ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ໂປໂລ​ປົກປ້ອງ​ວຽກ​ຮັບໃຊ້​ຂອງ​ລາວ (1-18)

        • ອາວຸດ​ຂອງ​ພວກ​ເຮົາ​ບໍ່​ແມ່ນ​ແບບ​ທີ່​ຄົນ​ໃນ​ໂລກ​ນີ້​ໃຊ້ (4, 5)

2 ໂກຣິນໂທ 10:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:29, 30
  • +1ກຣ 2:3
  • +2ກຣ 10:10

2 ໂກຣິນໂທ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:52; 1ຕມ 1:18, 19
  • +2ກຣ 6:4, 7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2016, ໜ້າ 9

2 ໂກຣິນໂທ 10:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 1:19, 20; 3:19, 20; 2ຕມ 2:24, 25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2019, ໜ້າ 8-13

2 ໂກຣິນໂທ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:20

2 ໂກຣິນໂທ 10:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 13:17

2 ໂກຣິນໂທ 10:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 13:2

2 ໂກຣິນໂທ 10:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 5:12
  • +ສພສ 26:12; ຄລຕ 6:3

2 ໂກຣິນໂທ 10:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:15; ຄລຕ 2:8

2 ໂກຣິນໂທ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 3:10; 4:15

2 ໂກຣິນໂທ 10:17

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:24; 1ກຣ 1:31

2 ໂກຣິນໂທ 10:18

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 18:10-14
  • +1ກຣ 4:5; 2ຕມ 2:15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 10:1ມທ 11:29, 30
2ກຣ. 10:11ກຣ 2:3
2ກຣ. 10:12ກຣ 10:10
2ກຣ. 10:4ມທ 26:52; 1ຕມ 1:18, 19
2ກຣ. 10:42ກຣ 6:4, 7
2ກຣ. 10:51ກຣ 1:19, 20; 3:19, 20; 2ຕມ 2:24, 25
2ກຣ. 10:61ຕມ 1:20
2ກຣ. 10:8ຮຣ 13:17
2ກຣ. 10:112ກຣ 13:2
2ກຣ. 10:122ກຣ 5:12
2ກຣ. 10:12ສພສ 26:12; ຄລຕ 6:3
2ກຣ. 10:13ກຈກ 9:15; ຄລຕ 2:8
2ກຣ. 10:141ກຣ 3:10; 4:15
2ກຣ. 10:17ຢຣມ 9:24; 1ກຣ 1:31
2ກຣ. 10:18ລກ 18:10-14
2ກຣ. 10:181ກຣ 4:5; 2ຕມ 2:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 10:1-18

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

10 ຕອນນີ້ ຂ້ອຍ​ໂປໂລ​ຂໍຮ້ອງ​ພວກ​ເຈົ້າ​ຢ່າງ​ອ່ອນໂຍນ​ແລະ​ກະລຸນາ​ຄື​ກັບ​ພະຄລິດ.+ ບາງຄົນ​ເວົ້າ​ວ່າ​ຕອນ​ທີ່​ຂ້ອຍ​ຢູ່​ກັບ​ພວກ​ເຈົ້າ​ຂ້ອຍ​ເປັນ​ຄົນ​ບໍ່​ກ້າ+ ແຕ່​ຕອນ​ທີ່​ຂ້ອຍ​ຂຽນ​ຈົດໝາຍ​ຂ້ອຍ​ພັດ​ມັກ​ຂຽນ​ແບບ​ກົງ​ໂພດ.+ 2 ຂ້ອຍ​ຫວັງ​ວ່າ​ຕອນ​ທີ່​ໄປ​ຮອດ ຂ້ອຍ​ຈະ​ບໍ່​ຕ້ອງ​ເຮັດ​ແບບ​ເດັດຂາດ​ກັບ​ຄົນ​ທີ່​ຄິດ​ວ່າ​ພວກ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມຄິດ​ແບບ​ໂລກ. 3 ເຖິງ​ວ່າ​ພວກ​ເຮົາ​ໃຊ້​ຊີວິດ​ແບບ​ຄົນ​ທົ່ວໄປ ແຕ່​ເມື່ອ​ພວກ​ເຮົາ​ສູ້ຮົບ ພວກ​ເຮົາ​ກໍ​ບໍ່​ໄດ້​ເຮັດ​ຄື​ກັບ​ຄົນ​ທົ່ວໄປ. 4 ອາວຸດ​ທີ່​ພວກ​ເຮົາ​ໃຊ້​ສູ້ຮົບ​ບໍ່​ແມ່ນ​ອາວຸດ​ແບບ​ທີ່​ຄົນ​ໃນ​ໂລກ​ນີ້​ໃຊ້.+ ອາວຸດ​ຂອງ​ພວກ​ເຮົາ​ມາ​ຈາກ​ພະເຈົ້າ​ແລະ​ມີ​ພະລັງ​ຫຼາຍ.+ ມັນ​ສາມາດ​ທຳລາຍ​ສິ່ງ​ທີ່ຝັງ​ຮາກ​ເລິກໄດ້. 5 ພວກ​ເຮົາ​ກຳລັງ​ຫັກ​ລ້າງ​ການ​ຫາ​ເຫດຜົນ​ແບບ​ຜິດ​ໆ​ແລະ​ທຸກ​ສິ່ງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວກັບ​ພະເຈົ້າ.+ ພວກ​ເຮົາ​ກຳລັງ​ເຮັດ​ໃຫ້​ຄວາມ​ຄິດ​ທຸກ​ຢ່າງ​ຢູ່​ໃຕ້​ການ​ຄວບຄຸມ​ເພື່ອ​ໃຫ້​ເຊື່ອຟັງ​ພະຄລິດ. 6 ເມື່ອ​ພວກ​ເຈົ້າ​ເຊື່ອຟັງ​ຢ່າງ​ຄົບຖ້ວນ​ແລ້ວ ພວກ​ເຮົາ​ກໍ​ພ້ອມ​ຈະ​ລົງໂທດ​ຜູ້​ໃດ​ກໍ​ຕາມ​ທີ່​ຍັງ​ບໍ່​ຍອມ​ເຊື່ອຟັງ.+

7 ພວກ​ເຈົ້າ​ຕັດສິນ​ຄົນ​ຈາກ​ພາຍນອກ. ຖ້າ​ຜູ້​ໃດ​ໝັ້ນໃຈ​ວ່າ​ໂຕເອງ​ເປັນ​ລູກສິດ​ຂອງ​ພະຄລິດ ກໍ​ຢ່າ​ລືມ​ຄວາມຈິງ​ຂໍ້​ນີ້​ທີ່​ວ່າ ພວກ​ເຮົາ​ກໍ​ເປັນ​ລູກສິດ​ຂອງ​ພະຄລິດ​ຄື​ກັບ​ຜູ້​ນັ້ນ​ແຫຼະ. 8 ເຖິງ​ວ່າ​ຂ້ອຍ​ຈະ​ອວດ​ຫຼາຍ​ແດ່​ແຕ່​ຂ້ອຍ​ກໍ​ບໍ່​ອາຍ ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ອຳນາດ​ຈາກ​ຜູ້​ເປັນ​ນາຍ​ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ຂຶ້ນ ບໍ່​ແມ່ນ​ເພື່ອ​ທຳລາຍ.+ 9 ຂ້ອຍ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ຄິດ​ວ່າ​ຂ້ອຍ​ກຳລັງ​ໃຊ້​ຈົດໝາຍ​ຂູ່​ພວກ​ເຈົ້າ​ໃຫ້​ຢ້ານ. 10 ມີ​ບາງຄົນ​ເວົ້າ​ວ່າ: “ແມ່ນ​ຢູ່​ຈົດໝາຍ​ຂອງ​ລາວ​ມີ​ນ້ຳ​ໜັກ​ແລະ​ມີ​ພະລັງ ແຕ່​ຕອນ​ທີ່​ລາວ​ຢູ່​ນີ້ ລາວ​ເບິ່ງ​ຄື​ອ່ອນແອ​ແລະ​ຄຳເວົ້າ​ຂອງ​ລາວ​ກໍ​ບໍ່​ມີຄ່າ.” 11 ໃຫ້​ຄົນ​ເຫຼົ່ານັ້ນ​ຮູ້​ວ່າ ພວກ​ເຮົາ​ເວົ້າ​ໃນ​ຈົດໝາຍ​ແບບ​ໃດ​ຕອນ​ທີ່​ບໍ່​ໄດ້​ຢູ່​ນຳ ພວກ​ເຮົາ​ກໍ​ຈະ​ເຮັດ​ແບບນັ້ນ​ຕອນ​ທີ່​ຢູ່​ຫັ້ນ.+ 12 ພວກ​ເຮົາ​ບໍ່​ກ້າ​ໄປ​ທຽບ​ລະດັບ​ຫຼື​ເອົາ​ໂຕ​ໄປ​ສົມທຽບ​ກັບ​ບາງຄົນ​ທີ່​ຍົກຍ້ອງ​ໂຕເອງ​ດອກ.+ ຄົນ​ເຫຼົ່ານີ້​ເອົາ​ໂຕເອງ​ເປັນ​ມາດຕະຖານ​ຕັດສິນ​ໂຕເອງ​ແລະ​ປຽບທຽບ​ກັນ​ເອງ. ເຂົາເຈົ້າ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ.+

13 ພວກ​ເຮົາ​ຈະ​ອວດ ແຕ່​ກໍ​ບໍ່​ຫຼາຍ​ເກີນ​ໄປ. ພວກ​ເຮົາ​ຈະ​ບໍ່​ອວດ​ໃນ​ວຽກ​ທີ່​ພວກ​ເຮົາ​ບໍ່​ໄດ້​ເຮັດ ແຕ່​ຈະ​ອວດ​ສະເພາະ​ວຽກ​ທີ່​ພະເຈົ້າ​ມອບໝາຍ​ໃຫ້​ເຮັດ​ເທົ່າ​ນັ້ນ ເຊິ່ງ​ລວມ​ເຖິງ​ການ​ປະກາດ​ກັບ​ພວກ​ເຈົ້າ​ນຳ.+ 14 ຕອນ​ທີ່​ພວກ​ເຮົາ​ໄປ​ຫາ​ພວກ​ເຈົ້າ ພວກ​ເຮົາ​ບໍ່​ໄດ້​ເຮັດ​ແນວ​ອື່ນ​ນອກ​ຈາກ​ວຽກ​ທີ່​ພະເຈົ້າ​ມອບໝາຍ​ໃຫ້​ເຮັດ ແລະ​ພວກ​ເຮົາ​ເປັນ​ພວກ​ທຳອິດ​ທີ່​ໄປ​ປະກາດ​ຂ່າວດີ​ເລື່ອງ​ພະຄລິດ​ກັບ​ພວກ​ເຈົ້າ.+ 15 ພວກ​ເຮົາ​ຈະ​ອວດ​ສະເພາະ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ທີ່​ໄດ້​ຮັບ​ມອບໝາຍ ບໍ່​ແມ່ນ​ວຽກ​ໜັກ​ທີ່​ຄົນ​ອື່ນ​ເຮັດ. ພວກ​ເຮົາ​ຫວັງ​ວ່າ​ເມື່ອ​ຄວາມເຊື່ອ​ຂອງ​ພວກ​ເຈົ້າ​ເພີ່ມ​ຂຶ້ນ ວຽກ​ທີ່​ພວກ​ເຮົາ​ເຮັດ​ກໍ​ຈະ​ເກີດ​ຜົນ​ໃນ​ເຂດ​ປະກາດ​ຂອງ​ພວກ​ເຮົາ​ຫຼາຍ​ຂຶ້ນ​ຄື​ກັນ. ແລ້ວ​ພວກ​ເຮົາ​ຈະ​ໄດ້​ຂະຫຍາຍ​ວຽກ​ໃຫ້​ກວ້າງ​ຂຶ້ນ​ອີກ 16 ເພື່ອ​ພວກ​ເຮົາ​ຈະ​ປະກາດ​ຂ່າວດີ​ໃນ​ດິນແດນ​ອື່ນ​ໆ​ທີ່​ຢູ່​ໄກ​ກວ່າ​ພວກ​ເຈົ້າ​ອີກ. ພວກ​ເຮົາ​ຈຶ່ງ​ບໍ່​ຕ້ອງ​ອວດ​ໃນ​ວຽກ​ທີ່​ຄົນ​ອື່ນ​ໄດ້​ເຮັດ​ແລ້ວ. 17 “ຄົນ​ທີ່​ອວດ​ກໍ​ໃຫ້​ອວດ​ຍ້ອນ​ວ່າ​ລາວ​ຮູ້ຈັກ​ພະ​ເຢໂຫວາ.”*+ 18 ພະ​ເຢໂຫວາ*​ບໍ່​ຍອມຮັບ​ຄົນ​ທີ່​ຍົກຍ້ອງ​ໂຕເອງ+ ແຕ່​ຍອມຮັບ​ຄົນ​ທີ່​ເພິ່ນ​ຍົກຍ້ອງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌