ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

    • ສາວ​ເມືອງ​ຊູເລມ​ກັບ​ໄປ ລາວ​ໄດ້​ພິສູດ​ຄວາມ​ສັດຊື່ (8:​5-​14)

        • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (5​ກ)

          • ‘ຜູ້ຍິງ​ທີ່​ອີງ​ຄົນ​ຮັກ​ຢູ່ ລາວ​ແມ່ນ​ໃຜ?’

        • ສາວ​ເມືອງ​ຊູເລມ (5​ຂ-​7)

          • “ຄວາມ​ຮັກ​ມີ​ອຳນາດ​ຄື​ກັບ​ຄວາມ​ຕາຍ” (6)

        • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (8, 9)

          • “ຖ້າ​ລາວ​ເປັນ​ກຳແພງ . . . ແຕ່​ຖ້າ​ລາວ​ເປັນ​ປະຕູ . . . ” (9)

        • ສາວ​ເມືອງ​ຊູເລມ (10-​12)

          • “ຂ້ອຍ​ເປັນ​ຄື​ກັບ​ກຳແພງ” (10)

        • ຄົນ​ລ້ຽງ​ແກະ (13)

          • “ຂໍ​ໃຫ້​ອ້າຍ​ໄດ້​ຟັງ​ສຽງ​ຂອງ​ນ້ອງ”

        • ສາວ​ເມືອງ​ຊູເລມ (14)

          • ‘ໃຫ້​ຟ້າວ​ມາ​ໄວ​ໆ​ຄື​ກັບ​ໂຕ​ກວາງ’

ເພງຂອງໂຊໂລໂມນ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:2

ເພງຂອງໂຊໂລໂມນ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 3:4

ເພງຂອງໂຊໂລໂມນ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:6

ເພງຂອງໂຊໂລໂມນ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:7; 3:5

ເພງຂອງໂຊໂລໂມນ 8:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 15:13; ອຟຊ 5:25; ພນມ 12:11
  • +ພບຍ 4:24; 1ຢຮ 4:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2023, ໜ້າ 20

ເພງຂອງໂຊໂລໂມນ 8:7

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 13:8, 13
  • +ຣມ 8:38, 39

ເພງຂອງໂຊໂລໂມນ 8:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:6

ເພງຂອງໂຊໂລໂມນ 8:9

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດໜຶ່ງ

ເພງຂອງໂຊໂລໂມນ 8:11

ໄຂເງື່ອນ

  • *

    11,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 2:4

ເພງຂອງໂຊໂລໂມນ 8:12

ໄຂເງື່ອນ

  • *

    11,4 ກິໂລກຣາມ

  • *

    2,28 ກິໂລກຣາມ

ເພງຂອງໂຊໂລໂມນ 8:13

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວກ​ໝູ່​ຂອງ​ນ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:6; 6:11
  • +ພຊມ 2:14

ເພງຂອງໂຊໂລໂມນ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:9, 17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 8:1ພຊມ 1:2
ພຊມ. 8:2ພຊມ 3:4
ພຊມ. 8:3ພຊມ 2:6
ພຊມ. 8:4ພຊມ 2:7; 3:5
ພຊມ. 8:6ຢຮ 15:13; ອຟຊ 5:25; ພນມ 12:11
ພຊມ. 8:6ພບຍ 4:24; 1ຢຮ 4:8
ພຊມ. 8:71ກຣ 13:8, 13
ພຊມ. 8:7ຣມ 8:38, 39
ພຊມ. 8:8ພຊມ 1:6
ພຊມ. 8:11ປຍຈ 2:4
ພຊມ. 8:13ພຊມ 1:6; 6:11
ພຊມ. 8:13ພຊມ 2:14
ພຊມ. 8:14ພຊມ 2:9, 17
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 8:1-14

ເພງຂອງໂຊໂລໂມນ

8 “ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ຄື​ກັບ​ອ້າຍ​ຄີງ​ໆ​

ທີ່​ເຄີຍ​ກິນ​ນົມແມ່​ຂອງ​ນ້ອງ.

ຖ້າ​ນ້ອງ​ເຈິ​ອ້າຍ​ຢູ່​ທາງ​ນອກ ນ້ອງ​ກໍ​ຈະ​ຈູບ​ອ້າຍ​ໄດ້+

ແລະ​ຈະ​ບໍ່​ມີ​ໃຜ​ເວົ້າ​ໃຫ້​ນ້ອງ.

 2 ນ້ອງ​ຈະ​ນຳ​ທາງ​ອ້າຍ.

ນ້ອງ​ຈະ​ພາ​ອ້າຍ​ໄປ​ເຮືອນ​ແມ່​ຂອງ​ນ້ອງ+

ຜູ້​ທີ່​ສອນ​ນ້ອງ.

ນ້ອງ​ຈະ​ເອົາ​ເຫຼົ້າແວງ​ທີ່​ແຊບ​ໆ​

ແລະ​ນ້ຳ​ໝາກ​ພິລາ​ສົດ​ໃຫ້​ອ້າຍ​ກິນ.

 3 ລາວ​ເອົາ​ແຂນ​ເບື້ອງ​ຊ້າຍ​ໃຫ້​ຂ້ອຍ​ໝູນ

ແລະ​ເອົາ​ແຂນ​ເບື້ອງ​ຂວາ​ກອດ​ຂ້ອຍ​ໄວ້.+

 4 ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ວ່າ

ພວກເຈົ້າ​ຈະ​ບໍ່​ຍົວະ​ຂ້ອຍ​ໃຫ້​ຮັກ​ຜູ້​ໃດ​ຜູ້​ໜຶ່ງ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ.”+

 5 “ຜູ້ຍິງ​ທີ່​ຂຶ້ນ​ມາ​ຈາກ​ບ່ອນ​ກັນດານ

ແລະ​ອີງ​ຄົນ​ຮັກ​ຂອງ​ລາວ​ຢູ່ ລາວ​ແມ່ນ​ໃຜ?”

“ນ້ອງ​ໄດ້​ປຸກ​ອ້າຍ​ຢູ່​ກ້ອງ​ຕົ້ນ​ໝາກ​ແອັບເປິ້ນ.

ຢູ່​ຫັ້ນ​ແມ່​ອ້າຍ​ໄດ້​ເຈັບ​ທ້ອງ​ເກີດ​ອ້າຍ

ແລະ​ເພິ່ນ​ໄດ້​ເກີດ​ອ້າຍ​ດ້ວຍ​ຄວາມ​ເຈັບ​ປວດ.

 6 ນ້ອງ​ເປັນ​ກາ​ຈ້ຳ​ຢູ່​ຫົວໃຈ​ຂອງ​ອ້າຍ

ແລະ​ເປັນ​ກາ​ຈ້ຳ​ຢູ່​ແຂນ​ຂອງ​ອ້າຍ.

ຄວາມ​ຮັກ​ມີ​ອຳນາດ​ຄື​ກັບ​ຄວາມ​ຕາຍ+

ແລະ​ຄວາມ​ຮັກ​ກໍ​ໝັ້ນຄົງ​ຄື​ກັບ​ບ່ອນ​ຝັງ​ສົບ.*

ຄວາມ​ຮັກ​ລຸກ​ໄໝ້​ແຮງ​ຄື​ກັບ​ແປວ​ໄຟ ນັ້ນ​ແມ່ນ​ແປວ​ໄຟ​ຂອງ​ເຢໂຫວາ.*+

 7 ນ້ຳ​ທີ່​ໄຫຼ​ແຮງ​ໆ​ບໍ່​ສາມາດ​ມອດ​ໄຟ​ຂອງ​ຄວາມ​ຮັກ​ໄດ້+

ແລະ​ແມ່​ນ້ຳ​ຕ່າງ​ໆ​ກໍ​ບໍ່​ສາມາດ​ພັດ​ເອົາ​ຄວາມ​ຮັກ​ໄປ​ໄດ້​ຄື​ກັນ.+

ຖ້າ​ຜູ້​ໃດ​ເອົາ​ຊັບ​ສົມບັດ​ທັງໝົດ​ຂອງ​ໂຕເອງ​ໄປ​ແລກ​ກັບ​ຄວາມ​ຮັກ

ຄົນ​ກໍ​ຈະ​ຊັງ​ຊັບ​ສົມບັດ​ເຫຼົ່າ​ນັ້ນ*​ແນ່ນອນ.”

 8 “ພວກ​ເຮົາ​ມີ​ນ້ອງ​ສາວ​ຜູ້​ໜຶ່ງ+

ລາວ​ຍັງ​ບໍ່​ທັນ​ມີ​ໜ້າ​ເອິກ​ຊ້ຳ.

ໃນ​ມື້​ທີ່​ມີ​ຄົນ​ມາ​ຂໍ​ລາວ​ໄປ​ເປັນ​ເມຍ

ພວກ​ເຮົາ​ຈະ​ເຮັດ​ແນວໃດ?”

 9 “ຖ້າ​ລາວ​ເປັນ​ກຳແພງ

ພວກ​ເຮົາ​ຈະ​ສ້າງ​ປ້ອມ​ທີ່​ເປັນ​ເງິນ​ຢູ່​ເທິງ​ລາວ

ແຕ່​ຖ້າ​ລາວ​ເປັນ​ປະຕູ

ພວກ​ເຮົາ​ຈະ​ເອົາ​ໄມ້​ແປ້ນ​ທີ່​ເປັນ​ໄມ້​ຊີດ້າ*​ມາ​ອັດ​ໄວ້.”

10 “ຂ້ອຍ​ເປັນ​ຄື​ກັບ​ກຳແພງ

ແລະ​ໜ້າ​ເອິກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ປ້ອມ​ສູງ​ໆ​.

ໃນ​ສາຍ​ຕາ​ຄົນ​ຮັກ​ຂອງ​ຂ້ອຍ

ຂ້ອຍ​ເປັນ​ຄົນ​ທີ່​ມີ​ຄວາມ​ສະຫງົບສຸກ.

11 ໂຊໂລໂມນ​ມີ​ສວນ​ໝາກ​ລະແຊັງ+​ຢູ່​ບາອານຮາໂມນ

ລາວ​ຝາກ​ສວນ​ນີ້​ໄວ້​ໃຫ້​ຄົນ​ເບິ່ງແຍງ.

ແຕ່​ລະ​ຄົນ​ຈະ​ເອົາ​ເງິນ​ໜຶ່ງ​ພັນ​ເຊເກນ*​ມາ​ໃຫ້​ເພື່ອ​ເປັນ​ຄ່າ​ໝາກ​ລະແຊັງ​ໃນ​ສວນ​ນັ້ນ.

12 ໂຊໂລໂມນ​ເອີ້ຍ ເງິນ​ໜຶ່ງ​ພັນ​ເຊເກນ*​ເປັນ​ຂອງ​ທ່ານ

ແລະ​ເງິນ​ສອງ​ຮ້ອຍ​ເຊເກນ*​ເປັນ​ຂອງ​ຜູ້​ເບິ່ງແຍງ​ສວນ​ໝາກ​ລະແຊັງ.

ແຕ່​ສຳລັບ​ຂ້ອຍ ຂ້ອຍ​ຢາກ​ເບິ່ງແຍງ​ສວນ​ໝາກ​ລະແຊັງ​ຂອງ​ໂຕເອງ.”

13 “ທີ່​ຮັກ​ຂອງ​ອ້າຍ​ທີ່​ກຳລັງ​ນັ່ງ​ຢູ່​ໃນ​ສວນ+

ພວກ​ໝູ່​ຂອງ​ອ້າຍ*​ຖ້າ​ຟັງ​ສຽງ​ຂອງ​ນ້ອງ​ຢູ່.

ຂໍ​ໃຫ້​ອ້າຍ​ໄດ້​ຟັງ​ສຽງ​ຂອງ​ນ້ອງ​ນຳ​ແດ່.”+

14 “ທີ່​ຮັກ​ຂອງ​ນ້ອງ ໃຫ້​ຟ້າວ​ມາ​ຫາ​ນ້ອງ​ໄວ​ໆ​.

ມາ​ໄວ​ໆ​ຄື​ກັບ​ໂຕ​ກວາງ+

ຄື​ກັບ​ກວາງ​ນ້ອຍ

ທີ່​ຢູ່​ເທິງ​ພູ​ທີ່​ມີ​ຕົ້ນ​ພືດ​ຫອມ​ໆ​.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌