ເພງສັນລະເສີນ
74 ພະເຈົ້າເອີ້ຍ ເປັນຫຍັງພະອົງປະຖິ້ມພວກເຮົາຕະຫຼອດໄປ?+
ເປັນຫຍັງພະອົງໃຫ້ຄວາມໃຈຮ້າຍມາເຜົາ*ຝູງແກະໃນທົ່ງຫຍ້າຂອງພະອົງ?+
2 ຂໍພະອົງຄິດເຖິງປະຊາຊົນທີ່ພະອົງໄດ້ເລືອກໄວ້ດົນນານມາແລ້ວ+
ເຊິ່ງເປັນປະຊາຊົນທີ່ພະອົງໄດ້ໄຖ່ມາເປັນມໍລະດົກຂອງພະອົງ+
ແລະຂໍພະອົງຄິດເຖິງພູຊີໂອນທີ່ພະອົງເຄີຍຢູ່.+
3 ຂໍພະອົງສົນໃຈບ່ອນທີ່ເປັນຊາກຫັກພັງຕະຫຼອດໄປ.+
ພວກສັດຕູໄດ້ທຳລາຍທຸກສິ່ງທຸກຢ່າງທີ່ຢູ່ບ່ອນບໍລິສຸດຂອງພະອົງ.+
4 ສັດຕູຂອງພະອົງໂຫ່ຮ້ອງວ່າໄດ້ໄຊຊະນະຢູ່ບ່ອນປະຊຸມຂອງພະອົງ.+
ເຂົາເຈົ້າຕັ້ງທຸງຂອງໂຕເອງໄວ້ຢູ່ຫັ້ນ.
5 ເຂົາເຈົ້າເປັນຄືກັບຄົນທີ່ຍົກຂວານຊິຕັດໄມ້ຢູ່ໃນປ່າ.
6 ເຂົາເຈົ້າເອົາຂວານແລະທ່ອນເຫຼັກທຳລາຍເຄື່ອງຕົກແຕ່ງຂອງບ່ອນປະຊຸມ.+
7 ເຂົາເຈົ້າຈູດບ່ອນບໍລິສຸດຂອງພະອົງ.+
ເຂົາເຈົ້າເຮັດໃຫ້ເຕັ້ນສັກສິດທີ່ມີຊື່ຂອງພະອົງເສື່ອມເສຍໂດຍທຳລາຍເຕັ້ນນັ້ນຈົນບໍ່ເຫຼືອຫຍັງ.
8 ເຂົາເຈົ້າກັບລູກຫຼານຂອງເຂົາເຈົ້າຄິດໃນໃຈວ່າ:
“ບ່ອນນະມັດສະການພະເຈົ້າ*ທຸກບ່ອນໃນແຜ່ນດິນນີ້ຈະຕ້ອງຖືກຈູດຖິ້ມ.”
9 ບໍ່ມີສັນຍະລັກໃຫ້ພວກເຮົາເຫັນເລີຍ
ບໍ່ມີຜູ້ພະຍາກອນເຫຼືອຢູ່ຈັກຄົນ
ແລະບໍ່ມີໃຜໃນພວກເຮົາຮູ້ວ່າມັນຈະເປັນແບບນີ້ອີກດົນປານໃດ.
10 ພະເຈົ້າເອີ້ຍ ພວກສັດຕູຈະເຍາະເຍີ້ຍພະອົງໄປອີກດົນປານໃດ?+
ພວກສັດຕູຈະດູຖູກຊື່ຂອງພະອົງຕະຫຼອດໄປເລີຍບໍ?+
11 ເປັນຫຍັງພະອົງຍັງບໍ່ຍື່ນມືຂວາຂອງພະອົງອອກມາ?+
ຂໍພະອົງຍົກມືຂຶ້ນ*ແລະທຳລາຍເຂົາເຈົ້າ.
12 ພະເຈົ້າເປັນກະສັດຂອງລູກຕັ້ງແຕ່ດົນນານມາແລ້ວ.
ພະອົງເປັນຜູ້ທີ່ຊ່ວຍຄົນທົ່ວໂລກໃຫ້ໄດ້ຮັບຄວາມລອດ.+
13 ພະອົງໃຊ້ພະລັງຂອງພະອົງເພື່ອຄວບຄຸມທະເລ.+
ພະອົງທຸບຫົວຂອງພວກສັດໂຕໃຫຍ່ໃນທະເລ.
14 ພະອົງທຸບຫົວຂອງເລວີອາທານ*
ແລະເອົາມັນເປັນອາຫານໃຫ້ຄົນທີ່ອາໄສຢູ່ທະເລຊາຍ.
15 ພະອົງເຮັດໃຫ້ມີນ້ຳອອກບໍ່ແລະນ້ຳຫ້ວຍ.+
ພະອົງເຮັດໃຫ້ແມ່ນ້ຳທີ່ມີນ້ຳໄຫຼຢູ່ຕະຫຼອດບົກແຫ້ງໄປ.+
16 ພະອົງສ້າງກາງເວັນແລະກາງຄືນ.
ພະອົງສ້າງແສງສະຫວ່າງ*ແລະສ້າງດວງຕາເວັນ.+
18 ພະເຢໂຫວາເອີ້ຍ ຂໍພະອົງຈື່ຄຳເຍາະເຍີ້ຍຂອງພວກສັດຕູ
ແລະຂໍຢ່າລືມວ່າພວກຄົນໂງ່ບໍ່ນັບຖືຊື່ຂອງພະອົງ.+
19 ພວກເຮົາເປັນຄືກັບນົກເຂົາ. ຂໍພະອົງຢ່າປ່ອຍພວກເຮົາໄວ້ໃນມືຂອງພວກສັດຕູ ຍ້ອນເຂົາເຈົ້າເປັນຄືກັບສັດປ່າ.
ຂໍພະອົງຢ່າລືມຄົນຂອງພະອົງທີ່ທຸກຍາກລຳບາກ.
20 ຂໍພະອົງຈື່ຄຳສັນຍາທີ່ພະອົງເຮັດໄວ້ກັບພວກເຮົາ
ຍ້ອນບ່ອນທີ່ມືດໆທຸກບ່ອນໃນໂລກມີຄົນຮຸນແຮງດັກຊຸ້ມຢູ່.
21 ຂໍຢ່າໃຫ້ຄົນທີ່ຖືກກົດຂີ່ກັບເມືອດ້ວຍຄວາມຜິດຫວັງ.+
ຂໍໃຫ້ຄົນທີ່ຕ່ຳຕ້ອຍແລະຄົນທຸກຍາກໄດ້ສັນລະເສີນຊື່ຂອງພະອົງ.+
22 ພະເຈົ້າເອີ້ຍ ຂໍພະອົງລຸກຂຶ້ນສູ້ຄະດີສຳລັບພະອົງເອງ.
ຂໍພະອົງຈື່ວ່າຄົນໂງ່ເຍາະເຍີ້ຍພະອົງໝົດມື້.+
23 ຂໍພະອົງຢ່າລືມວ່າສັດຕູເວົ້າຫຍັງໃຫ້ພະອົງແດ່.
ສຽງຂອງຄົນທີ່ທ້າທາຍພະອົງດັງຂຶ້ນເລື້ອຍໆ.