ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂປໂລ​ເວົ້າ​ຕໍ່​ໜ້າ​ສານ​ຊັນເຮດຣິນ (1-10)

      • ຜູ້​ເປັນ​ນາຍ​ໃຫ້​ກຳລັງ​ໃຈ​ໂປໂລ (11)

      • ວາງ​ແຜນ​ຂ້າ​ໂປໂລ (12-22)

      • ໂປໂລ​ຖືກ​ສົ່ງ​ໄປ​ເມືອງ​ກາຍຊາເຣຍ (23-35)

ກິດຈະການ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:15, 16; 2ກຣ 1:12; ຮຣ 13:18; 1ປຕ 3:16

ກິດຈະການ 23:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 187

ກິດຈະການ 23:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຈົ້າ​ເປັນ​ຝາ​ທີ່​ທາ​ດ້ວຍ​ສີ​ຂາວ”

ກິດຈະການ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 187

ກິດຈະການ 23:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 26:4, 5; ຟລປ 3:4, 5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 187-188

ກິດຈະການ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:1, 2

ກິດຈະການ 23:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:6, 7, 17, 18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 188

ກິດຈະການ 23:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:9
  • +ກຈກ 27:23, 24; 28:23, 30, 31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 181-191

    ຫໍສັງເກດການ (ສຶກສາ)

    11/2020, ໜ້າ 13

ກິດຈະການ 23:12

ໄຂເງື່ອນ

  • *

    ເຂົາເຈົ້າ​ເຊື່ອ​ວ່າ​ຖ້າ​ບໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ຈະ​ມີ​ແນວ​ເປັນ​ໄປ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 191

ກິດຈະການ 23:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    1/2019, ໜ້າ 3

ກິດຈະການ 23:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:15

ກິດຈະການ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 190-191

ກິດຈະການ 23:23

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 3”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 191

ກິດຈະການ 23:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:37; 22:25
  • +ກຈກ 21:31-33

ກິດຈະການ 23:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:30

ກິດຈະການ 23:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:19

ກິດຈະການ 23:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:16

ກິດຈະການ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:23, 24

ກິດຈະການ 23:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:39; 22:3

ກິດຈະການ 23:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 23:1ກຈກ 24:15, 16; 2ກຣ 1:12; ຮຣ 13:18; 1ປຕ 3:16
ກຈກ. 23:5ອພຍ 22:28
ກຈກ. 23:6ກຈກ 26:4, 5; ຟລປ 3:4, 5
ກຈກ. 23:8ກຈກ 4:1, 2
ກຈກ. 23:9ກຈກ 22:6, 7, 17, 18
ກຈກ. 23:11ກຈກ 18:9
ກຈກ. 23:11ກຈກ 27:23, 24; 28:23, 30, 31
ກຈກ. 23:20ກຈກ 23:15
ກຈກ. 23:21ກຈກ 23:12
ກຈກ. 23:27ກຈກ 16:37; 22:25
ກຈກ. 23:27ກຈກ 21:31-33
ກຈກ. 23:28ກຈກ 22:30
ກຈກ. 23:29ກຈກ 25:19
ກຈກ. 23:30ກຈກ 23:16
ກຈກ. 23:31ກຈກ 23:23, 24
ກຈກ. 23:34ກຈກ 21:39; 22:3
ກຈກ. 23:35ກຈກ 24:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 23:1-35

ກິດຈະການຂອງອັກຄະສາວົກ

23 ໂປໂລ​ແນມ​ເບິ່ງ​ສະມາຊິກ​ສານ​ຊັນເຮດຣິນ​ແລ້ວ​ເວົ້າ​ວ່າ: “ພີ່ນ້ອງ​ເອີ້ຍ ຂ້ອຍ​ເວົ້າ​ຕໍ່​ໜ້າ​ພະເຈົ້າ​ໄດ້​ເລີຍ​ວ່າ​ໃຈ​ຮູ້ຜິດ​ຮູ້ຖືກ​ບອກ​ຂ້ອຍ​ວ່າ ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ+​ຈົນ​ຮອດ​ຕອນ​ນີ້.” 2 ເມື່ອ​ປະໂລຫິດ​ໃຫຍ່​ອານາເນຍ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ສັ່ງ​ຄົນ​ທີ່​ຢືນ​ຢູ່​ໃກ້​ໆ​ໂປໂລ​ໃຫ້​ຕົບ​ປາກ​ໂປໂລ. 3 ໂປໂລ​ເວົ້າ​ວ່າ: “ຄົນ​ໜ້າ​ຊື່​ໃຈ​ຄົດ* ພະເຈົ້າ​ຈະ​ຕົບ​ເຈົ້າ. ເຈົ້າ​ນັ່ງ​ຕັດສິນ​ຂ້ອຍ​ຕາມ​ກົດໝາຍ ແຕ່​ເຈົ້າ​ເອງ​ພັດ​ເຮັດ​ຜິດ​ກົດໝາຍ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ຂ້ອຍ​ແບບ​ນີ້​ບໍ?” 4 ຄົນ​ທີ່​ຢືນ​ຢູ່​ໃກ້​ໆ​ເວົ້າ​ວ່າ: “ເຈົ້າ​ກ້າ​ເວົ້າໃຫ້​ປະໂລຫິດ​ໃຫຍ່​ຂອງ​ພະເຈົ້າ​ແບບ​ນີ້​ຫວະ?” 5 ໂປໂລ​ເວົ້າ​ວ່າ: “ຂໍ​ໂທດ​ພີ່ນ້ອງ ຂ້ອຍ​ບໍ່​ຮູ້​ວ່າ​ລາວ​ເປັນ​ປະໂລຫິດ​ໃຫຍ່. ພະຄຳພີ​ບອກ​ໄວ້​ວ່າ ‘ຢ່າ​ເວົ້າ​ໝິ່ນ​ປະໝາດ​ຄົນ​ທີ່​ເຮັດ​ໜ້າທີ່​ປົກຄອງ​ພວກ​ເຈົ້າ.’”+

6 ໂປໂລ​ຮູ້​ວ່າ​ສານ​ຊັນເຮດຣິນ​ກຸ່ມ​ໜຶ່ງ​ເປັນ​ພວກ​ຊາດູກາຍ​ແລະ​ອີກ​ກຸ່ມ​ໜຶ່ງ​ເປັນ​ພວກ​ຟາຣີຊາຍ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ພີ່ນ້ອງ​ເອີ້ຍ ຂ້ອຍ​ເປັນ​ຟາຣີຊາຍ+​ແລະ​ເປັນ​ລູກ​ຂອງ​ຟາຣີຊາຍ. ຂ້ອຍ​ຖືກ​ຕັດສິນ​ຄະດີ​ກໍ​ຍ້ອນ​ຂ້ອຍ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.” 7 ເມື່ອ​ໂປໂລ​ເວົ້າ​ແບບ​ນີ້ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເລີ່ມ​ຖຽງ​ກັນ ແລະ​ບ່ອນ​ປະຊຸມ​ກໍ​ແຍກ​ເປັນ 2 ຝ່າຍ. 8 ພວກ​ຊາດູກາຍ​ບອກ​ວ່າ​ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ບໍ່​ມີ​ທູດສະຫວັນ​ຫຼື​ຮ່າງກາຍ​ສຳລັບ​ສະຫວັນ ແຕ່​ພວກ​ຟາຣີຊາຍ​ເຊື່ອ​ວ່າ​ທັງໝົດ​ນັ້ນ​ມີ​ແທ້.+ 9 ແລ້ວ​ບ່ອນ​ປະຊຸມ​ກໍ​ມີ​ສຽງ​ວຸ່ນວາຍ ຄູ​ສອນ​ສາສະໜາ​ບາງຄົນ​ທີ່​ເປັນ​ຟາຣີຊາຍ​ລຸກ​ຂຶ້ນ​ຖຽງ​ຢ່າງ​ດຸເດືອດ​ແລະ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ເຫັນ​ວ່າ​ຜູ້​ນີ້​ມີ​ຄວາມ​ຜິດ​ຫຍັງ. ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ຫຼື​ທູດສະຫວັນ​ອາດຈະ​ມາ​ເວົ້າ​ກັບ​ລາວ​ແທ້​ໆ​ກໍ​ໄດ້.”+ 10 ເມື່ອ​ຄວາມ​ຂັດແຍ່ງ​ຮຸນແຮງ​ຂຶ້ນ ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ເຂົາເຈົ້າ​ຈີກ​ເປັນ​ຕ່ອນ​ໆ​ ລາວ​ຈຶ່ງ​ສັ່ງ​ທະຫານ​ໃຫ້​ຟ້າວ​ໄປ​ເອົາ​ໂປໂລ​ອອກ​ມາ​ຈາກ​ພວກ​ນັ້ນ ແລ້ວ​ພາ​ໄປ​ໄວ້​ໃນ​ຄ້າຍ​ທະຫານ.

11 ໃນ​ຄືນ​ນັ້ນ ຜູ້​ເປັນ​ນາຍ​ມາ​ຢືນ​ຢູ່​ທາງ​ຂ້າງ​ໂປໂລ​ແລະ​ເວົ້າ​ວ່າ: “ໃຫ້​ກ້າຫານ!+ ເຈົ້າ​ໄດ້​ປະກາດ​ເລື່ອງ​ຂອງ​ຂ້ອຍ​ຢ່າງ​ທົ່ວ​ເຖິງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ. ເຈົ້າ​ຕ້ອງ​ປະກາດ​ແບບ​ນັ້ນ​ໃນ​ເມືອງ​ໂຣມ​ຄື​ກັນ.”+

12 ເມື່ອ​ຮອດ​ຕອນ​ເຊົ້າ ພວກ​ຢິວໄດ້​ຮ່ວມ​ຫົວ​ກັນ​ວາງແຜນ​ແລະ​ສາບານ*​ວ່າ​ຈະ​ບໍ່​ກິນ​ບໍ່​ດື່ມ​ຫຍັງ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. 13 ຄົນ​ທີ່ຮ່ວມ​ຫົວ​ກັນ​ວາງແຜນ​ແລະ​ສາບານ​ນັ້ນ​ມີ​ຫຼາຍ​ກວ່າ 40 ຄົນ. 14 ເຂົາເຈົ້າ​ໄປ​ບອກ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ວ່າ: “ພວກ​ເຮົາ​ພາກັນ​ສາບານ​ໄວ້​ແລ້ວ​ວ່າ​ຈະ​ບໍ່​ກິນ​ຫຍັງ​ຈັກ​ຄຳ​ຈົນ​ກວ່າ​ຈະ​ຂ້າ​ໂປໂລ​ໄດ້​ກ່ອນ. 15 ຂໍ​ໃຫ້​ພວກ​ທ່ານ​ກັບ​ສະມາຊິກ​ສານ​ຊັນເຮດຣິນ​ຂໍ​ນາຍພັນ​ໃຫ້​ສົ່ງ​ໂປໂລ​ມາ​ໃຫ້​ພວກ​ທ່ານ. ໃຫ້​ທ່ານ​ເຮັດ​ຄື​ກັບ​ວ່າ​ຢາກ​ສໍ້ຖາມ​ເລື່ອງ​ຂອງ​ລາວ​ໃຫ້​ແຈ້ງ​ຂຶ້ນ. ພວກ​ເຮົາ​ຈະ​ລັດ​ຂ້າ​ລາວ​ຕອນ​ທີ່​ລາວ​ໃກ້​ຈະ​ຮອດ.”

16 ແຕ່​ຫຼານ​ຊາຍ​ຂອງ​ໂປໂລ​ໄດ້​ຍິນ​ເລື່ອງ​ທີ່​ເຂົາເຈົ້າ​ວາງແຜນ​ຮ້າຍ​ນັ້ນ ລາວ​ຈຶ່ງ​ເຂົ້າ​ໄປ​ບອກ​ໂປໂລ​ໃນ​ຄ້າຍ​ທະຫານ. 17 ໂປໂລ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແລະ​ບອກ​ວ່າ: “ຂໍ​ໃຫ້​ພາຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ນາຍພັນ ຍ້ອນ​ລາວ​ມີ​ເລື່ອງ​ຊິ​ບອກ.” 18 ນາຍຮ້ອຍ​ຄົນ​ນັ້ນ​ກໍ​ພາ​ຊາຍ​ໜຸ່ມ​ໄປ​ຫາ​ນາຍພັນ​ແລະ​ບອກ​ວ່າ: “ໂປໂລ​ທີ່​ຖືກ​ຂັງ​ຄຸກ​ຢູ່​ນັ້ນ​ເອີ້ນ​ຂ້ອຍ​ໄປ​ຫາ​ແລະ​ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ມາ​ຫາ​ທ່ານ ຍ້ອນ​ລາວ​ມີ​ບາງ​ຢ່າງ​ຈະ​ບອກ​ໃຫ້​ທ່ານ​ຮູ້.” 19 ນາຍພັນ​ຈູງ​ມື​ຊາຍ​ໜຸ່ມ​ຄົນ​ນັ້ນ​ໄປ​ຖາມ​ເປັນ​ສ່ວນ​ໂຕ​ວ່າ: “ເຈົ້າ​ມີ​ຫຍັງ​ຈະ​ບອກ​ຂ້ອຍ​ບໍ?” 20 ຊາຍ​ໜຸ່ມ​ບອກ​ວ່າ: “ພວກ​ຢິວ​ຕົກ​ລົງ​ກັນ​ວ່າ​ຈະ​ຂໍ​ໃຫ້​ທ່ານ​ສົ່ງ​ໂປໂລ​ໄປ​ສານຊັນເຮດຣິນ​ມື້​ອື່ນ ໂດຍ​ເຮັດ​ຄື​ກັບ​ວ່າ​ຢາກ​ຮູ້​ເລື່ອງ​ຂອງ​ລາວ​ຫຼາຍ​ຂຶ້ນ.+ 21 ແຕ່​ທ່ານ​ບໍ່​ຕ້ອງ​ເຊື່ອ ຍ້ອນ​ເຂົາເຈົ້າ​ຫຼາຍ​ກວ່າ 40 ຄົນ​ຈະ​ຖ້າ​ລັດ​ທຳຮ້າຍ​ໂປໂລ. ເຂົາເຈົ້າ​ໄດ້​ພາກັນ​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ​ບໍ່​ດື່ມ​ຫຍັງ​ຈົນ​ກວ່າ​ຈະ​ຂ້າ​ໂປໂລ​ໄດ້​ກ່ອນ.+ ຕອນນີ້ ເຂົາເຈົ້າ​ວາງແຜນ​ໄວ້​ແລ້ວ ມີ​ແຕ່​ລໍ​ຖ້າ​ໃຫ້​ທ່ານ​ອະນຸຍາດ​ເທົ່າ​ນັ້ນ.” 22 ນາຍພັນ​ສັ່ງ​ຊາຍ​ໜຸ່ມ​ວ່າ: “ຢ່າ​ໃຫ້​ຜູ້​ໃດ​ຮູ້​ວ່າ​ເຈົ້າ​ມາ​ບອກ​ຂ້ອຍ​ເລື່ອງ​ນີ້” ແລ້ວ​ກໍ​ໃຫ້​ລາວ​ໄປ.

23 ຈາກ​ນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ 2 ຄົນ​ມາ ແລ້ວ​ສັ່ງ​ວ່າ: “ໄປ​ກຽມ​ທະຫານ 200 ຄົນ​ໄວ້​ໃຫ້​ພ້ອມ ແລະ​ກຽມ​ທະຫານ​ມ້າ 70 ຄົນ​ກັບ​ທະຫານ​ຖື​ຫອກ 200 ຄົນ. ແລ້ວ​ໃຫ້​ພວກ​ເຈົ້າ​ເດີນທາງ​ໄປ​ເມືອງ​ກາຍຊາເຣຍ​ຕອນ 9 ໂມງ*​ກາງຄືນ. 24 ກຽມ​ມ້າ​ໃຫ້​ໂປໂລ​ຂີ່ ແລ້ວ​ພາ​ລາວ​ໄປ​ສົ່ງ​ໃຫ້​ເຈົ້າແຂວງ​ເຟລິກ​ຢ່າງ​ປອດ​ໄພ.” 25 ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ທີ່​ມີ​ເນື້ອ​ໃນ​ວ່າ:

26 “ຂ້ອຍ​ກະໂລດີໂອລີເຊຍ ຂໍ​ຮຽນ​ທ່ານ​ເຈົ້າແຂວງ​ເຟລິກ​ທີ່​ນັບຖື. 27 ຜູ້​ຊາຍ​ຄົນ​ນີ້​ຖືກ​ພວກ​ຢິວ​ຈັບ​ແລະ​ເກືອບ​ຈະ​ຖືກ​ຂ້າ. ແຕ່​ເມື່ອ​ຂ້ອຍ​ຮູ້​ວ່າ​ລາວ​ເປັນ​ພົນລະເມືອງ​ໂຣມ+ ຂ້ອຍ​ກໍ​ຟ້າວ​ພາ​ທະຫານ​ໄປ​ຊ່ວຍ​ລາວ.+ 28 ຂ້ອຍ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກ​ຢິວ​ກ່າວຫາ​ລາວ ຂ້ອຍ​ຈຶ່ງ​ສົ່ງ​ລາວ​ໄປ​ສານ​ຊັນເຮດຣິນ​ຂອງ​ພວກ​ຢິວ.+ 29 ແລ້ວ​ຂ້ອຍ​ກໍ​ຮູ້​ວ່າ​ລາວຖືກ​ກ່າວຫາ​ຍ້ອນ​ຄວາມ​ຂັດແຍ່ງ​ກ່ຽວກັບ​ກົດໝາຍ​ຂອງ​ເຂົາເຈົ້າ​ເອງ+ ແຕ່​ບໍ່​ມີ​ຂໍ້​ຫາ​ຫຍັງ​ເລີຍ​ທີ່​ເຮັດ​ໃຫ້​ລາວ​ສົມຄວນ​ຕາຍ​ຫຼື​ຖືກ​ຂັງ​ຄຸກ. 30 ມີ​ຄົນ​ມາ​ບອກ​ຂ້ອຍ​ວ່າ​ມີ​ການ​ວາງແຜນ​ຈະ​ຂ້າລາວ+ ຂ້ອຍ​ຈຶ່ງສົ່ງ​ລາວ​ມາ​ໃຫ້​ທ່ານ​ທັນທີ ແລະ​ສັ່ງ​ໃຫ້​ພວກ​ທີ່ກ່າວຫາ​ລາວ​ມາ​ຟ້ອງ​ລາວ​ຕໍ່​ໜ້າ​ທ່ານ.”

31 ພວກ​ທະຫານ​ກໍ​ເຮັດ​ຕາມ​ຄຳສັ່ງ​ໂດຍ​ເອົາ​ໂປໂລ+​ໄປ​ເມືອງ​ອັນຕີປາຕີ​ໃນ​ຕອນ​ກາງຄືນ. 32 ໃນ​ມື້​ຕໍ່ມາ ເຂົາເຈົ້າ​ໃຫ້​ທະຫານ​ມ້າ​ໄປ​ກັບ​ໂປໂລ ສ່ວນ​ເຂົາເຈົ້າ​ກໍ​ກັບ​ໄປ​ຄ້າຍ​ທະຫານ. 33 ພວກ​ທະຫານ​ມ້າ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາຍຊາເຣຍ ແລ້ວ​ເອົາ​ຈົດໝາຍ​ໄປ​ໃຫ້​ເຈົ້າແຂວງ​ພ້ອມ​ກັບ​ສົ່ງ​ໂປໂລ​ໃຫ້​ລາວ​ຄື​ກັນ. 34 ເຈົ້າແຂວງ​ອ່ານ​ຈົດໝາຍ​ນັ້ນ​ແລ້ວ​ຖາມ​ໂປໂລ​ວ່າ​ເປັນ​ຄົນ​ແຂວງ​ໃດ ແລະ​ກໍ​ໄດ້​ຮູ້​ວ່າ​ໂປໂລ​ມາ​ຈາກ​ແຂວງ​ກີລີເກຍ.+ 35 ເຈົ້າແຂວງ​ເວົ້າ​ວ່າ: “ຖ້າ​ພວກ​ທີ່​ກ່າວຫາ​ເຈົ້າ​ມາ​ພ້ອມ​ໜ້າ​ກັນ​ຕອນ​ໃດ+ ຂ້ອຍ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ​ຢ່າງ​ລະອຽດ.” ແລ້ວ​ລາວ​ກໍ​ສັ່ງ​ໃຫ້​ເອົາ​ໂປໂລ​ໄປ​ໄວ້​ໃນ​ວັງ​ຂອງ​ເຮໂຣດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌