ເພງຂອງໂຊໂລໂມນ
8 “ນ້ອງຢາກໃຫ້ອ້າຍເປັນຄືກັບອ້າຍຄີງໆ
ທີ່ເຄີຍກິນນົມແມ່ຂອງນ້ອງ.
ຖ້ານ້ອງເຈິອ້າຍຢູ່ທາງນອກ ນ້ອງກໍຈະຈູບອ້າຍໄດ້+
ແລະຈະບໍ່ມີໃຜເວົ້າໃຫ້ນ້ອງ.
ນ້ອງຈະເອົາເຫຼົ້າແວງທີ່ແຊບໆ
ແລະນ້ຳໝາກພິລາສົດໃຫ້ອ້າຍກິນ.
3 ລາວເອົາແຂນເບື້ອງຊ້າຍໃຫ້ຂ້ອຍໝູນ
ແລະເອົາແຂນເບື້ອງຂວາກອດຂ້ອຍໄວ້.+
4 ຜູ້ຍິງເມືອງເຢຣູຊາເລັມເອີ້ຍ ຂ້ອຍຂໍໃຫ້ພວກເຈົ້າສາບານວ່າ
ພວກເຈົ້າຈະບໍ່ຍົວະຂ້ອຍໃຫ້ຮັກຜູ້ໃດຜູ້ໜຶ່ງ ແຕ່ປ່ອຍໃຫ້ຄວາມຮັກເກີດຂຶ້ນເອງ.”+
5 “ຜູ້ຍິງທີ່ຂຶ້ນມາຈາກບ່ອນກັນດານ
ແລະອີງຄົນຮັກຂອງລາວຢູ່ ລາວແມ່ນໃຜ?”
“ນ້ອງໄດ້ປຸກອ້າຍຢູ່ກ້ອງຕົ້ນໝາກແອັບເປິ້ນ.
ຢູ່ຫັ້ນແມ່ອ້າຍໄດ້ເຈັບທ້ອງເກີດອ້າຍ
ແລະເພິ່ນໄດ້ເກີດອ້າຍດ້ວຍຄວາມເຈັບປວດ.
6 ນ້ອງເປັນກາຈ້ຳຢູ່ຫົວໃຈຂອງອ້າຍ
ແລະເປັນກາຈ້ຳຢູ່ແຂນຂອງອ້າຍ.
ຄວາມຮັກມີອຳນາດຄືກັບຄວາມຕາຍ+
ແລະຄວາມຮັກກໍໝັ້ນຄົງຄືກັບບ່ອນຝັງສົບ.*
ຄວາມຮັກລຸກໄໝ້ແຮງຄືກັບແປວໄຟ ນັ້ນແມ່ນແປວໄຟຂອງເຢໂຫວາ.*+
7 ນ້ຳທີ່ໄຫຼແຮງໆບໍ່ສາມາດມອດໄຟຂອງຄວາມຮັກໄດ້+
ແລະແມ່ນ້ຳຕ່າງໆກໍບໍ່ສາມາດພັດເອົາຄວາມຮັກໄປໄດ້ຄືກັນ.+
ຖ້າຜູ້ໃດເອົາຊັບສົມບັດທັງໝົດຂອງໂຕເອງໄປແລກກັບຄວາມຮັກ
ຄົນກໍຈະຊັງຊັບສົມບັດເຫຼົ່ານັ້ນ*ແນ່ນອນ.”
8 “ພວກເຮົາມີນ້ອງສາວຜູ້ໜຶ່ງ+
ລາວຍັງບໍ່ທັນມີໜ້າເອິກຊ້ຳ.
ໃນມື້ທີ່ມີຄົນມາຂໍລາວໄປເປັນເມຍ
ພວກເຮົາຈະເຮັດແນວໃດ?”
9 “ຖ້າລາວເປັນກຳແພງ
ພວກເຮົາຈະສ້າງປ້ອມທີ່ເປັນເງິນຢູ່ເທິງລາວ
ແຕ່ຖ້າລາວເປັນປະຕູ
ພວກເຮົາຈະເອົາໄມ້ແປ້ນທີ່ເປັນໄມ້ຊີດ້າ*ມາອັດໄວ້.”
10 “ຂ້ອຍເປັນຄືກັບກຳແພງ
ແລະໜ້າເອິກຂອງຂ້ອຍເປັນຄືກັບປ້ອມສູງໆ.
ໃນສາຍຕາຄົນຮັກຂອງຂ້ອຍ
ຂ້ອຍເປັນຄົນທີ່ມີຄວາມສະຫງົບສຸກ.
11 ໂຊໂລໂມນມີສວນໝາກລະແຊັງ+ຢູ່ບາອານຮາໂມນ
ລາວຝາກສວນນີ້ໄວ້ໃຫ້ຄົນເບິ່ງແຍງ.
ແຕ່ລະຄົນຈະເອົາເງິນໜຶ່ງພັນເຊເກນ*ມາໃຫ້ເພື່ອເປັນຄ່າໝາກລະແຊັງໃນສວນນັ້ນ.
12 ໂຊໂລໂມນເອີ້ຍ ເງິນໜຶ່ງພັນເຊເກນ*ເປັນຂອງທ່ານ
ແລະເງິນສອງຮ້ອຍເຊເກນ*ເປັນຂອງຜູ້ເບິ່ງແຍງສວນໝາກລະແຊັງ.
ແຕ່ສຳລັບຂ້ອຍ ຂ້ອຍຢາກເບິ່ງແຍງສວນໝາກລະແຊັງຂອງໂຕເອງ.”
ຂໍໃຫ້ອ້າຍໄດ້ຟັງສຽງຂອງນ້ອງນຳແດ່.”+
14 “ທີ່ຮັກຂອງນ້ອງ ໃຫ້ຟ້າວມາຫານ້ອງໄວໆ.
ມາໄວໆຄືກັບໂຕກວາງ+
ຄືກັບກວາງນ້ອຍ
ທີ່ຢູ່ເທິງພູທີ່ມີຕົ້ນພືດຫອມໆ.”