ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.*
2 ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍລູກຈາກຄົນຂີ້ຕົວະ
ແລະຄົນທີ່ເວົ້າຫຼອກລວງ.
3 ພວກເຈົ້າທີ່ມັກເວົ້າຕົວະ+
ຮູ້ບໍວ່າເພິ່ນຈະເຮັດກັບພວກເຈົ້າແນວໃດ ແລະເພິ່ນຈະລົງໂທດພວກເຈົ້າແນວໃດ?
4 ເພິ່ນຈະໃຊ້ທະນູທີ່ແຫຼມໆ+ຂອງທະຫານ
ແລະຈະໃຊ້ຖ່ານໄຟທີ່ຮ້ອນໆ+ຈາກຟຸ່ມໄມ້ທີ່ຢູ່ທະເລຊາຍລົງໂທດພວກເຈົ້າ.
5 ຂ້ອຍຕ້ອງຈິບຫາຍແທ້ໆ ຍ້ອນຂ້ອຍເຄີຍຢູ່ເມເຊກຄືກັບຄົນຕ່າງຊາດ.+
ຂ້ອຍເຄີຍຕັ້ງເຕັ້ນຢູ່ກັບພວກເກດາ.+
6 ຂ້ອຍຢູ່ກັບຄົນທີ່ຊັງຄວາມສະຫງົບສຸກ
ດົນເກີນໄປແລ້ວ.+
7 ຂ້ອຍມັກຄວາມສະຫງົບສຸກ ແຕ່ເມື່ອໃດທີ່ຂ້ອຍເວົ້າເລື່ອງນີ້
ເຂົາເຈົ້າກໍຢາກເຮັດສົງຄາມກັບຂ້ອຍ.