ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ລາຍຊື່​ຄົນ​ທີ່​ກັບ​ມາ​ນຳ​ເອັດຊະຣາ (1-​14)

      • ກຽມ​ການ​ເດີນ​ທາງ (15-​30)

      • ອອກ​ຈາກ​ບາບີໂລນ​ແລະ​ໄປ​ຮອດ​ເມືອງ​ເຢຣູຊາເລັມ (31-​36)

ເອັດຊະຣາ 8:1

ໄຂເງື່ອນ

  • *

    ອາຕາເຊເຊັດ​ທີ 1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:7

ເອັດຊະຣາ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:3, 4
  • +ອພຍ 6:23

ເອັດຊະຣາ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 6

ເອັດຊະຣາ 8:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 8; 10:27, 44

ເອັດຊະຣາ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 15

ເອັດຊະຣາ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 7

ເອັດຊະຣາ 8:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 4

ເອັດຊະຣາ 8:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 11; 10:28, 44

ເອັດຊະຣາ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 12

ເອັດຊະຣາ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 7:6, 18

ເອັດຊະຣາ 8:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 2:1, 14

ເອັດຊະຣາ 8:15

ໄຂເງື່ອນ

  • *

    ໝາຍເຖິງ​ຄົນ​ເລວີ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ. ເບິ່ງ​ຄຳ​ວ່າ “ເລວີ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:31

ເອັດຊະຣາ 8:17

ໄຂເງື່ອນ

  • *

    ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”

ເອັດຊະຣາ 8:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:24, 25
  • +ຈຊບ 3:20

ເອັດຊະຣາ 8:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:16

ເອັດຊະຣາ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 16:9; ອຊຣ 7:6, 28; ຊຄຢ 4:6
  • +2ຂຄ 15:2

ເອັດຊະຣາ 8:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 7:14; ຢຣມ 29:10, 12; 50:4, 5

ເອັດຊະຣາ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:18, 19

ເອັດຊະຣາ 8:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:14-16, 19

ເອັດຊະຣາ 8:26

ໄຂເງື່ອນ

  • *

    22.230 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    68,4 ກິໂລກຣາມ

  • *

    3.420 ກິໂລກຣາມ

ເອັດຊະຣາ 8:27

ໄຂເງື່ອນ

  • *

    ຫຼຽນ​ຄຳ​ຂອງ​ເປີເຊຍ. ເບິ່ງ​ພາກ​ຜະໜວກ ຂ14.

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2393, 2498

ເອັດຊະຣາ 8:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 21:6-8; ອຊຢ 52:11

ເອັດຊະຣາ 8:29

ໄຂເງື່ອນ

  • *

    ພາສາ​ເຮັບເຣີ​ແປ​ຄຳ​ນີ້​ວ່າ “ຫ້ອງ​ກິນ​ເຂົ້າ; ຫ້ອງ​ທີ່​ໃຊ້​ເຮັດ​ແນວ​ອື່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:19; 8:33

ເອັດຊະຣາ 8:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:7
  • +ອຊຣ 8:15, 21

ເອັດຊະຣາ 8:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:8

ເອັດຊະຣາ 8:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:19; 8:29
  • +ນຮຢ 3:4, 21
  • +ນຮຢ 8:7
  • +ນຮຢ 12:1, 8

ເອັດຊະຣາ 8:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3
  • +ລລວ 1:10
  • +ລລວ 22:18, 19
  • +ອຊຣ 7:17

ເອັດຊະຣາ 8:36

ໄຂເງື່ອນ

  • *

    ໝາຍເຖິງ​ເຈົ້າແຂວງ​ທີ່​ປົກຄອງ​ແຂວງ​ຕ່າງ​ໆ​ຂອງ​ເປີເຊຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:21
  • +ປຖກ 15:18
  • +ອຊຣ 6:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 8:1ອຊຣ 7:7
ອຊຣ. 8:21ຂຄ 6:3, 4
ອຊຣ. 8:2ອພຍ 6:23
ອຊຣ. 8:4ອຊຣ 2:1, 6
ອຊຣ. 8:5ອຊຣ 2:1, 8; 10:27, 44
ອຊຣ. 8:6ອຊຣ 2:1, 15
ອຊຣ. 8:7ອຊຣ 2:1, 7
ອຊຣ. 8:8ອຊຣ 2:1, 4
ອຊຣ. 8:11ອຊຣ 2:1, 11; 10:28, 44
ອຊຣ. 8:12ອຊຣ 2:1, 12
ອຊຣ. 8:13ນຮຢ 7:6, 18
ອຊຣ. 8:14ອຊຣ 2:1, 14
ອຊຣ. 8:15ອຊຣ 8:31
ອຊຣ. 8:18ອຊຣ 8:24, 25
ອຊຣ. 8:18ຈຊບ 3:20
ອຊຣ. 8:191ຂຄ 6:16
ອຊຣ. 8:222ຂຄ 16:9; ອຊຣ 7:6, 28; ຊຄຢ 4:6
ອຊຣ. 8:222ຂຄ 15:2
ອຊຣ. 8:232ຂຄ 7:14; ຢຣມ 29:10, 12; 50:4, 5
ອຊຣ. 8:24ອຊຣ 8:18, 19
ອຊຣ. 8:25ອຊຣ 7:14-16, 19
ອຊຣ. 8:28ລລວ 21:6-8; ອຊຢ 52:11
ອຊຣ. 8:29ອຊຣ 7:19; 8:33
ອຊຣ. 8:31ອສທ 3:7
ອຊຣ. 8:31ອຊຣ 8:15, 21
ອຊຣ. 8:32ອຊຣ 7:8
ອຊຣ. 8:33ອຊຣ 7:19; 8:29
ອຊຣ. 8:33ນຮຢ 3:4, 21
ອຊຣ. 8:33ນຮຢ 8:7
ອຊຣ. 8:33ນຮຢ 12:1, 8
ອຊຣ. 8:35ລລວ 1:3
ອຊຣ. 8:35ລລວ 1:10
ອຊຣ. 8:35ລລວ 22:18, 19
ອຊຣ. 8:35ອຊຣ 7:17
ອຊຣ. 8:36ອຊຣ 7:21
ອຊຣ. 8:36ປຖກ 15:18
ອຊຣ. 8:36ອຊຣ 6:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 8:1-36

ເອັດຊະຣາ

8 ໃນ​ຕອນ​ທີ່​ກະສັດ​ອາຕາເຊເຊັດ*+​ປົກຄອງ ຈຳນວນ​ຄົນ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃນ​ປຶ້ມ​ລາຍຊື່ຜູ້​ທີ່​ລົງ​ທະບຽນ​ແລະ​ຫົວ​ໜ້າ​ຂອງ​ແຕ່​ລະ​ກຸ່ມ​ທີ່​ອອກ​ຈາກ​ບາບີໂລນ​ແລະ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ນຳ​ຂ້ອຍ​ມີ: 2 ຈາກ​ລູກ​ຫຼານ​ຂອງ​ຟີເນຮາດ+ ເກໂຊມ​ເປັນ​ຫົວ​ໜ້າ; ຈາກ​ລູກ​ຫຼານ​ຂອງ​ອີທາມາ+ ດານີເອນ​ເປັນ​ຫົວ​ໜ້າ; ຈາກ​ລູກ​ຫຼານ​ຂອງ​ດາວິດ ຮັດຕຸຊະ​ເປັນ​ຫົວ​ໜ້າ; 3 ຈາກ​ລູກ​ຫຼານ​ຂອງ​ເຊການີອາ​ທີ່​ເປັນ​ລູກ​ຫຼານ​ຂອງ​ປາຣົດ​ມີ​ຜູ້​ຊາຍ 150 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊຄາຣີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 4 ຈາກ​ລູກ​ຫຼານ​ຂອງ​ປາຮາດໂມອາບ+​ມີ​ຜູ້​ຊາຍ 200 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອລີເອໂຮນາຍ​ລູກ​ຊາຍ​ຂອງ​ເຊຣາຮີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 5 ຈາກ​ລູກ​ຫຼານ​ຂອງ​ຊັດຕຸ+​ມີ​ຜູ້​ຊາຍ 300 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊການີອາ​ລູກ​ຊາຍ​ຂອງ​ຢາຮາຊີເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 6 ຈາກ​ລູກ​ຫຼານ​ຂອງ​ອາດິນ+​ມີ​ຜູ້​ຊາຍ 50 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອເບັດ​ລູກ​ຊາຍ​ຂອງ​ໂຢນາທານ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 7 ຈາກ​ລູກ​ຫຼານ​ຂອງ​ເອລາມ+​ມີ​ຜູ້​ຊາຍ 70 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຢຊາຢາ​ລູກ​ຊາຍ​ຂອງ​ອາທາລີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 8 ຈາກ​ລູກ​ຫຼານ​ຂອງ​ເຊຟາຕີຢາ+​ມີ​ຜູ້​ຊາຍ 80 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊບາດີຢາ​ລູກ​ຊາຍ​ຂອງ​ມີກາເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 9 ຈາກ​ລູກ​ຫຼານ​ຂອງ​ໂຢອາບ​ມີ​ຜູ້​ຊາຍ 218 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ໂອບາດີຢາ​ລູກ​ຊາຍ​ຂອງ​ເຢຮີເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 10 ຈາກ​ລູກ​ຫຼານ​ຂອງ​ບານີ​ມີ​ຜູ້​ຊາຍ 160 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊໂລມິດ​ລູກ​ຊາຍ​ຂອງ​ໂຢຊີຟີຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 11 ຈາກ​ລູກ​ຫຼານ​ຂອງ​ເບບາຍ+​ມີ​ຜູ້​ຊາຍ 28 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເບບາຍ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 12 ຈາກ​ລູກ​ຫຼານ​ຂອງ​ອາຊາກາດ+​ມີ​ຜູ້​ຊາຍ 110 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ໂຢຮານານ​ລູກ​ຊາຍ​ຂອງ​ຮັກກາຕານ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ; 13 ຈາກ​ລູກ​ຫຼານ​ຂອງ​ອາໂດນີກາມ+​ມີ​ຜູ້​ຊາຍ 60 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ເອລີເຟເລັດ ເຢອີເອນ​ກັບ​ເຊມາຢາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເປັນ​ຄົນ​ກຸ່ມ​ສຸດທ້າຍ​ໃນ​ພວກ​ລູກ​ຫຼານ​ຂອງ​ອາໂດນີກາມ​ທີ່​ໄດ້​ກັບ​ມາ. 14 ຈາກ​ລູກ​ຫຼານ​ຂອງ​ບິກວາຍ+​ມີ​ຜູ້​ຊາຍ 70 ຄົນ​ທີ່​ໄດ້​ລົງ​ທະບຽນ ແລະ​ອຸທາຍ​ກັບ​ຊັບບຸດ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ.

15 ຂ້ອຍ​ໃຫ້​ເຂົາ​ເຈົ້າ​ມາ​ລວມ​ກັນ​ຢູ່ແຄມ​ແມ່​ນ້ຳທີ່​ໄຫຼ​ໄປ​ອາຮາວາ.+ ພວກ​ເຮົາຕັ້ງ​ຄ້າຍ​ແລະ​ພັກ​ຢູ່​ຫັ້ນ 3 ມື້. ເມື່ອ​ຂ້ອຍ​ກວດ​ເບິ່ງ​ຄົນ​ຢູ່​ຫັ້ນ​ກໍ​ເຫັນ​ແຕ່​ປະຊາຊົນ​ກັບ​ພວກປະໂລຫິດ* ແຕ່​ບໍ່​ເຫັນ​ພວກເລວີ​ຈັກ​ຄົນ. 16 ຂ້ອຍ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ຫົວ​ໜ້າ​ທີ່​ຊື່​ເອລີເອເຊ ອາຣີເອນ ເຊມາຢາ ເອນນາທານ ຢາຣິບ ເອນນາທານ ນາທານ ເຊຄາຣີຢາ ແລະ​ເມຊຸນລຳ​ກັບ​ຜູ້​ສອນ​ທີ່​ຊື່​ໂຢຢາຣິບ​ແລະ​ເອນນາທານ​ໃຫ້​ມາ​ຫາ. 17 ຈາກ​ນັ້ນ ຂ້ອຍ​ສັ່ງ​ເຂົາ​ເຈົ້າ​ໃຫ້​ໄປ​ຫາ​ອິດໂດ​ທີ່​ເປັນ​ຫົວ​ໜ້າ​ຢູ່​ກາຊິເຟຍ ແລະ​ໃຫ້​ບອກ​ລາວ​ກັບ​ພວກ​ພີ່ນ້ອງ​ທີ່​ເປັນ​ຜູ້​ຮັບ​ໃຊ້​ໃນ​ວິຫານ*​ເຊິ່ງ​ອາໄສ​ຢູ່​ກາຊິເຟຍ​ວ່າ ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ພາ​ຜູ້​ຮັບ​ໃຊ້​ໃນ​ວິຫານ​ຂອງ​ພະເຈົ້າ​ມາ​ນີ້. 18 ຍ້ອນ​ພະເຈົ້າ​ຊ່ວຍ​ພວກ​ເຮົາ ເຂົາ​ເຈົ້າ​ຈຶ່ງ​ພາ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ສຸຂຸມ​ມາ. ລາວ​ຊື່​ເຊເຣບີຢາ.+ (ລາວ​ເປັນ​ລູກ​ຫຼານ​ຂອງ​ມາລີ+ ມາລີ​ເປັນ​ຫຼານ​ຊາຍ​ຂອງ​ເລວີ ເລວີ​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ.) ລາວ​ມາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ ລວມ​ທັງ​ໝົດ 18 ຄົນ. 19 ເຂົາ​ເຈົ້າ​ຍັງ​ໄດ້​ພາ​ຮາຊາບີຢາ​ກັບ​ເຢຊາຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ເມຣາຣີ+​ກັບ​ພວກ​ອ້າຍນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ມາ​ນຳ ລວມ​ທັງ​ໝົດ 20 ຄົນ. 20 ນອກ​ຈາກ​ນັ້ນ​ຍັງ​ມີ​ຄົນ​ຮັບ​ໃຊ້​ໃນ​ວິຫານ​ອີກ 220 ຄົນ. ເຂົາ​ເຈົ້າ​ມີ​ຊື່​ໃນປຶ້ມລາຍຊື່​ຜູ້​ທີ່​ລົງ​ທະບຽນ. ໃນ​ສະໄໝ​ແຕ່ກີ້ ດາວິດ​ກັບ​ພວກ​ເຈົ້າ​ນາຍ​ໄດ້​ເລືອກ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າໃຫ້​ຊ່ວຍ​ວຽກ​ພວກເລວີ.

21 ຈາກ​ນັ້ນ ຂ້ອຍ​ໄດ້​ປະກາດ​ຢູ່​ແຄມ​ແມ່​ນ້ຳ​ອາຮາວາ​ວ່າ ໃຫ້​ພວກ​ເຮົາ​ທຸກ​ຄົນອົດ​ເຂົ້າ. ພວກ​ເຮົາ​ໄດ້​ຖ່ອມ​ໂຕ​ຕໍ່​ພະເຈົ້າ​ເພື່ອ​ໃຫ້​ເພິ່ນ​ຊີ້ນຳ​ແລະປົກ​ປ້ອງພວກ​ເຮົາ​ກັບ​ພວກ​ລູກ​ຂອງ​ເຮົາ​ແລະ​ເຄື່ອງ​ຂອງ​ເງິນ​ຄຳ​ທຸກ​ຢ່າງ​ໃນ​ການ​ເດີນ​ທາງ​ເທື່ອ​ນີ້. 22 ຂ້ອຍ​ຮູ້ສຶກ​ອາຍ​ທີ່​ຈະ​ຂໍ​ນຳ​ກະສັດ​ວ່າ​ໃຫ້​ມີ​ພວກ​ທະຫານໄປ​ປົກ​ປ້ອງ​ພວກ​ເຮົາ​ຈາກ​ພວກ​ສັດຕູ​ທີ່​ຢູ່​ນຳ​ທາງ ຍ້ອນ​ພວກ​ເຮົາ​ບອກ​ກະສັດ​ວ່າ: “ພະເຈົ້າ​ຢູ່​ກັບ​ຄົນ​ທີ່​ຮັບ​ໃຊ້​ເພິ່ນ+ ແລະ​ເພິ່ນ​ຈະ​ໃຈ​ຮ້າຍ​ຫຼາຍ​ໃຫ້​ຄົນ​ທີ່​ປະຖິ້ມ​ເພິ່ນ.”+ 23 ພວກ​ເຮົາ​ຈຶ່ງ​ອົດ​ເຂົ້າ​ແລະ​ອ້ອນວອນ​ຫາ​ພະເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ເພິ່ນ​ໄດ້​ຟັງ​ຄຳ​ອ້ອນວອນ​ຂອງ​ພວກ​ເຮົາ.+

24 ຂ້ອຍໄດ້​ເລືອກ 12 ຄົນ​ໃຫ້​ເປັນ​ຫົວ​ໜ້າຂອງພວກ​ປະໂລຫິດ​ເຊິ່ງ​ກໍ​ຄື​ເຊເຣບີຢາ ຮາຊາບີຢາ+​ກັບ​ພວກພີ່ນ້ອງຂອງ​ເຂົາ​ເຈົ້າ 10 ຄົນ. 25 ຈາກ​ນັ້ນ ຂ້ອຍ​ກໍ​ຊັ່ງ​ເງິນ ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ກະສັດ ພວກ​ທີ່​ປຶກສາ​ກັບ​ພວກ​ເຈົ້າ​ນາຍ​ທີ່​ເຮັດ​ວຽກ​ໃຫ້​ກະສັດ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ບໍລິຈາກ​ໃຫ້​ວິຫານ​ຂອງ​ພະເຈົ້າ.+ 26 ຫຼັງ​ຈາກທີ່​ຊັ່ງ​ເຄື່ອງ​ທັງ​ໝົດ​ແລ້ວ ຂ້ອຍ​ກໍ​ເອົາ​ໃຫ້​ພວກ​ຫົວ​ໜ້າຂອງປະໂລຫິດ. ຂ້ອຍ​ຊັ່ງ​ເງິນ​ໜັກ 650 ຕະລັນ;* ເຄື່ອງໃຊ້​ທີ່​ເປັນ​ເງິນ 100 ອັນ​ທີ່ມີ​ລາຄາ​ສ່ຳ​ກັບ 2 ຕະລັນ;* ຄຳ 100 ຕະລັນ;* 27 ຖ້ວຍ​ນ້ອຍ 20 ໃບ​ທີ່​ເປັນ​ຄຳ​ເຊິ່ງ​ມີ​ລາຄາ​ສ່ຳ​ກັບ 1.000 ດາຣິກ* ກັບ​ເຄື່ອງໃຊ້ 2 ອັນ​ທີ່​ເປັນ​ທອງແດງ​ຄຸນນະພາບ​ດີ ເຫຼື້ອມ ແລະມີ​ຄ່າ​ສ່ຳ​ກັບຄຳ.

28 ຈາກ​ນັ້ນ ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ+ ເຄື່ອງໃຊ້​ຕ່າງ​ໆ​ກໍ​ບໍລິສຸດ ແລະ​ເງິນ​ກັບ​ຄຳ​ເປັນ​ສິ່ງ​ທີ່​ບໍລິຈາກ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າດ້ວຍ​ຄວາມ​ສະໝັກ​ໃຈ. 29 ໃຫ້​ພວກ​ເຈົ້າ​ເບິ່ງ​ເຄື່ອງ​ທັງ​ໝົດ​ນີ້​ດີ​ໆ​ຈົນ​ໄປຮອດ​ເມືອງ​ເຢຣູຊາເລັມ+​ແລະ​ຊັ່ງ​ເຄື່ອງ​ເຫຼົ່ານີ້​ຢູ່ຫ້ອງ​ມ້ຽນ​ເຄື່ອງ*​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ຫົວ​ໜ້າຂອງປະໂລຫິດ ພວກເລວີ ແລະ​ພວກຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ອິດສະຣາເອນ.” 30 ພວກ​ປະໂລຫິດ​ກັບ​ພວກເລວີ​ກໍ​ເອົາ​ເງິນ​ເອົາ​ຄຳ ແລະ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ຊັ່ງ​ຕໍ່​ໜ້າ​ເຂົາ​ເຈົ້າ​ໄປ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ.

31 ໃນ​ວັນ​ທີ 12 ຂອງ​ເດືອນ​ທີ 1+ ພວກ​ເຮົາ​ເດີນ​ທາງ​ອອກ​ຈາກ​ແຄມ​ແມ່​ນ້ຳ​ອາຮາວາ+​ເພື່ອ​ໄປ​ເມືອງ​ເຢຣູຊາເລັມ. ຍ້ອນພະເຈົ້າ​ຢູ່​ກັບ​ພວກ​ເຮົາແລະ​ປົກ​ປ້ອງ​ພວກ​ເຮົາ ພວກ​ເຮົາ​ຈຶ່ງ​ລອດ​ຈາກ​ສັດຕູ​ແລະ​ບໍ່​ຖືກ​ລັດ​ຂ້າ. 32 ແລ້ວ​ພວກ​ເຮົາ​ກໍ​ມາ​ຮອດ​ເມືອງ​ເຢຣູຊາເລັມ+ ແລະພັກຜ່ອນ​ຢູ່​ຫັ້ນ 3 ມື້. 33 ໃນ​ມື້​ທີ 4 ພວກ​ເຮົາ​ໄດ້​ເອົາ​ເງິນ​ເອົາ​ຄຳ​ກັບ​ເຄື່ອງໃຊ້​ຕ່າງ​ໆ​ທີ່​ຢູ່​ວິຫານ​ຂອງ​ພະເຈົ້າ+​ອອກ​ມາ​ຊັ່ງ​ແລະ​ເອົາ​ໃຫ້​ເມເຣໂມດ+​ລູກ​ຊາຍ​ຂອງ​ປະໂລຫິດ​ອຸຣີຢາ. ຢູ່​ກັບ​ເມເຣໂມດ​ມີ​ເອເລອາຊາ​ລູກ​ຊາຍ​ຂອງ​ຟີເນຮາດ ຄົນ​ເລວີທີ່​ຊື່​ໂຢຊາບັດ+​ລູກ​ຊາຍ​ຂອງ​ເຢຊູອາ ແລະ​ໂນອາດີ​ຢາ​ລູກ​ຊາຍ​ຂອງ​ບິນນຸຍ.+ 34 ພວກ​ເຮົາ​ນັບ ຊັ່ງ​ນ້ຳ​ໜັກ ແລະ​ຈົດ​ທຸກ​ຢ່າງ​ໄວ້. 35 ພວກ​ເຮົາ​ທີ່ກັບ​ມາ​ຈາກ​ບາບີໂລນ​ໄດ້​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ. ພວກ​ເຮົາ​ເຜົາ​ງົວ​ໂຕ​ຜູ້+ 12 ໂຕ​ສຳລັບ​ພວກ​ອິດສະຣາເອນ​ທຸກ​ຄົນ ແກະ​ໂຕ​ຜູ້+ 96 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້ 77 ໂຕ. ພວກ​ເຮົາ​ຍັງ​ໄດ້​ເຜົາ​ແບ້​ໂຕ​ຜູ້+ 12 ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຮົາ​ເຜົາສັດ​ທັງ​ໝົດ​ນີ້​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+

36 ຈາກ​ນັ້ນ ພວກ​ເຮົາ​ເອົາ​ຄຳ​ສັ່ງ​ຂອງ​ກະສັດ+​ໄປ​ໃຫ້ຕົວແທນ*​ຂອງ​ກະສັດ​ແລະ​ເຈົ້າ​ແຂວງ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ.+ ເຂົາ​ເຈົ້າ​ສະໜັບສະໜູນ​ປະຊາຊົນ​ແລະ​ເອົາສິ່ງ​ທີ່​ຈຳເປັນໃຫ້​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌