​ສົມບັດ​ຂອງ​ພວກ​ເຈົ້າ

ແລະ​ພວກ​ເຈົ້າ​ເວົ້າ​ວ່າ “ຈະ​ບໍ່​ມີ​ຜູ້​ໃດ​ມາ​ໂຈມຕີ​ພວກ​ເຮົາ.”’

 5 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ສິ່ງ​ທີ່​ເປັນ​ຕາ​ຢ້ານ

ຈາກ​ຄົນ​ທັງໝົດ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ.

ພວກ​ເຈົ້າ​ຈະ​ກະຈັດ​ກະຈາຍ​ກັນ​ໄປ​ທຸກ​ທິດ​ທຸກ​ທາງ

ແລະ​ຈະ​ບໍ່​ມີ​ໃຜ​ລວບ​ລວມ​ຄົນ​ທີ່​ໜີ​ໄປ​ໃຫ້​ກັບ​ມາ.

 6 ແຕ່​ຫຼັງ​ຈາກ​ນັ້ນ​ເຮົາ​ຈະ​ລວບ​ລວມ​ຄົນ​ອຳໂມນ​ທີ່​ຖືກ​ຈັບ​ໄປ​ໃຫ້​ກັບ​ມາ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

7 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ກ່ຽວ​ກັບ​ເອໂດມ​ວ່າ:

“ບໍ່​ມີ​ຄົນ​ສະຫຼາດ​ຢູ່​ເຕມານ​ແລ້ວ​ບໍ?+

ຄຳ​ແນະນຳ​ດີ​ໆ​ຈາກ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ບໍ່​ມີ​ແລ້ວ​ບໍ?

ສະຕິ​ປັນຍາ​ຂອງ​ເຂົາ​ເຈົ້າ​ໃຊ້​ບໍ່​ໄດ້​ແລ້ວ​ບໍ?

 8 ຄົນ​ທີ່​ຢູ່​ເດດານ​ເອີ້ຍ+ ໃຫ້​ຫັນ​ຫຼັງ​ແລະ​ໜີ​ໄປ.

ໃຫ້​ລົງ​ໄປ​ຢູ່​ບ່ອນ​ທີ່​ເລິກ​ໆ​

ຍ້ອນ​ເມື່ອ​ຮອດ​ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເອຊາວ

ເຮົາ​ຈະ​ເຮັດ​ໃຫ້​ລາວ​ເຈິ​ຄວາມ​ຈິບຫາຍ.

 9 ຖ້າ​ມີ​ຄົນ​ເກັບ​ໝາກ​ລະແຊັງ​ຢູ່​ສວນ​ຂອງ​ເຈົ້າ

ເຂົາ​ເຈົ້າ​ຈະ​ຈົ່ງ​ໝາກ​ມັນ​ໄວ້​ຢູ່​ເຄືອ​ແດ່​ບໍ່​ແມ່ນ​ບໍ?

ແຕ່​ຖ້າ​ຂີ້​ລັກ​ມາ​ໃນ​ຕອນ​ກາງຄືນ

ເຂົາ​ເຈົ້າ​ກໍ​ຈະ​ເອົາ​ໄປ​ໃຫ້​ຫຼາຍ​ເທົ່າ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ.+

10 ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເອຊາວ​ບໍ່​ເຫຼືອ​ຫຍັງ​ເລີຍ.

ເຮົາ​ຈະ​ເປີດ​ເຜີຍ​ບ່ອນ​ລີ້​ຂອງ​ລາວ

ເພື່ອ​ລາວ​ຈະ​ລີ້​ບໍ່​ໄດ້​ອີກ​ຕໍ່​ໄປ.

ລູກ​ຂອງ​ລາວ ອ້າຍ​ນ້ອງ​ຂອງ​ລາວ ແລະ​ໝູ່​ຂອງ​ລາວ​ຈະ​ຖືກ​ທຳລາຍ​ຈົນ​ໝົດ+

ແລະ​ລາວ​ກໍ​ຈະ​ຖືກ​ທຳລາຍ​ຄື​ກັນ.+

11 ໃຫ້​ປະ​ລູກ​ກຳພ້າ​ຂອງ​ເຈົ້າ​ໄວ້

ແລະ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ.

ພວກ​ແມ່​ໝ້າຍ​ຂອງ​ເຈົ້າ​ກໍ​ຈະ​ໄວ້ໃຈ​ເຮົາ.”

12 ພະ​ເຢໂຫວາ​ເວົ້າ​ວ່າ: “ຖ້າ​ຄົນ​ທີ່​ບໍ່​ໄດ້​ຖືກ​ຕັດສິນ​ໃຫ້​ກິນ​ຈາກ​ຈອກ​ຂອງ​ຄວາມ​ໃຈ​ຮ້າຍ​ກໍ​ຍັງ​ຕ້ອງ​ໄດ້​ກິນ ເຈົ້າ​ຄິດ​ວ່າ​ເຈົ້າ​ຊິ​ລອດ​ບໍ? ເຈົ້າ​ຈະ​ຕ້ອງ​ກິນ​ຈາກ​ຈອກ​ຂອງ​ຄວາມ​ໃຈ​ຮ້າຍ​ນັ້ນ​ແລະ​ເຈົ້າ​ຈະ​ຖືກ​ລົງໂທດ​ແທ້.”+

13 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ໄດ້​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ວ່າ​ໂບຊະຣາ​ຈະ​ຖືກ​ເຮັດ​ໃຫ້​ອັບອາຍ ຖືກ​ສາບແຊ່ງ ແລະ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ. ຄົນ​ອື່ນ​ໆ​ທີ່​ເຫັນ​ຈະ​ຕ້ອງ​ຕົກໃຈ​ແລະ​ຢ້ານ​ຫຼາຍ+ ແລະ​ເມືອງ​ທຸກ​ເມືອງ​ຂອງ​ໂບຊະຣາ​ຈະ​ກາຍ​ເປັນ​ຊາກ​ຫັກ​ພັງ​ຕະຫຼອດ​ໄປ.”+

14 ຂ້ອຍ​ໄດ້​ຍິນ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ.

ເພິ່ນ​ໄດ້​ສົ່ງ​ຕົວແທນ​ຂອງ​ເພິ່ນ​ໄປ​ບອກ​ຊາດ​ຕ່າງ​ໆ​ວ່າ:

“ໃຫ້​ພວກ​ເຈົ້າ​ລວມ​ໂຕ​ກັນ​ແລະ​ມາ​ຕໍ່ສູ້​ລາວ.*

ໃຫ້​ກຽມ​ພ້ອມ​ໄປ​ຕໍ່ສູ້.”+

15 “ເຮົາ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ປະເທດ​ທີ່​ບໍ່​ສຳຄັນ

ແລະ​ຊາດ​ອື່ນ​ໆ​ກໍ​ພາກັນ​ດູຖູກ​ເຈົ້າ.+

16 ພວກ​ເຈົ້າ​ທີ່​ຢູ່​ຕາມ​ໂກນ​ຫີນ​ແລະ​ຢູ່​ຕາມ​ໂນນ​ພູ​ສູງ​ໆ​ເອີ້ຍ

ພວກ​ເຈົ້າ​ຖືກ​ຕົວະ​ຍ້ອນ​ຄົນ​ອື່ນ​ຢ້ານ​ພວກ​ເຈົ້າ

ແລະ​ຍ້ອນ​ພວກ​ເຈົ້າ​ຍິ່ງ.

ເຖິງ​ວ່າ​ພວກ​ເຈົ້າ​ຈະ​ໄປ​ເຮັດ​ຮັງ​ຢູ່​ບ່ອນ​ສູງ​ຄື​ກັບ​ນົກ​ອິນຊີ

ເຮົາ​ກໍ​ຈະ​ເອົາ​ພວກ​ເຈົ້າ​ລົງ​ມາ​ຈາກ​ບ່ອນ​ນັ້ນ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

17 “ເອໂດມ​ຈະ​ກາຍ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ.+ ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ຈະ​ຈ້ອງ​ເບິ່ງ​ດ້ວຍ​ຄວາມ​ຕົກໃຈ​ແລະ​ເຍາະເຍີ້ຍ*​ເອໂດມ ຍ້ອນ​ຄວາມ​ຈິບຫາຍ​ທັງໝົດ​ທີ່​ເກີດ​ຂຶ້ນ​ກັບ​ຊາດ​ນີ້. 18 ຄື​ກັບ​ເມືອງ​ໂຊໂດມ ເມືອງ​ໂກໂມຣາ ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ 2 ເມືອງ​ນັ້ນ​ທີ່​ໄດ້​ຖືກ​ທຳລາຍ​ໄປ​ແລ້ວ+ ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ຫັ້ນ​ອີກ​ເລີຍ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

19 “ຄື​ກັບ​ໂຕ​ສິງ​ທີ່​ອອກ​ຈາກ​ປ່າ​ຕຶບໜາ​ຂອງ​ຈໍແດນ ຈະ​ມີ​ຜູ້​ໜຶ່ງ​ມາ​ແລະ​ໂຈມຕີ​ທົ່ງ​ຫຍ້າ​ທີ່​ປອດໄພ​ຂອງ​ເອໂດມ.+ ແຕ່​ບໍ່​ດົນ​ເຮົາ​ຈະ​ເຮັດ​ໃຫ້​ເອໂດມ​ແລ່ນ​ໜີ​ຈາກ​ແຜ່ນດິນ​ຂອງ​ໂຕເອງ ແລະ​ເຮົາ​ຈະ​ແຕ່ງຕັ້ງ​ຜູ້​ນຳ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ປົກຄອງ​ແຜ່ນດິນ​ນີ້. ຈະ​ມີ​ໃຜ​ບໍ​ທີ່​ຄື​ກັບ​ເຮົາ? ມີ​ໃຜ​ບໍ​ທີ່​ກ້າ​ທ້າທາຍ​ເຮົາ? ມີ​ຜູ້​ລ້ຽງ​ແກະ​ຄົນ​ໃດ​ບໍ​ທີ່​ຈະ​ຕໍ່ຕ້ານ​ເຮົາ​ໄດ້?+ 20 ດັ່ງ​ນັ້ນ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ຕັດສິນໃຈ*​ກ່ຽວ​ກັບ​ເອໂດມ​ແລະ​ສິ່ງ​ທີ່​ເພິ່ນ​ຄິດ​ກ່ຽວ​ກັບ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຕມານ.+

ພວກ​ແກະ​ນ້ອຍ​ຈະ​ຖືກ​ລັກ​ໄປ​ແນ່ນອນ.

ເພິ່ນ​ຈະ​ເຮັດ​ໃຫ້​ບ່ອນ​ຢູ່​ຂອງ​ເຂົາ​ເຈົ້າ​ຮ້າງ​ເປົ່າ​ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ.+

21 ເມື່ອ​ມີ​ສຽງ​ຂອງ​ການ​ທຳລາຍ​ເຂົາ​ເຈົ້າ ແຜ່ນດິນ​ກໍ​ສັ່ນ​ສະເທືອນ.

ມີ​ສຽງ​ຮ້ອງ​ດັງ​ຫຼາຍ.

ສຽງ​ນັ້ນ​ດັງ​ໄປ​ຈົນ​ຮອດ​ທະເລ​ແດງ.+

22 ຄື​ກັບ​ນົກ​ອິນຊີ​ທີ່​ບິນ​ຂຶ້ນ​ໄປ​ແລະ​ເຈີດ​ລົງ​ມາ+

ສັດຕູ​ກໍ​ຈະ​ກາງ​ປີກ​ແລະ​ມາ​ຄຸບ​ເອົາ​ໂບຊະຣາ.+

ໃນ​ມື້​ນັ້ນ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ເອໂດມ​ຈະ​ຮູ້ສຶກ​ຢ້ານ​ຫຼາຍ

ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ເກີດ​ລູກ.”

23 ນີ້​ແມ່ນ​ຂ່າວ​ສານ​ກ່ຽວ​ກັບ​ເມືອງ​ດາມາເຊ:+

“ຮາມັດ+​ແລະ​ອາປາດ​ຖືກ​ເຮັດ​ໃຫ້​ອັບອາຍ​ແລ້ວ

ຍ້ອນ​ເຂົາ​ເຈົ້າ​ໄດ້​ຍິນ​ຂ່າວ​ຮ້າຍ.

ເຂົາ​ເຈົ້າ​ຢ້ານ​ຫຼາຍ.

ຜູ້​ຄົນ​ກໍ​ເປັນ​ຄື​ກັບ​ທະເລ​ທີ່​ປັ່ນປ່ວນ.

24 ຄົນ​ໃນ​ເມືອງ​ດາມາເຊ​ບໍ່​ມີ​ຄວາມ​ກ້າຫານ​ແລ້ວ.

ເຂົາ​ເຈົ້າ​ຢາກ​ໜີ ແຕ່​ເຂົາ​ເຈົ້າ​ກໍ​ຢ້ານ​ຫຼາຍ.

ເຂົາ​ເຈົ້າ​ທຸກ​ໃຈ​ແລະ​ເຈັບ​ປວດ​ຫຼາຍ

ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ເກີດ​ລູກ.

25 ເປັນ​ຫຍັງ​ເມືອງ​ທີ່​ຖືກ​ຍົກຍ້ອງ

ແລະ​ເມືອງ​ທີ່​ປະຊາຊົນ​ເຄີຍ​ມີ​ຄວາມ​ສຸກ​ຍັງ​ມີ​ຄົນ​ອາໄສ​ຢູ່?

26 ພວກ​ຄົນ​ໜຸ່ມ​ຂອງ​ເມືອງ​ນີ້​ຈະ​ຕາຍ​ຢູ່​ຕາມ​ເດີ່ນ​ຕ່າງ​ໆ​ຂອງ​ເມືອງ

ແລະ​ທະຫານ​ທັງໝົດ​ກໍ​ຈະ​ຕາຍ​ໃນ​ມື້​ນັ້ນ.” ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.

27 “ເຮົາ​ຈະ​ຈູດ​ກຳແພງ​ຂອງ​ເມືອງ​ດາມາເຊ

ແລະ​ໄຟ​ນັ້ນ​ຈະ​ເຜົາ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເບັນຮາດັດ.”+

28 ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ແຜ່ນດິນ​ເກດາ+​ແລະ​ອານາຈັກ​ຕ່າງ​ໆ​ໃນ​ຮາໂສ​ທີ່​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄປ​ໂຈມຕີ. ເພິ່ນ​ເວົ້າ​ວ່າ:

“ໃຫ້​ຂຶ້ນ​ໄປ​ເກດາ

ແລະ​ທຳລາຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ອາໄສ​ຢູ່​ທາງ​ທິດ​ຕາເວັນ​ອອກ.

29 ເຕັ້ນ​ແລະ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ເອົາ​ໄປ.

ຜ້າ​ເຕັ້ນ​ແລະ​ເຄື່ອງ​ຂອງ​ທັງໝົດ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ເອົາ​ໄປ.

ຝູງ​ອູດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ເອົາ​ໄປ

ແລະ​ຄົນ​ທີ່​ມາ​ໂຈມຕີ​ຈະ​ຮ້ອງ​ໃສ່​ເຂົາ​ເຈົ້າ​ວ່າ ‘ມີ​ແຕ່​ຄວາມ​ຢ້ານ​ເຕັມ​ໄປ​ໝົດ.’”

30 ພະ​ເຢໂຫວາ​ບອກ​ວ່າ: “ຄົນ​ທີ່​ຢູ່​ໃນ​ເມືອງ​ຮາໂສ​ເອີ້ຍ ໃຫ້​ໜີ​ໄປ​ໄກ​ໆ​

ໃຫ້​ລົງ​ໄປ​ໃນ​ບ່ອນ​ທີ່​ເລິກ​ໆ​

ຍ້ອນ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ວາງ​ແຜນ​ຕໍ່ສູ້​ພວກ​ເຈົ້າ

ແລະ​ໄດ້​ຄິດ​ແຜນ​ໂຈມຕີ​ພວກ​ເຈົ້າ.”

31 ພະ​ເຢໂຫວາ​ບອກ​ວ່າ: “ໃຫ້​ລຸກ​ຂຶ້ນ​ໄປ​ຕໍ່ສູ້​ຊາດ​ທີ່​ຢູ່​ຢ່າງ​ສະຫງົບສຸກ

ແລະ​ຢູ່​ຢ່າງ​ປອດໄພ.

ຊາດ​ນັ້ນ​ບໍ່​ມີ​ປະຕູ​ຫຼື​ກອນ​ປະຕູ ແລະ​ຢູ່​ຫ່າງ​ໄກ​ຈາກ​ຊາດ​ອື່ນ.

32 ຝູງ​ອູດ​ຂອງ​ເຂົາ​ເຈົ້າ

ແລະ​ຝູງ​ສັດ​ຫຼາຍ​ໆ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ປຸ້ນ​ໄປ.

ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ແຖ​ຜົມ​ຂ້າງ​ຫູ+

ກະຈັດ​ກະຈາຍ​ໄປ​ທຸກ​ທິດ​ທຸກ​ທາງ*

ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຈາກ​ທຸກ​ດ້ານ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

33 “ຮາໂສ​ຈະ​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ໝາ​ໄນ

ຈະ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ​ຕະຫຼອດ​ໄປ

ຈະ​ບໍ່​ມີ​ຈັກ​ຄົນ​ຢູ່​ບ່ອນ​ນັ້ນ

ແລະ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ຫັ້ນ​ເລີຍ.”

34 ໃນ​ຕອນ​ທີ່​ເຊເດກີຢາ​ເລີ່ມ​ເປັນ​ກະສັດ​ປົກຄອງ+​ຢູດາ ພະ​ເຢໂຫວາ​ເວົ້າ​ກັບ​ຜູ້​ພະຍາກອນ​ເຢເຣມີຢາ​ກ່ຽວ​ກັບ​ເອລາມ​ວ່າ:+ 35 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ເຮົາ​ຈະ​ຫັກ​ທະນູ​ຂອງ​ເອລາມ+ ເຊິ່ງ​ເປັນ​ກຳລັງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ກອງທັບ​ຂອງ​ເຂົາ​ເຈົ້າ. 36 ເຮົາ​ຈະ​ເຮັດ​ໃຫ້​ລົມ​ຈາກ​ສຸດ​ຂອບ​ຟ້າ​ທັງ​ສີ່​ທິດ​ພັດ​ໃສ່​ເອລາມ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ຕາມ​ລົມ​ເຫຼົ່າ​ນີ້. ຈະ​ບໍ່​ມີ​ຊາດ​ໃດ​ເລີຍ​ທີ່​ບໍ່​ມີ​ຄົນ​ເອລາມ​ໄປ​ຢູ່.’”

37 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ຄົນ​ເອລາມ​ຢ້ານ​ພວກ​ສັດຕູ​ແລະ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຍ້ອນ​ເຮົາ​ໃຈ​ຮ້າຍ​ແຮງ ແລະ​ເຮົາ​ຈະ​ສົ່ງ​ດາບ​ມາ​ຂ້າ​ເຂົາ​ເຈົ້າ​ຈົນ​ເຂົາ​ເຈົ້າ​ບໍ່​ເຫຼືອ​ຈັກ​ຄົນ.”

38 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ເຮົາ​ຂຶ້ນ​ຢູ່​ເອລາມ+ ແລະ​ເຮົາ​ຈະ​ທຳລາຍ​ກະສັດ​ແລະ​ພວກ​ເຈົ້າ​ນາຍ​ຂອງ​ເຂົາ​ເຈົ້າ.

39 ແຕ່​ໃນ​ສະໄໝ​ສຸດທ້າຍ ເຮົາ​ຈະ​ລວບ​ລວມ​ຄົນ​ເອລາມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌