ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 28
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຄຳ​ພະຍາກອນ​ກ່ຽວ​ກັບ​ກະສັດ​ຂອງ​ເມືອງ​ຕີເຣ (1-​10)

        • “ຂ້ອຍ​ເປັນ​ພະເຈົ້າ” (2, 9)

      • ເພງ​ໄວ້ອາໄລ​ເຖິງ​ກະສັດ​ຂອງ​ຕີເຣ (11-​19)

        • “ເຈົ້າ​ເຄີຍ​ຢູ່​ສວນ​ເອເດັນ” (13)

        • ‘ເລືອກ​ໃຫ້​ເປັນ​ເຄຣູບ​ທີ່​ເຝົ້າ​ຍາມ’ (14)

        • “ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ” (15)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ຊີໂດນ (20-​24)

      • ອິດສະຣາເອນ​ຖືກ​ລວບລວມ (25, 26)

ເອເຊກຽນ 28:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 28:5
  • +ອຊກ 27:4

ເອເຊກຽນ 28:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 2:48

ເອເຊກຽນ 28:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 9:3

ເອເຊກຽນ 28:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 23:1, 3; ອຊກ 27:12

ເອເຊກຽນ 28:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 30:10, 11
  • +ອຊຢ 23:9

ເອເຊກຽນ 28:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:26

ເອເຊກຽນ 28:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 28:3
  • +ອຊກ 27:3

ເອເຊກຽນ 28:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:16

ເອເຊກຽນ 28:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 14:13

ເອເຊກຽນ 28:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 3:4; ອມ 1:9

ເອເຊກຽນ 28:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:11; 2ຂຄ 9:21; ອຊກ 27:12
  • +ຢອ 3:6
  • +ອຊຢ 23:9; ຢຣມ 25:17, 22; 47:4; ຢອ 3:8

ເອເຊກຽນ 28:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:3
  • +ອຊຢ 14:14
  • +ອຊຢ 14:15

ເອເຊກຽນ 28:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 1:9, 10

ເອເຊກຽນ 28:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:35
  • +ອຊກ 27:36

ເອເຊກຽນ 28:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 23:4; ຢຣມ 25:17, 22; ອຊກ 32:30

ເອເຊກຽນ 28:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:6

ເອເຊກຽນ 28:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:55; ຢຊ 23:12, 13

ເອເຊກຽນ 28:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ອຊຢ 11:12; ຢຣມ 30:18; ຮຊອ 1:11
  • +ອຊຢ 5:16
  • +ຢຣມ 23:8
  • +ປຖກ 28:13

ເອເຊກຽນ 28:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 32:18; ຢຣມ 23:6; ຮຊອ 2:18
  • +ອຊຢ 65:21, 22; ຢຣມ 31:5; ອມ 9:14
  • +ຢຣມ 30:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 28:2ອຊກ 28:5
ອຊກ. 28:2ອຊກ 27:4
ອຊກ. 28:3ດນອ 2:48
ອຊກ. 28:4ຊຄຢ 9:3
ອຊກ. 28:5ອຊຢ 23:1, 3; ອຊກ 27:12
ອຊກ. 28:7ອຊກ 30:10, 11
ອຊກ. 28:7ອຊຢ 23:9
ອຊກ. 28:8ອຊກ 27:26
ອຊກ. 28:12ອຊກ 28:3
ອຊກ. 28:12ອຊກ 27:3
ອຊກ. 28:13ອຊກ 27:16
ອຊກ. 28:14ອຊຢ 14:13
ອຊກ. 28:15ຢອ 3:4; ອມ 1:9
ອຊກ. 28:161ກສ 10:11; 2ຂຄ 9:21; ອຊກ 27:12
ອຊກ. 28:16ຢອ 3:6
ອຊກ. 28:16ອຊຢ 23:9; ຢຣມ 25:17, 22; 47:4; ຢອ 3:8
ອຊກ. 28:17ອຊກ 27:3
ອຊກ. 28:17ອຊຢ 14:14
ອຊກ. 28:17ອຊຢ 14:15
ອຊກ. 28:18ອມ 1:9, 10
ອຊກ. 28:19ອຊກ 27:35
ອຊກ. 28:19ອຊກ 27:36
ອຊກ. 28:21ອຊຢ 23:4; ຢຣມ 25:17, 22; ອຊກ 32:30
ອຊກ. 28:23ອຊກ 26:6
ອຊກ. 28:24ຈຊບ 33:55; ຢຊ 23:12, 13
ອຊກ. 28:25ພບຍ 30:3; ອຊຢ 11:12; ຢຣມ 30:18; ຮຊອ 1:11
ອຊກ. 28:25ອຊຢ 5:16
ອຊກ. 28:25ຢຣມ 23:8
ອຊກ. 28:25ປຖກ 28:13
ອຊກ. 28:26ອຊຢ 32:18; ຢຣມ 23:6; ຮຊອ 2:18
ອຊກ. 28:26ອຊຢ 65:21, 22; ຢຣມ 31:5; ອມ 9:14
ອຊກ. 28:26ຢຣມ 30:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 28:1-26

ເອເຊກຽນ

28 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ບອກ​ຜູ້​ປົກຄອງ​ຂອງ​ເມືອງ​ຕີເຣ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

“ເຈົ້າ​ຈອງຫອງ+​ແລະ​ເວົ້າ​ຕະຫຼອດ​ວ່າ​ເຈົ້າ​ເປັນ​ພະເຈົ້າ

ແລະ​ເຈົ້າ​ນັ່ງ​ຢູ່​ບັນລັງ​ຂອງ​ພະເຈົ້າ​ຢູ່​ກາງ​ທະເລ.+

ແຕ່​ເຈົ້າ​ກໍ​ເປັນ​ພຽງ​ມະນຸດ​ບໍ່​ແມ່ນ​ພະເຈົ້າ

ເຖິງ​ເຈົ້າ​ຈະ​ຄິດ​ໃນ​ໃຈ​ວ່າ​ເຈົ້າ​ເປັນ​ພະເຈົ້າ.

 3 ເຈົ້າ​ສະຫຼາດ​ກວ່າ​ດານີເອນ​ບໍ?+

ແລະ​ເຈົ້າ​ຮູ້​ເລື່ອງ​ທຸກ​ຢ່າງ​ທີ່​ເປັນ​ຄວາມລັບ​ບໍ?

 4 ເຈົ້າ​ເຮັດ​ໃຫ້​ໂຕເອງ​ລວຍ​ດ້ວຍ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ.

ເຈົ້າ​ມັກ​ສະສົມ​ເງິນ​ຄຳ​ໄວ້​ໃນ​ຄັງ​ຊັບສິນ​ຂອງ​ເຈົ້າ.+

 5 ເຈົ້າ​ລວຍ​ຫຼາຍ​ຍ້ອນ​ຄ້າຂາຍ​ເກັ່ງ+

ແລະ​ເຈົ້າ​ກໍ​ຈອງຫອງ​ຍ້ອນ​ເຈົ້າ​ລວຍ.”’

6 ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ:

“ຍ້ອນ​ເຈົ້າ​ຄິດ​ໃນ​ໃຈ​ວ່າ​ເຈົ້າ​ເປັນ​ພະເຈົ້າ

 7 ເຮົາ​ຈະ​ພາ​ຊາດ​ໜຶ່ງ​ທີ່​ໂຫດຫ້ຽມ​ທີ່ສຸດ​ມາ​ຕໍ່ສູ້​ເຈົ້າ.+

ເຂົາ​ເຈົ້າ​ຈະ​ເອົາ​ດາບ​ທຳລາຍ​ທຸກ​ສິ່ງ​ທີ່​ງາມ​ໆ​ທີ່​ເຈົ້າຫາ​ມາ​ໄດ້​ດ້ວຍ​ສະຕິ​ປັນຍາ​ຂອງ​ເຈົ້າ

ແລະ​ຈະ​ເຮັດ​ໃຫ້​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ເຈົ້າ​ໝົດ​ໄປ.+

 8 ເຂົາເຈົ້າ​ຈະ​ເອົາ​ເຈົ້າ​ລົງ​ໄປ​ໃນ​ຂຸມ

ແລະ​ຈະ​ຂ້າ​ເຈົ້າ​ຢ່າງ​ໂຫດຫ້ຽມ​ຢູ່​ກາງ​ທະເລ.+

 9 ໃນ​ຕອນ​ນັ້ນ ເຈົ້າ​ຍັງ​ຊິ​ເວົ້າ​ກັບ​ຜູ້​ທີ່​ຂ້າເຈົ້າ​ບໍ​ວ່າ ‘ຂ້ອຍ​ເປັນ​ພະເຈົ້າ’?

ເມື່ອ​ຕົກ​ຢູ່​ໃນ​ມື​ຂອງ​ຄົນ​ທີ່​ດູຖູກ​ເຈົ້າ ເຈົ້າ​ກໍ​ເປັນ​ພຽງ​ມະນຸດ ບໍ່​ແມ່ນ​ພະເຈົ້າ.”’

10 ‘ເຈົ້າ​ຈະ​ຖືກ​ຄົນ​ຕ່າງ​ຊາດ​ຂ້າ ແລະ​ຈະ​ຕາຍ​ແບບ​ດຽວ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ

ຍ້ອນ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ໄວ້​ແບບ​ນີ້.”

11 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 12 “ລູກ​ມະນຸດ ໃຫ້​ເຈົ້າ​ຮ້ອງ​ເພງ​ໄວ້ອາໄລ​ເຖິງ​ກະສັດ​ຂອງ​ຕີເຣ. ໃຫ້​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

“ເຈົ້າ​ດີ​ໝົດ​ທຸກ​ຢ່າງ​ແລະ​ບໍ່​ມີ​ບ່ອນ​ຕິ.

ເຈົ້າ​ສະຫຼາດ​ຫຼາຍ+​ແລະ​ງາມ​ທີ່ສຸດ.+

13 ເຈົ້າ​ເຄີຍ​ຢູ່​ສວນ​ເອເດັນ​ຂອງ​ພະເຈົ້າ.

ເຈົ້າ​ໃສ່​ເຄື່ອງ​ປະດັບ​ທີ່​ເປັນ​ເພັດ​ນິນ​ຈິນດາ​ທຸກ​ຊະນິດ​ເຊິ່ງ​ມີ

ແກ້ວ​ພິລາ ແກ້ວ​ໂທພັດສ໌ ຫີນ​ແຈສະເປີ ແກ້ວ​ຄຣິດໂຊໄລທ໌ ຫີນ​ໂອນິກ ຢົກ ແກ້ວ​ໄພລິນ ຫີນ​ເທີຄອຍສ໌+ ແລະ​ມໍລະກົດ.

ເຮືອນ​ແລະ​ເບົ້າ​ຂອງ​ເພັດ​ນິນ​ຈິນດາ​ເຫຼົ່ານີ້​ເປັນ​ຄຳ.

ສິ່ງ​ເຫຼົ່ານີ້​ຖືກ​ກຽມ​ໄວ້​ໃນ​ມື້​ທີ່​ເຈົ້າ​ຖືກ​ສ້າງ.

14 ເຮົາ​ເຄີຍ​ເລືອກ​ເຈົ້າ​ໃຫ້​ເປັນ​ຄື​ກັບ​ເຄຣູບ​ທີ່​ເຝົ້າ​ຍາມ.

ເຈົ້າ​ເຄີຍ​ຢູ່​ເທິງ​ພູ​ບໍລິສຸດ​ຂອງ​ພະເຈົ້າ+​ແລະ​ຍ່າງ​ຢູ່​ກອງ​ຫີນ​ທີ່​ມີ​ໄຟ​ລຸກ​ຢູ່.

15 ຕັ້ງແຕ່​ມື້​ທີ່​ເຈົ້າ​ຖືກ​ສ້າງ ເຈົ້າ​ເຮັດ​ດີ​ຕະຫຼອດ

ຈົນ​ຮອດ​ມື້​ທີ່​ເຈົ້າ​ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ.+

16 ຍ້ອນ​ການ​ຄ້າຂາຍ​ຂອງ​ເຈົ້າ​ຈະເລີນ​ຮຸ່ງເຮືອງ+

ເຈົ້າ​ກໍ​ເລີຍ​ໂຫດຫ້ຽມ​ແລະ​ເລີ່ມ​ເຮັດ​ຜິດ.+

ດັ່ງ​ນັ້ນ ເຮົາ​ຈະ​ໂຍນ​ເຈົ້າ​ຖິ້ມ​ຄື​ກັບ​ໂຍນ​ແນວ​ທີ່​ເປື້ອນ​ອອກ​ຈາກ​ພູ​ຂອງ​ພະເຈົ້າ ແລະ​ໄລ່​ເຈົ້າ​ອອກ​ຈາກ​ກອງ​ຫີນ​ທີ່​ມີ​ໄຟ​ລຸກ​ຢູ່.

ເຄຣູບ​ທີ່​ເຝົ້າ​ຍາມ​ເອີ້ຍ ເຮົາ​ຈະ​ທຳລາຍ​ເຈົ້າ.+

17 ເຈົ້າ​ຈອງຫອງ​ຍ້ອນ​ເຈົ້າ​ງາມ.+

ເຈົ້າ​ທຳລາຍ​ຄວາມ​ສະຫຼາດ​ຂອງ​ໂຕເອງ​ຍ້ອນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ເຈົ້າ.+

ເຮົາ​ຈະ​ຖິ້ມ​ເຈົ້າ​ລົງ​ພື້ນ.+

ເຮົາ​ຈະ​ໃຫ້​ພວກ​ກະສັດ​ແນມ​ເບິ່ງ​ຄວາມ​ຈິບຫາຍ​ຂອງ​ເຈົ້າ.

18 ຍ້ອນ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ​ແລະ​ຄ້າຂາຍ​ແບບ​ບໍ່​ສັດຊື່ ເຈົ້າ​ຈຶ່ງ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຂອງ​ເຈົ້າ​ບໍ່​ສະອາດ.

ເຮົາ​ຈະ​ເຮັດ​ໃຫ້​ໄຟ​ໄໝ້​ເຈົ້າ​ຈົນ​ໝົດ.+

ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກາຍ​ເປັນ​ຂີ້ເທົ່າ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ແນມ​ເບິ່ງ​ເຈົ້າ.

19 ທຸກ​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຮູ້ຈັກ​ເຈົ້າ​ຈະ​ແນມ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ຕົກໃຈ.+

ຈຸດຈົບ​ຂອງ​ເຈົ້າ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ​ແລະ​ເປັນ​ຕາ​ຢ້ານ

ແລະ​ເຈົ້າ​ຈະ​ດັບ​ສູນ​ຕະຫຼອດໄປ.”’”+

20 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 21 “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເມືອງ​ຊີໂດນ+​ແລະ​ພະຍາກອນ​ກ່ຽວກັບ​ເມືອງ​ນັ້ນ. 22 ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

“ຊີໂດນ​ເອີ້ຍ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ ແລະ​ເມື່ອ​ຄົນ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ ເຂົາ​ເຈົ້າ​ກໍ​ຈະ​ຍົກຍ້ອງ​ເຮົາ. ເມື່ອ​ເຮົາ​ລົງໂທດ​ເຈົ້າ​ແລະ​ພິສູດ​ວ່າ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ

ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.

23 ເຮົາ​ຈະ​ເຮັດ​ໃຫ້​ເກີດ​ໂລກລະບາດ​ໃນ​ເມືອງ​ນັ້ນ ແລະ​ເລືອດ​ຈະ​ໄຫຼ​ເຕັມ​ຫົນທາງ.

ເມື່ອ​ດາບ​ມາ​ຕໍ່ສູ້​ເມືອງ​ນັ້ນ​ຈາກ​ທຸກ​ທາງ ຫຼາຍ​ຄົນ​ຈະ​ຖືກ​ຂ້າ

ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+

24 ຈາກ​ນັ້ນ ຢູ່​ອ້ອມ​ຂ້າງ​ພວກ​ອິດສະຣາເອນ​ກໍ​ຈະ​ບໍ່​ມີ​ຄົນ​ທີ່​ເວົ້າ​ເຍາະເຍີ້ຍ​ເຂົາເຈົ້າ ເຊິ່ງ​ເຄີຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ຄື​ກັບ​ຖືກ​ໜາມ​ແທງ+ ແລ້ວ​ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ແມ່ນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.”’

25 ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເມື່ອ​ເຮົາ​ລວບລວມ​ພວກ​ອິດສະຣາເອນ​ທີ່​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ໃຫ້​ຄືນ​ມາ​ອີກ+ ທຸກ​ຊາດ​ກໍ​ຈະ​ຍົກຍ້ອງ​ເຮົາ.+ ພວກ​ອິດສະຣາເອນ​ຈະ​ໄດ້​ຢູ່​ແຜ່ນ​ດິນ​ຂອງ​ໂຕເອງ+​ທີ່​ເຮົາ​ເອົາ​ໃຫ້​ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ.+ 26 ເຂົາເຈົ້າ​ຈະ​ຢູ່​ຫັ້ນ​ຢ່າງ​ປອດໄພ.+ ເຂົາເຈົ້າ​ຈະ​ປຸກ​ເຮືອນ​ແລະ​ເຮັດ​ສວນ​ໝາກ​ລະແຊັງ.+ ເຂົາເຈົ້າ​ຈະ​ຢູ່​ຢ່າງ​ສະຫງົບສຸກ​ເມື່ອ​ເຮົາ​ລົງໂທດ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຊິ່ງ​ເຍາະເຍີ້ຍ​ເຂົາເຈົ້າ+ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ.”’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌