ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ເພງ​ກ່ຽວກັບ​ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ (1-​7)

      • ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຈິບຫາຍ (8-​24)

      • ພະເຈົ້າ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນ (25-​30)

ເອຊາຢາ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:8; ອຊຢ 5:7; ຢຣມ 2:21; ລກ 20:9

ເອຊາຢາ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:33; ມຣກ 12:1
  • +ຮຊອ 10:1

ເອຊາຢາ 5:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 6:2

ເອຊາຢາ 5:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:15; ອຊກ 24:13

ເອຊາຢາ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:31, 33; ນຮຢ 2:3; ພສ 79:1

ເອຊາຢາ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:22, 23; ຢຣມ 25:11; 45:4
  • +ອຊຢ 32:13
  • +ພບຍ 11:16, 17

ເອຊາຢາ 5:7

ໄຂເງື່ອນ

  • *

    ຫຼື “ປູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:8; ຢຣມ 12:10
  • +ມກ 6:8
  • +ພບຍ 15:9

ເອຊາຢາ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 2:1, 2
  • +1ກສ 21:15, 16

ເອຊາຢາ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21; ອຊຢ 27:10

ເອຊາຢາ 5:10

ໄຂເງື່ອນ

  • *

    4 ເຮັກຕ້າ ຫຼື 25,3 ໄລ່

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 17; ຢອ 1:17

ເອຊາຢາ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 21:34; ຣມ 13:13

ເອຊາຢາ 5:12

ໄຂເງື່ອນ

  • *

    ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ

ເອຊາຢາ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 27:11; ຢຣມ 8:7; ຮຊອ 4:6
  • +ສສ 4:9

ເອຊາຢາ 5:14

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:63

ເອຊາຢາ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:4
  • +ອຊຢ 6:3; ພນມ 4:8

ເອຊາຢາ 5:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:12; 17:15; ອຊກ 12:22

ເອຊາຢາ 5:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:15; ມລກ 2:17

ເອຊາຢາ 5:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:7; ຣມ 12:16

ເອຊາຢາ 5:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 23:20; 31:4, 5

ເອຊາຢາ 5:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:19; ອຊຢ 1:23; ມກ 3:11
  • +1ກສ 21:13; ສພສ 17:15

ເອຊາຢາ 5:24

ໄຂເງື່ອນ

  • *

    ຫຼື “ຄຳ​ສອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:20; 2ກສ 17:13, 14; ນຮຢ 9:26; ອຊຢ 1:4

ເອຊາຢາ 5:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:16, 17; 2ຂຄ 36:15, 16; ສສ 2:2
  • +ຢຣມ 16:4

ເອຊາຢາ 5:26

ໄຂເງື່ອນ

  • *

    ຫຼື “ເສົາ​ໃຫ້​ສັນຍານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 52:4
  • +ພບຍ 28:49, 50; ຢຣມ 5:15
  • +ຢຣມ 4:13

ເອຊາຢາ 5:28

ໄຂເງື່ອນ

  • *

    ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ. ຖ້າ​ເອົາ 2 ກ້ອນ​ມາ​ຂີດ​ໃສ່​ກັນ​ມັນ​ຈະ​ເກີດ​ເປັນ​ປະ​ກາຍ​ໄຟ​ແລະ​ໃຊ້​ດັງ​ໄຟ​ໄດ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮບກ 1:8

ເອຊາຢາ 5:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:17

ເອຊາຢາ 5:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:23
  • +ຢຣມ 4:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 5:1ພສ 80:8; ອຊຢ 5:7; ຢຣມ 2:21; ລກ 20:9
ອຊຢ. 5:2ມທ 21:33; ມຣກ 12:1
ອຊຢ. 5:2ຮຊອ 10:1
ອຊຢ. 5:3ມກ 6:2
ອຊຢ. 5:42ຂຄ 36:15; ອຊກ 24:13
ອຊຢ. 5:5ລລວ 26:31, 33; ນຮຢ 2:3; ພສ 79:1
ອຊຢ. 5:6ພບຍ 29:22, 23; ຢຣມ 25:11; 45:4
ອຊຢ. 5:6ອຊຢ 32:13
ອຊຢ. 5:6ພບຍ 11:16, 17
ອຊຢ. 5:7ພສ 80:8; ຢຣມ 12:10
ອຊຢ. 5:7ມກ 6:8
ອຊຢ. 5:7ພບຍ 15:9
ອຊຢ. 5:8ມກ 2:1, 2
ອຊຢ. 5:81ກສ 21:15, 16
ອຊຢ. 5:92ຂຄ 36:20, 21; ອຊຢ 27:10
ອຊຢ. 5:10ພບຍ 28:15, 17; ຢອ 1:17
ອຊຢ. 5:11ລກ 21:34; ຣມ 13:13
ອຊຢ. 5:13ອຊຢ 27:11; ຢຣມ 8:7; ຮຊອ 4:6
ອຊຢ. 5:13ສສ 4:9
ອຊຢ. 5:14ພບຍ 28:63
ອຊຢ. 5:16ພບຍ 32:4
ອຊຢ. 5:16ອຊຢ 6:3; ພນມ 4:8
ອຊຢ. 5:19ຢຣມ 5:12; 17:15; ອຊກ 12:22
ອຊຢ. 5:20ສພສ 17:15; ມລກ 2:17
ອຊຢ. 5:21ສພສ 3:7; ຣມ 12:16
ອຊຢ. 5:22ສພສ 23:20; 31:4, 5
ອຊຢ. 5:23ພບຍ 16:19; ອຊຢ 1:23; ມກ 3:11
ອຊຢ. 5:231ກສ 21:13; ສພສ 17:15
ອຊຢ. 5:24ພບຍ 31:20; 2ກສ 17:13, 14; ນຮຢ 9:26; ອຊຢ 1:4
ອຊຢ. 5:25ພບຍ 31:16, 17; 2ຂຄ 36:15, 16; ສສ 2:2
ອຊຢ. 5:25ຢຣມ 16:4
ອຊຢ. 5:26ຢຣມ 52:4
ອຊຢ. 5:26ພບຍ 28:49, 50; ຢຣມ 5:15
ອຊຢ. 5:26ຢຣມ 4:13
ອຊຢ. 5:28ຮບກ 1:8
ອຊຢ. 5:29ຢຣມ 50:17
ອຊຢ. 5:30ຢຣມ 6:23
ອຊຢ. 5:30ຢຣມ 4:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 5:1-30

ເອຊາຢາ

5 ຂ້ອຍ​ຈະ​ຮ້ອງ​ເພງ​ໃຫ້​ຄົນ​ທີ່​ຂ້ອຍ​ຮັກ​ຟັງ.

ເພງ​ນີ້​ກ່ຽວກັບ​ຜູ້​ທີ່​ຂ້ອຍ​ຮັກ​ແລະ​ສວນ​ໝາກ​ລະແຊັງ​ຂອງ​ລາວ.+

ລາວ​ມີ​ສວນ​ໝາກ​ລະແຊັງ​ຢູ່​ໂນນພູ​ທີ່​ເປັນ​ດິນ​ດີ​ດິນ​ງາມ.

 2 ລາວ​ຊ່າວ​ດິນ​ແລະ​ເກັບ​ກ້ອນຫີນ​ຖິ້ມ.

ລາວ​ປູກ​ໝາກ​ລະແຊັງ​ສີ​ແດງ​ພັນ​ທີ່​ດີ​ໆ​ໃສ່.

ລາວ​ສ້າງ​ຫໍຄອຍ​ໄວ້​ກາງ​ສວນ

ແລະ​ເອົາ​ຫີນ​ມາ​ເຮັດ​ອ່າງ​ຢຽບ​ໝາກ​ລະແຊັງ​ຢູ່​ໃນ​ສວນ​ນັ້ນ.+

ລາວ​ຫວັງ​ຕະຫຼອດ​ວ່າ​ມັນ​ຈະ​ເກີດ​ໝາກ​ລະແຊັງ​ພັນ​ທີ່​ດີ​ໆ​

ແຕ່​ມັນ​ພັດ​ເກີດ​ເປັນ​ພັນ​ທີ່​ບໍ່​ດີຄື​ກັບ​ໝາກ​ລະແຊັງ​ປ່າ.+

 3 ລາວ​ຈຶ່ງ​ເວົ້າ​ວ່າ: “ຄົນ​ໃນ​ຢູດາ​ແລະ​ຄົນ​ໃນ​ເຢຣູຊາເລັມ​ເອີ້ຍ!

ຂໍ​ໃຫ້​ພວກ​ເຈົ້າ​ຕັດສິນ​ເລື່ອງ​ລະຫວ່າງ​ເຮົາ​ກັບ​ສວນ​ໝາກ​ລະແຊັງ​ຂອງ​ເຮົາ​ໃຫ້​ແດ່.+

 4 ເຮົາ​ເຮັດ​ທຸກ​ຢ່າງ​ແລ້ວ​ກັບ​ສວນ​ໝາກ​ລະແຊັງ​ຂອງ​ເຮົາ

ມີ​ຫຍັງ​ອີກ​ບໍ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເຮັດ?+

ເປັນ​ຫຍັງ​ສວນ​ນີ້​ຈຶ່ງ​ບໍ່​ເກີດ​ໝາກ​ລະແຊັງ​ທີ່​ດີ?

ມັນ​ຄື​ເກີດ​ເປັນ​ໝາກ​ລະແຊັງ​ປ່າ?

 5 ເຮົາ​ຈະ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ວ່າ

ເຮົາ​ຈະ​ເຮັດ​ຫຍັງ​ກັບ​ສວນ​ນີ້.

ເຮົາ​ຈະ​ຫຼົກ​ຮົ້ວທີ່​ເປັນ​ຕົ້ນໄມ້​ອອກ

ແລະ​ຈູດ​ສວນ​ນີ້​ຖິ້ມ.+

ເຮົາ​ຈະ​ທຸບ​ກຳແພງ​ຫີນ​ທີ່​ອ້ອມ​ສວນ​ນີ້

ແລະ​ຢຽບ​ມັນ​ໃຫ້​ມຸ່ນ.

 6 ເຮົາ​ຈະ​ເຮັດ​ໃຫ້​ສວນ​ນີ້​ຮ້າງ​ເປົ່າ+

ຈະ​ບໍ່​ມີ​ໃຜ​ພູນດິນ​ແລະ​ຕັດ​ກິ່ງ​ໃຫ້​ມັນ

ຈະ​ມີ​ຫຍ້າ​ກັບ​ຕົ້ນ​ໜາມ​ຂຶ້ນ​ເຕັມ+

ແລະ​ເຮົາ​ຈະ​ສັ່ງ​ຂີ້ເຝື້ອ​ວ່າ ຢ່າ​ໃຫ້​ຝົນ​ຕົກ​ໃສ່ສວນ​ນີ້.+

 7 ພວກ​ອິດສະຣາເອນເປັນ​ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ.+

ພວກ​ຢູດາ​ເປັນ​ຕົ້ນ​ໝາກ​ລະແຊັງ​ທີ່​ເພິ່ນ​ເຄີຍ​ມັກ​ຫຼາຍ.*

ເພິ່ນ​ຫວັງ​ຕະຫຼອດ​ວ່າ​ເຂົາເຈົ້າ​ຈະ​ເປັນ​ຄົນ​ຍຸຕິທຳ+

ແຕ່​ເຂົາເຈົ້າ​ພັດ​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ.

ເພິ່ນ​ຫວັງ​ຕະຫຼອດ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ

ແຕ່​ເພິ່ນ​ພັດ​ໄດ້​ຍິນ​ສຽງ​ຮ້ອງ​ຂອງຄົນ​ທີ່​ຖືກ​ເຂົາເຈົ້າ​ຂົ່ມເຫງ.”+

 8 ຜູ້​ໃດ​ທີ່ຊື້​ເຮືອນ​ຫຼາຍ​ໆ​ຫຼັງ+

ແລະ​ຊື້​ນາ​ຫຼາຍ​ໆ​ທົ່ງ ຈົນ​ບໍ່​ມີ​ຫຍັງ​ເຫຼືອ​ໃຫ້​ຜູ້​ອື່ນ+

ຜູ້​ນັ້ນ​ຈະ​ຕ້ອງ​ຈິບຫາຍ

ແລະ​ລາວ​ຈະ​ຕ້ອງ​ຢູ່​ໃນ​ແຜ່ນດິນ​ນັ້ນ​ຜູ້​ດຽວ.

 9 ເຮົາໄດ້​ຍິນ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ເວົ້າ​ວ່າ

ເຖິງ​ວ່າ​ເຮືອນ​ເຫຼົ່າ​ນັ້ນ​ຈະ​ໃຫຍ່​ແລະ​ງາມ

ແຕ່​ກໍ​ຈະ​ບໍ່​ມີ​ໃຜ​ຢູ່.

ມັນ​ຈະ​ເປັນ​ເຮືອນ​ຮ້າງ​ແລະ​ເປັນ​ຕາຢ້ານ.+

10 ສວນ​ໝາກ​ລະແຊັງ​ທີ່ໃຫຍ່​ໆ​*​ຈະ​ໄດ້​ເຫຼົ້າແວງ​ແຕ່ 1 ບັດ*

ແລະ​ເຂົ້າວີດ*​ທີ່​ຫວ່ານ 1 ໂຮເມີ*​ຈະ​ໄດ້​ຜົນ​ຜະລິດ​ແຕ່ 1 ເອຟາ.*+

11 ຜູ້​ທີ່​ຕື່ນ​ແຕ່​ເຊົ້າ​ໆ​ມາ​ກິນ​ເຫຼົ້າ​ຈະ​ຕ້ອງ​ຈິບຫາຍ.+

ເຂົາເຈົ້າ​ບໍ່​ເຮັດຫຍັງ ມີ​ແຕ່​ນັ່ງ​ກິນ​ເຫຼົ້າແວງ​ຈົນ​ຮອດ​ຄ່ຳ.

12 ເຂົາເຈົ້າ​ໄດ້​ກຽມ​ພິນ ເຄື່ອງ​ດົນຕີ​ທີ່​ມີ​ສາຍ

ກອງ​ແທມບູຣິນ* ຂຸ່ຍ ແລະ​ເຫຼົ້າແວງ​ຢູ່​ງານ​ລ້ຽງ​ຂອງ​ເຂົາເຈົ້າ.

ແຕ່​ເຂົາເຈົ້າ​ບໍ່​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ

ແລະ​ບໍ່​ສົນໃຈ​ຜົນ​ງານ​ຂອງ​ເພິ່ນ.

13 ປະຊາຊົນ​ຂອງ​ເຮົາ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ

ຍ້ອນ​ເຂົາເຈົ້າບໍ່​ຮູ້ຈັກ​ເຮົາ.+

ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ຈະ​ອຶດຢາກ+

ແລະ​ທຸກ​ຄົນ​ຈະ​ຫິວນ້ຳ​ແຮງ.

14 ບ່ອນ​ຝັງສົບ*​ຈະ​ໃຫຍ່​ຂຶ້ນ

ແລະ​ມັນ​ຈະ​ອ້າ​ປາກ​ກວ້າງ​ແທ້​ກວ້າງ​ວ່າ.+

ພວກ​ເຈົ້ານາຍ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ພວກ​ປະຊາຊົນ​ທີ່​ມັກ​ຊຸມແຊວ

ຈະ​ຕ້ອງ​ລົງ​ໄປ​ໃນ​ບ່ອນ​ຝັງສົບ​ນັ້ນ​ແນ່ນອນ.

15 ມະນຸດ​ຈະ​ໝູບໜ້າ​ລົງ.

ເຂົາເຈົ້າ​ຈະ​ຖືກ​ກົດ​ໃຫ້​ຕ່ຳລົງ

ແລະ​ຄົນ​ທີ່​ຍິ່ງ​ຈອງຫອງ​ກໍ​ຈະ​ຖືກ​ກົດ​ໃຫ້​ຕ່ຳລົງ​ຄືກັນ.

16 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ​ຍ້ອນ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ.

ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+​ເພື່ອ​ສະແດງ​ວ່າເພິ່ນ​ບໍລິສຸດ.+

17 ແກະ​ນ້ອຍ​ຈະ​ໄປ​ກິນ​ຫຍ້າ​ຢູ່​ເມືອງ​ທີ່​ຮ້າງ​ເປົ່າ​ນັ້ນ​ຄື​ກັບ​ກິນ​ຢູ່​ທົ່ງຫຍ້າ​ຂອງ​ມັນ.

ຄົນ​ຕ່າງ​ຊາດ​ຈະ​ກິນ​ຜົນລະປູກ​ທີ່​ເກີດ​ໃນ​ບ່ອນ​ທີ່ເຄີຍ​ລ້ຽງ​ສັດ​ທີ່​ຕຸ້ຍ​ພີ​ດີ​ງາມ.

18 ຄົນ​ຂີ້ຕົວະ​ຈະ​ຈິບຫາຍ. ເຂົາເຈົ້າ​ຖືກ​ມັດ​ຕິດ​ກັບ​ຄວາມ​ຜິດ​ຂອງ​ໂຕ​ເອງ​ຄື​ກັບ​ສັດ​ທີ່​ຖືກ​ມັດ​ໃສ່​ກວຽນ.

ເຂົາເຈົ້າ​ໄປ​ທາງ​ໃດ​ກໍ​ຈະ​ແກ່​ຄວາມ​ຜິດ​ນັ້ນ​ໄປ​ນຳ.

19 ຄົນ​ເຫຼົ່ານີ້​ເວົ້າ​ວ່າ: “ປານ​ໃດ​ເພິ່ນ​ຊິ​ເຮັດ​ວຽກ​ຂອງ​ເພິ່ນ​ໃຫ້​ແລ້ວ?

ພວກ​ເຮົາ​ຢາກ​ເຫັນ​ໃຈ​ຊິ​ຂາດ​ລະ​ນິ.

ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ຍັງ​ບໍ່​ເກີດ​ຂຶ້ນ​ເທື່ອ​ຫວະ!

ກະ​ຟ້າວ​ເຮັດ​ໄວ​ໆ​ທະແມ້ ພວກ​ເຮົາ​ຈຶ່ງ​ຊິ​ຮູ້!”+

20 ຜູ້​ທີ່​ເວົ້າ​ວ່າ​ດີ​ເປັນ​ຊົ່ວ ແລະ​ເວົ້າ​ວ່າ​ຊົ່ວ​ເປັນ​ດີ​ຈະ​ຈິບຫາຍ.+

ຜູ້​ທີ່​ເວົ້າ​ວ່າ​ແຈ້ງ​ເປັນ​ມືດ ແລະ​ເວົ້າ​ວ່າ​ມືດ​ເປັນ​ແຈ້ງ​ກໍ​ຈະ​ຈິບຫາຍ

ແລະ​ຜູ້​ທີ່​ເວົ້າ​ວ່າ​ຫວານ​ເປັນ​ຂົມ ແລະ​ເວົ້າ​ວ່າ​ຂົມ​ເປັນ​ຫວານ​ກໍ​ຈະ​ຈິບຫາຍ​ຄືກັນ.

21 ຜູ້​ທີ່ຄິດ​ວ່າ​ໂຕ​ເອງ​ສະຫຼາດ

ແລະ​ຜູ້​ທີ່​ຄິດ​ວ່າ​ໂຕ​ເອງ​ສຸຂຸມ​ຮອບຄອບ​ຈະ​ຈິບຫາຍ.+

22 ພວກ​ຄໍ​ທອງແດງ

ແລະ​ພວກ​ທີ່​ປະສົມ​ເຫຼົ້າ​ເກັ່ງ​ໆ​ຈະ​ຈິບຫາຍ.+

23 ຜູ້​ທີ່​ຮັບ​ສິນບົນ​ເພື່ອ​ປ່ອຍ​ຄົນ​ຊົ່ວ+

ແລະ​ຜູ້​ທີ່​ບໍ່​ໃຫ້​ຄວາມ​ຍຸຕິທຳ​ຕໍ່​ຄົນ​ທີ່​ເຮັດ​ດີ​ກໍ​ຈະ​ຈິບຫາຍ​ຄືກັນ.+

24 ເຂົາເຈົ້າ​ຈະ​ຖືກ​ທຳລາຍ

ຄື​ກັບ​ຕໍເຟືອງ​ແລະ​ຫຍ້າ​ແຫ້ງ​ທີ່​ຖືກ​ໄຟ​ໄໝ້.

ຮາກ​ຂອງ​ເຂົາເຈົ້າ​ຈະ​ເນົ່າ

ແລະ​ດອກ​ຂອງ​ເຂົາເຈົ້າ​ຈະ​ແຕກ​ຊະ​ອອກ​ຄື​ກັບ​ຂີ້ຝຸ່ນ

ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ*​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ

ແລະ​ບໍ່​ນັບຖື​ຄຳ​ສອນ​ຂອງ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.+

25 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນ

ແລະ​ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ.+

ພູ​ຈະ​ສັ່ນສະເທືອນ

ແລະ​ສົບ​ຄົນ​ຕາຍ​ຈະ​ເປັນ​ຄື​ກັບ​ຂີ້ເຫຍື້ອ​ຢູ່​ຫົນທາງ+

ແຕ່​ເພິ່ນ​ກໍ​ຈະ​ບໍ່​ເຊົາ​ໃຈຮ້າຍ.

ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ​ອີກ.

26 ເພິ່ນ​ປັກທຸງ*​ເພື່ອ​ໃຫ້​ຊາດ​ໜຶ່ງ​ທີ່​ຢູ່ໄກ​ໆ​ມາ.+

ເພິ່ນ​ຈະ​ຜິວປາກ​ເພື່ອ​ເອີ້ນ​ເຂົາເຈົ້າ​ຈາກ​ບ່ອນ​ທີ່​ຢູ່​ໄກ​ທີ່ສຸດ​ໃນ​ໂລກ.+

ເບິ່ງ​ແມ້! ເຂົາເຈົ້າ​ກຳລັງ​ມາ​ບັກໄວ​ໆ​.+

27 ເຂົາເຈົ້າ​ບໍ່​ເມື່ອຍ​ແລະ​ບໍ່​ສະດຸດ​ຫຍັງ.

ເຂົາເຈົ້າ​ບໍ່​ເຫງົານອນ.

ສາຍ​ແອວ​ຂອງ​ເຂົາເຈົ້າ​ກໍ​ຮັດ​ແໜ້ນ​ໆ​

ແລະ​ສາຍ​ມັດ​ເກີບ​ຂອງ​ເຂົາເຈົ້າ​ກໍ​ບໍ່​ຂາດ.

28 ລູກ​ທະນູ​ຂອງ​ເຂົາເຈົ້າ​ແຫຼມ​ທຸກ​ລູກ.

ຄັນທະນູ​ຂອງ​ເຂົາເຈົ້າ​ທຸກ​ຄັນ​ກໍ​ກົ່ງ​ແລະ​ພ້ອມ​ທີ່​ຈະ​ຍິງ.

ກີບຕີນ​ມ້າ​ຂອງ​ເຂົາເຈົ້າ​ແຂງ​ຄື​ກັບ​ຫີນ.*

ຕີນ​ລົດຮົບ​ຂອງ​ເຂົາເຈົ້າ​ໝູນ​ໄວ​ຄື​ກັບ​ພາຍຸ.+

29 ສຽງ​ຮ້ອງ​ຂອງ​ເຂົາເຈົ້າ​ຄື​ກັບ​ສຽງແຜດ​ຂອງ​ໂຕສິງ.

ເຂົາເຈົ້າ​ແຜດສຽງ​ຄື​ກັບ​ໂຕສິງ.+

ເຂົາເຈົ້າ​ຍິ່ງ​ແຂ້ວ ແລ້ວ​ຄຸບ​ເອົາ​ເຫຍື່ອ.

ເຂົາເຈົ້າ​ຄາບ​ເຫຍື່ອ​ນັ້ນ​ໄປ ແລະ​ບໍ່​ມີ​ໃຜ​ຊ່ວຍ​ເຫຍື່ອ​ນັ້ນ​ໄດ້.

30 ຫຼັງ​ຈາກ​ທີ່​ຄຸບ​ເຫຍື່ອ​ໄດ້​ແລ້ວ ເຂົາເຈົ້າ​ຈະ​ຍິ່ງ​ແຂ້ວ​ໃສ່​ເຫຍື່ອ​ອີກ.

ສຽງ​ຕອນ​ທີ່​ຍິ່ງ​ແຂ້ວ​ເປັນ​ຄື​ກັບ​ສຽງ​ຄື້ນ​ໃນ​ທະເລ.+

ຜູ້​ທີ່​ແນມ​ເບິ່ງ​ແຜ່ນດິນ​ນັ້ນ​ຈະ​ເຫັນ​ແຕ່​ຄວາມ​ມືດ

ແມ່ນ​ແຕ່​ຕາເວັນ​ກໍ​ບໍ່​ມີ​ແສງ ຍ້ອນ​ມີ​ຂີ້ເຝື້ອ​ມາ​ບັງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌