ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ຄ້າຍ​ຂອງ​ກະສັດ​ໂຊໂລໂມນ (1:1–3:5)

ເພງຂອງໂຊໂລໂມນ 2:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດອກ​ແຊັບຟ໋ອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:16

ເພງຂອງໂຊໂລໂມນ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 30:11, 12

ເພງຂອງໂຊໂລໂມນ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 8:3

ເພງຂອງໂຊໂລໂມນ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:18
  • +ພຊມ 3:5; 8:4

ເພງຂອງໂຊໂລໂມນ 2:9

ໄຂເງື່ອນ

  • *

    ໝາຍເຖິງ​ປ່ອງ​ຢ້ຽມ​ທີ່​ບໍ່​ມີ​ແກ້ວ ແຕ່​ມີ​ໄມ້​ຫຼື​ເສັ້ນ​ເຫຼັກ​ສານ​ກັນ​ເປັນ​ຕານ່າງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:17; 8:14

ເພງຂອງໂຊໂລໂມນ 2:11

ໄຂເງື່ອນ

  • *

    ຫຼື “ຍາມ​ຝົນ”

ເພງຂອງໂຊໂລໂມນ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 6:11
  • +ອຊຢ 18:5; ຢຮ 15:2
  • +ຢຣມ 8:7

ເພງຂອງໂຊໂລໂມນ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:4; ນຮ 3:12

ເພງຂອງໂຊໂລໂມນ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 5:2; ຢຣມ 48:28
  • +ພຊມ 8:13
  • +ພຊມ 1:5; 6:10

ເພງຂອງໂຊໂລໂມນ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 7:10
  • +ພຊມ 1:7
  • +ພຊມ 2:1; 6:3

ເພງຂອງໂຊໂລໂມນ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:18; ພຊມ 2:9; 8:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 2:1ພຊມ 2:16
ພຊມ. 2:51ຊມ 30:11, 12
ພຊມ. 2:6ພຊມ 8:3
ພຊມ. 2:72ຊມ 2:18
ພຊມ. 2:7ພຊມ 3:5; 8:4
ພຊມ. 2:9ພຊມ 2:17; 8:14
ພຊມ. 2:12ພຊມ 6:11
ພຊມ. 2:12ອຊຢ 18:5; ຢຮ 15:2
ພຊມ. 2:12ຢຣມ 8:7
ພຊມ. 2:13ອຊຢ 28:4; ນຮ 3:12
ພຊມ. 2:14ພຊມ 5:2; ຢຣມ 48:28
ພຊມ. 2:14ພຊມ 8:13
ພຊມ. 2:14ພຊມ 1:5; 6:10
ພຊມ. 2:16ພຊມ 7:10
ພຊມ. 2:16ພຊມ 1:7
ພຊມ. 2:16ພຊມ 2:1; 6:3
ພຊມ. 2:172ຊມ 2:18; ພຊມ 2:9; 8:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 2:1-17

ເພງຂອງໂຊໂລໂມນ

2 “ຂ້ອຍ​ເປັນ​ພຽງ​ແຕ່​ດອກ​ໄມ້​ທຳມະດາ*​ຢູ່​ທົ່ງພຽງ

ເປັນ​ພຽງ​ແຕ່​ດອກ​ລິນລີ້​ຢູ່​ຮ່ອມພູ.”+

 2 “ໃນ​ກຸ່ມ​ພວກ​ຜູ້​ສາວ

ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ດອກ​ລິນລີ້​ທີ່​ຢູ່​ທ່າມກາງ​ຕົ້ນ​ໜາມ.”

 3 “ໃນ​ກຸ່ມ​ພວກ​ຜູ້​ບ່າວ

ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຕົ້ນ​ໝາກ​ແອັບເປິ້ນ​ທີ່​ຢູ່​ທ່າມກາງ​ຕົ້ນ​ໄມ້​ໃນ​ປ່າ.

ຂ້ອຍ​ຢາກ​ໄປ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໄມ້​ນັ້ນ.

ໝາກ​ຂອງ​ມັນ​ຫວານ​ຖືກ​ໃຈ​ຂ້ອຍ​ຫຼາຍ.

 4 ລາວ​ພາ​ຂ້ອຍ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ມີ​ງານ​ລ້ຽງ.

ທຸກ​ຄົນ​ທີ່​ຢູ່​ຫັ້ນກໍ​ເຫັນວ່າ​ລາວ​ຮັກ​ຂ້ອຍ​ຫຼາຍ.

 5 ຂໍ​ໃຫ້​ເອົາ​ໝາກ​ລະແຊັງ​ແຫ້ງ+​ກັບ​ໝາກ​ແອັບເປິ້ນ​ມາ​ໃຫ້​ຂ້ອຍ​ກິນ​ແດ່

ເພື່ອ​ຂ້ອຍ​ຈະ​ສົດ​ຊື່ນ​ແລະ​ມີ​ແຮງ

ຍ້ອນ​ວ່າ​ຂ້ອຍ​ກຳລັງ​ມີ​ຄວາມ​ຮັກ.

 6 ລາວ​ເອົາ​ແຂນ​ເບື້ອງ​ຊ້າຍ​ໃຫ້​ຂ້ອຍ​ໝູນ

ແລະ​ເອົາ​ແຂນ​ເບື້ອງ​ຂວາ​ກອດ​ຂ້ອຍ​ໄວ້.+

 7 ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ

ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ໂດຍ​ອ້າງ​ກວາງ​ໂຕ​ແມ່+​ໃນ​ທົ່ງ​ຫຍ້າ​ວ່າ

ພວກເຈົ້າ​ຈະ​ບໍ່​ຍົວະ​ຂ້ອຍ​ໃຫ້​ຮັກ​ຜູ້​ໃດ​ຜູ້​ໜຶ່ງ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ.+

 8 ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ຮັກ​ຂອງ​ຂ້ອຍ!

ຫັ້ນ​ເດ້ ລາວ​ກຳລັງ​ມາ!

ລາວ​ປີນ​ພູ​ແລະ​ໂດດ​ຂ້າມ​ໂນນ​ພູ​ມາ.

 9 ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ໂຕ​ກວາງ.+

ລາວ​ຢູ່​ຫັ້ນ​ເດ້ ລາວ​ຢືນ​ຢູ່​ນອກ​ເຮືອນ.

ລາວ​ກຳລັງ​ແນມ​ເຂົ້າ​ມາ​ທາງ​ປ່ອງ​ຢ້ຽມ.

ລາວ​ກຳລັງ​ຈອບ​ເບິ່ງ​ຢູ່​ປ່ອງ​ຢ້ຽມ.*

10 ຄົນ​ຮັກ​ຂອງ​ຂ້ອຍ​ບອກ​ຂ້ອຍ​ວ່າ:

‘ທີ່​ຮັກ​ຂອງ​ອ້າຍ ລຸກ​ຂຶ້ນ​ແມ້.

ຄົນ​ງາມ​ຂອງ​ອ້າຍ ໄປ໋ ໄປ​ນຳ​ອ້າຍ.

11 ຍາມ​ໜາວ*​ກໍ​ຜ່ານ​ໄປ​ແລ້ວ.

ຝົນ​ກໍ​ເຊົາ​ຕົກ​ແລ້ວ.

12 ດອກ​ໄມ້​ບານ​ເຕັມ​ທົ່ວ​ແຜ່ນດິນ.+

ຕອນນີ້ ຮອດ​ເວລາ​ຕັດ​ແຕ່ງ​ເຄືອ​ໝາກ​ລະແຊັງ​ແລ້ວ+

ແລະ​ສຽງ​ນົກ​ເຂົາ​ກໍ​ດັງ​ໄປ​ທົ່ວ​ແຜ່ນດິນ​ຂອງ​ພວກ​ເຮົາ.+

13 ໝາກເດື່ອ​ຊຸດ​ທຳອິດ​ກຳລັງ​ສຸກ+

ຕົ້ນ​ໝາກ​ລະແຊັງ​ກໍ​ກຳລັງ​ອອກ​ດອກ​ແລະ​ມີ​ກິ່ນ​ຫອມ.

ທີ່​ຮັກ​ຂອງ​ອ້າຍ ລຸກ​ຂຶ້ນ​ແມ້.

ຄົນ​ງາມ​ຂອງ​ອ້າຍ ໄປ໋ ໄປ​ນຳ​ອ້າຍ.

14 ນ້ອງ​ເປັນ​ນົກ​ເຂົາ​ຂອງ​ອ້າຍ​ທີ່​ຢູ່​ໃນ​ໂກນ​ຫີນ

ຢູ່​ໃນ​ຫຼືບ​ຫີນ​ທີ່​ຢູ່​ຜາ​ສູງ​ໆ​.+

ຂໍ​ໃຫ້​ອ້າຍ​ໄດ້​ເຫັນ​ນ້ອງ​ແລະ​ໄດ້​ຍິນ​ສຽງ​ຂອງ​ນ້ອງ+

ເພາະ​ສຽງ​ຂອງ​ນ້ອງ​ມ່ວນ​ແລະ​ນ້ອງ​ກໍ​ງາມ​ຫຼາຍ.’”+

15 “ຈັບ​ໝາ​ໄນ​ໃຫ້​ແດ່.

ໝາ​ໄນ​ນ້ອຍ​ພວກ​ນີ້​ທຳລາຍ​ສວນ​ໝາກ​ລະແຊັງ​ຂອງ​ພວກ​ເຮົາ.

ສວນ​ໝາກ​ລະແຊັງ​ຂອງ​ພວກ​ເຮົາ​ກຳລັງ​ອອກ​ດອກ.”

16 “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ລາວ.+

ລາວ​ກຳລັງ​ລ້ຽງ​ແກະ+​ຢູ່​ທ່າມກາງ​ດອກ​ລິນລີ້.+

17 ທີ່​ຮັກ​ເອີ້ຍ ໃຫ້​ຟ້າວ​ກັບ​ມາ​ໄວ​ໆ​.

ໃຫ້​ມາ​ຕອນ​ທີ່​ຍັງ​ມີ​ລົມ​ພັດ​ຄ່ອຍ​ໆ​ຢູ່​ແລະ​ຍັງບໍ່​ທັນ​ແຈ້ງ.

ໃຫ້​ໂດດ​ຂ້າມ​ພູ​ທີ່​ຂັ້ນ​ພວກ​ເຮົາ​ໄວ້​ຄື​ກັບ​ກວາງ​ໂດດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌