ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 143
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ລໍ​ຖ້າ​ພະອົງ​ຄື​ກັບ​ແຜ່ນດິນ​ທີ່​ແຫ້ງແລ້ງ​ລໍ​ຖ້າ​ນ້ຳ​ຝົນ

        • “ລູກ​ຄິດຕຶກຕອງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ” (5)

        • “ຂໍ​ພະອົງ​ສອນ​ລູກ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ” (10)

        • “ຂໍ​ໃຫ້​ພະລັງ​ຂອງ​ພະອົງ​ພາ​ລູກ​ໄປ” (10)

ເພງສັນລະເສີນ 143:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 65:2

ເພງສັນລະເສີນ 143:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 9:2; ພສ 130:3; ປຍຈ 7:20; ຣມ 3:20; ຄລຕ 2:16; 1ຢຮ 1:10

ເພງສັນລະເສີນ 143:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:4; 142:3

ເພງສັນລະເສີນ 143:5

ໄຂເງື່ອນ

  • *

    ຫຼື “ສຶກສາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 77:5, 6, 11, 12; 111:2, 3

ເພງສັນລະເສີນ 143:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 63:1

ເພງສັນລະເສີນ 143:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 40:13; 70:5
  • +ພສ 142:3
  • +ພສ 27:9
  • +ພສ 28:1

ເພງສັນລະເສີນ 143:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 5:8; ສພສ 3:6

ເພງສັນລະເສີນ 143:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 59:1; 61:3, 4; 91:1

ເພງສັນລະເສີນ 143:10

ໄຂເງື່ອນ

  • *

    ຫຼື “ແຜ່ນດິນ​ທີ່​ມີ​ແຕ່​ຄົນ​ດີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:4

ເພງສັນລະເສີນ 143:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:1

ເພງສັນລະເສີນ 143:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ສັດຕູ​ຂອງ​ລູກ​ມິດ​ງຽບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 25:29; 26:9, 10
  • +1ຊມ 24:12
  • +ພສ 89:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 143:1ພສ 65:2
ພສ. 143:2ໂຢບ 9:2; ພສ 130:3; ປຍຈ 7:20; ຣມ 3:20; ຄລຕ 2:16; 1ຢຮ 1:10
ພສ. 143:4ພສ 102:4; 142:3
ພສ. 143:5ພສ 77:5, 6, 11, 12; 111:2, 3
ພສ. 143:6ພສ 63:1
ພສ. 143:7ພສ 40:13; 70:5
ພສ. 143:7ພສ 142:3
ພສ. 143:7ພສ 27:9
ພສ. 143:7ພສ 28:1
ພສ. 143:8ພສ 5:8; ສພສ 3:6
ພສ. 143:9ພສ 59:1; 61:3, 4; 91:1
ພສ. 143:10ພສ 25:4
ພສ. 143:11ພສ 31:1
ພສ. 143:121ຊມ 25:29; 26:9, 10
ພສ. 143:121ຊມ 24:12
ພສ. 143:12ພສ 89:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 143:1-12

ເພງສັນລະເສີນ

ເພງ​ຂອງ​ດາວິດ.

143 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຟັງ​ຄຳ​ອະທິດຖານ​ຂອງ​ລູກ.+

ຂໍ​ພະອົງ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ລູກ.

ຂໍ​ພະອົງ​ຕອບ​ລູກ ຍ້ອນ​ພະອົງ​ສັດຊື່​ແລະ​ຍຸຕິທຳ.

 2 ຂໍ​ພະອົງ​ຢ່າ​ຕັດສິນ​ຜູ້​ຮັບໃຊ້​ຂອງ​ພະອົງ

ຍ້ອນ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່ ບໍ່​ມີ​ໃຜ​ບໍ່​ເຄີຍ​ເຮັດ​ຜິດ​ໃນ​ສາຍ​ຕາ​ຂອງ​ພະອົງ.+

 3 ສັດຕູ​ໄດ້​ໄລ່ລ່າ​ລູກ.

ລາວ​ຢຽບ​ຊີວິດ​ລູກ​ຈົນ​ຈົມ​ດິນ.

ລາວ​ເຮັດ​ໃຫ້​ລູກ​ຢູ່​ໃນ​ຄວາມ​ມືດ​ຄື​ກັບ​ຄົນ​ທີ່​ຕາຍ​ໄປ​ດົນ​ແລ້ວ.

 4 ລູກ​ໝົດ​ກຳລັງໃຈ

ແລະ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ເລີຍ.+

 5 ລູກ​ຄິດ​ຮອດ​ສະໄໝ​ແຕ່​ກີ້.

ລູກ​ຄິດ​ຕຶກຕອງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ.+

ລູກ​ຢາກ​ຄິດ​ຕຶກຕອງ​ເຖິງ*​ຜົນ​ງານ​ຂອງ​ພະອົງ​ແທ້​ໆ​.

 6 ລູກ​ຍົກ​ມື​ຂຶ້ນ​ອະທິດຖານ​ຫາ​ພະອົງ.

ລູກ​ລໍ​ຖ້າ​ພະອົງ​ຄື​ກັບ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ​ລໍ​ຖ້າ​ນ້ຳ​ຝົນ.+ (ເຊລາ)*

 7 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຕອບ​ລູກ​ໄວ​ໆ​ແດ່.+

ລູກ​ໝົດ​ແຮງ​ແລ້ວ.+

ຂໍ​ພະອົງ​ຢ່າ​ປິ່ນ​ໜ້າ​ໜີ​ຈາກ​ລູກ+

ຄັນ​ບໍ່​ຊັ້ນ ລູກ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ກຳລັງ​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ.+

 8 ຂໍ​ພະອົງ​ໃຫ້​ລູກ​ໄດ້​ຍິນ​ເລື່ອງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະອົງ​ໃນ​ຕອນ​ເຊົ້າ

ຍ້ອນ​ລູກ​ໄວ້ໃຈ​ພະອົງ.

ຂໍ​ພະອົງ​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ທາງ​ທີ່​ລູກ​ຄວນ​ໄປ+

ຍ້ອນ​ລູກ​ຢາກ​ໄດ້​ການ​ຊີ້ນຳ​ຈາກ​ພະອົງ.

 9 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ລູກ​ໃຫ້​ລອດ​ຈາກ​ສັດຕູ​ຂອງ​ລູກ.

ລູກ​ຊອກຫາ​ການ​ປົກປ້ອງ​ຈາກ​ພະອົງ.+

10 ຂໍ​ພະອົງ​ສອນ​ລູກ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ+

ຍ້ອນ​ພະອົງ​ເປັນ​ພະເຈົ້າ​ຂອງ​ລູກ.

ພະອົງ​ດີ​ແທ້​ໆ​.

ຂໍ​ໃຫ້​ພະລັງ​ຂອງ​ພະອົງ​ພາ​ລູກ​ໄປ​ໃນ​ບ່ອນ​ທີ່​ມີ​ດິນ​ພຽງ.*

11 ພະ​ເຢໂຫວາ​ເອີ້ຍ ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ ຂໍ​ພະອົງ​ປົກປ້ອງ​ຊີວິດ​ຂອງ​ລູກ.

ຂໍ​ພະອົງ​ຊ່ວຍ​ລູກ​ຈາກ​ຄວາມທຸກ ຍ້ອນ​ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.+

12 ຂໍ​ພະອົງ​ກຳຈັດ​ສັດຕູ​ຂອງ​ລູກ*+ ຍ້ອນ​ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ.

ຂໍ​ພະອົງ​ທຳລາຍ​ທຸກ​ຄົນ​ທີ່​ເຮັດ​ບໍ່​ດີ​ໃຫ້​ລູກ+

ຍ້ອນ​ລູກ​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌