ເອຊາຢາ
8 ພະເຢໂຫວາບອກຂ້ອຍວ່າ: “ໃຫ້ເຈົ້າໄປເອົາກະດານໄມ້ໃຫຍ່ໆມາແຜ່ນໜຶ່ງ+ແລ້ວຂຽນຄຳວ່າ ‘ມາເຮີຊາລານຫັດສະບັດ’* ໃສ່ຫັ້ນ. 2 ແລ້ວໃຫ້ປະໂລຫິດອູຣີຢາ+ກັບເຊຄາຣີຢາລູກຊາຍຂອງເຢເບເຣກີຢາເປັນພະຍານວ່າເຈົ້າໄດ້ຂຽນຄຳນີ້ແທ້ໆ.”
3 ຈາກນັ້ນ ຂ້ອຍກໍໄປນອນກັບເມຍຂອງຂ້ອຍທີ່ເປັນຜູ້ພະຍາກອນ ແລ້ວລາວກໍຖືພາແລະເກີດລູກຊາຍ.+ ພະເຢໂຫວາບອກຂ້ອຍວ່າ: “ໃຫ້ຕັ້ງຊື່ລູກຂອງເຈົ້າວ່າມາເຮີຊາລານຫັດສະບັດ. 4 ເຈົ້າຕ້ອງຕັ້ງຊື່ນີ້ໃຫ້ລາວ ຍ້ອນວ່າກ່ອນທີ່ລາວຈະເວົ້າຄຳວ່າ ‘ພໍ່’ ແລະ ‘ແມ່’ ເປັນ ຄົນຂອງກະສັດອັດຊີເຣຍຈະເອົາຊັບສົມບັດຂອງດາມາເຊແລະເຄື່ອງທີ່ມີຄ່າຂອງຊາມາເຣຍໄປ.”+
5 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
6 “ຄົນຊາດນີ້ບໍ່ເອົານ້ຳຈາກຊີໂລອາ*ທີ່ໄຫຼຄ່ອຍໆ.+
ເຂົາເຈົ້າຢາກໄປຢູ່ຝ່າຍເຣຊິນກັບເປກາລູກຊາຍຂອງເຣມາລີຢາ.+
7 ຍ້ອນແນວນີ້ ພະເຢໂຫວາຈະສົ່ງກະສັດອັດຊີເຣຍ+
ກັບກອງທັບທັງໝົດຂອງລາວມາໂຈມຕີຄົນຊາດນີ້.
ກອງທັບນີ້ຈະເປັນຄືກັບນ້ຳທີ່ໄຫຼຊັດມາແຮງໆຈາກແມ່ນ້ຳເອິຟາຣາດ.
ມັນຈະຖ້ວມແມ່ນ້ຳຕ່າງໆ
ແລະຖ້ວມຕາຝັ່ງ.
8 ແລ້ວມັນກໍໄຫຼເຂົ້າໄປໃນແຜ່ນດິນຢູດາ.
9 ຊາດຕ່າງໆເອີ້ຍ ທຳຮ້າຍເຂົາເຈົ້າໂລດ ແຕ່ພວກເຈົ້າຫັ້ນແຫຼະຈະຖືກທຳລາຍຈົນບໍ່ເຫຼືອຫຍັງ.
ຟັງເດີ້ ພວກເຈົ້າທີ່ມາຈາກບ່ອນທີ່ຢູ່ໄກໆ!
ໃຫ້ກຽມເຮັດສົງຄາມໂລດ* ແຕ່ພວກເຈົ້າຫັ້ນແຫຼະຈະຖືກທຳລາຍຈົນມຸ່ນອຸ້ຍປຸ້ຍ.+
ໃຫ້ກຽມເຮັດສົງຄາມໂລດ ແຕ່ພວກເຈົ້າຫັ້ນແຫຼະຈະຖືກທຳລາຍຈົນມຸ່ນອຸ້ຍປຸ້ຍ.
10 ວາງແຜນໂລດ ແຕ່ມັນຈະບໍ່ສຳເລັດດອກ!
11 ຕອນທີ່ພະເຢໂຫວາເວົ້ານຳຂ້ອຍ ມືທີ່ມີລິດເດດຂອງເພິ່ນໄດ້ຢູ່ນຳຂ້ອຍ ແລະເພິ່ນສັ່ງຂ້ອຍບໍ່ໃຫ້ເຮັດຄືກັບຄົນຊາດນີ້. ເພິ່ນເວົ້າວ່າ:
12 “ເຈົ້າຢ່າເວົ້າວ່າ ‘ນີ້ແມ່ນແຜນຮ້າຍ’ ຍ້ອນຄົນຊາດນີ້ເວົ້າວ່າ ‘ນີ້ແມ່ນແຜນຮ້າຍ.’
ບໍ່ຕ້ອງຢ້ານໃນສິ່ງທີ່ເຂົາເຈົ້າຢ້ານ
ແລະບໍ່ຕ້ອງຕົກໃຈຈົນໂຕສັ່ນ.
13 ພະເຢໂຫວາຜູ້ບັນຊາການກອງທັບຜູ້ດຽວເທົ່ານັ້ນທີ່ພວກເຈົ້າຄວນຖືວ່າເປັນອົງບໍລິສຸດ.+
ເພິ່ນຜູ້ດຽວເທົ່ານັ້ນທີ່ພວກເຈົ້າຄວນຢ້ານຢຳ
ແລະເພິ່ນຜູ້ດຽວເທົ່ານັ້ນທີ່ພວກເຈົ້າຄວນຢ້ານຈົນໂຕສັ່ນ.”+
14 ເພິ່ນເປັນຄືກັບບ່ອນສັກສິດ
ແຕ່ສຳລັບອິດສະຣາເອນທັງສອງອານາຈັກ
ເພິ່ນຈະເປັນຄືກັບກ້ອນຫີນທີ່ເຮັດໃຫ້ສະດຸດ+
ແລະເປັນຄືກັບກ້ອນຫີນທີ່ເຮັດໃຫ້ລົ້ມລົງ.
ສຳລັບຄົນທີ່ຢູ່ເມືອງເຢຣູຊາເລັມ
ເພິ່ນຈະເປັນຄືກັບແຮ້ວແລະກັບດັກ.
15 ເຂົາເຈົ້າຫຼາຍຄົນຈະສະດຸດລົ້ມແລະກະດູກຫັກ.
ເຂົາເຈົ້າຈະຕິດກັບດັກແລະຖືກຈັບ.
16 ໃຫ້ມ້ວນສິ່ງທີ່ຂຽນ*ທັງໝົດນີ້ແລະຈ້ຳກາປິດມັນໄວ້
ແລ້ວໃຫ້ພວກລູກສິດຂອງຂ້ອຍມ້ຽນມັນໄວ້ດີໆ.
17 ຂ້ອຍຈະຕັ້ງໃຈລໍຖ້າເພື່ອເບິ່ງວ່າພະເຢໂຫວາຈະເຮັດຫຍັງ.+ ເຖິງວ່າເພິ່ນຈະປິ່ນໜ້າໜີຈາກລູກຫຼານຂອງຢາໂຄບ+ ແຕ່ຂ້ອຍກໍໝັ້ນໃຈໃນໂຕເພິ່ນ.
18 ຂ້ອຍກັບພວກລູກຂອງຂ້ອຍທີ່ພະເຢໂຫວາເອົາໃຫ້ນັ້ນ+ເປັນຄືກັບການອັດສະຈັນ ແລະເປັນສິ່ງທີ່ພະເຢໂຫວາຜູ້ບັນຊາການກອງທັບທີ່ຢູ່ພູຊີໂອນເອົາໃຫ້ພວກອິດສະຣາເອນເພື່ອຢືນຢັນວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນແທ້.+
19 ຖ້າມີຄົນບອກພວກເຈົ້າວ່າ: “ໄປຂໍໃຫ້ພວກໝໍຜີຫຼືພວກໝໍດູທີ່ເຮັດປາກເໜັງມຸບໆມິບໆແລະເວົ້າບໍ່ເຂົ້າໃຈຊ່ວຍແມ້” ພວກເຈົ້າຈະໄປບໍ? ມະນຸດຄວນຈະໄປຂໍໃຫ້ພະເຈົ້າຂອງໂຕເອງຊ່ວຍ. ຄົນເປັນບໍ່ຄວນໄປຂໍໃຫ້ຄົນຕາຍຊ່ວຍ.+ 20 ເຂົາເຈົ້າຄວນໄປເບິ່ງກົດໝາຍແລະສິ່ງຕ່າງໆທີ່ພະເຈົ້າສອນ.
ຖ້າເຂົາເຈົ້າບໍ່ໄດ້ເວົ້າຕາມທີ່ຂຽນໄວ້ ເຂົາເຈົ້າກໍບໍ່ມີຄວາມສະຫວ່າງ.*+ 21 ແຕ່ລະຄົນຈະກະຈັດກະຈາຍໄປທົ່ວແຜ່ນດິນ. ເຂົາເຈົ້າຈະລຳບາກແລະອຶດຫິວ.+ ເຂົາເຈົ້າຈະເງີຍໜ້າຂຶ້ນຟ້າປ້ອຍດ່າກະສັດແລະພະເຈົ້າຂອງເຂົາເຈົ້າຍ້ອນວ່າຫິວແຮງແລະໃຈຮ້າຍຫຼາຍ. 22 ຈາກນັ້ນ ເຂົາເຈົ້າຈະກົ້ມໜ້າແນມເບິ່ງດິນ ແລະເຫັນແຕ່ຄວາມທຸກລຳບາກກັບຄວາມມືດ ຄວາມສິ້ນຫວັງກັບຄວາມຫຍຸ້ງຍາກ ແລະຄວາມມືດຄຶ້ມ.