ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 45
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ດິນ​ທີ່​ເປັນ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ແລະ​ເມືອງ (1-​6)

      • ສ່ວນ​ແບ່ງ​ດິນ​ທີ່​ເປັນ​ຂອງ​ຫົວໜ້າ (7, 8)

      • ພວກ​ຫົວໜ້າ​ຕ້ອງ​ສັດຊື່ (9-​12)

      • ເຄື່ອງ​ທີ່​ປະຊາຊົນ​ຕ້ອງ​ເອົາ​ມາ​ໃຫ້​ແລະ​ຫົວໜ້າ (13-​25)

ເອເຊກຽນ 45:1

ໄຂເງື່ອນ

  • *

    12.950 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    5.180 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 14:1, 2; ອຊກ 47:21, 22
  • +ອຊກ 48:20
  • +ອຊກ 48:8, 9

ເອເຊກຽນ 45:2

ໄຂເງື່ອນ

  • *

    259 ແມັດ

  • *

    25,9 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 42:20
  • +ຢຊ 21:1, 2

ເອເຊກຽນ 45:3

ໄຂເງື່ອນ

  • *

    12.950 ແມັດ

  • *

    5.180 ແມັດ

ເອເຊກຽນ 45:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 48:10, 11
  • +ອຊກ 40:46

ເອເຊກຽນ 45:5

ໄຂເງື່ອນ

  • *

    12.950 ແມັດ

  • *

    5.180 ແມັດ

  • *

    ຫຼື “ຫ້ອງ 20 ຫ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 48:13
  • +ອຊກ 40:17

ເອເຊກຽນ 45:6

ໄຂເງື່ອນ

  • *

    12.950 ແມັດ

  • *

    2.590 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 48:15

ເອເຊກຽນ 45:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 48:21

ເອເຊກຽນ 45:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 32:1; 60:17; ຢຣມ 22:17; 23:5; ອຊກ 22:27; 46:18; ມກ 3:1-3
  • +ຢຊ 11:23

ເອເຊກຽນ 45:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:3; ມກ 6:8; ຊຄຢ 8:16
  • +ມກ 2:2

ເອເຊກຽນ 45:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:36; ສພສ 11:1; ອມ 8:5; ມກ 6:10, 11

ເອເຊກຽນ 45:11

ໄຂເງື່ອນ

  • *

    220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ເອເຊກຽນ 45:12

ໄຂເງື່ອນ

  • *

    11,4 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    5,7 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    228 ກຣາມ

  • *

    285 ກຣາມ

  • *

    171 ກຣາມ

  • *

    ແປ​ຕາມ​ໂຕ​ວ່າ “ມາເນ.” ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:13

ເອເຊກຽນ 45:13

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    220 ລິດ

ເອເຊກຽນ 45:14

ໄຂເງື່ອນ

  • *

    220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    220 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    220 ລິດ

ເອເຊກຽນ 45:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:1
  • +ລລວ 1:10
  • +ລລວ 3:1
  • +ລລວ 1:4; 6:30; ຮຣ 9:22

ເອເຊກຽນ 45:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:14

ເອເຊກຽນ 45:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 16:2; 2ຂຄ 30:24
  • +1ກສ 8:64
  • +2ຂຄ 35:7
  • +ອຊຢ 66:23
  • +ພບຍ 16:16; 2ຂຄ 8:12, 13; 31:3

ເອເຊກຽນ 45:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 16:16

ເອເຊກຽນ 45:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:21

ເອເຊກຽນ 45:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:27, 28
  • +ລລວ 16:20

ເອເຊກຽນ 45:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:5
  • +ອພຍ 12:18

ເອເຊກຽນ 45:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:13, 14

ເອເຊກຽນ 45:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:8

ເອເຊກຽນ 45:24

ໄຂເງື່ອນ

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    3,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ເອເຊກຽນ 45:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:34; ພບຍ 16:13; 2ຂຄ 7:8; ຊຄຢ 14:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 45:1ຢຊ 14:1, 2; ອຊກ 47:21, 22
ອຊກ. 45:1ອຊກ 48:20
ອຊກ. 45:1ອຊກ 48:8, 9
ອຊກ. 45:2ອຊກ 42:20
ອຊກ. 45:2ຢຊ 21:1, 2
ອຊກ. 45:4ອຊກ 48:10, 11
ອຊກ. 45:4ອຊກ 40:46
ອຊກ. 45:5ອຊກ 48:13
ອຊກ. 45:5ອຊກ 40:17
ອຊກ. 45:6ອຊກ 48:15
ອຊກ. 45:7ອຊກ 48:21
ອຊກ. 45:8ອຊຢ 32:1; 60:17; ຢຣມ 22:17; 23:5; ອຊກ 22:27; 46:18; ມກ 3:1-3
ອຊກ. 45:8ຢຊ 11:23
ອຊກ. 45:9ຢຣມ 22:3; ມກ 6:8; ຊຄຢ 8:16
ອຊກ. 45:9ມກ 2:2
ອຊກ. 45:10ລລວ 19:36; ສພສ 11:1; ອມ 8:5; ມກ 6:10, 11
ອຊກ. 45:12ອພຍ 30:13
ອຊກ. 45:15ລລວ 2:1
ອຊກ. 45:15ລລວ 1:10
ອຊກ. 45:15ລລວ 3:1
ອຊກ. 45:15ລລວ 1:4; 6:30; ຮຣ 9:22
ອຊກ. 45:16ອພຍ 30:14
ອຊກ. 45:171ຂຄ 16:2; 2ຂຄ 30:24
ອຊກ. 45:171ກສ 8:64
ອຊກ. 45:172ຂຄ 35:7
ອຊກ. 45:17ອຊຢ 66:23
ອຊກ. 45:17ພບຍ 16:16; 2ຂຄ 8:12, 13; 31:3
ອຊກ. 45:18ລລວ 16:16
ອຊກ. 45:19ອຊກ 41:21
ອຊກ. 45:20ລລວ 4:27, 28
ອຊກ. 45:20ລລວ 16:20
ອຊກ. 45:21ລລວ 23:5
ອຊກ. 45:21ອພຍ 12:18
ອຊກ. 45:22ລລວ 4:13, 14
ອຊກ. 45:23ລລວ 23:8
ອຊກ. 45:25ລລວ 23:34; ພບຍ 16:13; 2ຂຄ 7:8; ຊຄຢ 14:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 45:1-25

ເອເຊກຽນ

45 “‘ເມື່ອ​ພວກ​ເຈົ້າ​ແບ່ງ​ດິນ​ເປັນ​ມໍລະດົກ+ ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ໃຫ້​ພະ​ເຢໂຫວາ​ເພື່ອ​ຈະ​ຖື​ວ່າ​ເປັນ​ບ່ອນ​ບໍລິສຸດ.+ ດິນ​ນັ້ນ​ຕ້ອງ​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ.*+ ດິນ​ຕອນ​ນັ້ນ​ທັງໝົດ​ຈະ​ເປັນ​ດິນ​ທີ່​ບໍລິສຸດ. 2 ໃນ​ດິນ​ຕອນ​ນັ້ນ​ຈະ​ມີ​ດິນ​ສ່ວນ​ໜຶ່ງ​ເປັນ​ຮູບ​ສີ່​ລ່ຽມ ຍາວ 500 ສອກ* ແລະ​ກວ້າງ 500 ສອກ.+ ແຕ່​ລະ​ດ້ານ​ຂອງ​ດິນ​ນັ້ນ​ຈະ​ມີ​ທົ່ງຫຍ້າ​ອ້ອມ 50 ສອກ.*+ 3 ພວກ​ເຈົ້າ​ຕ້ອງ​ແທກ​ດິນ​ຍາວ 25.000 ສອກ* ແລະ​ກວ້າງ 10.00​0 ສອກ.* ໃນ​ດິນ​ນັ້ນ​ຈະ​ມີ​ວິຫານ​ຕັ້ງ​ຢູ່​ເຊິ່ງ​ເປັນ​ສິ່ງ​ທີ່​ບໍລິສຸດ​ທີ່ສຸດ. 4 ດິນ​ຕອນ​ນັ້ນ​ຈະ​ເປັນ​ສ່ວນ​ແບ່ງ​ທີ່​ບໍລິສຸດ​ທີ່ສຸດ​ສຳລັບ​ພວກ​ປະໂລຫິດ+​ທີ່​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ວິຫານ.+ ດິນ​ນັ້ນ​ຈະ​ເປັນ​ບ່ອນ​ທີ່​ບໍລິສຸດ​ສຳລັບ​ວິຫານ ແລະ​ຈະ​ມີ​ເຮືອນ​ຂອງ​ພວກ​ປະໂລຫິດ​ຕັ້ງ​ຢູ່.

5 ສຳລັບ​ພວກ​ເລວີ​ທີ່​ຮັບໃຊ້​ຢູ່​ວິຫານ ເຂົາເຈົ້າ​ຈະ​ໄດ້​ດິນ​ທີ່​ຍາວ 25.000 ສອກ* ແລະ​ກວ້າງ 10.000 ສອກ*+ ແລະ​ໄດ້​ຫ້ອງ​ກິນ​ເຂົ້າ 20 ຫ້ອງ.*+

6 ພວກ​ເຈົ້າ​ຕ້ອງ​ເອົາ​ດິນ​ທີ່​ຍາວ 25.000 ສອກ* (ເຊິ່ງ​ຍາວ​ສ່ຳ​ກັບ​ດິນ​ທີ່​ເປັນ​ສ່ວນ​ແບ່ງ​ບໍລິສຸດ) ແລະ​ກວ້າງ 5.000 ສອກ*+​ໃຫ້​ເປັນ​ສ່ວນ​ຂອງ​ເມືອງ. ດິນ​ຕອນ​ນັ້ນ​ຈະ​ເປັນ​ຂອງ​ພວກ​ອິດສະຣາເອນ​ທຸກ​ຄົນ.

7 ສຳລັບ​ຫົວໜ້າ ລາວ​ຈະ​ໄດ້​ດິນ​ທີ່​ຢູ່​ທັງ​ສອງ​ເບື້ອງ​ຂອງ​ດິນ​ຕອນ​ທີ່​ຖື​ວ່າ​ບໍລິສຸດ​ກັບ​ຕອນ​ທີ່​ເປັນ​ຂອງ​ເມືອງ. ມັນ​ຈະ​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ດິນ​ຕອນ​ທີ່​ຖື​ວ່າ​ບໍລິສຸດ​ກັບ​ຕອນ​ທີ່​ເປັນ​ຂອງ​ເມືອງ. ຄວາມ​ຍາວ​ຂອງ​ເຂດ​ແດນ​ຕັ້ງແຕ່​ທິດ​ຕາເວັນ​ອອກ​ຈົນ​ຮອດ​ທິດ​ຕາເວັນຕົກ​ແມ່ນ​ຍາວ​ສ່ຳ​ກັບ​ເຂດ​ແດນ​ຂອງ​ຕະກູນ​ທີ່​ຢູ່​ຕິດ​ກັນ​ກັບ​ດິນ​ຂອງ​ລາວ.+ 8 ດິນ​ຕອນ​ນັ້ນ​ຈະ​ເປັນ​ຂອງ​ລາວ​ໃນ​ອິດສະຣາເອນ. ພວກ​ຫົວໜ້າ​ຈະ​ບໍ່​ຂົ່ມເຫງ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ+ ແລະ​ເຂົາເຈົ້າ​ຈະ​ແບ່ງ​ດິນ​ທີ່​ເຫຼືອ​ໃຫ້​ພວກ​ອິດສະຣາເອນ​ຕາມ​ຕະກູນ​ຕ່າງ​ໆ​.’+

9 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ພວກ​ຫົວໜ້າ​ຂອງ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ແລ້ວ.’

ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ແນວ​ຮຸນແຮງ​ແລະ​ເຊົາ​ຂົ່ມເຫງ​ປະຊາຊົນ. ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.+ ໃຫ້​ພວກ​ເຈົ້າ​ເຊົາ​ຍຶດ​ເອົາ​ດິນ​ຂອງ​ປະຊາຊົນ​ຂອງ​ເຮົາ.+ 10 ພວກ​ເຈົ້າ​ຕ້ອງ​ໃຊ້​ຊິງ ແນວຜອງ​ທີ່​ເປັນ​ເອຟາ ແລະ​ແນວຜອງ​ທີ່​ເປັນ​ບັດ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ.+ 11 ແນວຜອງ​ທີ່​ເປັນ​ເອຟາ​ກັບ​ແນວຜອງ​ທີ່​ເປັນ​ບັດ​ຕ້ອງ​ຖືກຕ້ອງ. ແນວຜອງ​ທີ່​ເປັນ​ບັດ ຖ້າ​ຜອງ 10 ເທື່ອ​ຕ້ອງ​ເທົ່າ​ກັບ 1 ໂຮເມີ* ແລະ​ແນວຜອງ​ທີ່​ເປັນ​ເອຟາ ຖ້າ​ຜອງ 10 ເທື່ອ​ກໍ​ຕ້ອງ​ເທົ່າ​ກັບ 1 ໂຮເມີ​ຄື​ກັນ. ໃຫ້​ເອົາ​ໂຮເມີ​ເປັນ​ມາດຕະຖານ​ການ​ຜອງ. 12 1 ເຊເກນ*+​ຕ້ອງ​ເທົ່າ​ກັບ 20 ເກຣາ.* 20 ເຊເກນ*​ບວກ​ກັບ 25 ເຊເກນ*​ແລະ​ບວກ​ກັບ 15 ເຊເກນ* ຈະ​ຕ້ອງ​ເທົ່າ​ກັບ 1 ມິນາ.’*

13 ‘ຕໍ່ໄປ​ນີ້​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເອົາ​ມາ​ໃຫ້​ພະເຈົ້າ. ເຂົ້າວີດ*​ທຸກ​ໆ​ 1 ໂຮເມີ*​ທີ່​ພວກ​ເຈົ້າ​ກ່ຽວ​ໄດ້ ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 6 ເອຟາ​ມາ​ໃຫ້ ແລະ​ເຂົ້າ​ບາເລ​ທຸກ​ໆ​ 1 ໂຮເມີ ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 6 ເອຟາ​ມາ​ໃຫ້. 14 ສຳລັບ​ນ້ຳມັນ​ໝາກກອກ​ຕ້ອງ​ໃຊ້​ແນວຜອງ​ທີ່​ເປັນ​ບັດ. 10 ບັດ*​ເທົ່າ​ກັບ 1 ໂຄເຣ* ແລະ 10 ບັດ​ເທົ່າ​ກັບ 1 ໂຮເມີ.* 15 ໃນ​ຝູງ​ແກະ​ຂອງ​ອິດສະຣາເອນ ທຸກ​ໆ​ 200 ໂຕ​ຕ້ອງ​ເອົາ​ໂຕ​ໜຶ່ງ​ມາ​ໃຫ້. ທັງໝົດ​ນີ້​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ເຜົາ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ+​ເພື່ອ​ຈະ​ໄຖ່​ຄວາມ​ຜິດ​ຂອງ​ປະຊາຊົນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.

16 ‘ປະຊາຊົນ​ທຸກ​ຄົນ​ຈະ​ເອົາ​ເຄື່ອງ​ທັງໝົດ​ນີ້+​ມາ​ໃຫ້​ຫົວໜ້າ​ໃນ​ອິດສະຣາເອນ. 17 ແຕ່​ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ດື່ມ​ໃນ​ຍາມ​ເທດສະການ​ຕ່າງ​ໆ​+ ໃນ​ມື້​ເດືອນ​ອອກ​ໃໝ່ ໃນ​ວັນ​ຊະບາໂຕ+ ແລະ​ເທດສະການ​ອື່ນ​ໆ​ຂອງ​ພວກ​ອິດສະຣາເອນ.+ ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ.’

18 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 1 ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ໜຶ່ງ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ຈາກ​ຝູງ ແລະ​ເຈົ້າ​ຕ້ອງ​ໄຖ່​ຄວາມ​ຜິດ​ໃຫ້​ວິຫານ.+ 19 ປະໂລຫິດ​ຈະ​ເອົາ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ຕ້ວຍ​ໃສ່​ຂອບ​ປະຕູ​ຂອງ​ວິຫານ+ ໄປ​ຕ້ວຍ​ໃສ່ 4 ແຈ​ຂອງ​ແທ່ນ​ບູຊາ​ຊັ້ນ​ທີ 3 ແລະ​ໄປ​ຕ້ວຍ​ໃສ່​ຂອບ​ປະຕູ​ທາງເຂົ້າ​ຂອງ​ເດີ່ນ​ທາງ​ໃນ. 20 ແລ້ວ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ຄື​ກັນ​ໃນ​ວັນ​ທີ 7 ຂອງ​ເດືອນ​ນັ້ນ​ສຳລັບ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ຕັ້ງໃຈ.+ ເຈົ້າ​ຈະ​ເຮັດ​ແບບ​ນີ້​ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ວິຫານ.+

21 ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1 ພວກເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ປັດສະຄາ.+ ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ເປັນ​ເວລາ 7 ມື້.+ 22 ໃນ​ມື້​ນັ້ນ ຫົວໜ້າ​ຈະ​ກຽມ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໃຫ້​ໂຕເອງ​ແລະ​ໃຫ້​ປະຊາຊົນ​ທຸກ​ຄົນ.+ 23 ໃນ​ໄລຍະ 7 ມື້+​ຂອງ​ເທດສະການ​ນັ້ນ ແຕ່​ລະ​ມື້​ຫົວໜ້າ​ຈະ​ກຽມ​ງົວ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 7 ໂຕ​ກັບ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 7 ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ ແລະ​ໃນ​ແຕ່​ລະ​ມື້​ເຂົາເຈົ້າ​ຈະ​ກຽມ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ຄື​ກັນ. 24 ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ ແລະ​ແກະ​ໂຕ​ຜູ້​ແຕ່​ລະ​ໂຕ ລາວ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ* ແລະ​ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ກຽມ​ນ້ຳມັນ​ໝາກກອກ 1 ຮິນ.*

25 ຕັ້ງແຕ່​ວັນ​ທີ 15 ຂອງ​ເດືອນ​ທີ 7 ທີ່​ພວກເຈົ້າ​ຈະ​ເລີ່ມ​ສະຫຼອງ​ເທດສະການ+ ຫົວໜ້າ​ຈະ​ກຽມ​ເຄື່ອງ​ບູຊາ​ໄຖ່​ບາບ ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ນ້ຳມັນ​ໝາກກອກ ແລະ​ລາວ​ຈະ​ຕ້ອງ​ເຮັດ​ແບບ​ດຽວ​ກັນ​ນີ້​ຕະຫຼອດ 7 ມື້.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌