ເຢເຣມີຢາ
5 ໃຫ້ເຈົ້າຍ່າງເລາະໄປຕາມຫົນທາງໃນເມືອງເຢຣູຊາເລັມ
ແລະໃຫ້ເບິ່ງຄັກໆ.
ໃຫ້ເຈົ້າຊອກເບິ່ງຕາມເດີ່ນຕ່າງໆຂອງເມືອງ
ວ່າຈະມີຄົນທີ່ຍຸຕິທຳຢູ່ຫຼືບໍ່+
ເຊິ່ງກໍຄືຄົນທີ່ສັດຊື່ຕໍ່ພະເຈົ້າ.
ຖ້າມີຄົນແບບນັ້ນ ເຮົາກໍຈະຍົກໂທດໃຫ້ເມືອງນີ້.
2 ເຖິງເຂົາເຈົ້າຈະເວົ້າວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່”
ແຕ່ເຂົາເຈົ້າກໍຍັງສາບານຕົວະ.+
3 ພະເຢໂຫວາເອີ້ຍ ພະອົງຊອກຫາຄົນທີ່ສັດຊື່ຕໍ່ພະອົງບໍ່ແມ່ນບໍ?+
ພະອົງຕີເຂົ້າເຈົ້າ ແຕ່ເຂົາເຈົ້າກໍຍັງບໍ່ຫຼາບບໍ່ຈື່.
ພະອົງເກືອບຈະທຳລາຍເຂົາເຈົ້າໝົດແລ້ວ ແຕ່ເຂົາເຈົ້າກໍຍັງບໍ່ຍອມຮັບເອົາການສັ່ງສອນ.+
4 ແຕ່ຂ້ອຍເວົ້າກັບໂຕເອງວ່າ: “ຄົນເຫຼົ່ານີ້ຄືຊິບໍ່ຮູ້ຈັກຫຍັງຕີ້!
ເຂົາເຈົ້າເຮັດສິ່ງທີ່ໂງ່ໆຍ້ອນບໍ່ຮູ້ຈັກຄວາມຕ້ອງການ*ຂອງພະເຢໂຫວາ
ແລະບໍ່ຮູ້ຈັກກົດໝາຍຂອງພະເຈົ້າຂອງເຂົາເຈົ້າ.
5 ຂ້ອຍຈະໄປຫາຄົນທີ່ສຳຄັນແລະເວົ້າກັບເຂົາເຈົ້າ
ຍ້ອນເຂົາເຈົ້າເປັນຄົນທີ່ຮູ້ຈັກຄວາມຕ້ອງການຂອງພະເຢໂຫວາ
ແລະຮູ້ຈັກກົດໝາຍຂອງພະເຈົ້າຂອງເຂົາເຈົ້າ.+
ແຕ່ເຂົາເຈົ້າທັງໝົດພັດຫັກແອກຖິ້ມ
ແລະດຶງເຊືອກຂອງແອກຂາດໝົດ.”
6 ຍ້ອນແນວນີ້ ໂຕສິງຢູ່ປ່າຈຶ່ງອອກມາທຳຮ້າຍເຂົາເຈົ້າ.
ໝາປ່າຢູ່ບ່ອນກັນດານກໍອອກມາກັດເຂົາເຈົ້າ.
ເສືອດາວກໍມານອນຢູ່ໃກ້ໆເມືອງຂອງເຂົາເຈົ້າ.
ທຸກຄົນທີ່ອອກຈາກເມືອງກໍຈະຖືກຈີກເປັນຕ່ອນໆ
ຍ້ອນເຂົາເຈົ້າເຮັດຜິດຫຼາຍຢ່າງ
ແລະເຮັດແຕ່ສິ່ງທີ່ບໍ່ສັດຊື່.+
7 ເຮົາຈະໃຫ້ອະໄພເຈົ້າໃນເລື່ອງນີ້ໄດ້ແນວໃດ?
ພວກລູກຊາຍຂອງເຈົ້າໄດ້ປະຖິ້ມເຮົາ
ແລະສາບານຕໍ່ພະເຈົ້າປອມ.+
ເຮົາໄດ້ໃຫ້ທຸກສິ່ງທີ່ເຂົາເຈົ້າຢາກໄດ້
ແຕ່ເຂົາເຈົ້າກໍຍັງຫຼິ້ນຊູ້
ແລະພາກັນໄປເຮືອນຂອງໂສເພນີ.
8 ເຂົາເຈົ້າເປັນຄືກັບມ້າຫ້າວໆທີ່ຢາກປະສົມພັນ.
ເຂົາເຈົ້າແຕ່ລະຄົນຢາກໄດ້ເມຍຂອງຄົນອື່ນ.+
9 ພະເຢໂຫວາເວົ້າວ່າ: “ເຮົາຄວນຈະໃຫ້ເຂົາເຈົ້າຮັບຜິດຊອບກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ?
ເຮົາຄວນແກ້ແຄ້ນຄົນໃນຊາດນີ້ບໍ່ແມ່ນບໍ?+
10 ໃຫ້ໄປທຳລາຍສວນໝາກລະແຊັງຂອງເມືອງເຢຣູຊາເລັມ
ແຕ່ຢ່າທຳລາຍຈົນໝົດ.+
ໃຫ້ຕັດຍອດທີ່ປົ່ງໃໝ່ຖິ້ມ
ຍ້ອນພວກມັນບໍ່ໄດ້ເປັນຂອງພະເຢໂຫວາແລ້ວ
11 ຍ້ອນພວກອິດສະຣາເອນແລະພວກຢູດາໄດ້ທໍລະຍົດເຮົາ.”
ພະເຢໂຫວາເວົ້າໄວ້ແນວນີ້.+
ພວກເຮົາຈະບໍ່ມີທາງຈິບຫາຍ
ຈະບໍ່ເຈິສົງຄາມແລະຄວາມອຶດຢາກດອກ.’+
13 ພວກຜູ້ພະຍາກອນເວົ້າເລື່ອງທີ່ບໍ່ເປັນປະໂຫຍດ.
ຄຳເວົ້າຂອງພະເຈົ້າບໍ່ໄດ້ຢູ່ໃນເຂົາເຈົ້າ.
ໃນທີ່ສຸດ ເຂົາເຈົ້າຈະຫາຍສາບສູນໄປຄືກັບຄຳເວົ້າຂອງເຂົາເຈົ້າ.”
14 ຍ້ອນແນວນີ້ ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າວ່າ:
“ຍ້ອນເຂົາເຈົ້າເວົ້າແນວນັ້ນ
ເຮົາຈຶ່ງເຮັດໃຫ້ຄຳເວົ້າຂອງເຮົາເປັນຄືກັບໄຟໃນປາກຂອງເຈົ້າ+
ແລະຍ້ອນຄົນເຫຼົ່ານີ້ເປັນຄືກັບໄມ້
ໄຟນັ້ນກໍຈະໄໝ້ເຂົາເຈົ້າ.”+
15 ພະເຢໂຫວາເວົ້າວ່າ: “ພວກອິດສະຣາເອນເອີ້ຍ ເຮົາກຳລັງພາຊາດໜຶ່ງທີ່ຢູ່ໄກໆມາ.+
ຊາດນີ້ເປັນຊາດທີ່ມີມາດົນແລ້ວ
ແລະເປັນຊາດທີ່ມີມາແຕ່ບູຮານ
ເປັນຊາດທີ່ໃຊ້ພາສາທີ່ເຈົ້າບໍ່ຮູ້ຈັກ
ແລະເວົ້າພາສາທີ່ເຈົ້າບໍ່ເຂົ້າໃຈ.+
16 ບັ້ງໃສ່ລູກທະນູຂອງເຂົາເຈົ້າເປັນຄືກັບຂຸມຝັງສົບທີ່ຍັງບໍ່ທັນຖົມ.
ເຂົາເຈົ້າທັງໝົດເປັນທະຫານທີ່ເກັ່ງຫຼາຍ.
17 ເຂົາເຈົ້າຈະກິນຜົນລະປູກແລະອາຫານຂອງເຈົ້າ.+
ເຂົາເຈົ້າຈະຂ້າລູກຊາຍແລະລູກສາວຂອງເຈົ້າ.
ເຂົາເຈົ້າຈະກິນແກະແລະງົວທີ່ເຈົ້າລ້ຽງໄວ້.
ເຂົາເຈົ້າຈະທຳລາຍເຄືອໝາກລະແຊັງແລະຕົ້ນໝາກເດື່ອຂອງເຈົ້າ.
ກອງທັບຂອງເຂົາເຈົ້າຈະທຳລາຍເມືອງຕ່າງໆທີ່ມີກຳແພງອ້ອມທີ່ເຈົ້າໄວ້ໃຈ.”
18 ພະເຢໂຫວາເວົ້າວ່າ: “ແຕ່ເຖິງວ່າສິ່ງທັງໝົດນີ້ຈະເກີດຂຶ້ນ ເຮົາກໍຈະບໍ່ທຳລາຍພວກເຈົ້າຈົນໝົດ+ 19 ແລະເມື່ອເຂົາເຈົ້າຖາມວ່າ ‘ເປັນຫຍັງພະເຢໂຫວາພະເຈົ້າຂອງພວກເຮົາຈຶ່ງເຮັດກັບພວກເຮົາແນວນີ້?’ ເຈົ້າກໍຄວນຕອບເຂົາເຈົ້າວ່າ ‘ຍ້ອນພວກເຈົ້າໄດ້ປະຖິ້ມພະເຈົ້າ ແລ້ວໄປນະມັດສະການພະເຈົ້າຂອງຄົນຕ່າງຊາດໃນແຜ່ນດິນຂອງພວກເຈົ້າ. ພວກເຈົ້າກໍຈະຕ້ອງຮັບໃຊ້ຄົນຕ່າງຊາດຢູ່ແຜ່ນດິນທີ່ບໍ່ແມ່ນຂອງພວກເຈົ້າ.’”+
20 ໃຫ້ບອກເລື່ອງນີ້ໃຫ້ລູກຫຼານຂອງຢາໂຄບຮູ້
ໃຫ້ປະກາດຢູ່ຢູດາວ່າ:
21 “ຟັງເດີ້ ພວກຄົນໂງ່ແລະບໍ່ຮູ້ຈັກຄິດ.+
22 ພະເຢໂຫວາເວົ້າວ່າ ‘ພວກເຈົ້າບໍ່ຢ້ານເຮົາເລີຍບໍ?
ພວກເຈົ້າຄວນຢ້ານເຮົາຈົນໂຕສັ່ນບໍ່ແມ່ນບໍ?
ກໍເຮົານີ້ຕົ໋ວທີ່ໃຫ້ດິນຊາຍເປັນເຂດແດນຂອງທະເລ
ແລະຕັ້ງກົດຖາວອນໄວ້ບໍ່ໃຫ້ມັນຜ່ານໄປໄດ້.
ເຖິງວ່າຄື້ນຈະຊັດຂຶ້ນສູງໆ ແຕ່ມັນກໍຂ້າມໄປບໍ່ໄດ້.
ເຖິງວ່າຄື້ນຈະຊັດມາແຮງໆ ແຕ່ມັນກໍຜ່ານໄປບໍ່ໄດ້.+
23 ຄົນເຫຼົ່ານີ້ຫົວແຂງແລະມັກກະບົດ.
ເຂົາເຈົ້າອອກຈາກທາງຂອງເຮົາແລະໄປຕາມທາງຂອງໂຕເອງ.+
24 ເຂົາເຈົ້າບໍ່ໄດ້ຄິດວ່າ
“ໃຫ້ພວກເຮົາຢ້ານຢຳພະເຢໂຫວາພະເຈົ້າຂອງພວກເຮົາ.
ເພິ່ນເຮັດໃຫ້ມີຝົນຕົກຕາມລະດູການ
ທັງຕອນລະດູໃບໄມ້ປົ່ງແລະລະດູໃບໄມ້ຫຼົ່ນ.
ເພິ່ນເປັນຜູ້ເຮັດໃຫ້ມີລະດູເກັບກ່ຽວ.”+
25 ຄວາມຜິດຂອງເຈົ້າເຮັດໃຫ້ເຈົ້າບໍ່ໄດ້ຮັບປະໂຫຍດເຫຼົ່ານີ້
ແລະບາບຂອງເຈົ້າຂັດຂວາງເຈົ້າບໍ່ໃຫ້ໄດ້ຮັບສິ່ງດີໆ.+
26 ພວກຄົນຊົ່ວຢູ່ປົນກັບປະຊາຊົນຂອງເຮົາ.
ເຂົາເຈົ້າກຳລັງເຝົ້າເບິ່ງເຫຍື່ອຄືກັບຄົນຈັບນົກທີ່ກຳລັງໝູບລົງແລະຈອບເບິ່ງ.
ເຂົາເຈົ້າວາງກັບດັກທີ່ເຮັດໃຫ້ເຖິງຕາຍ
ເພື່ອຈະຈັບຄົນ.
27 ຄືກັບກົງນົກທີ່ເຕັມແຕ່ນົກ
ເຮືອນຂອງເຂົາເຈົ້າກໍເຕັມແຕ່ສິ່ງທີ່ໄດ້ມາຈາກການຫຼອກລວງ.+
ຍ້ອນແນວນີ້ ເຂົາເຈົ້າຈຶ່ງມີອຳນາດແລະຊັບສິນຫຼາຍ.
28 ເຂົາເຈົ້າຕຸ້ຍຂຶ້ນແລະມີຜິວເຕັ່ງຕຶງ
ເຂົາເຈົ້າເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງ.
ເຂົາເຈົ້າບໍ່ສູ້ຄະດີໃຫ້ລູກກຳພ້າ+
ເພື່ອໂຕເອງຈະປະສົບຄວາມສຳເລັດ
ແລະເຂົາເຈົ້າບໍ່ໃຫ້ຄວາມຍຸຕິທຳກັບຄົນທຸກ.’”+
29 ພະເຢໂຫວາເວົ້າວ່າ: “ເຮົາຄວນຈະໃຫ້ເຂົາເຈົ້າຮັບຜິດຊອບກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ?
ເຮົາຄວນແກ້ແຄ້ນຄົນໃນຊາດນີ້ບໍ່ແມ່ນບໍ?
30 ມີເລື່ອງທີ່ບໍ່ດີແລະເປັນຕາຢ້ານເກີດຂຶ້ນໃນແຜ່ນດິນນີ້.
31 ພວກຜູ້ພະຍາກອນພາກັນບອກເລື່ອງຕົວະ.+
ພວກປະໂລຫິດໃຊ້ອຳນາດຂົ່ມຄົນອື່ນ
ແລະປະຊາຊົນຂອງເຮົາກໍມັກແບບນັ້ນ.+
ແຕ່ເຈົ້າຈະເຮັດແນວໃດເມື່ອຈຸດຈົບມາຮອດ?”