ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 41
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ເຈັບ​ປ່ວຍ

        • ພະເຈົ້າ​ຈະ​ເບິ່ງແຍງ​ຄົນ​ບໍ່​ສະບາຍ (3)

        • ຖືກ​ໝູ່​ສະໜິດ​ທໍລະຍົດ (9)

ເພງສັນລະເສີນ 41:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:7, 8; ພສ 112:9; ສພສ 14:21; 22:9

ເພງສັນລະເສີນ 41:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:7
  • +2ປຕ 2:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 24-25

ເພງສັນລະເສີນ 41:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:5; ພສ 103:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 24-25

ເພງສັນລະເສີນ 41:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 51:1
  • +ພສ 6:2; 147:3
  • +ພສ 32:5; 38:3; ສພສ 28:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 25

ເພງສັນລະເສີນ 41:8

ໄຂເງື່ອນ

  • *

    ຫຼື “ມັນ​ເຈິ​ຄວາມ​ຈິບຫາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 3:2; 71:10, 11

ເພງສັນລະເສີນ 41:9

ໄຂເງື່ອນ

  • *

    ຫຼື “ຕໍ່ຕ້ານ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:12; ໂຢບ 19:19; ພສ 55:12, 13
  • +ມຣກ 14:18; ຢຮ 13:18, 26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

ເພງສັນລະເສີນ 41:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:8; ຢຣມ 20:13

ເພງສັນລະເສີນ 41:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:21; ສພສ 2:7
  • +ພສ 34:15

ເພງສັນລະເສີນ 41:13

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ​ແລະ​ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 16:36; 29:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 41:1ພບຍ 15:7, 8; ພສ 112:9; ສພສ 14:21; 22:9
ພສ. 41:2ມທ 5:7
ພສ. 41:22ປຕ 2:9
ພສ. 41:32ກສ 20:5; ພສ 103:3
ພສ. 41:4ພສ 51:1
ພສ. 41:4ພສ 6:2; 147:3
ພສ. 41:4ພສ 32:5; 38:3; ສພສ 28:13
ພສ. 41:8ພສ 3:2; 71:10, 11
ພສ. 41:92ຊມ 15:12; ໂຢບ 19:19; ພສ 55:12, 13
ພສ. 41:9ມຣກ 14:18; ຢຮ 13:18, 26
ພສ. 41:11ພສ 31:8; ຢຣມ 20:13
ພສ. 41:12ພສ 25:21; ສພສ 2:7
ພສ. 41:12ພສ 34:15
ພສ. 41:131ຂຄ 16:36; 29:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 41:1-13

ເພງສັນລະເສີນ

ເຖິງ​ຜູ້​ຄວບຄຸມ​ດົນຕີ. ເພງ​ຂອງ​ດາວິດ.

41 ຄົນ​ທີ່​ຊ່ວຍເຫຼືອ​ຄົນ​ຕ່ຳຕ້ອຍ​ກໍ​ມີ​ຄວາມສຸກ.+

ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ໃຫ້​ລອດ​ໃນ​ມື້​ທີ່​ລາວ​ເຈິ​ຄວາມ​ຈິບຫາຍ.

 2 ພະ​ເຢໂຫວາ​ຈະ​ປົກປ້ອງ​ລາວ​ແລະ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຕໍ່ໄປ.

ຄົນ​ຢູ່​ທົ່ວ​ໂລກ​ຈະ​ຮູ້​ວ່າ​ລາວ​ມີ​ຄວາມສຸກ.+

ພະອົງ​ຈະ​ບໍ່​ມີ​ທາງ​ມອບ​ລາວ​ໃຫ້​ສັດຕູ.+

 3 ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ​ຕອນ​ທີ່​ລາວ​ບໍ່​ສະບາຍ.+

ພະອົງ​ຈະ​ປ່ຽນ​ບ່ອນ​ນອນ​ໃຫ້​ລາວ​ຕອນ​ທີ່​ລາວ​ປ່ວຍ.

 4 ລູກ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ອີ່ຕົນ​ລູກ​ແດ່.+

ຂໍ​ພະອົງ​ປິ່ນປົວ​ລູກ+​ຍ້ອນ​ລູກ​ເຮັດ​ຜິດ​ຕໍ່​ພະອົງ.”+

 5 ແຕ່​ພວກ​ສັດຕູ​ຂອງ​ລູກ​ພາກັນ​ເວົ້າ​ບໍ່​ດີ​ກ່ຽວກັບ​ລູກ​ວ່າ:

“ປານ​ໃດ​ມັນ​ຊິ​ຕາຍ? ທຸກ​ຄົນ​ຈະ​ໄດ້​ລືມ​ມັນ.”

 6 ຕອນ​ທີ່​ສັດຕູ​ຄົນ​ໜຶ່ງ​ມາ​ຫາ​ລູກ ລາວ​ກໍ​ເວົ້າ​ແບບ​ບໍ່​ຈິງ​ໃຈ​ກັບ​ລູກ.

ລາວ​ຊອກຫາ​ແນວ​ບໍ່​ດີ​ກ່ຽວກັບ​ລູກ

ແລ້ວ​ເອົາ​ໄປ​ເວົ້າ​ໃຫ້​ຄົນນັ້ນ​ຄົນນີ້​ຟັງ.

 7 ທຸກ​ຄົນ​ທີ່​ຊັງ​ລູກ​ໄດ້​ເວົ້າ​ຊິ່ມ​ກັນ.

ເຂົາເຈົ້າ​ກຳລັງ​ວາງ​ແຜນ​ເຮັດ​ແນວ​ບໍ່​ດີ​ໃຫ້​ລູກ​ແລະ​ພາກັນ​ເວົ້າ​ວ່າ:

 8 “ມັນ​ເປັນ​ພະຍາດ​ຮ້າຍແຮງ.*

ຕອນນີ້​ມັນ​ນອນ​ປ່ວຍ​ຢູ່​ແລະ​ຄື​ຊິ​ປົວ​ບໍ່​ເຊົາ​ດອກ!”+

 9 ຂະໜາດ​ໝູ່​ສະໜິດ​ຂອງ​ລູກ​ທີ່​ລູກ​ໄວ້ໃຈ+

ທີ່​ມັກ​ມາ​ກິນ​ເຂົ້າ​ນຳ​ລູກ​ກໍ​ຍັງ​ຍົກ​ສົ້ນ​ຕີນ​ໃສ່​ລູກ.*+

10 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ອີ່ຕົນ​ລູກ​ແລະ​ປົວ​ລູກ​ໃຫ້​ເຊົາ

ເພື່ອ​ລູກ​ຈະ​ໄດ້​ລົງໂທດ​ເຂົາເຈົ້າ.

11 ເມື່ອ​ລູກ​ເຫັນ​ວ່າ​ສັດຕູ​ເອົາ​ຊະນະ​ລູກ​ບໍ່​ໄດ້

ລູກ​ກໍ​ຈະ​ຮູ້​ວ່າ​ພະອົງ​ພໍໃຈ​ລູກ​ແທ້​ໆ​.+

12 ພະອົງ​ຊ່ວຍ​ລູກ​ໃຫ້​ເຂັ້ມແຂງ ຍ້ອນ​ລູກ​ສັດຊື່​ຕໍ່​ພະອົງ.+

ພະອົງ​ຈະ​ພໍໃຈ​ລູກ​ຕະຫຼອດໄປ.+

13 ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດໄປ+

ອາແມນ​ແລະ​ອາແມນ.*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌