ເຢເຣມີຢາ
7 ພະເຢໂຫວາເວົ້າກັບເຢເຣມີຢາວ່າ: 2 “ໃຫ້ເຈົ້າໄປຢືນຢູ່ປະຕູວິຫານຂອງພະເຢໂຫວາແລະປະກາດຢູ່ຫັ້ນວ່າ ‘ພວກເຈົ້າທີ່ເປັນຄົນຢູດາທີ່ຜ່ານປະຕູເຫຼົ່ານີ້ເຂົ້າໄປເພື່ອໝູບລົງນະມັດສະການພະເຢໂຫວາ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 3 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ໃຫ້ພວກເຈົ້າປ່ຽນວິທີໃຊ້ຊີວິດ ເຊົາເຮັດສິ່ງເກົ່າໆ ແລະໃຫ້ເຮັດສິ່ງທີ່ຖືກຕ້ອງ ແລ້ວເຮົາຈະໃຫ້ພວກເຈົ້າຢູ່ບ່ອນນີ້ຕໍ່ໄປ.+ 4 ຢ່າຫຼົງໄປເຊື່ອຄຳຫຼອກລວງແລະເວົ້າວ່າ ‘ນີ້ແມ່ນວິຫານຂອງພະເຢໂຫວາ ວິຫານຂອງພະເຢໂຫວາ ວິຫານຂອງພະເຢໂຫວາ!’+ 5 ຖ້າພວກເຈົ້າປ່ຽນວິທີໃຊ້ຊີວິດແທ້ໆແລະເຊົາເຮັດສິ່ງເກົ່າໆ ຖ້າພວກເຈົ້າຕັດສິນຄະດີດ້ວຍຄວາມຍຸຕິທຳ+ 6 ຖ້າພວກເຈົ້າບໍ່ກົດຂີ່ຄົນຕ່າງຊາດ ລູກກຳພ້າ ແລະແມ່ໝ້າຍ+ ຖ້າພວກເຈົ້າບໍ່ຂ້າຄົນທີ່ບໍ່ມີຄວາມຜິດໃນແຜ່ນດິນນີ້ ແລະຖ້າພວກເຈົ້າບໍ່ເຮັດໃຫ້ໂຕເອງໄດ້ຮັບຜົນເສຍຫາຍ ຍ້ອນໄປນະມັດສະການພະເຈົ້າອື່ນ+ 7 ເຮົາກໍຈະໃຫ້ພວກເຈົ້າຢູ່ບ່ອນນີ້ຕໍ່ໄປ ເຊິ່ງເປັນແຜ່ນດິນທີ່ເຮົາເອົາໃຫ້ປູ່ຍ່າຕານາຍຂອງພວກເຈົ້າຕະຫຼອດໄປ.”’
8 ແຕ່ພວກເຈົ້າເຊື່ອຄຳຫຼອກລວງ+ເຊິ່ງເຮັດໃຫ້ພວກເຈົ້າບໍ່ໄດ້ຮັບປະໂຫຍດຫຍັງເລີຍ. 9 ພວກເຈົ້າລັກເຄື່ອງ+ ຂ້າຄົນ ຫຼິ້ນຊູ້ ສາບານຕົວະ+ ເອົາເຄື່ອງບູຊາ*ໃຫ້ພະບາອານ+ ແລະນະມັດສະການພະເຈົ້າອື່ນໆທີ່ພວກເຈົ້າບໍ່ເຄີຍຮູ້ຈັກ. 10 ທັງໆທີ່ພວກເຈົ້າເຮັດສິ່ງທີ່ເປັນຕາຂີ້ດຽດທັງໝົດນີ້ ແລ້ວພວກເຈົ້າຍັງຈະມາຢືນຢູ່ຕໍ່ໜ້າເຮົາໃນວິຫານນີ້ທີ່ຖືກເອີ້ນຕາມຊື່ຂອງເຮົາແລະເວົ້າວ່າ ‘ພວກເຮົາຈະໄດ້ຮັບການຊ່ວຍໃຫ້ລອດ.’ ພວກເຈົ້າຄິດວ່າຈະເຮັດແບບນີ້ໄດ້ບໍ? 11 ພວກເຈົ້າເບິ່ງວ່າວິຫານຫຼັງນີ້ທີ່ຖືກເອີ້ນຕາມຊື່ຂອງເຮົາເປັນຖ້ຳໂຈນໄປແລ້ວແມ່ນບໍ?+ ເຮົາເຫັນເດີ້ວ່າພວກເຈົ້າເຮັດຫຍັງຢູ່.” ພະເຢໂຫວາເວົ້າໄວ້ແນວນີ້.
12 “‘ໃຫ້ພວກເຈົ້າໄປບ່ອນບໍລິສຸດຂອງເຮົາຢູ່ເມືອງຊີໂລ+ ເຊິ່ງເປັນບ່ອນທຳອິດທີ່ເຮົາໄດ້ເລືອກໄວ້ສຳລັບຊື່ຂອງເຮົາ+ ແລະເບິ່ງວ່າເຮົາໄດ້ເຮັດຫຍັງກັບບ່ອນນັ້ນ ຍ້ອນຄວາມຊົ່ວຂອງອິດສະຣາເອນປະຊາຊົນຂອງເຮົາ.’+ 13 ພະເຢໂຫວາເວົ້າວ່າ ‘ພວກເຈົ້າບໍ່ໄດ້ເຊົາເຮັດສິ່ງຊົ່ວທັງໝົດນີ້. ເຖິງວ່າເຮົາຈະເວົ້າກັບພວກເຈົ້າເທື່ອແລ້ວເທື່ອອີກ* ແຕ່ພວກເຈົ້າກໍບໍ່ຟັງ.+ ເຮົາເອີ້ນພວກເຈົ້າບັກຫຼາຍໆເທື່ອ ແຕ່ພວກເຈົ້າກໍບໍ່ຕອບ.+ 14 ຍ້ອນແນວນີ້ ເຮົາຈະເຮັດກັບວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາ+ທີ່ພວກເຈົ້າໄວ້ໃຈ+ ແລະເຮັດກັບແຜ່ນດິນນີ້ທີ່ເຮົາເອົາໃຫ້ພວກເຈົ້າກັບປູ່ຍ່າຕານາຍຂອງພວກເຈົ້າຄືກັບທີ່ເຮົາເຄີຍເຮັດກັບເມືອງຊີໂລ.+ 15 ເຮົາຈະໂຍນພວກເຈົ້າອອກໄປໄກໆໜ້າເຮົາຄືກັບທີ່ເຮົາໄດ້ໂຍນອ້າຍນ້ອງຂອງພວກເຈົ້າ ເຊິ່ງກໍຄືລູກຫຼານທັງໝົດຂອງເອຟຣາຢິມ.’+
16 ສ່ວນເຈົ້າເຢເຣມີຢາ ຢ່າອະທິດຖານເພື່ອຄົນພວກນີ້. ຢ່າຮ້ອງຂໍແລະອ້ອນວອນເຮົາແທນເຂົາເຈົ້າ+ຍ້ອນເຮົາຈະບໍ່ຟັງເຈົ້າ.+ 17 ເຈົ້າກໍເຫັນຕົ໋ວວ່າເຂົາເຈົ້າກຳລັງເຮັດຫຍັງຢູ່ເມືອງຕ່າງໆໃນຢູດາແລະຢູ່ຫົນທາງໃນເມືອງເຢຣູຊາເລັມ. 18 ລູກຊາຍເປັນຜູ້ເກັບຟືນ ພໍ່ເປັນຜູ້ດັງໄຟ ແລະແມ່ເປັນຜູ້ນວດແປ້ງເຮັດເຂົ້າໜົມເພື່ອເອົາໄປບູຊາໃຫ້ລາຊີນີແຫ່ງສະຫວັນ.*+ ເຂົາເຈົ້າເທເຄື່ອງບູຊາດື່ມໃຫ້ພະເຈົ້າອື່ນເພື່ອເຮັດໃຫ້ເຮົາເຈັບປວດໃຈ.+ 19 ພະເຢໂຫວາເວົ້າວ່າ ‘ແຕ່ແມ່ນເຮົາບໍທີ່ເຂົາເຈົ້າເຮັດໃຫ້ເຈັບປວດໃຈ? ບໍ່ແມ່ນ. ເຂົາເຈົ້າຫັ້ນແຫຼະທີ່ເຮັດໃຫ້ໂຕເອງເຈັບປວດໃຈແລະເຂົາເຈົ້າກໍຈະຕ້ອງອັບອາຍ.’+ 20 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ ‘ເຮົາຈະເທຄວາມໃຈຮ້າຍຂອງເຮົາໃສ່ແຜ່ນດິນນີ້+ ໃສ່ຄົນແລະສັດ ໃສ່ຕົ້ນໄມ້ທີ່ຢູ່ທົ່ງຫຍ້າແລະຜົນລະປູກທີ່ຢູ່ດິນ. ຄວາມໃຈຮ້າຍຂອງເຮົາຈະເປັນຄືກັບໄຟທີ່ບໍ່ມີຜູ້ໃດມອດໄດ້.’+
21 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ໃຫ້ໄປເອົາເຄື່ອງບູຊາເຜົາຂອງພວກເຈົ້າມາລວມກັບເຄື່ອງບູຊາອື່ນໆໂລດແລະກິນຊີ້ນພ້ອມ+ 22 ຍ້ອນໃນມື້ນັ້ນທີ່ເຮົາພາປູ່ຍ່າຕານາຍຂອງພວກເຈົ້າອອກມາຈາກແຜ່ນດິນເອຢິບ ເຮົາບໍ່ໄດ້ເວົ້າແລະບໍ່ໄດ້ສັ່ງເຂົາເຈົ້າກ່ຽວກັບເລື່ອງເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆ.+ 23 ແຕ່ເຮົາສັ່ງເຂົາເຈົ້າວ່າ “ໃຫ້ເຊື່ອຟັງເຮົາ ແລ້ວເຮົາຈະເປັນພະເຈົ້າຂອງພວກເຈົ້າແລະພວກເຈົ້າຈະເປັນປະຊາຊົນຂອງເຮົາ.+ ພວກເຈົ້າຕ້ອງໃຊ້ຊີວິດຕາມທີ່ເຮົາສັ່ງເພື່ອພວກເຈົ້າຈະປະສົບຄວາມສຳເລັດ.”’+ 24 ແຕ່ເຂົາເຈົ້າບໍ່ຕັ້ງໃຈຟັງເລີຍ+ ເຂົາເຈົ້າເຮັດຕາມແຜນຮ້າຍ*ຂອງໂຕເອງ ເປັນຄົນຫົວແຂງ ແລະເຮັດຕາມໃຈຊົ່ວໆຂອງໂຕເອງ.+ ແທນທີ່ຈະດີຂຶ້ນ ເຂົາເຈົ້າພັດແຮ່ງຮ້າຍກວ່າເກົ່າ 25 ຕັ້ງແຕ່ມື້ທີ່ປູ່ຍ່າຕານາຍຂອງພວກເຈົ້າອອກຈາກແຜ່ນດິນເອຢິບຈົນຮອດທຸກມື້ນີ້.+ ເຮົາຈຶ່ງສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາໄປຫາເຂົາເຈົ້າເລື້ອຍໆ ໄປຫາເຂົາເຈົ້າຕະຫຼອດ ໄປຫາເຂົາເຈົ້າເທື່ອແລ້ວເທື່ອອີກ*+ 26 ແຕ່ເຂົາເຈົ້າກໍບໍ່ຍອມຟັງເຮົາແລະບໍ່ສົນໃຈເລີຍ.+ ເຂົາເຈົ້າຫົວແຂງແລະເຮັດຊົ່ວຫຼາຍກວ່າປູ່ຍ່າຕານາຍຂອງເຂົາເຈົ້າຊ້ຳ.
27 ເຖິງວ່າເຈົ້າຈະເວົ້າສິ່ງທັງໝົດນີ້ໃຫ້ເຂົາເຈົ້າຟັງ+ ແຕ່ເຂົາເຈົ້າກໍຈະບໍ່ຟັງ. ເຖິງວ່າເຈົ້າຈະເອີ້ນ ແຕ່ເຂົາເຈົ້າກໍຈະບໍ່ຕອບ. 28 ຄັນຊັ້ນ ໃຫ້ເຈົ້າເວົ້າກັບເຂົາເຈົ້າຈັ່ງຊີ້ ‘ພວກເຈົ້າເປັນຊາດທີ່ບໍ່ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຈົ້າແລະບໍ່ຍອມຮັບການສັ່ງສອນ. ບໍ່ມີຜູ້ໃດສັດຊື່ເລີຍ. ແມ່ນແຕ່ການເປັນຄົນສັດຊື່ ພວກເຈົ້າກໍບໍ່ເວົ້າເຖິງຊ້ຳ.’+
29 ໃຫ້ຕັດຜົມຍາວຂອງພວກເຈົ້າແລະໂຍນຖິ້ມສະ ແລະໃຫ້ຮ້ອງເພງໄວ້ອາໄລຢູ່ເທິງໂນນພູຫົວໂລ້ນ ຍ້ອນພະເຢໂຫວາບໍ່ຍອມຮັບແລະຈະປະຖິ້ມຄົນເຫຼົ່ານີ້ທີ່ເຮັດໃຫ້ເພິ່ນໃຈຮ້າຍ. 30 ພະເຢໂຫວາເວົ້າວ່າ ‘ພວກຢູດາເຮັດສິ່ງທີ່ເຮົາເຫັນວ່າຊົ່ວ. ເຂົາເຈົ້າເອົາຮູບບູຊາຕ່າງໆທີ່ເປັນຕາຂີ້ດຽດໄປຕັ້ງໄວ້ໃນວິຫານທີ່ຖືກເອີ້ນຕາມຊື່ຂອງເຮົາເພື່ອເຮັດໃຫ້ວິຫານນັ້ນບໍ່ສະອາດ.+ 31 ເຂົາເຈົ້າສ້າງບ່ອນນະມັດສະການຢູ່ໂຕເຟັດ*ທີ່ຢູ່ຮ່ອມພູຮິນໂນມ*+ເພື່ອເອົາລູກຊາຍແລະລູກສາວໄປເຜົາບູຊາ+ ເຊິ່ງເປັນສິ່ງທີ່ເຮົາບໍ່ໄດ້ສັ່ງໃຫ້ເຂົາເຈົ້າເຮັດແລະບໍ່ເຄີຍຢູ່ໃນຄວາມຄິດຂອງເຮົາເລີຍ.’+
32 ພະເຢໂຫວາເວົ້າວ່າ ‘ອີກຈັກໜ້ອຍ ບ່ອນນັ້ນຈະບໍ່ຖືກເອີ້ນວ່າໂຕເຟັດຫຼືຮ່ອມພູຮິນໂນມ ແຕ່ຈະຖືກເອີ້ນວ່າຮ່ອມພູຂອງການຂ້າຟັນກັນ. ເຂົາເຈົ້າຈະຝັງສົບຢູ່ໂຕເຟັດຈົນບໍ່ມີບ່ອນຝັງເລີຍ.+ 33 ສົບຂອງຄົນເຫຼົ່ານີ້ຈະເປັນອາຫານຂອງນົກທີ່ຢູ່ເທິງຟ້າແລະສັດປ່າທີ່ຢູ່ເທິງແຜ່ນດິນ ແລະຈະບໍ່ມີໃຜໄລ່ພວກມັນໜີ.+ 34 ໃນເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຂອງເມືອງເຢຣູຊາເລັມ ເຮົາຈະເຮັດໃຫ້ສຽງຂອງຄວາມຍິນດີແລະຄວາມສຸກ ສຽງຂອງເຈົ້າບ່າວແລະເຈົ້າສາວບໍ່ມີອີກຕໍ່ໄປ.+ ແຜ່ນດິນນີ້ຈະຖືກທຳລາຍແລະເຫຼືອແຕ່ຊາກຫັກພັງ.’”+