ນາຮູມ
2 ຜູ້ໜຶ່ງທີ່ຈະເຮັດໃຫ້ເຈົ້າ*ແຕກຊະໄປຈະມາຕໍ່ສູ້ເຈົ້າ.+
ໃຫ້ເຝົ້າປ້ອມດີໆ.
ໃຫ້ເຝົ້າເບິ່ງຫົນທາງໄວ້ເດີ້.
ກຽມໂຕໃຫ້ພ້ອມ*ແລະກຽມເຫື່ອກຽມແຮງຂອງເຈົ້າໄວ້ໂລດ.
2 ພະເຢໂຫວາຈະກູ້ສັກສີຂອງຢາໂຄບ
ແລະກູ້ສັກສີຂອງອິດສະຣາເອນຄືນ
ເພາະພວກສັດຕູໄດ້ທຳລາຍເຂົາເຈົ້າ*+
ແລະພວກນັ້ນໄດ້ຕັດກິ່ງຕັດງ່າຂອງເຂົາເຈົ້າ.
3 ໂລ້ສັດຕູຂອງນີເນເວເປັນສີແດງ.
ຊຸດຮົບຂອງທະຫານພວກນັ້ນເປັນສີແດງສົດ
ແລະເຫຼັກຢູ່ລົດຮົບຂອງພວກເຂົາກໍເຫຼື້ອມຄືກັບໄຟ
ໃນມື້ທີ່ພວກເຂົາກຽມອອກໄປສູ້ຮົບ
ແລະພວກເຂົາໄດ້ພາກັນຍົກຫອກ*ຂຶ້ນເພື່ອຂູ່ສັດຕູ.
4 ລົດຮົບຂອງພວກເຂົາທີ່ແລ່ນຢູ່ເທິງຫົນທາງບໍ່ມີໃຜຂວາງໄດ້.
ພວກມັນແລ່ນເຂົ້າໄປໃນເດີ່ນຂອງເມືອງຫຼາຍໆບ່ອນ.
ພວກມັນສ່ອງແສງຄືກັບກະບອງໄຟແລະເຫຼື້ອມຄືກັບແສງຟ້າແມບ.
5 ກະສັດ*ຈະເອີ້ນພວກທະຫານທີ່ເກັ່ງໆມາ.
ພວກເຂົາຈະລົ້ມຕອນທີ່ກຳລັງແລ່ນໄປ.
ພວກເຂົາຈະຟ້າວແລ່ນໄປທີ່ກຳແພງເມືອງ
ແລະເຮັດແນວກີດຂວາງພວກສັດຕູໄວ້.
6 ປະຕູຂອງແມ່ນ້ຳແຕ່ລະບ່ອນຈະຖືກເປີດໄວ້
ແລະວັງຂອງກະສັດຈະມຸ່ນອັບຍັບ.
7 ຈະມີການປະກາດວ່າຄົນໃນເມືອງນັ້ນຈະຖືກປະຈານແລະຖືກພາໂຕໄປ.
ພວກທາດຍິງຂອງເຂົາເຈົ້າຈະຮ້ອງໄຫ້ເສຍໃຈ.
ເຂົາເຈົ້າຕີເອິກ*ຂອງໂຕເອງແລະສຽງຮ້ອງໄຫ້ຂອງເຂົາເຈົ້າເປັນຄືກັບສຽງຂອງນົກເຂົາ.
8 ຕັ້ງແຕ່ໃດໆມາ ນີເນເວ+ເປັນຄືກັບສະນ້ຳ
ແຕ່ຕອນນີ້ຄົນໃນເມືອງພັດໜີໝົດ.
ມີບາງຄົນຮ້ອງວ່າ: “ຢ່າໄປ ຢ່າໜີໄປເລີຍ!”
ແຕ່ກໍບໍ່ມີຜູ້ໃດຫຼຽວຄືນມາ.+
9 ປຸ້ນເອົາເງິນເອົາຄຳໂລດ!
ຊັບສົມບັດກໍມີບັກຫຼາຍໆ.
ໃນເມືອງນັ້ນມີແຕ່ສິ່ງທີ່ມີຄ່າ.
10 ເມືອງນັ້ນຈະຮ້າງ ບໍ່ມີຄົນຢູ່ ແລະມຸ່ນອັບຍັບ.+
ຄົນໃນເມືອງຈະຢ້ານຈົນຫົວຫົດ ຂາສັ່ນ ແລະບໍ່ມີແຮງ.
ເຂົາເຈົ້າຈະຢ້ານຈົນໜ້າຈືດ.
11 ເກີດຫຍັງຂຶ້ນກັບເມືອງທີ່ເປັນຄືກັບຖ້ຳສິງ+ ເຊິ່ງເປັນບ່ອນທີ່ໂຕສິງກິນເຫຍື່ອ
ແລະເປັນບ່ອນທີ່ໂຕສິງພາລູກມັນຍ່າງ
ໂດຍບໍ່ມີໃຜເຮັດໃຫ້ພວກມັນຢ້ານ.
12 ໂຕສິງຈີກເຫຍື່ອໃຫ້ລູກມັນກິນຈົນອີ່ມ.
ມັນກັດຄໍເຫຍື່ອເອົາມາໃຫ້ພວກໂຕແມ່.
ມັນຫາເຫຍື່ອມາໄວ້ຈົນເຕັມຖ້ຳ
ແລະຖ້ຳຂອງມັນມີແຕ່ຊາກສັດ.
13 ພະເຢໂຫວາຜູ້ບັນຊາການກອງທັບປະກາດວ່າ: “ເຮົາຈະຕໍ່ສູ້ເຈົ້າ.+
ເຮົາຈະຈູດລົດຮົບຂອງເຈົ້າ.+
ເຮົາຈະເອົາດາບຂ້າໂຕສິງຂອງເຈົ້າ.
ເຈົ້າຈະບໍ່ໄດ້ປຸ້ນເອົາຫຍັງອີກໃນໂລກນີ້
ແລະຈະບໍ່ມີຜູ້ໃດໄດ້ຍິນສຽງຜູ້ສົ່ງຂ່າວຂອງເຈົ້າອີກຕໍ່ໄປ.”+