ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ສົ່ງ​ຂ່າວ​ໃຫ້​ກະ⁠ສັດ​ອາຮາດ​ຮູ້ (1-​9)

        • ເຊອາຢາຊຸບ (3)

      • ສິ່ງ​ທີ່​ຢືນຢັນ​ກ່ຽວກັບ​ເອມານູເອນ (10-​17)

      • ຜົນ​ຂອງ​ການ​ບໍ່​ສັດຊື່ (18-​25)

ເອຊາຢາ 7:1

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:1, 2
  • +2ກສ 15:37; 2ຂຄ 28:6
  • +2ກສ 16:5

ເອຊາຢາ 7:2

ໄຂເງື່ອນ

  • *

    ໝາຍເຖິງ​ອິດສະຣາເອນ

ເອຊາຢາ 7:3

ໄຂເງື່ອນ

  • *

    ແປ​ວ່າ “ມີ​ແຕ່​ຄົນ​ທີ່​ເຫຼືອ​ຢູ່​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ກັບຄືນມາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 8:18
  • +2ກສ 18:17

ເອຊາຢາ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:30; ອຊຢ 8:6, 7

ເອຊາຢາ 7:6

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຂູ່​ແຜ່ນດິນ​ນັ້ນ​ໃຫ້​ຢ້ານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:5

ເອຊາຢາ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6; ຮຊອ 1:6

ເອຊາຢາ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:23, 24
  • +2ກສ 15:27

ເອຊາຢາ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:36, 37; ອຊຢ 37:30; 38:7, 8

ເອຊາຢາ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:15, 16

ເອຊາຢາ 7:14

ໄຂເງື່ອນ

  • *

    ສະບັບ​ແປ​ເຊັບຕົວຈິນ​ໃຊ້​ຄຳ​ວ່າ “ຜູ້​ຍິງ​ບໍລິສຸດ”

  • *

    ແປ​ວ່າ “ພະເຈົ້າ​ຢູ່​ກັບ​ພວກ​ເຮົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 9:6; ຢຮ 1:14; 1ຕມ 3:16
  • +ມທ 1:23; ລກ 1:30-35

ເອຊາຢາ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:29; 16:8, 9; ອຊຢ 8:3, 4; 17:1

ເອຊາຢາ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:20
  • +2ກສ 18:13, 14; 2ຂຄ 28:19, 20; ອຊຢ 36:1

ເອຊາຢາ 7:19

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ເອຊາຢາ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:7

ເອຊາຢາ 7:23

ໄຂເງື່ອນ

  • *

    11,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 7:12ກສ 16:1, 2
ອຊຢ. 7:12ກສ 15:37; 2ຂຄ 28:6
ອຊຢ. 7:12ກສ 16:5
ອຊຢ. 7:3ອຊຢ 8:18
ອຊຢ. 7:32ກສ 18:17
ອຊຢ. 7:42ກສ 15:30; ອຊຢ 8:6, 7
ອຊຢ. 7:62ກສ 16:5
ອຊຢ. 7:82ກສ 17:6; ຮຊອ 1:6
ອຊຢ. 7:91ກສ 16:23, 24
ອຊຢ. 7:92ກສ 15:27
ອຊຢ. 7:11ຜຕສ 6:36, 37; ອຊຢ 37:30; 38:7, 8
ອຊຢ. 7:132ຂຄ 36:15, 16
ອຊຢ. 7:14ອຊຢ 9:6; ຢຮ 1:14; 1ຕມ 3:16
ອຊຢ. 7:14ມທ 1:23; ລກ 1:30-35
ອຊຢ. 7:162ກສ 15:29; 16:8, 9; ອຊຢ 8:3, 4; 17:1
ອຊຢ. 7:171ກສ 12:20
ອຊຢ. 7:172ກສ 18:13, 14; 2ຂຄ 28:19, 20; ອຊຢ 36:1
ອຊຢ. 7:202ກສ 16:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 7:1-25

ເອຊາຢາ

7 ໃນ​ສະໄໝ​ທີ່​ອາຮາດ+​ລູກ​ຊາຍ​ຂອງ​ໂຢທາມ​ຫຼານ​ຊາຍ​ຂອງ​ອຸດຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເຣຊິນ​ກະສັດ​ຂອງ​ຊີເຣຍ​ກັບ​ເປກາ+​ລູກ​ຊາຍ​ຂອງ​ເຣມາລີຢາ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ມາ​ໂຈມຕີ​ເມືອງ​ເຢຣູຊາເລັມ ແຕ່​ເຂົາເຈົ້າ*​ຍຶດ​ເມືອງ​ນັ້ນ​ບໍ່​ໄດ້.+ 2 ມີ​ຄົນ​ໄປ​ບອກຄອບຄົວ​ຂອງ​ກະສັດທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ​ວ່າ: “ພວກ​ຊີເຣຍ​ໄດ້​ມາ​ຊ່ວຍ​ພວກເອຟຣາຢິມ*​ຕໍ່ສູ້​ກັບ​ພວກ​ເຮົາ.”

ເມື່ອ​ໄດ້​ຍິນ​ແນວ​ນັ້ນ ອາຮາດ​ກັບ​ປະຊາຊົນ​ກໍ​ຢ້ານ​ຈົນ​ໂຕ​ສັ່ນ ຄື​ກັບໃບ​ໄມ້ທີ່​ແກວ່ງ​ໄປ​ແກວ່ງ​ມາ​ຍ້ອນ​ຖືກ​ລົມ​ພັດ.

3 ພະ​ເຢໂຫວາ​ບອກ​ເອຊາຢາ​ວ່າ: “ໃຫ້​ເຈົ້າ​ກັບ​ເຊອາຢາຊຸບ*​ລູກ​ຊາຍ​ຂອງ​ເຈົ້າ+​ໄປ​ຫາ​ອາຮາດ ຢູ່​ຮ່ອງ​ນ້ຳ​ຂອງ​ບ່ອນ​ເກັບ​ນ້ຳ​ທາງ​ເທິງ+​ເຊິ່ງ​ຢູ່​ທາງ​ໄປ​ບ່ອນ​ຊັກ​ເຄື່ອງ. 4 ເຈົ້າ​ຕ້ອງ​ບອກ​ລາວ​ວ່າ ‘ໃຫ້​ໃຈ​ເຢັນ​ໆ​. ບໍ່​ຕ້ອງ​ຢ້ານ​ເຣຊິນ​ກະສັດ​ຂອງ​ຊີເຣຍ​ແລະ​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ+ ຍ້ອນ​ເຂົາເຈົ້າ​ເປັນ​ຄື​ກັບ​ຕໍ​ໄມ້ 2 ຕໍທີ່​ຖືກ​ໄຟ​ໄໝ້​ແລະກຳລັງ​ຈະ​ມອດ. 5 ພວກ​ຊີເຣຍ​ກັບ​ພວກ​ເອຟຣາຢິມ​ແລະ​ເປກາ​ລູກ​ຊາຍ​ຂອງ​ເຣມາລີຢາ​ໄດ້​ວາງ​ແຜນ​ໂຈມຕີ​ເຈົ້າ. ເຂົາເຈົ້າ​ເວົ້າ​ວ່າ 6 “ໃຫ້​ພວກ​ເຮົາ​ໄປ​ຕໍ່ສູ້​ແຜ່ນດິນ​ຢູດາ​ແລະ​ທຳລາຍ​ແຜ່ນດິນ​ນັ້ນ.* ພວກ​ເຮົາ​ຈະ​ຍຶດ​ເອົາ​ແຜ່ນດິນ​ນັ້ນ​ມາ​ເປັນ​ຂອງ​ພວກ​ເຮົາ​ແລະ​ຕັ້ງ​ລູກ​ຊາຍ​ຂອງ​ຕາເບເອນ​ໃຫ້​ເປັນ​ກະສັດ.”+

 7 ແຕ່​ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ

“ແຜນການ​ຂອງ​ເຂົາເຈົ້າ​ຈະ​ບໍ່​ສຳເລັດ

ມັນ​ຈະ​ບໍ່​ມີ​ທາງ​ເກີດ​ຂຶ້ນ.

 8 ດາມາເຊ​ເປັນເມືອງ​ຫຼວງຂອງ​ຊີເຣຍ

ແລະເຣຊິນເປັນ​ກະສັດ​ຂອງ​ດາມາເຊ.

ພາຍ​ໃນ 65 ປີ

ແຜ່ນດິນ​ເອຟຣາຢິມ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ມີ​ຊາດ​ນີ້​ອີກ​ຕໍ່ໄປ.+

 9 ຊາມາເຣຍ​ເປັນ​ເມືອງ​ຫຼວງ​ຂອງ​ເອຟຣາຢິມ+

ແລະເປກາລູກ​ຊາຍ​ຂອງ​ເຣມາລີຢາ​ເປັນ​ກະສັດ​ຂອງ​ຊາມາເຣຍ.+

ຖ້າ​ເຈົ້າ​ບໍ່​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ

ປະເທດ​ຂອງ​ເຈົ້າ​ຈະ​ບໍ່​ປອດໄພ.”’”

10 ພະ​ເຢໂຫວາ​ເວົ້າ​ກັບ​ອາຮາດ​ຕໍ່​ອີກ​ວ່າ: 11 “ເຈົ້າ​ຢາກ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເຮັດ​ບາງ​ສິ່ງ​ເພື່ອ​ຢືນຢັນ​ຄຳເວົ້າ​ນີ້​ບໍ?+ ເຈົ້າ​ຈະ​ຂໍ​ໃຫ້ມັນ​ເກີດ​ຂຶ້ນຢູ່​ເລິກ​ລົງ​ໄປ​ໃນ​ດິນ ຫຼື​ຢູ່​ເທິງ​ຟ້າ​ກໍ​ໄດ້.” 12 ແຕ່​ອາຮາດ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ຢາກ​ຂໍ​ຫຍັງ ແລະ​ບໍ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ມາ​ຢືນຢັນ​ຫຍັງ​ນຳ​ຂ້ອຍ.”

13 ເອຊາຢາ​ຈຶ່ງ​ເວົ້າ​ວ່າ: “ຟັງ​ເດີ້ ຄອບຄົວຂອງ​ກະສັດ​ທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ. ພວກເຈົ້າ​ໃຫ້​ມະນຸດ​ອົດທົນ​ກັບ​ພວກເຈົ້າ​ກໍ​ພໍ​ແລ້ວ​ຕີ້. ພວກເຈົ້າ​ຍັງ​ຊິ​ໃຫ້​ພະເຈົ້າ​ອົດທົນ​ກັບ​ພວກເຈົ້າ​ອີກຊັ້ນ​ເບາະ? + 14 ເຖິງ​ວ່າ​ພວກເຈົ້າ​ບໍ່​ຂໍ​ໃຫ້​ພະ​ເຢໂຫວາ​ຢືນຢັນ​ຫຍັງ ແຕ່​ເພິ່ນ​ກໍ​ຈະ​ເຮັດ. ຖ້າ​ເບິ່ງ​ເດີ້! ຈະ​ມີຜູ້​ສາວ*​ຄົນ​ໜຶ່ງ​ຖື​ພາ​ແລະ​ເກີດ​ລູກ​ຊາຍ+ ແລ້ວ​ລາວ​ຈະ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ເອມານູເອນ.*+ 15 ກ່ອນ​ທີ່​ເດັກນ້ອຍ​ຜູ້​ນີ້​ຈະ​ໃຫຍ່​ພໍ​ທີ່​ຈະໄຈ້​ແຍກໄດ້​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ລາວ​ຈະ​ບໍ່​ມີ​ແນວ​ອື່ນ​ກິນ ນອກ​ຈາກ​ເນີຍ​ກັບ​ນ້ຳ​ເຜີ້ງ. 16 ກ່ອນ​ທີ່​ເດັກນ້ອຍ​ຜູ້​ນີ້​ຈະ​ໄຈ້​ແຍກ​ໄດ້​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ແຜ່ນດິນ​ຂອງ​ກະສັດ 2 ອົງ​ນີ້​ທີ່​ເຈົ້າ​ຢ້ານ​ກໍ​ຈະບໍ່​ມີ​ໃຜ​ເຫຼືອ​ຢູ່​ເລີຍ.+ 17 ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ ປະຊາຊົນ​ຂອງ​ເຈົ້າ ແລະຄອບຄົວຂອງ​ພໍ່​ເຈົ້າ​ເຈິ​ຄວາມ​ລຳບາກ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ຕັ້ງ​ແຕ່​ເອຟຣາຢິມ​ແຍກ​ອອກ​ຈາກ​ຢູດາ.+ ເພິ່ນ​ຈະ​ໃຫ້​ພວກ​ອັດຊີເຣຍ​ມາ​ໂຈມຕີ​ເຈົ້າ.+

18 ໃນ​ມື້​ນັ້ນ ພະ​ເຢໂຫວາ​ຈະຜິວປາກ​ເອີ້ນ​ຝູງ​ແມງວັນ​ມາ​ຈາກ​ແມ່​ນ້ຳ​ນິນ​ຢູ່​ເອຢິບ ແລະ​ເອີ້ນ​ຝູງ​ເຜີ້ງ​ມາ​ຈາກ​ອັດຊີເຣຍ. 19 ພວກ​ມັນ​ຈະ​ມາ​ລວມ​ກັນ​ຢູ່​ຮ່ອມພູ* ຢູ່​ຫຼືບ​ຫີນ ຢູ່​ຟຸ່ມ​ໜາມ ແລະ​ບ່ອນ​ທີ່​ສັດ​ກິນ​ນ້ຳ.

20 ໃນ​ມື້​ນັ້ນ ພະ​ເຢໂຫວາ​ຈະຈ້າງ​ຄົນທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ ເຊິ່ງ​ກໍ​ຄື​ກະສັດ​ອັດຊີເຣຍ+ ໃຫ້​ມາ​ແຖ​ຫົວ ແຖ​ຂົນ​ຂາ ແລະ​ແຖ​ໜວດ​ແຖ​ເຄົາ​ຂອງ​ພວກເຈົ້າ.

21 ໃນ​ມື້​ນັ້ນ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ມີ​ງົວ​ແລະ​ມີ​ແກະ​ເປັນ​ຝູງ​ກໍ​ຈະ​ເຫຼືອ​ງົວ​ແຕ່​ໂຕ​ດຽວ​ແລະ​ເຫຼືອ​ແກະ​ແຕ່ 2 ໂຕ​ເທົ່າ​ນັ້ນ. 22 ຍ້ອນ​ວ່າ​ມີ​ນົມ​ຫຼາຍ ລາວ​ຈະ​ເຮັດ​ເນີຍ​ໄວ້​ກິນ​ແລະ​ທຸກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ແຜ່ນດິນ​ນັ້ນ​ກໍ​ຈະ​ກິນ​ແຕ່​ເນີຍ​ກັບ​ນ້ຳ​ເຜີ້ງ​ເທົ່າ​ນັ້ນ.

23 ໃນ​ມື້​ນັ້ນ ສວນ​ທີ່​ເຄີຍ​ມີ​ຕົ້ນ​ໝາກ​ລະແຊັງ 1.000 ຕົ້ນ​ທີ່​ມີ​ມູນຄ່າ​ເປັນ​ເງິນ​ໜັກ 1.000 ເຊເກນ* ກໍ​ຈະ​ມີ​ແຕ່​ຟຸ່ມ​ໜາມ​ກັບ​ຫຍ້າ. 24 ຜູ້​ໃດ​ທີ່​ເຂົ້າ​ໄປ​ສວນ​ນັ້ນ​ຈະ​ຕ້ອງ​ເອົາ​ທະນູ​ໄປ​ນຳ ຍ້ອນ​ວ່າ​ມີ​ຟຸ່ມ​ໜາມ​ກັບ​ຫຍ້າ​ຫຼາຍ. 25 ພູ​ທຸກ​ໜ່ວຍ​ທີ່​ເຄີຍ​ມີ​ຄົນ​ເບິ່ງແຍງ​ແລະ​ພູນ​ດິນ​ກໍ​ຈະ​ບໍ່​ມີ​ໃຜ​ກ້າ​ເຂົ້າ​ໄປ​ໃກ້​ຍ້ອນ​ມີ​ແຕ່​ຟຸ່ມ​ໜາມ​ແລະ​ມີຫຍ້າ​ຮົກ​ຫຼາຍ. ບ່ອນ​ເຫຼົ່າ​ນັ້ນ​ຈະ​ເປັນ​ບ່ອນ​ທີ່​ງົວ​ກັບ​ແກະ​ໄປກິນ​ຫຍ້າ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌