ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

ເພງຂອງໂຊໂລໂມນ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:1; ພບຍ 3:12; ພຊມ 6:5-7

ເພງຂອງໂຊໂລໂມນ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:10
  • +ນຮຢ 3:25; ພຊມ 7:4
  • +2ຊມ 8:7; 2ກສ 11:10

ເພງຂອງໂຊໂລໂມນ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 7:3

ເພງຂອງໂຊໂລໂມນ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 2:5

ເພງຂອງໂຊໂລໂມນ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:1

ເພງຂອງໂຊໂລໂມນ 4:8

ໄຂເງື່ອນ

  • *

    ຫຼື “ແອນ​ຕິ​ເລບານອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:25
  • +ພບຍ 3:8, 9; ພສ 133:3

ເພງຂອງໂຊໂລໂມນ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:18, 19

ເພງຂອງໂຊໂລໂມນ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 7:12
  • +ພຊມ 1:2, 4
  • +ອສທ 2:12; ພຊມ 1:12

ເພງຂອງໂຊໂລໂມນ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 16:24
  • +ພຊມ 5:1

ເພງຂອງໂຊໂລໂມນ 4:13

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຜິວ​ຂອງ​ນ້ອງ”

  • *

    ພືດ​ຊະນິດໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ

  • *

    ຕົ້ນໄມ້​ທີ່​ໃຊ້​ເຮັດ​ນ້ຳມັນ​ຫອມ​ນາຣະດາ. ເບິ່ງ​ຄຳ​ວ່າ “ນາຣະດາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ເພງຂອງໂຊໂລໂມນ 4:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດອກ​ແຊັບຟ໋ອນ”

  • *

    ຕົ້ນໄມ້​ຊະນິດໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 12:3
  • +ອຊຢ 43:24
  • +ສພສ 7:17
  • +ພສ 45:8
  • +ອພຍ 30:23, 24, 34; ອຊກ 27:2, 22

ເພງຂອງໂຊໂລໂມນ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 18:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 4:1ຈຊບ 32:1; ພບຍ 3:12; ພຊມ 6:5-7
ພຊມ. 4:4ພຊມ 1:10
ພຊມ. 4:4ນຮຢ 3:25; ພຊມ 7:4
ພຊມ. 4:42ຊມ 8:7; 2ກສ 11:10
ພຊມ. 4:5ພຊມ 7:3
ພຊມ. 4:6ປຍຈ 2:5
ພຊມ. 4:7ພຊມ 4:1
ພຊມ. 4:8ພບຍ 3:25
ພຊມ. 4:8ພບຍ 3:8, 9; ພສ 133:3
ພຊມ. 4:9ສພສ 5:18, 19
ພຊມ. 4:10ພຊມ 7:12
ພຊມ. 4:10ພຊມ 1:2, 4
ພຊມ. 4:10ອສທ 2:12; ພຊມ 1:12
ພຊມ. 4:11ສພສ 16:24
ພຊມ. 4:11ພຊມ 5:1
ພຊມ. 4:14ຢຮ 12:3
ພຊມ. 4:14ອຊຢ 43:24
ພຊມ. 4:14ສພສ 7:17
ພຊມ. 4:14ພສ 45:8
ພຊມ. 4:14ອພຍ 30:23, 24, 34; ອຊກ 27:2, 22
ພຊມ. 4:15ຢຣມ 18:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 4:1-16

ເພງຂອງໂຊໂລໂມນ

4 “ທີ່​ຮັກ​ຂອງ​ອ້າຍ​ເອີ້ຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ.

ນ້ອງ​ງາມ​ແທ້​ໆ​.

ຕາ​ຂອງ​ນ້ອງ​ທີ່​ຢູ່​ທາງ​ໃນ​ຜ້າ​ປົກ​ໜ້າ​ຄື​ກັບ​ຕາ​ຂອງ​ນົກ​ເຂົາ.

ຜົມ​ຂອງ​ນ້ອງ​ຄື​ກັບ​ຝູງ​ແບ້

ທີ່​ລົງ​ມາ​ຈາກ​ພູ​ຕ່າງ​ໆ​ຂອງ​ເມືອງ​ກິລຽດ.+

 2 ແຂ້ວ​ນ້ອງ​ຂາວ​ແລະ​ງາມ​ຄື​ກັບ​ຝູງ​ແກະ​ທີ່​ຫາກໍ​ຕັດ​ຂົນ

ຄື​ກັບ​ຝູງ​ແກະ​ທີ່​ຫາກໍ​ອາບ​ນ້ຳ​ແລ້ວ.

ແຂ້ວ​ຂອງ​ນ້ອງ​ທຸກ​ເຫຼັ້ມ​ລຽນ​ເປັນ​ລະບຽບ​ແລະ​ຊື່​ກັນ​ດີ

ມັນ​ຢູ່​ຄົບ​ທຸກ​ເຫຼັ້ມ.

 3 ສົບ​ຂອງ​ນ້ອງ​ແດງ​ຄື​ກັບ​ດ້າຍ​ສີ​ແດງ​ສົດ

ແລະ​ຄຳເວົ້າ​ຂອງ​ນ້ອງ​ກໍ​ມ່ວນ​ຫຼາຍ.

ແກ້ມ​ຂອງ​ນ້ອງ​ທີ່​ຢູ່​ທາງ​ໃນ​ຜ້າ​ປົກ​ໜ້າ

ຄື​ກັບ​ໝາກ​ພິລາ​ຜ່າ​ເຄິ່ງ.

 4 ຄໍ​ຂອງ​ນ້ອງ+​ຄື​ກັບ​ປ້ອມ​ທີ່​ສູງ​ໆ​ຂອງ​ດາວິດ+

ທີ່​ສ້າງ​ດ້ວຍ​ຫີນ​ທີ່​ຢອງ​ກັນ​ຂຶ້ນ​ຢ່າງ​ເປັນ​ລະບຽບ

ແລະ​ມີ​ໂລ້​ມົນ​ໆ​ໜຶ່ງ​ພັນ​ອັນ​ຫ້ອຍໃສ່

ເຊິ່ງ​ທັງໝົດ​ເປັນ​ໂລ້​ຂອງ​ພວກ​ທະຫານ​ທີ່​ເກັ່ງ​ໆ​.+

 5 ໜ້າ​ເອິກ​ຂອງ​ນ້ອງ​ຄື​ກັບ​ກວາງ​ນ້ອຍ​ສອງ​ໂຕ

ເປັນ​ກວາງ​ນ້ອຍ​ຝາແຝດ+

ທີ່​ກິນ​ຫຍ້າ​ຢູ່​ທ່າມກາງ​ຕົ້ນ​ດອກ​ລິນລີ້.

 6 “ຕອນ​ທີ່​ຍັງ​ມີ​ລົມ​ພັດ​ຄ່ອຍ​ໆ​ແລະ​ຍັງບໍ່​ທັນ​ແຈ້ງ

ຂ້ອຍ​ຈະ​ໄປ​ໂນນ​ພູ​ມົດຍອບ

ແລະ​ຈະ​ໄປ​ໂນນ​ພູ​ກຳຍານ.”+

 7 “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ງາມ​ຫຼາຍ​ແທ້​ໆ​.+

ນ້ອງ​ງາມ​ບໍ່​ມີ​ບ່ອນ​ຕິ​ເລີຍ.

 8 ເຈົ້າ​ສາວ​ຂອງ​ອ້າຍ ອອກ​ມາ​ຈາກ​ເລບານອນ+​ນຳ​ອ້າຍ

ອອກ​ມາ​ຈາກ​ເລບານອນ​ນຳ​ອ້າຍ​ແມ້.

ລົງ​ມາ​ຈາກ​ຈອມພູ​ອາ​ມານາ*

ຈອມພູ​ເສນີ​ແລະ​ຈອມພູ​ເຮີໂມນ.+

ອອກ​ມາ​ຈາກ​ຖ້ຳ​ທີ່​ສິງ​ຢູ່​ແລະ​ອອກ​ມາ​ຈາກ​ພູ​ທີ່​ເສືອ​ດາວ​ຢູ່.

 9 ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ໄດ້​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ແລ້ວ.+

ນ້ອງ​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ດ້ວຍ​ສາຍ​ຕາ​ພຽງ​ແວັບດຽວ​ເທົ່າ​ນັ້ນ.

ພຽງ​ແຕ່​ເຫັນ​ກີ້​ສາຍ​ຄໍ​ຂອງ​ນ້ອງ ຫົວໃຈ​ອ້າຍ​ກໍ​ເຕັ້ນ​ແຮງ​ແລ້ວ.

10 ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ຄວາມ​ຮັກ​ຂອງ​ນ້ອງ​ເຮັດ​ໃຫ້​ອ້າຍ​ສົດ​ຊື່ນ​ແທ້​ໆ​.+

ຄວາມ​ຮັກ​ຂອງ​ນ້ອງ​ເຮັດ​ໃຫ້​ອ້າຍ​ສົດ​ຊື່ນ​ຫຼາຍ​ກວ່າ​ເຫຼົ້າແວງ​ອີກ+

ແລະ​ກິ່ນ​ນ້ຳ​ຫອມ​ຂອງ​ນ້ອງ​ກໍ​ຫອມ​ກວ່າ​ເຄື່ອງ​ເທດ​ທຸກ​ຊະນິດ.+

11 ທີ່​ຮັກ​ຂອງ​ອ້າຍ ປາກ​ຂອງ​ນ້ອງ​ຫວານ​ຄື​ກັບ​ນ້ຳ​ເຜີ້ງ​ທີ່​ຍ້ອຍ​ຈາກ​ຮັງ.+

ລີ້ນ​ຂອງ​ນ້ອງ​ຫວານ​ຄື​ກັບ​ນົມ​ແລະ​ນ້ຳ​ເຜີ້ງ.+

ເຄື່ອງນຸ່ງ​ຂອງ​ນ້ອງ​ຫອມ​ຄື​ກັບ​ກິ່ນ​ຫອມ​ຈາກ​ປ່າ​ເລບານອນ.

12 ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ເປັນ​ຄື​ກັບ​ສວນ​ທີ່​ມີ​ຮົ້ວ​ອ້ອມ​ໄວ້.

ນ້ອງ​ເປັນ​ຄື​ກັບ​ສວນ​ທີ່​ມີ​ຮົ້ວ​ອ້ອມ​ໄວ້​ແລະ​ເປັນ​ຄື​ກັບ​ນ້ຳ​ອອກ​ບໍ່​ທີ່​ສະຫງວນ​ໄວ້.

13 ນ້ອງ*​ເປັນ​ຄື​ກັບ​ສວນ​ທີ່​ມີ​ຕົ້ນ​ໝາກ​ພິລາ​ທີ່​ເປັນ​ໝາກ​ດົກ​ແລະ​ແຊບ

ມີ​ຕົ້ນ​ເຮນນາ* ມີ​ພືດ​ທີ່​ມີ​ກິ່ນ​ຫອມ*

14 ມີ​ດອກໄມ້​ທີ່​ຫອມ*+ ຕົ້ນ​ອໍ້​ຫອມ+ ຕົ້ນ​ອົບເຊີຍ*+

ຕົ້ນ​ກຳຍານ*​ທຸກ​ຊະນິດ ຕົ້ນ​ມົດຍອບ* ຕົ້ນ​ເກດ​ສະໜາ+

ແລະ​ຍັງ​ມີ​ຕົ້ນ​ພືດ​ຕ່າງ​ໆ​ທີ່​ມີ​ກິ່ນ​ຫອມ​ທີ່ສຸດ.+

15 ນ້ອງ​ເປັນ​ຄື​ກັບ​ນ້ຳ​ອອກ​ບໍ່​ທີ່​ຢູ່​ໃນ​ສວນ ເປັນ​ຄື​ກັບ​ນ້ຳ​ສ້າງ​ທີ່​ສະອາດ

ແລະ​ເປັນ​ຄື​ກັບ​ແມ່​ນ້ຳ​ທີ່​ໄຫຼ​ມາ​ຈາກ​ເລບານອນ.+

16 ລົມ​ຈາກ​ທິດເໜືອ​ເອີ້ຍ ຕື່ນ​ແມ້!

ລົມ​ຈາກ​ທິດໃຕ້​ເອີ້ຍ ມາ​ແມ້!

ໃຫ້​ພັດ​ຄ່ອຍ​ໆ​ມາ​ສວນ​ຂອງ​ຂ້ອຍ

ໃຫ້​ກິ່ນ​ຫອມ​ໆ​ທີ່​ຢູ່​ສວນ​ລອຍ​ໄປ.”

“ຂ້ອຍ​ຢາກ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ລາວ

ແລະ​ກິນ​ໝາກ​ໄມ້​ທີ່​ແຊບ​ທີ່ສຸດ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌